ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຈະສ້າງຄວາມສໍາພັນ ກັບລາວແບບພິເສດຕໍ່ໄປ ຢ່າງບໍ່ຢຸດຢັ້ງ


ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຕ້ອນຮັບທ່ານ ຫວຽນ ມິນ ຈ໊ຽດ ປະທານປະເທດຫວຽດນາມ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຕ້ອນຮັບທ່ານ ຫວຽນ ມິນ ຈ໊ຽດ ປະທານປະເທດຫວຽດນາມ

ປະ​ທານ​ປະ​ເທດ​ຫວຽດນາມ​ເນັ້ນ​ຍໍ້າ ທີ່​ຈະ​ເສີມ​ຂະຫຍາຍ​ສາຍ​ພົວພັນ​​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ກັບລາວ​ ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ້ານ​ເສດຖະກິດ​ນັ້ນ​ ກໍ​ຈະ​ເພີ່ມ​ການ​ລົງທຶນ​ຂອງ​ຫວຽດນາມ​ໃນລາວ​ໃຫ້​ຫລາຍ​ຂຶ້ນ ​ແລ​ະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ ໃຫ້​ໄດ້​ຕາມ​​ເປົ້າໝາຍ.

ທ່ານ ຫວຽນ ມິ​ນ ​ຈ໊ຽດ ປະທານ​ປະ​ເທດ​ຫວຽດນາມ ຊຶ່ງ​ໄດ້​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ ທາງ​ການ​ໃນ​ລະຫວ່າງວັນ​ທີ່ 24-26 ສິງຫາ​ນີ້ ​ໄດ້​ຖະ​ແຫລ​ງ​ເນັ້ນ​ຍໍ້າ​ ໃນ​ລະຫວ່າງ​ການ​ພົບ​ປະ​ເຈລະຈາ​ຢ່າງ​ຄົບ​ຄະນະ​ ຮ່ວມ​ກັນກັບ​ຄະນະ​ຂອງ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ລາວ ​ຢູ່​ນະຄອນ​ວຽງ​ຈັນ ວ່າ ​ທາງ​ການ​ຫວຽດນາມ ຈະ​ຍັງ​ຄົງ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ​ ແລະ​ການ​ຮ່ວມ​ມື​ຮອບດ້ານ​ ກັບ​ທາງ​ການ​ລາວ​ຕໍ່​ໄປ ຢ່າງ​ບໍ່​ຢຸດ​ຍັ້ງ.

ໂດຍ​ສະ​ເພາະແມ່ນ​ການ​ຮ່ວມ​ມື​ທາ​ງ​ເສດຖະກິດ​ນັ້ນ ທ່ານ​ຫວຽນ ມິ​ນ ຈ໊ຽດ ກໍ​ໄດ້​ຢືນຢັນ​ວ່າ ​ທາງ​ການ​ຫວຽດນາມຈະໃຫ້ການ​ສະ​ນັບ​ສະນຸນສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ ທັງ​ທີ່​ເປັນ​ຂອງ​ລັດຖະບານ​ແລະ​ພາກເອກ​ກະ​ຊົນ​ໃນ​ຫວຽດນາມ​ນັ້ນ ​ໃຫ້​ເຂ້ົາມາ​ລົງທຶນ​ຢູ່​ໃນ​ລາວ​ໃຫ້​ຫລາຍ​ຂຶ້ນຢ່າງ​ຕໍ່​ເນຶ່ອງ ຊຶ່ງ​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ປາກົດ​ວ່າ​ການລົງທຶນຂອງ​ຫວຽດນາມ​ໃນ​ລາວ​ມີ​ມູນ​ຄ່າ​ຫລາຍ​ກວ່າ 2,400 ລ້ານ​ໂດ​ລາ ຈາກ 219 ​ໂຄງການ​ຢູ່​ໃນ​ເຂດ 16 ​ແຂວງ ຈາກ​ທັງ​ໝົດ 17 ​ແຂວງ​ຂອງ​ລາວ ​ກໍ​ຄື​ເປັນ​ຮອງ​ພຽງ​ແຕ່​ຈີນ​ແລະ​ໄທ​ເທົ່າ​ນັ້ນ.

