ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ-ຫວຽດນາມ ຕົກລົງກັນ ເລື່ອງການກໍ່ສ້າງ ຖະໜົນທາງດ່ວນ ເຊື່ອມຕໍ່ຊາຍແດນ ລະຫວ່າງກັນ


ພວກຄົນງານກຳລັງສ້າງຂົວ
ພວກຄົນງານກຳລັງສ້າງຂົວ

ທາງ​ການ​ລາວ​ແລະ​ຫວຽດນາມ ຕົກລົງ​ຮ່ວມ​ມື​ກັນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ​ກໍ່ສ້າງ
​ຖະນົນເຊື່ອມ​ຕໍ່​ກັນ​ໃນ​ຕະຫຼ​ອດ​ແນວ​ຊາຍ​ແດນ ​ໂດຍ​ແນ່​ໃສ່​ການ​ພັດທະນາ​ເມືອງ​ຊາຍ
​ແດນ ​ໃນ 2 ປະ​ເທດ​ຢ່າງຮອບດ້ານ ຊົງຣິດ ​ໂພນ​ເງິນ ​ສົ່ງລາຍ​ງານ​ເລື່ອງນີ້ມາສະເໜີທ່ານ ຈາກ​ບາງກອກ.

ພັນ​ໂທ​ບົວ​ພາ ​ໄມ​ສອນ ຫົວໜ້າ​ຜະ​ແນກຂົວ​ທາງ ກົມ​ໃຫຍ່​ເສນາ​ທິການ ກອງທັບ​ປະຊາ
ຊົນ​ລາວ ຖະ​ແຫຼ​ງວ່າ​ ພິທີ​ເປີດ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຍຸດ​ທະ​ສາດ​ລຽບ​ຕາມ​ຊາຍ​ແດນ
​ລາວ​-ຫວຽດນາມ ​ໄດ້​ມີ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ທີ່​ເມືອງ​ຊານໄຊ ​ແຂວງ​ອັດ​ຕະປື ​ເມື່ອ​ວັນ​ທີ
29 ທັນວາ 2017 ​ໂດຍ​ມີ​ພົນ​ຈັດຕະວາ ສິງ​ສະຫວັດ ພົມມະ​ສັກ ຮອງ​ຫົວໜ້າ​ກົມ​ໃຫຍ່​
ເສນາ​ທິການ ​ເປັນ​ປະທານໃນ​ພິທີ ອັນ​ຖື​ເປັນ​ໄລຍະທີ 1 ຂອງໂຄງການ ຊຶ່ງ​ຈະ​ເປັນ​ການ
​ກໍ່ສ້າງ​ຖະນົນ​ ຈາກ​ຈຸດ​ເລີ່​ມຕົ້ນ​ເຂດ​ສາມ​ຫຼ່ຽມ​ພັດທະນາ ​ລະຫວ່າງ​ລາວ-​ຫວຽດນາມ-​ກຳ​ປູ
​ເຈ​ຍ ​ໃນເຂ​ດ​ແຂວງ​ອັດຕະປື ​ໄປ​ຫາ​ຊາຍ​ແດນ​ແຂວງ​ເຊ​ກອງ ​ໄລຍະ​ທາງ 115 ກິ​ໂລ​ແມັຕ
ກວ້າງ 5 ​ແມັຕ ​ແລະ​ຢູ່​ຫ່າງ​ຈາກ​ເສັ້ນ​ຊາຍ​ແດນ​ລາວ-​ຫວຽດນາມ 150-200 ແມັຕ.

