ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະບັນລຸເປົ້າໝາຍແຜນການພັດທະນາ ໃຫ້ໄດ້


ກອງປະຊຸມສະພາແຫ່ງຊາດລາວ
ກອງປະຊຸມສະພາແຫ່ງຊາດລາວ

ນາຍົກລັດຖະມົນຕີລາວ​ຢືນຢັນ​ວ່າ ລັດຖະບານ​ລາວ​ຈະ​ດໍາ​ເນີນ​ການ​ໃນ​ທຸກ​ວິ​ຖີທາງ​ເພື່ອ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍ ​ທີ່​ວາງ​ໄວ້​​ໃນ​ແຜນການ​ພັດທະນາ​ເສ​ດຖະກິດ​-ສັງຄົມ​ປະຈຳ​ປີ 2009-2010 ນີ້​ໃຫ້​ໄດ້​ຢ່າງ​​ແທ້​ຈິງ ​ໂດຍ​ລວມ​ໄປ​ເຖິງ​ການ​ຮັບປະກັນ​ຄວາມ​ສະ​ຫງົບ​ຮຽບຮ້ອຍ​ໃນ​ສັງ​ຄົມ​ໃຫ້​ໄດ້​ ຢ່າງ​ຄັກ​ແນ່​ອີກ​ດ້ວຍ.

“​ໃນ​ທ້າຍ​ຂອງ​ສົກ​ປີ 2009-2010 ລັດຖະບານ​ຈະ​ເພີ່ມ​ຄວາມ​ພະຍາຍ​າມ​ຈັດ​ຕັ້ງ​ປະຕິ​ລັດ​ບັນດາ​ວຽກ​ງານ​ຈຸດ​ສຸມ​ຈຳນວນ​ນຶ່ງ​ດັ່ງ​ນີ້: ກ່ອນ​ອື່ນ​ໝົດ​ຈະ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ຮັກສາ​ສະ​ຖຽນລະ​ພາບ​ແລະ​ຄວາມ​ສະຫງົບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສຸມ​ໃສ່​ແກ້​ໄຂ​ສະພາບ​ການ​ຍໍ່​ທໍ້​ແລະ​ໜໍ່​ແໜງ​ຂອງ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ໃນສັງ​ຄົມ​ ໂດຍ​ນຳ​ໃຊ້​ກຳລັງ​ແຮງ​ສັງ​ລວມ​ເຂົ້າ​ໃນ​ການ​ດຳ​ເນີນ​ວຽກ​ງານ​ດັ່ງກ່າວ​ ສູ້​ຊົນ​ເຮັດ​ໃຫ້​ຈັງຫວະ​ການ​ເຕີບ​ໂຕ ທາງ​ເສດຖະກິດ​ບັນ​ລຸ​ຕາມ​ລະດັບ​ຄາດ​ຄະ​ເນ 7.8 % ຕິດ​ພັນ​ກັບ​ການ​ເພີ່ມ​ຄວາມ​ຈົດ​ຈໍ່​ຕໍ່​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫະພາກ​ ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ”

ນີ້​ກໍແມ່ນ​ການ​ຖະ​ແຫລ​ງຢືນຢັນ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 9 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 6 ​ໂດຍ ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດຖະ ມົນຕີ​ລາວ ຊຶ່ງ​ທ່ານ​ບໍ່​ພຽງ​ແຕ່​ຈະ​ໄດ້ໃຫ້ການ​ຢືນຢັນ​ຢ່າງ​ໜັກ​ແໜ້ນ ​ໃນຖານະ​ຫົວໜ້າ​ຄະນະ​ລັດຖະບານ​ລາວ​ວ່າ​ຈະ​ພະຍາຍາມ​ຢ່າງ​ສຸດ​ກຳລັງ​ເຂົ້າ​ໃນ​ການ​ດຳ​ເນີນ​ມາດ​ຕະການ​ຕ່າງໆ ​ເພື່ອ​ເຮັດ​ໃຫ້​ສາມາດ​ບັນ​ລຸ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ໃນ​ແຜນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມແຫ່ງ​ຊາດ ​ປະຈຳ​ປີ 2009-2010 ທີ່​ກຳລັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້​ເທົ່າ​ນັ້ນ ຫາກ​ແຕ່​ການ​ຢືນຢັນ​ໃນ​ຄັ້ງລ່າ​ສຸດ​ນີ້ ທ່ານ​ຍັງ​ໄດ້​ລວມໄປ​ເຖິງ​ການ​ດຳ​ເນີນ​ບັນດາ​ມາດ​ຕະການ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ຮຽບຮ້ອຍ​ໃນສັງຄົມ ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ລາວ ​ໃຫ້​ໄດ້ຢ່າງ​ຄັກ​ແນ່​ອີກ​ດ້ວຍ.

