ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍ້ລາດ ຍັງເກີດຂຶ້ນ ຢ່າງກວ້າງຂວາງ ຈຶ່ງຕ້ອງໃຊ້ ມາດຕະການລົງໂທດ ເດັດຂາດ


ທ່ານພັນຄຳ ວິພາວັນ ຮອງປະທານປະເທດ ລາວ ຢືນຢັນວ່າ ການສໍ້ລາດບັງຫຼວງພາຍໃນວົງການພັກ-ລັດ ຍັງເກີດຂຶ້ນ ຢ່າງກວ້າງຂວາງ
ທ່ານພັນຄຳ ວິພາວັນ ຮອງປະທານປະເທດ ລາວ ຢືນຢັນວ່າ ການສໍ້ລາດບັງຫຼວງພາຍໃນວົງການພັກ-ລັດ ຍັງເກີດຂຶ້ນ ຢ່າງກວ້າງຂວາງ

ຮອງປະທານປະເທດລາວ ຢືນຢັນວ່າ ການສໍ້ລາດບັງຫຼວງພາຍໃນວົງການພັກ-ລັດ
ຍັງເກີດຂຶ້ນຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ຕ້ອງໃຊ້ມາດຕະການລົງໂທດຢ່າງເດັດຂາດ
ຕໍ່ຜູ້ກະທຳຜິດຕໍ່ໄປ.

ທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຢືນຢັນວ່າ ການສໍ້ລາດບັງຫຼວງ
ໂດຍບັນດາພະນັກງານພັກ-ລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ທັງໃນຂັ້ນສູນກາງ ແລະ
ທ້ອງຖິ່ນ ໃນທົ່ວປະເທດ ໃນຂະນະທີ່ການດຳເນີນມາດຕະການປາບປາມນັ້ນ ກໍບໍ່ມີ
ປະສິດທິພາບ ຈຶ່ງເຮັດໃຫ້ເກີດການເສຍຫາຍທາງດ້ານງົບປະມານ ແລະຊັບສິນຂອງ
ລັດໄປຢ່າງຫລວງຫລາຍ ເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກປະຊາຊົນປະຕິ
ວັດລາວ ຕ້ອງມີມະຕິຄຳສັ່ງໃຫ້ດຳເນີນ ມາດຕະການປາບປາມ ແລະລົງໂທດຢ່າງເດັດ
ຂາດຕໍ່ຜູ້ກະທຳຜິດ ໃນໄລຍະຕໍ່ໄປນີ້ ດັ່ງທີ່ ທ່ານພັນຄຳ ໃຫ້ການຢືນຢັນວ່າ:

“ເຈົ້າໜ້າທີ່ລັດ ສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ໂກງເອົາຊັບສົມບັດຂອງຊາດ ເອົາດິນ
ເອົາໄມ້ ເອົາເງິນ ເອົາຄຳ ອັນນີ້ໂຕຈິງ ບໍ່ທັນໄດ້ຮັບການແກ້ໄຂ ຈາກອັນນີ້ແຫລະ
ຊິຫັນເປັນທັນສະໄໝກະບໍ່ງ່າຍເດ້ ພະນັກງານຈຳນວນນຶ່ງ ກໍບໍ່ຢາກເອົາເຂົ້າເດ້
ລະບົບທັນສະໄໝ ກໍຢາກໃຫ້ຕໍ່ລອງເອົາແບບມອບເໝົາ ເພາະມັນໄດ້ເງິນເດ້
ໄປຕໍ່ລອງ ສະນັ້ນທັງໝົດເຫຼົ່ານີ້ ຈະຕ້ອງໄດ້ສືບຕໍ່ ບຸກບືນແກ້ໄຂອີ່ຫລີ ຍ້ອນອັນ
ນັ້ນລະ ຢູ່ໃນຊ່ວງໄລຍະກອງປະຊຸມໃຫຍ່ ຄັ້ງທີ 9 ມີຫຼາຍຄົນກະທຳຜິດ ຕົກມາ
ກອງປະຊຸມໃຫຍ່ ຄັ້ງທີ 10 ນີ້ ແມ່ນໄລຍະທີ່ປະຕິບັດວິໄນພວກທີ່ເຮັດຜິດຢູ່ໄລຍະ
ກ່ອນນັ້ນ.”