ພັນ​ໂທ​ບົວ​ພາ ຢືນຢັນ​ວ່າ​ ບໍລິສັດ​ລາດ​ຊະ​ວົງ​ພັດທະນາ​ຈຳກັດ ​ຂອງ​ເອກ​ກະ​ຊົນ​ລາວ ​
ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ເສັ້ນທາງ​ໃນ​ໄລຍະ​ທີ 1 ນີ້ ​ໂດຍ​ຈະ​ໃຊ້
​ງົບປະມານ​ຫຼາຍ​ກວ່າ 301 ຕື້​ກີບ ​ທີ່​ລັດຖະບານ​ລາວ​ໄດ້​ອະນຸມັດ​ຮຽບຮ້ອຍ​ແລ້ວ
​ໃນ​ແຜນການ​ປະຈຳ​ປີ 2017 ​ແລະ​ຄາດ​ວ່າ ຍັງ​ຈະ​ສືບ​ຕໍ່​ອະນຸມັດ​ງົບປະມານ​ສຳ​ລັບ
​ດຳ​ເນີນ​ງານ​ໄລຍະທີ 2 ຂອງ​ໂຄງການ​ໃນ​ແຜນການ​ປີ 2018 ນີ້​ອີກ​ດ້ວຍ ​ເພາະ​ລັດຖະ
ບານ​ລາວ ​ແລະ​ຫວຽດນາມ​ຕ້ອງການ​ພັດທະນາ​ເມືອງ​ໃນ​ຕະຫຼອດ​ແນວ​ເຂດ​ຊາຍ​ແດນ​
ລະຫວ່າງ 2 ປະ​ເທດ​ໃຫ້​ເປັນ​ເມືອງ​ພັດທະນາ​ຢ່າງຮອບດ້ານ​ແລະ​ມີ​ຄວາມ​ສະ​ງົບ
​ປອດ​ໄພ 100 ​ເປີ​ເຊັນ ​ໃຫ້​ໄດ້​ໄວ​ທີ່​ສຸດ​ນັ້ນ​ເອງ.

ທາງ​ດ້ານ ທ່ານ​ເຫຼັກ​ໄຫຼ ສີວິ​ໄລ ຮອງ​ເຈົ້າ​ແຂວງ ​ແຂວງ​ເຊ​ກອງ ກໍຢືນຢັນ​ວ່າ ​ເສັ້ນທາງ
ຍຸດ​ທະ​ສາດລຽບຕາມ​ຊາຍ​ແດນ​ລາວ-​ຫວຽດນາມ​ ຈະ​ສົ່ງຜົນ​ດີ​ ຕໍ່​ການ​ພັດທະນາ
​ເສດຖະກິດ ໃນ​ແຂວງ​ເຊ​ກອງ ​ໂດຍ​ສະ​ເພາະ​ໃນ​ດ້ານ​ການທ່ອງທ່ຽວ​ເພາະ​ການ​
ກໍ່ສ້າງ​ເສັ້ນທາງ ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນທາງ​ໄປ-​ມາ​ ລະຫວ່າງ​ລາວ​ກັບ​ຫວຽດ
ນາມ ​ແລະ​ໄທ​ຍ ​ໄດ້ສະດວກ​ວ່ອງ​ໄວ​ຂຶ້ນ ​ໂດນ​ມີ​ແຂວງ​ເຊ​ກອງ ​ເປັນ​ເຂດ​ເຊື່ອມ​ຕໍ່​
ທີ່​ມີ​ໄລຍະ​ທາງ​ສັ້ນ​ທີ່​ສຸດ ໃນ​ການ​ເດີນທາງ ​ໄປ-ມາ ລະຫວ່າງ​ຈັງຫວັດ​ອຸ​ບົນ​ລາດ
ຊະ​ທານີ ກັບ​ແຂວງ​ດາ​ນັງ ​ໃນ​ຫວຽດນາມ ນັ້ນ​ເອງ ດັ່ງ​ທີ່​ທ່ານເຫຼັກ​ໄຫຼ ​ໄດ້​ໃຫ້ການ​
ຢືນຢັນ​ວ່າ: “​ແຂວງ​ເຊ​ກອງ​ເປັນ​ເທດສະບານ​ແຂວງ​ທີ່​ໃກ້​ນະຄອນ​ດາ​ນັງທີ່​ສຸດ​
ທີ່​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ຂອງ​ພາກ​ໃຕ້​ຫວຽດນາມ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຫຼາຍ ​
ຈາກຈັງ​ຫວັດ​ອຸບົນ ແລ້ວກໍຈະຜ່ານ​ພວກ​ເຮົາ ​ໃນ​ເມື່ອ​ວ່າ​ທາງ​ແລ້ວ ​ເປີດ​
ດ່ານ​ແລ້ວ ກະສິຜ່ານ​ໄປນະຄອນ​ດາ​ນັງນີ້ ນັກ​ທ່ອງ​ທ່ຽວ​ກະສິຫຼາຍ​ໝື່ນ​ຄົນ ກະ​ສິ
ມາ​ທ່ຽວ ມາ​ພັກຜ່ອນ ມາ​ຊົມ​ທຳ​ມະ​ຊາດ ມາ​ເບິ່ງ​ປະຫວັດສາດ ​ແລະ​ບຸນ​ປະ​ເພນີ​
ຂອງ​ບັນດາ​ເຜົ່າ​ຊາວ​ແຂວງ​ເຊ​ກອງ​ພວກ​ເຮົາ.”