ໂດຍ​ສຳ​ລັບ​ໃນ​ດ້ານ​ເສ​ດຖະກິດ​ນັ້ນ ທ່ານ​ບົວ​ສອນ ກໍ​ໄດ້​ເນັ້ນ​ຍ້ຳວ່າ​ສະພາວະ​ການ​ຟື້ນ​ຕົວ​ຂື້ນ​ຢ່າງວ່ອງ​ໄວ ​ເກີນ​ຄາດໝາຍ​ຂອງ​ເສດ​ຖະກິດ​ໂລກ​ໃນ​ປັດ​ຈຸ​ບັນ​ນີ້​ ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ເຊື່ອ​ໝັ້ນ​ວ່າ​ຈະ​ສົ່ງ​ຜົນດີ​ຕໍ່​ການ​ພັດທະນາ​ທາງ​ເສດຖະກິດ​ຂອງລາວ ຊຶ່ງ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ໄດ້​ມີ​ການ​ປັບ​ປ່ຽນ​ເປົ້າໝາຍ​ຂອງ​ການ​ຂະຫຍາຍຕົວ​ທາງ​ເສດ​ຖະກິດ​ຂື້ນ​ຈາກ​ເດີມ 7.5 % ​ເປັນ 7.8 % ​ໃນ​ແຜນການ​ປະຈຳ​ປີ 2009-2010 ນີ້.

