ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບລ່າແລະຄ້າສັດປ່າ ໃນລາວ ຍັງມີຢູ່ ຢ່າງກວ້າງຂວາງ


ເສືອ ກັບລູກເສືອ
ເສືອ ກັບລູກເສືອ

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້​ຂອງ​ລາວຍອມຮັບ​ວ່າ ການ​ລັກລອບ​ລ່າ​ສັດປ່າ​ເພື່ອ​ຄ້າ​ຜິດ​ກົດໝາຍ​ໃນລາວ​ ຍັງ​ຄົງ​ເກີດ​ຂຶ້ນຢ່າງ​ກວ້າງ​ຂວາງ ໂດຍ​ເຂດ​ທີ່​ຕົກ​ເປັນ​ເປົ້າໝາຍ​ຂອງ​ການ​ລ່າ​ສັດ​ປ່າ​ຢູ່​ເລື້ອຍ​ມາ​ນັ້ນ ກໍ​ຄືເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ.

ເຈົ້າໜ້າ​ທີ່ຂັ້ນ​ສູງ​ໃນ​ກະຊວງກະສິກໍາ-ປ່າ​ໄມ້​ຂອງ​ລາວ ​ຍອມຮັບວ່າ ສັດ​ນໍ້າ​ແລະ​ສັດປ່າ​ທີ່​ຫາ​ຍາກ​ຫລາຍ​ຊະນິດຢູ່​ ໃນລາວ ​ໄດ້​ລົດ​ຈໍານວນລົງ​ຢ່າງ​ໄວວາ​ແລະ​ມີ​ຫລາຍຊະນິດ ​ທີ່​ກໍາລັງ​ປະ​ເຊີ​ນກັບ​ຄວາມ​ສ່ຽງ​ຢ່າງ​ສູງ ​ຈົນໄກ້​ທີ່​ຈະ​ສູນພັນ​ ໃນ​ໝໍ່ໆ​ນີ້ ຖ້າ​ຫາກ​ວ່າ​ບໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ​ຄວາມຮ່ວມ​ມື​ຈາກ​ທຸກ​ພາກສ່ວນ​ຢ່າງ​ຈິງ​ຈັງ. ທັງ​ນີ້ເຖິງແມ່ນ ວ່າ ​ສັດປ່າ​ແລະ​ສັດ​ນໍ້າ​ທີ່​ຫາ​ຍາກ​ຢູ່​ໃນ​ລາວ​ຈະ​ເປັນ​ປັດໄຈ ​ສໍາ​ຄັນ ​ທີ່​ຊ່ວຍ​ດຶງ​ດູດ​ໃຫ້​ນັກທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ ທາງ​ເຂົ້າລາວ​ຫລາຍ​ຂຶ້ນນັບ​ມື້​ກໍ​ຕາມ ຫາກ​ແຕ່​ວ່າ​ໃນ​ຂະນະ​ ດຽວກັນ ​ການ​ທີ່​ສັດປ່າແລະ​ສັດ​ນໍ້າ​ທີ່​ຫາ​ຍາກ​ໃນ​ລາວ ​ກໍ​ຍັງ​ເປັນ​ທີ່​ຕ້ອງການ​ຂອງ​ບັນດາ​ນັກ​ຄ້າ​ສັດປ່າ​ຜິດ​ກົດໝາຍຫລາຍ​ຂຶ້ນດ້ວຍ​ເຊັ່ນ​ກັນ​ນັ້ນ ຊຶ່​ງກໍ ເປັນ​ຜົນ​ທີ່​ສືບ​ເນຶ່ອງມາ​ຈາກ​ການ​ທີ່ ​ຍັງ​ມີ​ກຸ່ມ​ຄົນ​ທີ່​ນິຍົມ​ການ​ບໍລິ​ໂພ​ກຊີ້ນ​ສັດປ່າ​ຢູ່​ໃນ​ຫລາຍ ປະ​ເທດ ຈຶ່ງ​ເຮັດ​ໃຫ້​ມີ​ການ​ລັກ​ລອບ​ລ່າ​ສັດປ່າ​ເພື່ອ​ການ​ຄ້າ​ເຖື່ອນ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ລາວ​ຢູ່​ເລື້ອຍ​ມາ.