ສ່ວນ​ໃນ​ດ້ານ​ການ​ຄ້າ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ສົ່ງ​ເສີມ​ໃຫ້​ມີ​ການ​ຄ້າ​ຫລາຍ​ຮູບ​ແບບ​ແລະ​ມີ​ການ​ອໍ​າ ນວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ທຸລະ​ກິດ​ການ​ຄ້າ ການ​ລົງທຶນແລະ​ພັດທະນາ​ການ​ເຊຶ່ອມ ຕໍ່​ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ລະ ຫວ່າງ​ກັນ​ຢາງ​ຄົບ​ຊຸດ​ແລະ​ຢ່າງ​ທົ່ວ​ເຖິງ​ ຕະຫລອດ ພາກ​ເໜືອ​ຮອດ​ພາກ​ໃຕ້. ​ໂດຍ​ສໍາລັບ​ໃນດ້ານ​ການ​ຄ້າ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະເພີ່ມ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ກັນ​ໃຫ້​ເຖິງ 1 ພັນ​ລ້ານ​ໂດ​ລາ​ໃນ​ປີ​ນີ້ ​ແລະ ​ໃຫ້​ເພີ່ມ​ຂຶ້ນ​ເປັນ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ 2015 ​ແລະ 5 ພັນ​ລ້ານ​ໂດ​ລາ​ໃນ​ປີ 2020 ສ່ວນ​ໃນ​ດ້ານ​ການ​ລົງທຶນ​ນັ້ນ ທາງ​ຝ່າຍ​ຫວຽດນາມ​ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ ​ດ້ວຍ​ວ່າ​ມູນ​ຄ່າ​ການ​ລົງທຶນ​ຂອງ​ຫວຽດນາມ​ໃນ ລາວ​ຈະ​ເພີ່ມ​ຂຶ້ນ​ເປັນຫລາຍ​ກວ່າ 3 ພັນ​ ລ້ານ​ໂດ​ລາ​ພາຍ​ໃນ​ປີ​ 2011 ຢ່າງ​ແນ່ນອນ ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ກຸ່ມທຸລະ​ກິດ​ຈາກ​ຫວຽດ ນາມ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ກັບ​ການ​ເພີ່ມ​ການ​ລົງທຶນ​ດ້ານ​ພະລັງງານ ​ເໝືອງ​ແຮ່ ​ແລະ​ການ​ປູກ​ພືດ​ເສດ​ຖະກິດ​ທີ່​ຈະ​ຕ້ອງ​ໃຊ້​ເງິນ​ລົງທຶນ​ຫລາຍ​ເປັນ​ພິ​ເສດ​ນັ້ນ​ເອງ.

ທາງ​ດ້ານ​ທ່ານຈູມ​ມະ​ລີ ​ກໍ​ໄດ້​ໃຫ້ການ​ຢືນຢັນ​ເຖິງ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ສອງ​ພັກ ສອງ​ລັດ​ຖະບານ ​ແລະ​ປະຊາຊົນ​ໃນ​ທັງ​ສອງ​ປະ​ເທດ​ນັ້ນ​ວ່າ​ເປັນ ມໍລະດົກ​ອັນ​ລໍ້າ​ຄ່າ​ທີ່​ຈະ​ຕ້ອງ​ຖ່າຍ​ທອດ​ສູ່​ຄົນ​ລຸ້ນ​ໃໝ່ ​ເພື່ອ​ໃຫ້​ຮ່ວມ​ມື​ກັນ​ພັດທະນາ​ໄປ​ສູ່​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ ​ແລະ​ວັດທະນາ​ຖາວອນ​ສືບ​ຕໍ່​ໄປ ດັ່ງ​ທີ່​ທ່ານ​ຈູມ​ມະ​ລີ ​ໄດ້​ຖະ​ແຫລ​ງຍໍ້າ​ໃນ​ຕອນ​ນຶ່ງ​ວ່າ:

“ໃນ​ການ​ພົບ​ປະ​ຫາ​ລື ພວກ​ເຮົາ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ນໍາ​ກັນບົນ​ຈິດ​ໃຈ​ເຊື່ອ​ໝັ້ນ​ຮັກ​ແພງ​ແລະ​ເຂົ້າ ອົກ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຕື່ມ​ອີກ​ເທື່ອ​ນຶ່ງ​ເຖິງ​ຄວາມ​ສະ​ນິດ​ສະ​ນົມ​ອັນ​ດູດ​ດື່ມ​ແລະ​ມູນ ​ເຊື້ອແຫ່ງ​ຄວາມ​ສາມັກຄີ​ພິ​ເສດ​ອັງ​ຍິ່ງ​ໃຫຍ່​ລະຫວ່າງລາວ​ກັບ​ຫວຽດນາມ​ຢ່າງແທ້​ຈິງ ​ແລະ​ສອງ​ຝ່າຍ​ໄດ້​ຕົກລົງ ຢ່າງ​ເປັນ​ເອກ​ກະພາບ​ສູງ​ເຖິງ​ການ​ຕິດ​ສັນ​ໃຈ​ສືບ​ຕໍ່​ເຮັດ​ໃຫ້​ມູນ​ເຊື້ອ​ສາມັກ​ຄີ​ພິ​ເສດ​ຂອງ​ສອງ​ພັກ ​ແລະ​ປະຊາຊົນສອງ​ຊາດ​ໃຫ້​ໄດ້​ຮັບ​ການ​ບໍາລຸງ​ຮັກສາ​ເສີມ​ຂະຫຍາຍ​ ໃຫ້​ແຕກ​ດອກ​ອອກ​ຜົນ​ ຕໍ່​ໄປຢ່າງ​ບໍ່​ຢຸດ​ຍັ້ງ”

ກ່ອນ​ໜ້າ​ນີ້ ກໍ​ຄື​ໃນ​ຊ່ວງບຸ​ນສົງການ​ປີ​ໃໝ່​ລາວ​ນັ້ນ ທ່ານ ​ໂໜ່ງ ດິ໊ກ ​ແໝ່ງ ​ເລຂາທິການ​ໃຫຍ່​ພັກ​ຄອມ​ມິ​ວນີສ ຫວຽດນາມ​ກໍ​ໄດ້​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ມາແລ້ວ​ໂດຍ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໂໜ່ງ ດິ໊ກ ​ແໝ່ງ ກັບ​ທ່ານ​ຈູ​ມມະ​ລີ ​ໃນ​ຖານະ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ນັ້ນ ກໍ​ໄດ້​ຖະ​ແຫລ​ງການ​ຮ່ວມ ກັນ​ວ່າ​ທັງ​ສອງ​ພັກ​ຈະ​ເພີ່ມ​ການ​ພົບ​ປະ​ແລກປ່ຽນ​ເຈົ້າໜ້າທີ່​ຂັ້ນ​ສູງ​ລະຫວ່າງ​ກັນ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ຈະ​ເນັ້ນ​ໜັກ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ກາ​ນພັດທະນາ​ທາງ​ສັງຄົມ ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ທັງ​ສອງ ປະ​ເທດ​ຮ່ວມ​ກັນ​ຢ່າງ​ໄກ້​ຊິດ.

ສ່ວນ​ກ່ຽວ​ກັບ​ການ​ປັກ​ຫລັກ​ໝາຍ​ຊາ​ຍ​ແດນ​ໃໝ່​ເພີ່ມ​ຕື່ມ​ຂຶ້ນ​ໃນ​ຕະຫລອດ​ແນວ​ເຂດ​ຊາຍ​ແດນ ລະຫວ່າງ​ສອງ ປະ​ເທດ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ດໍາ​ເນີນ​ການ​ສໍາ​ຫລວດ​ແລະ​ປັກ​ຫລກໝາຍ​ໃຫ້​ສໍາ​ເລັດ​ທັງ​ໝົດ ພາຍ​ໃນ​ປີ 2014 ​ເປັນ​ຢ່າງ​ຊ້າ

XS
SM
MD
LG