ສ່ວນ​ຍອດ​ຜະ​ລິດ​ຕະພັນ​ລວມພາຍ​ໃນ​ຫລື GDP ​ໃນ​ຕະຫລອດ​ໄລຍະ​ແຜນການ​ປະຈຳ​ປີ 2009-2010 ນີ້ ກໍ​ຄາດໝາຍວ່າຈະ​ມີ​ມູນ​ຄ່າ​ລວມ​ເຖິງ 54,225 ຕື້​ກີບ ຫລື​ປະມານ 6,450 ​ລ້ານໂດ​ລາຕາມ​ອັດ​ຕາ​ການ​ແລກປ່ຽນ​ໃນ​ປັດຈຸບັນ​ນີ້ ​ແລະພາກ​ການ​ຜະ​ລິດ​ທີ່​ຈະ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂື້ນ​ຫລາຍ​ທີ່​ສຸ​ດນັ້ນ ກໍ​ແມ່ນ​ພາກ​ອຸດສາຫະກຳ ​ແລະ​ຫັດຖະກຳ ຊຶ່ງ​ກໍ​ຄາດ​ໝາຍວ່າ​ຈະ​ຂະ​ຫລາຍ​ຕົວ​ເພີ່ມ​ຂື້ນ​ເຖິງ 17% ​ແລະ​ພາກ​ບໍລິການຈະຂະຫຍາຍ​ຕົວ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ 6.7% ​ແລະ​ພາກ​ກະສິກຳ​ຈະ​ຂະ​ຫຍາ​ຍຕົວ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ ບໍ່​ໜ້ອຍ​ກວ່າ 3.2% ຊຶ່ງ​ຖ້າ​ຫາກ​ວ່າການ​ຄາດໝາຍ​ດັ່ງກ່າວ​ເກີດ​ຂື້ນ​ຈິງ​ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ພາກ​ບໍລິການ​ມີ​ມູນ ຄ່າ​ທາງ​ເສ​ດຖະກິດ​ກວມ​ເອົາ 32.9% ຂອງ​ມູນ​ຄ່າ​ທາງ​ເສ​ດຖະກິດ​ທີ່​ມາ​ຈາກ​ພາສີ​ອາກອນ​ແລ​ະຄ່າ​ທຳ​ນຽມ​ຕ່າງໆ​ຂອງ​ພາກ​ລັດຖະບານ. ສ່ວນ​ໃນ​ດ້ານ​ການ​ລົງທຶນ​ນັ້ນ ລັດ​ຖະບານ​ລາວ​ກໍ​ຈະ​ລະດົມ​ການ​ລົງທຶນຂອງ​ເອກ​ກະ​ຊົນ​ລາວ ​ບໍ່​ໜ້ອຍ​ກວ່າ 2,575 ຕື້​ກີບ ​ແລະ​ເພື່ອ​ເປັນ​ການ​ຮັບປະກັນ​ວ່າການ​ບໍລິຫານ​ງານ​ຂອງ​ລັດຖະບານ​ລາວ​ຈະ​ເປັນ​ໄປ​ຕາມ​ແຜ​ນການ​ແລະ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ຢ່າງ​ແທ້​ຈິງ​ນັ້ນ ລັດຖະບານ​ລາວ​ກໍ​ຈະ​ເສີມ​ສ້າງ​ລາຍ​ຮັບ​ໃຫ້​ໄດ້ 16.69% ຂອງ​ມູນ​ຄ່າ GDP ທັງ​ໝົດ ພ້ອມ​ທັງ​ຍັງ​ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 32.05% ຂອງ​ມູນ​ຄ່າ GDP ​ແລະ​ຄວບ​ຄຸມ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະດັບ​ຕົວ​ເລກ​ຫລັກ​ດຽວ ​ແລະ​ຕ່ຳກວ່າ​ອັດຕາ​ການ​ຂະ​ຫຍາ​ຍຕົວ​ທາງ​ເສດຖະກິດ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້ ທ່ານ​ທອງ​ສິງ ທຳ​ມະ​ວົງ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ກໍ​ໄດ້​ຖະ​ແຫລ​ງການ​ວ່າ ການ​ບໍລິຫານ​ງານ​ຂອງ​ລັດຖະບານ​ລາວ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນີ້​ຍັງ​ກປາກົດ​ວ່າ​ມີ​ຫລາຍ​ດ້ານ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ປັບປຸງ​ແກ້​ໄຂ​ໃຫ້​ດີ​ຂື້ນ ​ເນຶ່ອງຈາກ​ວ່າການ​ຄຸ້ມ​ຄອງເສດຖະກິດ​ມະຫະພາກ​ຍັງ​ບໍ່​ທັນ​ເຂັ້ມ​ແຂງ ການ​ຄຸ້ມຄອງ​ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ​ຍັງ​ບໍ່​ທັນ​ເຂ້ັມ​ງວດ​ຕາມ​ລະບຽບ​ກົດໝາຍ ການ​ຜະລິດ​ສິນຄ້າຂອງ​ປະຊາຊົນ​ກໍ​ຍັງ​ບໍ່​ເປັນ​ຂະ​ບວນການ​ທີ່​ແຂງ​ແຮງ ການ​ພັດທະນາ​ຊົນນະບົດ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ກໍ​ຍັງ​ບໍ່​ທັນ​ບັນລຸ​ໄດ້ ຕາມ​ຈຸ​ດປະສົງ​ແລະ​ລະດັບ​ຄາດໝາຍ ການ​ແກ້​ໄຂສິ່ງ​ຍໍ່​ທໍ້​ຕ່າງໆ​ໃນ​ສັງ​ຄົມ​ກໍ​ບໍ່​ທ​ັນ​ເຮັດ​ຢ່າງ​ຈິງ​ຈັງ ການ​ຍົກ​ສູງ​ປະສິດທິພາບ​ຂອງ​ການ​ຄຸ້ມ​ຄອງ​ລັດ ການ​ບໍລິຫານ​ການ​ຄຸ້ມ​ຄອງ​ໂດຍ​ກົດໝາຍ​ກໍ​ຍັງ​ບໍ່​ທັນ​ສັກສິດ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່າ​ນທອງ​ສິງ ຍັງ​ໄດ້​ເນັ້ນ​ຍ້ຳດ້ວຍ​ວ່າ​ບັນຫາ​ທີ່​ປະຊາຊົນ​ລາວ​ໄດ້​ພາກັນ​ຮ້ອງ​ຮຽນ​ມາ​ເຖິງ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ຫລາຍ​ທີ່​ສຸດ​ແລະ​ສະ​ເໜີ​ໃຫ້​ລັດຖະບານ​ດຳ​ເນີນ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ​ດ້ວຍ ນັ້ນກໍ​ຄື​ບັນຫາ​ແລະ​ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ​ທຳ​ກິນ ​ເນຶ່ອງຈາກ​ຍັງ​ມີ​ປະຊາຊົນ​ລາວ​ອີກ​ຈຳນວນ​ບໍ່​ໜ້ອຍ​ທີ່​ບໍ່​ມີ​ທີ່ດິນ​ທຳ​ກິນ. ສ່ວນ​ທີ່​ມີ​ທີ່​ດິນ​ທຳ​ກິນ​ແລ້ວ​ນັ້ນ ກັບ​ຕ້ອງ​ປະສົບ​ບັນຫາ​ເຂດສຳ​ປະທານ​ທີ່​ດິນ​ຂອງ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄດ້​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG