ທ່ານບຸນຕາ ແສງດາວົງ ຮອງຫົວໜ້າຫ້ອງການປົກຄອງນະຄອນຫລວງວຽງຈັນໄດ້ຖະແຫລງຢືນຢັນວ່າວຽກງານນຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງໃນໂອກາດການສະເຫລີມສະຫລອງການສະຖາປະນາວຽງຈັນ ເປັນນະຄອນຫລວງຂອງລາວຄົບຮອບ 450 ປີໃນປີນີ້ ກໍຄືການຮັບປະກັນໃນການຮັກສາຄວາມສະຫງົບຮຽບຮ້ອຍໃຫ້ໄດ້ 100% ເຕັມແລະເພື່ອເປັນການຮັບປະກັນວ່າຈະສາມາດປະຕິບັດດັ່ງກ່າວໄດ້ຈິງ ທາງການລາວກໍໄດ້ຈັດສົ່ງທະຫານແລະຕໍາຫລວດໄປປະຈໍາການຢູ່ທຸກໝູ່ບ້ານທົ່ວເຂດນະຄອນຫລວງແລ້ວໃນຂະນະນີ້. ຍິ່ງໄປກວ່ານັ້ນ ການປະຕິບັດມາດຕະການດັ່ງກ່າວນີ້ຍັງຈະດໍາເນີນສືບຕໍ່ໄປຈົນເຖິງກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດລາວຄັ້ງທີ່ 9 ທີ່ຈະມີຂຶ້ນໃນຕົ້ນປີໜ້າອີກດ້ວຍ ດັ່ງທີ່ທ່ານບຸນຕາໄດ້ຖະແຫລງວ່າ:
“ພະນັກງານທະຫານຕໍາຫລວດ ແລະພະແນກການ ກົມກອງຕ່າງໆ ນັບທັງພະນັກ ງານຂອງເມືອງກໍໄດ້ຫັນລົງສູ່ຮາກຖານ ກໍແມ່ນປະຈໍາຢູ່ບ້ານຕ່າງໆ ນັບແຕ່ວັນທີ 1 ເດືອນກັນຍາເປັນຕົ້ນມາ ໄປຈົນສໍາເລັດການສະເຫລີມສະຫລອງນະຄອນຫລວງວຽງຈັນຄົບຮອບ 450 ປີ ແລະກໍຍັງກະກຽມສ້າງຜົນງານຮອບດ້ານໃຫ້ກັບກອງປະ ຊຸມໃຫຍ່ພັກປະຊາຊົນປະຕິວັດລາວຄັ້ງທີ່ 9 ທີ່ຈະໄຂຂຶ້ນໃນຕົ້ນປີ 2011 ດ້ວຍ.”
ການຈັດງານສະເຫລີມສະຫລອງການສະຖາປະນານະຄອນຫລວງວຽງຈັນຄົບຮອບ 450 ປີ ກໍາໜົດທີ່ຈະມີຂຶ້ນ ໃນລະຫວ່າງວັນທີ່ 15-21 ເດືອນພະຈິກ 2010 ນີ້ ໂດຍສໍາລັບວຽກງານດ້ານການສະແດງສິນລະປະວັດທະນະທໍານັ້ນ ນອກຈາກຈະມີການຈັດການສະແດງທີ່ກ່ຽວກັບປະຫວັດສາດຄວາມເປັນມາຂອງນະຄອນວຽງຈັນນັບ ຈາກອະດີດເລື້ອຍມາຈົນເຖິງປັດຈຸບັນນີ້ແລ້ວ ກໍຍັງຈະມີການຈັດຂະບວນແຫ່ຢ່າງຍິ່ງໃຫຍ່ອີກດ້ວຍ ໂດຍທີ່ຖືວ່າພິເສດທີ່ສຸດ ສໍາລັບໃນສ່ວນຂອງການຈັດຂະບວນແຫ່ນັ້ນ ກໍຄືຈະມີການຕັ້ງຕົ້ນຂະບວນທີ່ຫລວງພະ ບາງດ້ວຍການຄົບງັນເປັນເວລາ 3 ມື້ 3 ຄືນ ແລ້ວຈຶ່ງເຄຶ່ອນຂະບວນແຫ່ທີ່ປະກອບດ້ວຍ ຊ້າງ 9 ຕົວ ມ້າ 9 ຕົວແລະກວຽນ 9 ເຫລັ້ມ ຈາກຫລວງພະບາງເລື້ອຍລົງມາຕາມເສັ້ນ ທາງເລກ 13 ຈົນເຖິງນະຄອນຫລວງວຽງຈັນ ແລ້ວຕໍ່ເນຶ່ອງດ້ວຍການຄົບງັນຢູ່ນະຄອນຫລວງອີກ ເປັນເວລາ 7 ມື້ 7 ຄືນ.
