ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ໂອບາມາ ​ເຊື້ອ​ເຊີນ ​ໃຫ້ນາງຈິນດາວອນ ສັນລາດ ສະ​ແດງ​ຄວາມ​ເຫັນ ຢູ່ທີກອງປະຊຸມ YSEALI


ນາງຈິນດາວອນ ສັນລາດ ຈາກແຂວງຜົ້ງສາລີ ສະ​ແດງ​ຄວາມ​ເຫັນ ໃນລະຫວ່າງ ກອງປະຊຸມສຸດຍອດ YSEALI ທີ່ກົວລາລໍາເປີ ​ເມື່ອ​ວັນ​ທີ​​ 20 ພະຈິກ 2015.
ນາງຈິນດາວອນ ສັນລາດ ຈາກແຂວງຜົ້ງສາລີ ສະ​ແດງ​ຄວາມ​ເຫັນ ໃນລະຫວ່າງ ກອງປະຊຸມສຸດຍອດ YSEALI ທີ່ກົວລາລໍາເປີ ​ເມື່ອ​ວັນ​ທີ​​ 20 ພະຈິກ 2015.

ໃນລະຫວ່າງກອງປະຊຸມສຸດຍອດ ພົບ​ປະ​ໂອ້​ລົມ​ກັບ​ບັນດາ​ຜູ້ນຳ​
ຊາວ​ໜຸ່ມ​ຈາກ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້​ຫລື YSEALI ທີ່
ນະຄອນຫຼວງກົວລາລໍາເປີ​ເມື່ອ​ວັນ​ທີ 20 ພະຈິກຜ່ານ​ມານີ້ ປະທາ
ນາທິບໍດີສະຫະລັດ ທ່ານ​ບາ​ຮັກ ໂອບາມາໄດ້ກ່າວ​ເຊື້ອ​ເຊີນ​ໃຫ້
ນາງຈິນດາວອນ ສັນລາດ ທີ່ມາຈາກແຂວງຜົ້ງສາລີ ທີ່ເຮັດວຽກ
ກຽ່ວກັບ ການປັບປຸງຄຸ້ມຄອງປ່າໄມ້ໃນ ສປປ ລາວ ຂຶ້ນມາ​ກ່າວ​
ສະ​ແດງ​ຄວາມ​ເຫັນໂດຍ​ແນະນຳ​ວ່ານາງ​ໄດ້​ອຸທິດ​ຕົນ​ໃນ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ.

​ໃນ​ລະຫວ່າງ​ທີ່​ຂຶ້ນກ່າວ​ນັ້ນ ນາງຈິນດາວອນ ສັນລາດ ​ເວົ້າວ່າ "ຂອບ​ໃຈ ທ່ານ​ປະທານາ
ທິບໍດີ ຂ້າພະເຈົ້າ ມີ​ຄວາມ​ດີ​ອົກ​ດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກອງ​ປະຊຸມ​ໃນ​ມື້ນີ້. ຂ້າພະເຈົ້າ
ຊື່​ຈິນດາ​ວອນ ກຳເນີດຢູ່ໃນ​ເຂດຫນຶ່ງ ທີ່ ຫ່າງໄກສອກຫຼີກທີ່ສຸດຂອງປະເທດລາວ. ແລະ
ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດກ່ອນທີ່ຂ້າພະເຈົ້າໄດ້ເກີດອອກມາ. ຍ້ອນພື້ນຖານການ
ເຕີບໃຫຍ່ຂອງຂ້າພະເຈົ້າ ຂ້າພະເຈົ້າບໍ່ເຄີຍຄິດວ່າ ມື້ຫນຶ່ງ ຂ້າພະເຈົ້າຈະສາມາດຊ່ວຍ
ໃຫ້ຊຸມຊົນຂອງຂ້າ ພະເຈົ້າ​ໄດ້ ... ຍ້ອນໂຄງການ YSEALI ນີ້ ໃນປະຈຸບັນ ຄວາມຄິດ
ຂອງຂ້າພະເຈົ້າໄດ້ປ່ຽນແປງໄປ."

ນາງໄດ້ອະທິບາຍຕໍ່ວ່າ, "ການໄດ້ມາເປັນສ່ວນຫນຶ່ງຂອງໂຄງການ YSEALI ນີ້ ໄດ້ຂະ
ຫຍາຍແນວຄວາມຄິດ ຂອງຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າ ມອງເຫັນສິ່ງທ້າທາຍ
ທີ່ຊຸມຊົນຂອງຂ້າພະເຈົ້າກໍາລັງປະເຊີນຢູ່ ແລະເປັນແຮງບັນ ດານໃຈໃຫ້ຂ້າພະເຈົ້າ ໄດ້
ເປັນສ່ວນໜຶ່ງໃນການແກ້ໄຂ. ປະຈຸບັນນີ້ ຂ້າພະເຈົ້າໄດ້ເຮັດວຽກຮ່ວມກັບໂຄງການ ທີ່
ເອີ້ນວ່າ ການຄຸ້ມຄອງການບັງຄັບໃຊ້ກົດໝາຍແລະວຽກງານການຄ້າເຊິ່ງມີເປົ້າຫມາຍ
ເພື່ອສົ່ງເສີມການຄ້າໄມ້ທ່ອນທີ່ຖືກກົດຫມາຍແລະການຄຸ້ມຄອງປ່າໄມ້ແບບຍືນຍົງ. ຈາກ
ບົດຮຽນທີ່ໄດ້ຮຽນມາຈາກລັດມອນທານາ ຂ້າພະເຂົ້າໄດ້ເອົາມານຳໃຊ້ ເພື່ອຊ່ວຍໃນການ
ຄຸ້ມຄອງປ່າໄມ້ໃນ ສປປ ລາວ."

ເຊີນຊົມ ຊ່ວງຕອນເວລາ 58:45 ສຳລັບການຂຶ້ນສະແດງຄຳເຫັນຂອງນາງຈິນດາວອນ

XS
SM
MD
LG