ເຂດ​ທີ່​ຕົກ​ເປັນເປົ້າໝາຍ​ຂອງ​ບັນດາ​ນັກ​ລ່າ​ສັດປ່າ​ເພື່ອ​ການ​ຄ້າ​ເຖື່ອນດ້ວຍ​ການ​ລັກລອບ​ຂົນ ສົ່ງ​ສັດປ່າ​ອອກຈາກ​ລາວ​ໄປ​ຍັງ​ຕ່າງປະ​ເທດມາ​ໂດຍ​ຕະຫລອດ​ນັ້ນ ກໍ​ຄື​ເຂດ​ປ່າ​ສະຫງວນ ​ແຫ່ງ​ຊາດ​ທີ່​ມີ​ຢູ່ເຖິງ 20 ​ແຫ່ງຢູ່​ໃນ​ທົ່ວ​ປະ​ເທດ​ລາວ ແລະ​ເຂດ​ນຶ່ງ​ທີ່​ຖື​ວ່າ​ໄດ້​ຕົກ​ເປັນ​ເປົ້າ ໝາຍ ຂອງ​ບັນດາ​ນັກ​ລ່າ​ສັດປ່າ​ມາ​ຢ່າງ​ຕໍ່​ເນຶ່ອງ​ໃນ​ຕະຫລອດໄລຍະ​ກວ່າ 20 ປີມາ​ນີ້ ກໍຄື​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ ​ຢູ່​ໃນ​ແຂວງ​ຄໍາ​ມ່ວນ ດັ່ງ​ທີ່​ເຈົ້າໜ້າ​ທີ່ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-​ປ່າ​ໄມ້​ລາວ​ໄດ້​ໃຫ້ການ​ຊີ້​ແຈງ​ເຖິງ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ໃນ​ເຂ​ດດັ່ງກ່າວ​ນີ້​ໃນ​ຕອນ​ນຶ່ງ​ວ່າ:

“​ແຕ່ລະ​ເຂດ ພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ກໍາລັງ​ປະຊາຊົນ​ ແລະ​ກໍ​ໄດ້​ມີ​ການ​ເຄຶ່ອນ​ໄຫວ​ ກວດກາ​ລາດຕະ​ເວນ​ຢູ່​ເປັນ​ປະ​ຈໍາ​ໃນ​ແຕ່ລະ​ເດືອນ ​ເດືອນ​ນຶ່ງ​ກໍ​ແມ່ນ​ສິບ​ມື້​ທີ່​ໄດ້​ກວດກາ​ຕາມ​ຂອບ​ເຂດ​ຊາຍ​ແດນ​ໃນ​ປ່າສະຫງວນ ​ແລ້ວ​ຈຶ່ງ​ໄປພົບ​ເຫັນ​ວ່າ​ມີ​ການ ວາງ​ກັບ​ດັກ​ສັດປ່າ​ໄວ້​ເປັນ​ຈໍານວນ​ຫລວງຫລາຍ ດັ່ງ​ນັ້ນ ຈຶ່ງ​ເຮັດ​ໃຫ້​ພວກ​ເຮົາຕີ​ ລາຄາ​ໄດ້​ວ່າ​ ຢູ່​ຕາ​ມຊາຍ​ແດນ​ນີ້​ ຍັງ​ມີ​ການ​ເຄຶ່ອນ​ໄຫວ​ໃນ​ການ​ຈັບ​ແລະ​ລ່າ​ສັດປ່າ​ ບໍ່​ໜ້ອຍ​ເລີຍ ຕົວຢ່າງ​ຢູ່​ໃນ​ເຂດ​ປ່າສະຫງວນ​ນາ​ກາຍ-ນໍ້າ​ເທີນ​ນັ້ນ ​ໃນ​ແຕ່ລະເດືອນ ພວກ​ເຮົາ​ໄດ້​ໄປ​ກວດກາ​ແລະເກັບ​ກູ້​ເບັດ​ແຮ້ວ​ແລະ​ເບັດ​ທີ່​ເຮັດໃຊ້​ໃນການດັກສັດ ປ່າ​ຫັ້ນ ​ໄດ້​ພັນ​ກວ່າ​ກໍລະນີ”

ການ​ຕັດ​ໄມ້​ທໍາລາຍ​ປ່າ​ທັງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ທີ່​ໄດ້​ລັກລອບ​ຕັດ​ເພື່ອ​ການ​ຄ້າ​ໄມ້ ​ເຖື່ອນ​ທີ່​ເພີ່ມ​ຫລາຍ​ຂຶ້ນນັບ​ມື້​ ໂດຍສະ​ເພາະ​ແມ່ນ​ຢູ່​ຕາມ​ຊາຍ​ແດນ​ຕິດ​ຕໍ່​ລະຫວ່າງ​ລາວ​ກັບ ປະ​ເທດ​ເພື່ອ​ນບ້ານ ​ເຊັ່ນ ຫວຽດນາມ ຈີນ ​ແລະ​ໄທ​ນັ້ນ ກໍ​ຍັງ​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ແຫ​ລ່ງ ອາຫານ​ແລະ​ຖິ່ນ​ຢູ່​ຂອງ​ສັດປ່າ​ຕ້ອງ​ຖືກ​ທໍ​າລາຍ​ໄປ​ຢ່າງ​ກວ້າງຂວາງ​ອີກ​ດ້ວຍ. ​ໂດຍ​ຈາກ​ການ​ສໍາ​ຫລວດ​ແລະເກັບ​ກໍາ​ຂໍ້​ມູນ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-​ພູ​ເລີຍໃນແຂວງ​ຫົວ ພັນ ​ທີ່​ດໍາເນີນ​ການ​ໂດຍ​ອົງການ​ອະນຸລັກ​ສັດປ່າ​ສາ​ກົນ​ນັບ​ຕັ້ງ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ​ນັ້ນ ກໍ​ພົບ​ວ່າ​ ສັດປ່າ​ທີ່​ກໍາ​ລັງ​ປະ​ເຊີນ​ກັບ​ການສ່ຽງ​ຢ່າງ​ສູງ​ທີ່​ຈະ​ສູນພັນ​ໃນ​ໝໍ່ໆ​ນີ້ ກໍ​ຄື​ເສືອ​ໂຄ່ງ ​ເພາະ​ຈາກ​ການ​ເກັບ​ກໍາ​ຂໍ້ມູນ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ​-ພູ​ເລີຍ​ໃນ​ໄລຍະ 5​ ປີ ມາ​ນີ້​ພົບ​ວ່າ​ຍັງ​ຄົງ​ມີ​ເສືອ​ໂຄ່ງ​ເຫລືອ​ຢູ່​ບໍ່ເກີນ 10 ຕົວ​ເທົ່າ​ນັ້ນ.

