ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານໂລກຊົມເຊີຍລາວ


ປະທານທະນາຄານໂລກ ທ່ານ Robert Zoellick
ປະທານທະນາຄານໂລກ ທ່ານ Robert Zoellick

ປະທານທະນາຄານໂລກທ່ານ Robert Zoellick ໄດ້ກ່າວຊົມເຊີຍ ສປປ ລາວ ໃນການ
ເຮັດໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍໂຕ ແລະຄວາມສຳເລັດ ໃນການເອົາຊະນະຄວາມ ທຸກຍາກ.

ໃນຕົ້ນອາທິດນີ້ທ່ານ Zoellick ໄດ້ສະເໜີໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວເພື່ອສືບ
ຕໍ່ການດຳເນີນພະຍາຍາມທີ່ສຳເລັດຜົນ ຊຶ່ງທ່ານໄດ້ກ່າວອ້າງເຖິງການຫຼຸດຜ່ອນຄວາມ
ທຸກຍາກ ການຂະຫຍາຍໄຟຟ້າໃຫ້ປະຊາຊົນໄດ້ໃຊ້ ແລະການສ້າງສາໂຮງຮຽນ ຕະຫຼອດ
ທັງຖະໜົນຫົນທາງຕາມບ້ານຕ່າງໆ ທີ່ສ່ວນໃຫຍ່ແລ້ວບໍ່ເຄີຍມີສິ່ງເຫຼົ່ານີ້ມາກ່ອນ.

ການໃຫ້ຄວາມເຫັນຂອງທ່ານ Zoellick ມີຂຶ້ນໃນມື້ວັນຈັນຜ່ານມາ ໃນຕອນທ້າຍຂອງການ
ຢ້ຽມຢາມ ສປປ ລາວເປັນເວລາ 2 ມື້ ຊຶ່ງໃນລະຫວ່າງນີ້ ທ່ານໄດ້ພົບປະກັບເຈົ້າໜ້າທີ່ຂັ້ນ
ສູງຂອງລາວ ຮວມທັງທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວແລະນາຍົກ
ລັດຖະມົນຕີບົວສອນ ບຸບຜາວັນ.

ເສດຖະກິດຂອງລາວ ໄດ້ເຕີບໃຫຍ່ຂະຫຍາຍໂຕສະເລ່ຍແລ້ວ 6.4% ໃນຮອບທົດສະວັດ
ຜ່ານມາແລະລະດັບຄວາມທຸກຍາກໄດ້ຫຼຸດຈາກ 46% ໃນປີ 1993 ລົງມາເປັນ 27% ໃນ
ປີ 2008.

XS
SM
MD
LG