ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ-ຫວຽດນາມ ສະຫຼອງ ຜົນສໍາເລັດ ການປັກຫຼັກ ໝາຍຊາຍແດນ


ຜູ້ນໍາຂັ້ນສູງຂອງລາວ ແລະຫວຽດນາມ ສະຫລອງຜົນສໍາເລັດ ໃນການປັກໝາຍຊາຍແດນ ລະຫວ່າງສອງປະເທດ.
ຜູ້ນໍາຂັ້ນສູງຂອງລາວ ແລະຫວຽດນາມ ສະຫລອງຜົນສໍາເລັດ ໃນການປັກໝາຍຊາຍແດນ ລະຫວ່າງສອງປະເທດ.
ນາຍົກລັດຖະມົນຕີລາວ ແລະຫວຽດນາມຮ່ວມກັນສະເຫຼີມ
ສະຫຼອງລະດັບຊາດໃຫ້ແກ່ຜົນສໍາເລັດຂອງການປັກຫຼັກໝາຍ
ຖີ່ ແລະຢືນຢັນທີ່ຈະສ້າງຊາຍແດນແຫ່ງສັນຕິພາບ ມິດຕະ
ພາບແລະການຮ່ວມມື.
ລິງໂດຍກົງ


ການຈັດງານສະເຫຼີມສະຫຼອງລະດັບຊາດໃຫ້ກັບຜົນສໍາເລັດໃນການປັກຫຼັກໝາຍ
ຖີ່ ໃນຕະຫຼອດແນວເຂດຊາຍແດນລະຫວ່າງລາວກັບຫວຽດນາມໄດ້ມີຂຶ້ນຢ່າງເປັນ
ທາງການ ໃນວັນທີ 9 ກໍລະກົດນີ້ ຢູ່ທີ່ບໍລິເວນດ່ານນໍ້າອອນ-ແທງຖຸຍ ອັນເປັນທີ່ຕັ້ງ
ຂອງຫຼັກໝາຍຊາຍແດນຂະໜາດໃຫຍ່ທີ 460 ທີ່ຢູ່ລະຫວ່າງແຂວງບໍລິຄໍາໄຊ ກັບແຂວງ
ເຫງະອ່ານ ໂດຍມີທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກັບທ່ານຫງວຽນ ເຕິ່ນ ຫຢຸ້ງ ນາຍົກລັດຖະມົນຕີ ຫວຽດນາມເປັນປະທານໃນພິທີຮ່ວມກັນ.

ໃນໂອກາດດຽວກັນນີ້ ທາງການທັງສອງຝ່າຍຍັງໄດ້ລົງນາມຮ່ວມກັນໃນຂໍ້ຕົກລົງວ່າ
ດ້ວຍການແກ້ໄຂບັນຫາກ່ຽວກັບຜູ້ຍົກຍ້າຍພູມລໍາເນົາຕາມລໍາພັງໃຈ ແລະສ້າງ
ຄອບຄົວຢ່າງບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ຊຶ່ງ
ກໍາລັງເກີດຂຶ້ນຢ່າງກວ້າງຂວາງ ຢູ່ຕະຫຼອດແນວຊາຍແດນລະຫວ່າງສອງປະເທດ
ໃນເວລານີ້ ໂດຍທັງສອງຝ່າຍໄດ້ວາງເປົ້າໝາຍທີ່ດໍາເນີນການດັ່ງກ່າວນີ້ ໃຫ້ສໍາ
ເລັດໃນປີ 2014 ເພື່ອເຮັດໃຫ້ຊາຍແດນລາວກັບຫວຽດນາມ ເປັນຊາຍແດນແຫ່ງ
ສັນຕິພາບ ມິດຕະພາບ ແລະການຮ່ວມມືຢ່າງ ແທ້ຈິງໃຫ້ໄດ້.

ທາງດ້ານທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ຊຶ່ງຮັບ
ຜິດຊອບໃນການເຈລະຈາ ຕົກລົງກ່ຽວກັບການປັກຫຼັກໝາຍຖີ່ຮ່ວມກັບທາງການ
ຫວຽດນາມນັ້ນ ໄດ້ໃຫ້ການຢືນຢັນວ່າ ການປັກຫຼັກໝາຍຖີ່ໃນຕະຫຼອດຊາຍແດນ
ລະຫວ່າງລາວກັບຫວຽດນາມທີ່ໄດ້ເລີ່ມລົງມືດໍາເນີນການຮ່ວມກັນນັບຕັ້ງແຕ່ປີ
2008 ເປັນຕົ້ນມາ ຖືເປັນຜົນສໍາເລັດຢ່າງຈົບງາມ ທັງຍັງສະແດງອອກເຖິງການ
ພົວພັນມິດຕະພາບ ແບບພິເສດລະຫວ່າງລາວກັບຫວຽດນາມອີກດ້ວຍ.

