ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແມ່ຍິງ​ລາວ​ ເຂົ້າ​ໄປ​ມີ​ສ່ວນ​ກ່ຽວຂ້ອງ​ ໃນ​ການ​ກໍ່​ ອາ​ຊະ​ຍາ​ກຳ ຫຼາຍຂຶ້ນນັບມື້


ແມ່ຍິງ​ລາວ​ ​ມີ​ສ່ວນ​ກ່ຽວຂ້ອງ​ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳຫລາຍ​ຂຶ້ນ
ແມ່ຍິງ​ລາວ​ ​ມີ​ສ່ວນ​ກ່ຽວຂ້ອງ​ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳຫລາຍ​ຂຶ້ນ
ບັນຫາ​ຄ່າ​ຄອງ​ຊີບ​ ທີ່​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ ແລະ​ຄວາມ​ເສື່ອ​ມ
ທາງ​ສິນ​ທຳ​ໃນ​ສັງຄົມ​ລາວ ​ເຮັດ​ໃຫ້​ແມ່ຍິງ​ລາວ​ໄດ້​ພາກັນ​ເຂົ້າ​
ໄປ​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳຫຼາຍຂຶ້ນນັບ​ມື້.




ເຈົ້າໜ້າທີ່ຂັ້ນສູງໃນສູນກາງສະຫະພັນແມ່ຍິງລາວ ໃຫ້ການຢືນຢັນວ່າ ປະຈຸບັນນີ້ ມີສາເຫດທີ່ສຳຄັນປະການນຶ່ງ ມາຈາກຄວາມແຕກແຍກໃນຄອບຄົວໂດຍສະເພາະ
ແມ່ນພາຍຫຼັງຈາກການຢ່າຮ້າງແລ້ວ ຜູ້ເປັນສາມີ ບໍ່ສະແດງຄວາມຮັບຜິດຊອບຕໍ່
ຄອບຄົວ ແລະປ່ອຍໃຫ້ຜູ້ເປັນພັນລະຍາ ຕ້ອງທຳມາຫາລ້ຽງລູກ ໂດຍລຳພັງນັ້ນ ກໍ ຍັງໄດ້ກາຍເປັນສາເຫດ ທີ່ເຮັດໃຫ້ແມ່ຍິງລາວ ຕ້ອງເຂົ້າໄປຍຸ່ງກ່ຽວກັບການກະທຳ
ຜິດກົດໝາຍຫຼາຍຂຶ້ນອີກດ້ວຍ.

ຍິ່ງໄປກວ່ານັ້ນ ຈາກສະພາບບັນຫາຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ແລະສົມ
ທົບດ້ວຍ ສະພາບຈິດໃຈເສື່ອມທາງສິນທຳ ທີ່ເພີ້ມຂຶ້ນ ກໍຄືການທີ່ບໍ່ຄຳນຶງເຖິງ ຄວາມ
ຖືກຕ້ອງ ຊົ່ວດີ ແຕ່ກັບໃຫ້ ຄວາມສຳຄັນ ກັບການກະທຳ ໃນທຸກວິທີທາງ ເພື່ອໃຫ້ບັນລຸ
ເຖິງຈຸດໝາຍ ແລະຄວາມຕ້ອງການ ທີ່ຕົນໄດ້ວາງເອົາໄວ້ກໍພໍ ກໍຍິ່ງເຮັດໃຫ້ແມ່ຍິງລາວ ໄດ້ພາກັນເຂົ້າໄປຍຸ່ງກ່ຽວກັບການກໍ່ ອາຊະຍາກຳຫຼາຍຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ ໃນ
ສະຫະພັນແມ່ຍິງລາວ ໄດ້ໃຫ້ການອະທິບາຍ ເຖິງສະພາບການທີ່ເປັນຢູ່ ໃນລາວ
ທຸກມື້ນີ້ວ່າ:
ພາຍຫຼັງຢ່າຮ້າງກັບສາມີ ແມ່ຍິງລາວ ຕ້ອງທຳມາຫາລ້ຽງລູກໂດຍລຳພັງ.
ພາຍຫຼັງຢ່າຮ້າງກັບສາມີ ແມ່ຍິງລາວ ຕ້ອງທຳມາຫາລ້ຽງລູກໂດຍລຳພັງ.

“ແມ່ຍິງຈຳນວນໜຶ່ງຕົກຢູ່ໃນປະກົດການຍໍ່ທໍ້ ເຊັ່ນ
ເຫຼັ້ນການພະນັນ ເຊື່ອຖືງົມງວາຍ ຄ້າຂາຍເຖື່ອນ
ຮ້າຍແຮງກວ່າໝູ່ແມ່ນ ບັນຫາຢາເສບຕິດແລະ
ອື່ນໆ ນອກຈາກນັ້ນ ສິດສະເໝີພາບ ຍິງຊາຍໃນ
ສັງຄົມ ກໍຍັງມີຫຼາຍ ບັນຫາທີ່ກົດໜ່ວງຖ່ວງດຶງ
ຄວາມກ້າວໜ້າຂອງແມ່ຍິງ ແມ່ຍິງເອງກໍຍັງບໍ່ທັນ
ໄດ້ເປັນເຈົ້າການ ໃນການພັດທະນາຕົນເອງ.”


