ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານວ່າ ລາວຈະໄດ້ຮັບຜົນປະໂຫຍດ ຈາກການມີຄວາມສຳພັນທີ່ດີ ກັບສະຫະລັດ


ແຮງງານລາວ ທີ່ເຮັດວຽກ ຢູ່ໃນປະເທດໄທ.
ແຮງງານລາວ ທີ່ເຮັດວຽກ ຢູ່ໃນປະເທດໄທ.

ລາວ ມີແຕ່ທາງທີ່ຈະໄດ້ຮັບຜົນປະໂຫຍດ ໃນການມີສາຍພົວພັນທີ່ດີກັບສະຫະລັດ. ດຣ. ກູ ຢາງ ນັກຊ່ຽວຊານກ່ຽວກັບລາວ ກ່າວປຽບທຽບວ່າ ຖ້າມີຜູ້ສາວ 3 ຄົນ ແລະມີຜູ້ບ່າວຜູ້ດຽວ ຜູ້ບ່າວກໍຈະບໍ່ເອົາໃຈຜູ້ສາວດີປານໃດ ແຕ່ໃນທາງກົງກັນຂ້າມ ຖ້າມີຜູ້ສາວແຕ່ຜູ້ດຽວແລະມີຜູ້ບ່າວ 2 ຄົນ ພວກຜູ້ບ່າວເຫຼົ່ານີ້ກໍຈະເອົາອົກເອົາໃຈຜູ້ສາວດີເປັນພິເສດ. ດຣ. ກູ ຢາງ ກ່າວກ່ຽວກັບເລື້ອງນີ້ວ່າ:


“ຖ້າທ່ານມີສະຫະລັດຢູ່ລາວ ມີຈີນຢູ່ລາວ ປະເທດມະຫາອຳນາດເສດຖະກິດເຫຼົ່ານີ້ ຈະປະຕິບັດດີເປັນພິເສດຕໍ່ປະຊາຊົນ ໃນປະເທດນີ້ ແລະປະຊາຊົນໃນປະເທດນີ້ ກໍຈະໄດ້ຮັບຜົນປະໂຫຍດທີ່ດີຂຶ້ນໃນການເປັນພາຄີກັບຈີນ ກັບສະຫະລັດແລະກັບປະເທດອື່ນໆ.”

ດຣ. ກູ ຢາງ ໄດ້ຍົກຕົວຢ່າງໃຫ້ເຫັນ ກ່ຽວກັບການສ້າງໂຮງງານ ຂອງສະຫະລັດ ຢູ່ໃນປະເທດຫວຽດນາມ ແລະຈ້າງພະນັກງານ 8 ໝື່ນກວ່າຄົນ. ທ່ານກ່າວວ່າ ເຊັ່ນດຽວກັນ ຖ້າຫາກມີການສ້າງໂຮງງານຮາຍເຕັກຂຶ້ນທີ່ວຽງຈັນ ແລະມີການຈ້າງຄົນງານລາວຢູ່ທີ່ນີ້ ກໍຈະເປັນການດີຫຼາຍ. ທ່ານກ່າວຕື່ມກ່ຽວກັບເລື້ອງນີ້ວ່າ:


“ວຽກການເປັນເລື້ອງທີ່ສຳຄັນຫຼາຍ ຖ້າລາວມີໂຮງງານຮາຍເຕັກສ້າງຂຶ້ນຢູ່ວຽງຈັນ ແລະຈ້າງ 20 ພັນຄົນ ແລະ 20 ພັນຄົນກໍຈະມີວຽກມີການເຮັດ ພວກເຂົາເຈົ້າບໍ່ຈຳເປັນຕ້ອງເດີນທາງໄປໄທ ພວກເຂົາເຈົ້າບໍ່ຈຳເປັນຕ້ອງເດີນທາງໄປປະເທດ ໃດໆທັງນັ້ນ.”

ການມີໜ້າຂອງສະຫະລັດຢູ່ລາວ ຍັງຈະຊ່ວຍໃຫ້ລາວມີອຳນາດໃນການຕໍ່ລອງກັບປະເທດມະຫາອຳນາດອື່ນໆຫຼາຍຂຶ້ນອີກດ້ວຍ.

XS
SM
MD
LG