ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນຄ່າການຄ້າລາວ ແລະສະຫະລັດ ເພີ່ມຂື້ນ


ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ເຊັນເອກະສານ ຂໍ້ຕົກລົງຊ່ວຍເຫລືອລາວ ປາບປາມຢາເສບຕິດ, ວັນທີ 6 ພຶດສະພາ 2010 (ຮູບ ເອື້ອເຟື້ອໂດຍສະຖານທູດສະຫະລັດ ອາເມລິກາ)
ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ເຊັນເອກະສານ ຂໍ້ຕົກລົງຊ່ວຍເຫລືອລາວ ປາບປາມຢາເສບຕິດ, ວັນທີ 6 ພຶດສະພາ 2010 (ຮູບ ເອື້ອເຟື້ອໂດຍສະຖານທູດສະຫະລັດ ອາເມລິກາ)

ນັກທຸລະກິດລາວຢືນຢັນວ່າ ມູນຄ່າການຄ້າລະຫວ່າງລາວກັບສະຫະລັດເພີ່ມຂື້ນ ເກີນກວ່າ 10 ເທົ່າໃນຮອບ 5 ປີທີ່ຜ່ານມາ ໃນຂະນະທີ່ທາງການລາວກໍເຊື່ອໝັ້ນວ່າ ການຮ່ວມມື ລະຫວ່າງສອງປະເທດ ຈະຂະຫຍາຍຕົວຫລາຍຂື້ນໃນທຸກໆດ້ານ ແລະທາງການສະຫະລັດ ກໍໄດ້ໃຫ້ການຊ່ວຍເຫລືອລາວຫລາຍຂື້ນນັບມື້ອີກດ້ວຍ.

ທ່ານອ່ອນສີ ບຸດສີວົງສັກ ປະທານສະມາຄົມອຸດສາຫະກຳຜະລິດເສື້ອຜ້າ ສຳເລັດຮູບໃນ ລາວ ໄດ້ຖະແຫລງຢືນຢັນວ່າ ການຄ້າລະຫວ່າງລາວ ກັບສະຫະລັດອາເມລິກາ ໄດ້ມີການ ຂະຫຍາຍຕົວເພີ່ມຂື້ນຢ່າງຕໍ່ເນື່ອງ ນັບຈາກທີ່ທາງການສະຫະລັດໄດ້ຕົກລົງ ໃຫ້ຖານະ ຄວາມສຳພັນທາງ ການຄ້າລະດັບປົກກະຕິ ຫລື NTR ແກ່ລາວ ຢ່າງເປັນ ທາງການ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ ໂດຍຖ້າຫາກປຽບທຽບ ລະຫວ່າງປີ 2005 ກັບປີ 2009 ທີ່ຜ່ານມາ ກໍປາກົດວ່າ ໃນປີ 2009 ລາວໄດ້ສົ່ງອອກສິນຄ້າໄປສະຫະລັດ ຄິດເປັນມູນຄ່າ ຫລາຍກວ່າ 43 ລ້ານໂດລາ ແລະໃນຂະນະດຽວກັນ ກໍໄດ້ນຳເຂົ້າສິນຄ້າ ຈາກສະຫະລັດ ໃນມູນຄ່າເກີນກວ່າ 20 ລ້ານໂດລາ.

ຢ່າງໃດກໍຕາມ ທ່ານອ່ອນສີກໍໄດ້ເນັ້ນຍ້ຳວ່າການສົ່ງອອກສິນຄ້າຂອງລາວໄປຍັງສະຫະລັດ ຄວນທີ່ຈະມີມູນຄ່າສູງກວ່າທີ່ເປັນຢູ່ຖ້າຫາກວ່າຜູ້ຜະລິດໃນລາວໄດ້ໃຫ້ຄວາມສຳຄັນກັບ ການພັດທະນາຄຸນນະພາບຂອງສິນຄ້າໃຫ້ສາມາດແຂ່ງຂັນໃນຕະຫລາດຂອງຜູ້ບໍລິໂພກ ກໍຄືເສື້ອຜ້າສຳເລັດຮູບ ໄມ້ແປຮູບ ແຜ່ນແພ ເບຍ ແລະຢາຮັກສາໂຣກ.