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ​ແລະ​ຫວຽດນາມ ​ຍັງ​ໄດ້​ລົງ​ນາມໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ
(MOU) ວ່າ​ດ້ວຍ ການ​ກໍ່ສ້າງ​ທາງ​ດ່ວນ​ເຊື່ອມ​ຕໍ່​ຈາກ​ນະ​ຄອນ​ວຽງ​ຈັນ ​ໃນ​ນະຄອນ
​ຮາ​ໂນ່ຍ ໂດຍ​ຄະນະ​ຜູ້​ແທນ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ຂອງ​ທັງ 2 ຝ່າຍ ​
ໄດ້​ຮ່ວມ​ກັນ​ເດີນ ທາງ​ໄປ​ສຳ​ຫຼວດພື້ນຖານ​ທີ່​ຕົວ​ຈິງ​ຂອງ​ໂຄງການ​ເພື່ອ​ກຳນົດ​ແລວ​
ທາງ​ກໍ່ສ້າງ​ທີ່​ມີ​ໄລຍະ​ທາງສັ້ນ​ທີ່ສຸດ ກໍ​ຄື​ເລີ່​ມຕົ້ນ​ຈາກ​ນະຄອນ​ວຽງ​ຈັນ ​ໄປ​ຕາມ​ແລວ
​ທາງ​ຫຼວງ​ແຫ່ງ​ຊາດ​ເລກທີ 13 ​ໃຕ້​ ໄປ​ຫາ​ເມືອງ​ປາກ​ຊັນ ​ແລະ​ໄປ​ຕາມ​ທິດ​ຕະ​ເວັນ​
ອອກ​ຜ່ານ​ເມືອງ​ວຽງ​ທອງ​ໃນ​ແຂວງ​ບໍລິ​ຄຳໄຊ ໄປ​ເຊື່ອມ​ຕໍ່​ກັບ​ຊາຍ​ແດນ​ຫວຽດນາມ
​ທີ່​ດ່ານ​ແທ່ງ​ຖຸຍ ​ແລະ​ເມືອງ​ແທ່ງ​ເຈືອງ​ໃນ​ແຂວງເຫ​ງ່ອານ ຮວມມີ​ໄລຍະ​ທາງ​ຍາວ
365 ກິ​ໂລ​ແມັຕ ​ໃນ​ເບື້ອງລາວ.

ສ່ວນ​ເສັ້ນທາງ​ຢູ່​ເບື້ອງ​ຫວຽດນາມ​ນັ້ນ ຈະ​ມີ​ໄລຍະ​ທາງ​ຍາວ​ຮວມ 342 ກິ​ໂລ​ແມັຕ
ຈາກ​ຊາຍ​ແດນ​ແທ່ງ​ຖຸຍ ​ໄປ​ຕາມ​ແລວ​ທາງ​ຫຼວງ ​ເລກ46 ​ແລະ​ເຊື່ອມ​ຕໍ່​ກັບ​ທາງ​ດ່ວນ
​ພາກ​ເໜືອ ​ຕອນ​ໃຕ້ ​ໄປ​ຫາ​ນະຄອນ​ຮາ​ໂນ່ຍ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ທາງ​ດ່ວນ​ດັງ​ກ່າວ​ນີ້
ມີ​ໄລຍະ​ທາງ​ຮວມ 707 ກິໂລ​ແມັຕ ທັ້ງ​ໃນ​ຫວຽດນາມ​ແລະ​ລາວ ຫາກ​ແຕ່​ກໍ​ຍັງ​ບໍ່​ມີ
​ກຳນົດ​ທີ່​ຊັດ​ເຈນ​ວ່າການ​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ ຈະ​ເລີ່​ມຂຶ້ນ​ເມື່ອ​ໃດ ​ເພາະວ່າ​ທາງ​ການ
​ລາວ-​ຫວຽດນາມຈະ​ຕ້ອງ​ຮ່ວມ​ກັນ ຈັດ​ຫາ​ເງິນ​ທຶນ​ໃຫ້​ໄດ້​ເສຍ​ກ່ອນ ​ໂດຍ​ຄາດ​ວ່າ
ຈະ​ຂໍ​ກູ້​ຢືມ​ຈາກ​ທະນາຄານ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງຮ່າງ​ຂອງ​ລັດຖະບານ​
ຈີນ​ໃນ​ໄລຍະ​ຕໍ່​ໄປ.

XS
SM
MD
LG