ທັງນີ້ໂດຍ ໃນແຜນການປີ 2012-2013 ທີ່ຜ່ານມາ
ສານປະຊາຊົນລາວ ໄດ້ຮັບການຟ້ອງຮ້ອງ ທີ່ເປັນການຂັດແຍ້ງ ລະຫວ່າງບຸກຄົນ
ຫຼາຍກວ່າ 12,000 ຄະດີໃນທົ່ວປະເທດແລະໃນນີ້ ກໍປະກົດວ່າເກີນກວ່າ 80 ເປີເຊັນ
ເປັນຄະດີຢ່າຮ້າງ ແລະ ການຮຽກຮ້ອງເອົາຊັບສິນ ຫຼືຄ່າລ້ຽງດູລະຫວ່າງສາມີພັນລະຍາ.

ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວ ກໍໄດ້ລົງມະຕິຮັບຮອງເອົາແຜນປະຕິບັດ
ການລະດັບຊາດ ວ່າດ້ວຍການປ້ອງກັນ ແລະການລົບລ້າງ ທຸກການກະທຳຮຸນແຮງ
ຕໍ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນທາງການໃນທ້າຍເດືອນມີນາທີ່ຜ່ານມາ ໂດຍແຜນ
ການດັ່ງກ່າວ ຈະນຳໃຊ້ເປັນແນວທາງ ໃນການປະຕິບັດໃນຊ່ວງປີ 2014-2020
ໂດຍມີເປົ້າໝາຍ ທີ່ຈະພັດທະນາ ໃຫ້ເກີດຄວາມສະເໝີພາບລະຫວ່າງ ຍິງຊາຍ ແລະ
ການລົບລ້າງທຸກການກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຢ່າງເປັນຮູບປະທຳ.
ບັນຫາ​ຄ່າ​ຄອງ​ຊີບ​ ທີ່​ສູງ​ຂຶ້ນ ແມ່ຍິງລາວ ສ່ວນຫຼາຍ ຕ້ອງເຮັດວຽກ ຫາລາຍຮັບຕື່ມ.
ບັນຫາ​ຄ່າ​ຄອງ​ຊີບ​ ທີ່​ສູງ​ຂຶ້ນ ແມ່ຍິງລາວ ສ່ວນຫຼາຍ ຕ້ອງເຮັດວຽກ ຫາລາຍຮັບຕື່ມ.

ໂດຍສຳລັບເນື້ອໄນສຳຄັນ ໃນແຜນປະຕິບັດການລະດັບຊາດ
ດັ່ງກ່າວນີ້ກໍປະກອບດ້ວຍນະໂຍບາຍ ແລະ ກົດໝາຍ ການສ້າງ
ຖານຂໍ້ມູນແລະສະຖິຕິ ການສຶກສາແລະວິໄຈ ການກຳນົດ ແຜນ
ປະຕິບັດການແລະມາດຕະການຕ່າງໆ ເພື່ອປ້ອງກັນແລະ
ລົບລ້າງທຸກໆການກະທຳຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍໃນລາວ
ໃຫ້ມີປະສິດທິພາບຢ່າງແທ້ຈິງ.

ການລົງມະຕິດັ່ງກ່າວນີ້ຂອງຄະນະລັດຖະບານລາວ
ຖືເປັນສິ່ງທີ່ຕໍ່ເນື່ອງຈາກການລົງນາມໃນຂໍ້ຕົກລົງ
ເພື່ອໃຫ້ການຊ່ວຍເຫຼືອແກ່ ລັດຖະບານລາວໃນການ
ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການພັດທະນາລັດແຫ່ງກົດໝາຍ ທີ່ໄດ້ມີຂຶ້ນ
ເມື່ອບໍ່ນານມານີ້ ທີ່ນະຄອນວຽງຈັນທີ່ເປັນການໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ຮ່ວມກັນລະຫວ່າງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນລາວ
ສະຫະພາບຢູໂຣບ ແລະສະຫະລັດອາເມຣິກາ ໂດຍມີມູນຄ່າລວມ 3 ລ້ານ 9 ແສນໂດລາ
ທີ່ຈະນຳໃຊ້ເຂົ້າໃນການປັບປຸງແລະພັດທະນາການເຂົ້າເຖິງສະຖາບັນທາງກົດໝາຍ
ລະບົບຍຸດຕິທຳ ແລະສົ່ງເສີມການສ້າງກົດໝາຍແລະລະບຽບການທີ່ມີຄວາມຊັດເຈນ
ແລະສອດຄ້ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວຢ່າງ ແທ້ຈິງ.

ຍິ່ງໄປກວ່ານັ້ນ ການໃຫ້ຄວາມຊ່ວຍເຫຼືອແກ່ລາວ ດັ່ງກ່າວ ກໍຍັງໃຫ້ຄວາມສຳຄັນເປັນ
ພິເສດກັບການພັດທະນາຄວາມສະເໝີພາບ ລະຫວ່າງຍິງຊາຍ ທັງຕໍ່ໜ້າກົດໝາຍແລະ
ໃນສັງຄົມດ້ວຍ ເນື່ອງຈາກວ່າຄວາມບໍ່ສະເໝີພາບດັ່ງກ່າວໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງ
ໃນຄອບຄົວໃນລາວຫຼາຍຂຶ້ນນັບມື້.
XS
SM
MD
LG