ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າເງິນກີບຂອງລາວໄດ້ມີການປັບຕົວແຂງຄ່າຂຶ້ນຢ່າງຕໍ່ເນຶ່ອງໃນໄລຍະ 2 ປີມານີ້ ຊຶ່ງກໍເປັນຜົນໂດຍກົງຈາກການຕົກຕໍ່າທາງເສດຖະກິດໃນສະຫະລັດອາເມລິກາ ແລະກໍໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມ ຂອງໂລກຢ່າງໜັກອີກດ້ວຍເຊັ່ນກັນ ຊຶ່ງໃນນີ້ກໍລວມເຖິງຜົນກະທົບຕໍ່ລະບົບເສດຖະກິດແລະ ການເງິນຂອງລາວດ້ວຍ. ທັງນີ້ກໍເພາະວ່າ ດ້ວຍສະຖາວະການຕົກຕໍ່າທາງເສດຖະກິດທີ່ໄດ້ເຮັດໃຫ້ຄ່າເງິນໂດລາສະຫະລັດມີການຕົກຕໍ່າລົງ ເລື້ອຍໆນັ້ນ ກໍໄດ້ເປັນຜົນເຮັດໃຫ້ເງິນກີບຂອງລາວມີການແຂງຄ່າຂຶ້ນຢ່າງຕໍ່ເນຶ່ອງ ໂດຍເມື່ອປີຜ່ານມາກໍປາກົດວ່າເງິນກີບໄດ້ແຂງຄ່າຂຶ້ນເກີນ ກວ່າລະດັບ 5% ເມື່ອທຽບກັບເງິນໂດລາສະຫະລັດ ແລະສະເພາະໃນຊ່ວງເດືອນມັງກອນປີນີ້ເປັນຕົ້ນມາຈົນເຖິງປັດຈຸບັນນີ້ກໍປາກົດວ່າເງິນກີບໄດ້ແຂງຄ່າຂຶ້ນຫລາຍກວ່າ 3.5% ແລ້ວ ກັບທັງຍັງຄົງບໍ່ຟື້ນຕົວຄືນສູ່ສະພາວະປົກກະຕິໄດ້ໃນໝໍ່ໆນີ້.
ທາງດ້ານທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສາຫະກໍາຕັດຫຍິບແລະຄະນະປະຈໍາສະພາຫໍການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າການແຂງຄ່າຂຶ້ນ ຂອງເງິນກີບຈາກລະດັບສະເລ່ຍ 10,000 ກີບຕໍ່ໂດລາສະຫະລັດໃນປີ 2008 ມາເປັນ 8,500 ກີບຕໍ່ນຶ່ງໂດລາສະຫະລັດໃນປີ 2009 ແລະ 8,192 ກີບຕໍ່ນຶ່ງໂດລາສະຫະລັດໃນເວລານີ້ ມັນໄດ້ເປັນຜົນເຮັດໃຫ້ສິນຄ້າສົ່ງອອກຂອງລາວໄປຕ່າງປະເທດ ມີລາຄາແພງຂຶ້ນ ຫລາຍກວ່າ 20% ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ສິນຄ້າຂອງລາວສົ່ງອອກໄປຕ່າງປະເທດໜ້ອຍ ລົງ ເທົ່ານັ້ນ ຫາກແຕ່ກໍຍັງເຮັດໃຫ້ຄວາມສາມາດໃນການແຂ່ງຂັນດ້ານລາຄາຂອງສິນ ຄ້າລາວໃນຕະຫລາດຕ່າງປະເທດລົດລົງອີກດ້ວຍດັ່ງທີ່ທ່ານອ່ອນສີ ໄດ້ໃຫ້ການອະທິບາຍແລະຊີ້ແຈງເຖິງສະພາບການທີ່ເກີດດັ່ງກ່າວໃນຕອນນຶ່ງວ່າ:
“ຖ້າວ່າບໍ່ມີການກໍາໜົດຈະແຈ້ງເລຶ່ອງອັດຕາແລກປ່ຽນ ມັນກໍຈະມີຜົນກະທົບຫລາຍດ້ານ ຄືອັນທີ່ນຶ່ງພວກລົງທຶນ ບໍ່ກ້າທີ່ຈະເຂົ້າມາລົງທຶນຕື່ມ ເນຶ່ອງຈາກວ່າບໍ່ຮູ້ວ່າເງິນກີບຈະແຂງຄ່າຂຶ້ນໄປຫລາຍປານໃດ ຕົ້ນທຶນມັນສິຫລາຍ ປານໃດ ອັນທີ່ສອງ ມັນສິເຮັດໃຫ້ສິນຄ້າຂອງລາວເຮົາມາລາຄາແພງ ແລະເມື່ອມີລາຄາແພງມັນກໍຈະແຂ່ງເຂົາບ່ໍໄດ້ ມີແຕ່ເຂົາສິມາຂາຍໃຫ້ເຮົາ ແຕ່ຖ້າຫາກວ່າເຮົາມີແຕ່ຊື້ໝູ່ມາເຮົາບໍ່ມີໂອກາດສິຂາຍໃຫ້ໝູ່ໄດ້ ແລ້ວເຮົາສິ ເອົາເງິນອັນໃດໄປຊື້ໝູ່ຄືນ”
ໂດຍການສົ່ງອອກສິນຄ້າຂອງລາວໄປຕ່າງປະເທດທີ່ຖືວ່າມີມູນຄ່າການສົ່ງອອກຫລຸດລົງຫລາຍທີ່ສຸດນັ້ນ ກໍຄືສິນຄ້າປະເພດເສື້ອຜ້າສຳເລັດຮູບທີ່ລົດລົງເຖິງ 46% ຕິດຕາມດ້ວຍການສົ່ງອອກແຮ່ທາດ ທີ່ລົດລົງກວ່າ 20% ແລະການສົ່ງອອກໄມ້ ກໍລົດລົງກວ່າ 21% ສ່ວນການສົ່ງອອກກະແສໄຟຟ້າກໍລົດລົງກວ່າ 15%. ຍິ່ງໄປກວ່ານັ້ນ ກໍຍັງປາກົດວ່າການແຂງຄ່າຂຶ້ນຂອງເງິນກີບດັ່ງກ່າວ ກໍຍັງເຮັດໃຫ້ນັກທຸລະກິດພາກັນປິດກິດຈະການໂຮງງານຜະລິດເສື້ອຜ້າສຳເລັດຮູບໄປແລ້ວ 20 ກວ່າແຫ່ງຈາກທີ່ມີຢູ່ທັງໝົດ 51 ແຫ່ງ ເນຶ່ອງຈາກວ່າ ຕົ້ນທຶນໃນການຜະລິດໄດ້ປັບຕົວສູງຂຶ້ນເຖິງ 60% ແລະຖ້າຫາກວ່າສະຖານະການຍັງບໍ່ດີຂຶ້ນ ກໍຍັງເຊື່ອວ່າຈະມີອີກຫລາຍໂຮງງານ ທີ່ຈະພາກັນປິດກິດຈະການເພີ່ມຕື່ມຂຶ້ນອີກ.
ສ່ວນກ່ຽວກັບມາດຕະການແກ້ໄຂບັນຫາໃນໄລຍະສະເພາະໜ້າ ທີ່ບັນດານັກທຸລະກິດໄດ້ພາກັນສະເໜີຕໍ່ລັດຖະບານລາວ ກໍຄືການລົດຄ່າເງິນກີບລົງໃຫ້ເປັນລະຫວ່າງ 9,000-9,500 ກີບຕໍ່ນຶ່ງໂດລາສະຫະລັດ ຊຶ່ງບໍ່ພຽງແຕ່ ຈະເຮັດໃຫ້ສິນຄ້າຂອງລາວມີລາຄາຖືກລົງໃນຕະຫລາດຕ່າງປະເທດເທົ່ານັ້ນ ຫາກແຕ່ຍັງຈະເຮັດໃຫ້ນັກທຸລະກິດມີລາຍຮັບເປັນເງິນກີບເພີ່ມຂຶ້ນອີກດ້ວຍ ເມື່ອນໍາເອົາເງິນໂດລາສະຫະລັດທີ່ໄດ້ຈາກການສົ່ງອອກສິນຄ້າ ໄປຕ່າງປະເທດມາແລກປ່ຽນເປັນເງິນກີບເພື່ອໃຊ້ຈ່າຍໃນລາວນັ້ນເອງ.
ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານສິນລະວົງ ຄຸດໄພທູນ ລັດຖະມົນຕີກະຊວງແຜນການແລະການລົງທຶນກໍ ໄດ້ຖະແຫລງແຜນການພັດທະນາທາງເສດຖະກິດປີ 2009-2010 ນີ້ວ່າ ຈະຄວບຄຸມການແຂງຄ່າຂຶ້ນຫລືອ່ອນ ຄ່າລົງຂອງເງິນກີບບໍ່ໃຫ້ເກີນ 5% ຊຶ່ງກໍໝາຍຄວາມວ່າທາງການລາວຈະບໍ່ຍອມໃຫ້ເງິນກີບອ່ອນຄ່າລົງ ເຖິງລະດັບ 9,500 ກີບຕໍ່ນຶ່ງໂດລາ ຢ່າງແນ່ນອນ.