ທັງນີ້ ໂດຍອົງການກວດກາລັດຖະບານ ລາຍງານວ່າ ໄດ້ກວດພົບໂຄການນອກ
ແຜນການ ຂອງລັດຖະບານລາວ ໃນສົກປີ 2017 ຈຳນວນ 285 ໂຄງການ ທີ່ແຂວງ
ຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ຫົວພັນ ຊຽງຂວາງ ບໍລິຄຳໄຊ ສະຫວັນນະເຂດ
ຈຳປາສັກ ອັດຕະປື ແລະວຽງຈັນ ທີ່ມີມູນຄ່າຫລາຍກວ່າ 4,483 ຕື້ກີບ ທີ່ມີການຈັດຕັ້ງ
ປະຕິບັດ ບໍ່ເປັນໄປຕາມລະບຽບກົດໝາຍໃນດ້ານງົບປະມານລາຍຮັບລາຍຈ່າຍ ແລະ
ບໍ່ຜ່ານການຮັບຮອງໂດຍສະພາແຫ່ງຊາດລາວ ຊຶ່ງຍັງບໍ່ລວມເຖິງຜົນເສຍຫາຍ ທີ່ເກີດ
ຂຶ້ນ ຈາກການລັກລອບຂົນສົ່ງໄມ້ໄປຕ່າງປະເທດ ໃນມູນຄ່າເກີນກວ່າ 2,407 ຕື້ກີບ ໃນ
ປີ 2015-2016 ຊຶ່ງການຈັດຕັ້ງປະຕິບັດໄດ້ຄືແນວນີ້ ຍ່ອມຈະຕ້ອງມີການຮ່ວມມືກັນ ຢ່າງເປັນຂະບວນການ ທັງພາກສ່ວນທີ່ເປັນພະນັັກງານລັດ ນັກທຸລະກິດເອກກະຊົນ
ລາວ ແລະນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນລາວນັ້ນເອງ.

ບັນດາຄະນະກຳມະການ ກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານບຸນຍັງ ວໍລະຈິດ
ບັນດາຄະນະກຳມະການ ກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານບຸນຍັງ ວໍລະຈິດ

ກ່ອນໜ້ານີ້ ຄະນະກຳມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ໄດ້
ມີຄຳສັ່ງໃຫ້ບັນດາກະຊວງ ອົງການຈັດຕັ້ງມະຫາຊົນຂອງພັກ ໜ່ວຍງານຂອງລັດ ແລະ
ອຳນາດການປົກຄອງແຂວງ ໃນທົ່ວປະເທດລາວ ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອ
ຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະພະນັກງານ
ໃນສັງກັດ ຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ
ຄຸນນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະພະນັກງານລັດ ໃນທົ່ວ
ປະເທດ ໂດຍໃຫ້ກົມຈັດຕັ້ງແລະກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ
ເນື່ອງຈາກໄດ້ມີບັນຫາປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງກວ້າງຂວາງ ທັງໃນພັກ ແລະ
ລັດຖະບານລາວ ນັ້ນເອງ.

ໂດຍອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດລາວ ລາຍງານວ່າ ໃນໄລຍະ 5 ປີ
ຜ່ານມາ ໄດ້ກວດພົບວ່າ ການທຸດຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າ
ຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫລາຍກວ່າ 90 ລ້ານໂດລາ
ກັບອີກ 40 ລ້ານບາດ ຈາກການດຳເນີນການກວດກາ ແລະກວດສອບ 734 ເປົ້າໝາຍ
ທີ່ເປັນໜ່ວຍງານຂອງພັກ ແລະລັດຖະບານລາວ ຊຶ່ງຈາກການຕິດຕາມກວດກາ
ດັ່ງກ່າວ ກໍສາມາດຍຶດຊັບສິນກັບຄືນມາໄດ້ 1,000 ກວ່າຕື້ກີບ ກັບ 70 ກວ່າລ້ານ
ໂດລາ ແລະ 30 ກວ່າລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດ ທີ່ຖືກລັກລອບຂາຍໃຫ້
ນັກທຸລະກິດລາວ ແລະຊາວຕ່າງຊາດ ກັບຄືນມາໄດ້ ໃນເນື້ອທີ່ກວ້າງກວ່າ 10,000
ເຮັກຕາ.

ສ່ວນອົງການກວດກາແຫ່ງລັດ ກໍໄດ້ລົງໂທດທາງວິໄນ ຕໍ່ບັນດາພະນັກງານພັກ-ລັດ
ທີ່ກ່ຽວຂ້ອງໃນການສໍ້ລາດບັງຫລວງ ຈຳນວນ 165 ຄົນ ໃນນີ້ ກໍມີເຖິງ 38 ຄົນ ທີ່ຖືກ
ສານປະຊາຊົນລາວ ຕັດສິນລົງໂທດຈຳຄຸກ ໃນຄວາມຜິດກ່ຽວກັບ ການສໍ້ລາດບັງ
ຫລວງ ດັ່ງກ່າວ.

XS
SM
MD
LG