ນອກຈາກນີ້ ວຽກງານນຶ່ງທີມີຄວາມສໍາຄັນຢ່າງຍິ່ງເຊັ່ນກັນແລະທາງການລາວກໍກໍາລັງເລັ່ງ ດໍາເນີນການກໍ່ສ້າງໃຫ້ສໍາເລັດທັນກໍາໜົດການສະເຫລີມສະຫລອງດັ່ງກ່າວ ກໍຄືການກໍ່ສ້າງຮູບຫລໍ່ຫລືຮູບປັ້ນຂອງເຈົ້າອະນຸວົງ ທີ່ມີຄວາມສູງເຖິງ 8 ແມັດແລະຖ້າຫາກລວມຖານຫລືແທ່ນ ຢືນດ້ວຍນັ້ນກໍຈະເຮັດໃຫ້ຮູບຫລໍ່ດ່ັງກ່າວມີຄວາມສູງ ລວມເຖິງ 17 ແມັດ ຊຶ່ງຖືວ່າເປັນຮູບຫລໍ່ທີ່ສູງທີ່ສຸດໃນລາວທີ່ຈະຕ້ອງໃຊ້ແຮ່ທອງແດງສໍາລັບຫລໍ່ຮູບປັ້ນ ຄິດເປັນນໍ້າໜັກລວມເຖິງ 8 ຕັນ ໂດຍລ່າສຸດກໍມີລາຍງານວ່າບໍລິສັດ MMG ຊຶ່ງເປັນຜູ້ລົງທຶນຂຸດຄົ້ນແຮ່ຄໍາແລະທອງແດງ ຢູ່ເມືອງວີລະບູລີ ແຂວງສະຫວັນນະເຂດນັ້ນ ກໍໄດ້ຕົກລົງໃຫ້ການຊ່ວຍເຫລືອທາງການລາວໃນສ່ວນທີ່ເປັນທອງແດງ ນໍ້າໜັກລວມເຖິງ 8 ຕັນດັ່ງກ່າວແລ້ວ.
ການກໍ່ສ້າງຮູບຫລໍ່ຂອງເຈົ້າອະນຸວົງ ຖືເປັນ 1 ໃນທັງໝົດ 21 ໂຄງການທີ່ທາງການລາວ ໄດ້ວາງໄວ້ໃນແຜນການສະເຫລີມສະຫລອງວຽງຈັນຄົບຮອບ 450 ປີ ໂດຍໂຄງການອື່ນໆ ທີ່ສໍາຄັນນັ້ນ ກໍຄືການບູລະນະປະຕິສັງຂອນວັດສີສະເກດ ການພັດທະນາແລະຂະຫຍາຍ ສະໜາມພະທາດຫລວງ ການພັດທະນາຕະຫລາດເຊົ້າ ການສ້າງຖະນົນວຽງຈັນ 450 ປີ ການກໍ່ສ້າງສໍານັກງານປົກຄອງແລະສະພາເຂດນະຄອນຫລວງວຽງຈັນ ການວາງຜັງເມືອງວຽງຈັນເພື່ອຮອງຮັບການພັດທະນາໄປສູ່ຄວາມທັນສະໄໝ ການກໍ່ສ້າງສວນສາທາລະນະໜອງຈັນ ການສ້າງຕະຫລາດຊາຍແດນຢູ່ດົງໂພສີ ເພື່ອຮອງຮັບແຜນການພັດທະນາໃຫ້ເປັນເຂດເສດ ຖະກິດພິເສດ ການສ້າງບ້ານແລະກຸ່ມບ້ານພັດທະນາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາ ຊົນແລະກໍ່ສ້າງເຂຶ່ອນປ້ອງກັນຕາຝັ່ງເຈຶ່ອນໃນແນວແມ່ນໍ້າຂອງຈາກເກົ້າລ້ຽວເຖິງທາດຂາວ ເປັນຕົ້ນ.
ສ່ວນບັນດາຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບໄປຢາມຍາດຕິພີ່ນ້ອງໃນໂອກາດດັ່ງກ່າວນີ້ ກໍສາມາດທີ່ຈະຍື່ນຄໍາຮ້ອງຂໍວິຊ່າຈາກສະຖານທູດແລະສະຖານກົງສຸນ ຂອງລາວຢູ່ທີ່ຕ່າງປະເທດໄດ້ໂດຍບໍ່ຕ້ອງເສຍຄ່າທໍານຽມແຕ່ຢ່າງໃດ ຖ້າຫາກວ່າເປັນການຍື່ນຄໍາຮ້ອງໃນລະຫວ່າງວັນທີ່ 1-15 ເດືອນພະຈິກ. ນອກຈາກນັ້ນ ສໍາລັບຄົນລາວໃນຕ່າງປະເທດທີ່ບໍ່ສາມາດຍື່ນຄໍາຮ້ອງໃນຊ່ວງເວລາດັ່ງກ່າວໄດ້ ກໍຍັງສາມາດທີ່ຈະຍື່ນຄໍາຮ້ອງຂໍວິຊ່າ ຈາກຫ້ອງການກວດຄົນເຂົ້າເມືອງຂອງທາງການທີ່ປະຈໍາຢູ່ຕາມດ່ານຊາຍແດນໄດ້ ໂດຍບໍ່ຕ້ອງເສຍຄ່າທໍານຽມເຊັ່ນກັນ ຖ້າຫາກວ່າເປັນການຍື່ນຄໍາຮ້ອງໃນລະຫວ່າງວັນທີ່ 15-21 ພະຈິກ ອັນເປັນຊ່ວງຂອງການສະເຫລີມສະຫລອງ 450 ປີ ນະຄອນຫລວງ ວຽງຈັນນັ້ນເອງ.