ການເຊັນສັນຍາໃນການປັກໝາຍຊາຍແດນລະຫວ່າງລາວ-ຫວຽດນາມ
ການເຊັນສັນຍາໃນການປັກໝາຍຊາຍແດນລະຫວ່າງລາວ-ຫວຽດນາມ

ທັງນີ້ນັບແຕ່ປີ 2008 ເປັນຕົ້ນມາ ທາງການລາວກັບຫວຽດ
ນາມໄດ້ຕົກລົງກໍານົດຈຸດ ທີ່ເປັນທີ່ຕັ້ງຂອງຫຼັກໝາຍຊາຍ
ແດນຮ່ວມກັນ ໄດ້ໝົດ 826 ຫຼັກໝາຍ ໂດຍຄິດເປັນຈໍາ
ນວນຫຼັກໝາຍຊາຍແດນ ທີ່ເພີ່ມຂຶ້ນຈາກເດີມເຖິງ 4 ເທົ່າ
ໃນຕະຫຼອດແນວຊາຍແດນລະຫວ່າງສອງປະເທດ ທີ່ມີ
ລະຍະຍາວກວ່າ 2,000 ກິໂລແມັດ ດັ່ງທີ່ທ່ານບຸນເກີດ
ໄດ້ຖະແຫຼງຊີ້ແຈງວ່າ:

ໃນຈໍານວນຫຼັກໝາຍທີ່ເພີ່ມຂຶ້ນອັນນີ້ແມ່ນເພີ່ມຂຶ້ນ
ເຖິງເກືອບສີ່ເທົ່າຕົວ ເຮັດໃຫ້ເສັ້ນຊາຍແດນນີ້ ມີຄວາມຈະແຈ້ງ ມີຄວາມ
ສະດວກສະບາຍ ແລະມີຄວາມຊັດເຈນຫຼາຍຂຶ້ນ ຕາມບໍລິເວນເສັ້ນຊາຍ
ແດນລະຫວ່າງສອງປະເທດ ຄວາມສໍາເລັດອັນນີ້ເປັນຜົນງານຂອງສອງພັກ
ຂອງສອງລັດຖະບານ ແລະກໍຂອງປະຊາຊົນ ໂດຍສະເພາະແມ່ນຂອງປະ
ຊາຊົນຕາມບໍລິເວນເສັ້ນຊາຍແດນ ຊຶ່ງຈະເປັນການອໍານວຍຄວາມສະດວກ
ໃນການດໍາລົງຊີວິດຂອງເຂົາເຈົ້າ.”


ຍິ່ງໄປກວ່ານັ້ນ ດ້ວຍການພົວພັນແບບພິເສດລະຫວ່າງລາວກັບຫວຽດນາມທີ່ດໍາເນີນມາ
ນັບແຕ່ປີ 1977 ກໍຍັງເຮັດໃຫ້ການປັກຫຼັກໝາຍຖີ່ຢູ່ຊາຍແດນລະຫວ່າງລາວກັບຫວຽດ
ນາມສາມາດຈັດຕັ້ງປະຕິບັດໄດ້ໄວກວ່າເປົ້າໝາຍທີ່ວາງ ໄວ້ເດີມເຖິງ 1 ປີອີກດ້ວຍ.
ທາງການລາວ-ຫວຽດນາມ ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການກໍາໜົດເສັ້ນຊາຍ
ແດນລະຫວ່າງກັນເປັນເທື່ອທໍາອິດ ໃນວັນທີ 18 ກໍລະກົດ 1977 ແລະໄດ້ເລີ່ມດໍາເນີນ
ການປັກຫຼັກໝາຍຊາຍແດນ ໃນຊ່ວງປີ 1978-1986 ຕິດຕາມດ້ວຍການລົງນາມ ໃນ
ອະນຸສັນຍາເພີ່ມຕື່ມ ທີ່ວ່າດ້ວຍການກໍາ ໜົດເຂດຊາຍແດນຢູ່ພື້ນທີ່ຕົວຈິງໃນປີ 1987
ໂດຍໄດ້ຮ່ວມກັນປັກຫຼັກໝາຍຊາຍແດນຢູ່ໃນພື້ນທີ່ຕົວຈິງໄດ້ທັງໝົດ 199 ຫຼັກໝາຍ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າຫຼັກໝາຍຊາຍແດນດັ່ງກ່າວ ມີລະຍະຫ່າງກັນ ໂດຍສະ
ເລ່ຍຍາວກວ່າ 10 ກິໂລແມັດຕໍ່ 1 ຫຼັກໝາຍ ຫຼືບາງຈຸດກໍຢູ່ຫ່າງກັນ ເຖິງ 40 ກິໂລແມັດ
ກໍມີ ແລະຄັນເມື່ອເວລາຜ່ານໄປ 20 ກວ່າປີ ກໍເຮັດໃຫ້ຫຼັກໝາຍຈໍານວນບໍ່ໜ້ອຍ ເກີດ
ການເປ່ເພ ແລະຕິດຕາມດ້ວຍບັນຫາເຂດແດນບໍ່ຊັດເຈນ ຈຶ່ງເຮັດໃຫ້ທາງການລາວ-
ຫວຽດນາມ ໄດ້ຕົກລົງກັນດໍາເນີນການປັກຫຼັກໝາຍຖີ່ເພີ່ມຂຶ້ນເປັນ 826 ຫຼັກໝາຍດັ່ງ ກ່າວ ຊຶ່ງກໍເຮັດໃຫ້ຫຼັກໝາຍຊາຍແດນຕັ້ງຢູ່ຫ່າງກັນໂດຍສະເລ່ຍ 2.5 ກິໂລແມັດ ຕໍ່ 1 ຫຼັກ
ໝາຍໃນປັດຈຸບັນນີ້.
XS
SM
MD
LG