ການລັກລອບລ່າແລະຄ້າສັດປ່າ ໃນລາວ ຍັງມີຢູ່ ຢ່າງກວ້າງຂວາງ
ການລັກລອບລ່າແລະຄ້າສັດປ່າ ໃນລາວ ຍັງມີຢູ່ ຢ່າງກວ້າງຂວາງ

ສະຖານະ​ການ​ດຽວ​ກັນ​ນີ້​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາກອນ​ຊ້າງ​ຢູ່​ໃນ​ລາວ​ເຊັ່ນ​ດຽວ​ກັນ ​ໂດຍ​ທາງ​ກະຊວງ​ກະສິກໍາ-ປ່າ​ໄມ້​ຂອງ​ລາວ​ເອງ​ເຊຶ່ອວ່າ ​ໃນ​ປັດຈຸບັນ​ນີ້​ຍັງ​ຄົງ​ເຫລືອ​ປະຊາ ກອນ​ຊ້າງ​ ທີ່​ເປັນ​ຊ້າງບ້ານ​ແລະ​ຊ້າງ​ປ່າ​ຢູ່​ໃນ​ລາວ ​ບໍ່ຮອດ 1,000 ຕົວ​ດ້ວຍຊໍ້າ.

ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ສະຫະ ລັດ ​ໂດຍ​ທ່ານ Rivic Huso ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລາວ ​ແລະ​ອົງການ​ສາກົນ​ເພື່ອ​ການ​ອະນຸ​ລັກ​ຊັບພະຍາກອນ​ທໍາ​ມະ​ຊາດ​ແລະ​ສັດປ່າ​ໃນລາວ ໄດ້​ຮ່ວມ​ກັນ​ໃຫ້​ຄວາ​ມຊ່ວຍ​ເຫລືອ​ແກ່​ລັດຖະບານ​ລາວ ​ເພື່ອ​ດໍາ​ເນີນ​ມາດ​ຕະການ​ປາບ​ປາມ​ການ​ລັກລອບ ​ຂົນສ່ົງແລະ​ຄ້າ​ສັດປ່າ​ຜິດ​ກົດໝາຍ​ໃນ​ລາວ​ໃຫ້​ມີ​ປະສິດທິພາບ​ຫລາຍ​ຂຶ້ນ​ເມື່ອບໍ່​ນານ​ມາ​ນີ້​. ​ໂດຍ​ທ່ານ Ravic Huso ກໍ​ໄດ້​ຖະ​ແຫລ​ງ​ເນັ້ນ​ຍໍ້າ​ໃນ​ການ​ໃຫ້ກາ​ນຊ່ວຍ​ເຫລືອ​ແກ່​ລາວ​ໃນ​ຄັ້ງ​ນັ້ນ​ວ່າ ລັດຖະບານ​ສະຫະລັດ​ໄດ້ຫລິ່ງ​ເຫັນ​ເຖິງ​ຄວາມ​ສໍາຄັນ​ທີ່​ສັດປ່າ​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ໃນ​ລາວ ​ຈຶ່ງ​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ ຕໍ່​ການ​ໃຫ້ຄວາມ​ຊ່ວຍ ​ເຫລືອ​ລາວ​ໃນ​ດ້ານ​ດັ່ງກ່າວ ​ແລະ​ກ່ອນ​ໜ້າ​ນີ້ ທາງ​ການສ​ະຫະລັດ​ກໍ​ໄດ້​ໃຫ້ຄວາມຊ່ວຍ ​ເຫລືອ​ໃນ​ການ​ອະນຸ​ລັກ​ຊ້າງ ​ຢູ່​ໃນ​ແຂວງ​ໄຊ​ຍະ​ບູລີ​ອີກ​ດ້ວຍ.

XS
SM
MD
LG