ທາງດ້ານທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະ ເທດຂອງລາວ ທີ່ຫາກໍສິ້ນສຸດການຢ້ຽມຢາມສະຫະລັດຢ່າງເປັນທາງການເມື່ອບໍ່ນານມານີ້ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ຄວາມສຳພັນແລະຄວາມຮ່ວມມືລະຫວ່າງລາວກັບສະຫະ ລັດ ຈະມີການຂະຫຍາຍຕົວຫລາຍຂື້ນໃນທຸກໆດ້ານ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນ ເຖິງ ຄວາມເຊື່ອໝັ້ນດັ່ງກ່າວໃນຕອນນຶ່ງວ່າ:

"ປີນີ້ກໍເປັນປີທີ່ 55 ທີ່ລາວກັບສະຫະລັດໄດ້ສ້າງສາຍພົວພັນທາງການທູດ ລະຫວ່າງກັນ ຈຶ່ງຄິດວ່າເປັນໂອກາດດີທີ່ຈະໄດ້ສົ່ງເສີມແລະເສີມສ້າງສາຍພົວພັນ ທີ່ມີມູນເຊື້ອມາຕັ້ງ 55 ປີນັ້ນ ໃຫ້ສືບຕໍ່ມີໝາກມີຜົນແລະມີຄວາມຮັດແໜ້ນໃຫ້ ຫລາຍກວ່າເກົ່າ."

ກ່ອນໜ້ານີ້ ທ່ານ Ralph Cossa ປະທານສູນສຶກສາຍຸທະສາດລະຫວ່າງຊາດແຫ່ງ ສະຫະລັດ ກໍໄດ້ຢືນຢັນໃນລະຫວ່າງການບັນລະຍາຍພິເສດ ໃນຫົວຂໍ້ວ່າດ້ວຍວິວັດທະ ນາການຂອງພູມິພາກ ແລະບົດບາດຂອງສະຫະລັດໃນພູມິພາກເອເຊຍ-ປາຊິຟິກ ຊຶ່ງ ໄດ້ຈັດຂື້ນຢູ່ສະຖາບັນການຕ່າງ ປະເທດຂອງກະຊວງການຕ່າງປະເທດລາວເມື່ອບໍ່ນານ ມານີ້ວ່າ ການຮ່ວມມືລະຫວ່າງສະຫະລັດກັບລາວໄດ້ມີການຂະຫຍາຍຕົວຫລາຍຂື້ນ ແລະກໍມີພັດທະນາການທີ່ດີຂື້ນໃນທຸກໆດ້ານອີກດ້ວຍ ໂດຍການກ່າວຢືນຢັນຂອງທ່ານ Ralph Cossa ດັ່ງກ່າວໄດ້ມີຂື້ນ ໃນຊ່ວງດຽວກັນກັບການທີ່ ກະຊວງສາທາລະນະ ສຸກແລະກະຊວງປ້ອງກັນປະເທດຂອງລາວ ໄດ້ຮ່ວມມືກັບກອງບັນຊາການກອງທັບ ສະຫະລັດ ປະຈຳພູມິພາກເອເຊຍ-ແປຊິຟິກ ເພື່ອດຳເນີນການໃຫ້ຄວາມຊ່ວຍເຫລືອໃນ ການຮັກສາປິ່ນປົວອາການເຈັບປ່ວຍຂອງປະຊາຊົນລາວ ຢູ່ໃນເຂດແຂວງຊຽງຂວາງ ເປັນການສະເພາະ ທັງນີ້ກໍເພື່ອເປັນການຕອບແທນປະຊາຊົນລາວໃນເຂດແຂວງດັ່ງ ກ່າວທີ່ໄດ້ໃຫ້ຄວາມຮ່ວມມືເປັນ ຢ່າງດີ ໃນການຊອກຫາກະດູກແລະສິ່ງເສດເຫລືອ ຂອງທະຫານອາເມລິກັນ ທີ່ໄດ້ເສຍຊີວິດໄປໃນແຂວງຊຽງຂວາງໃນປາງສົງຄາມອິນໂດຈີນ ໂດຍການຮ່ວມມືດັ່ງກ່າວກໍຍັງນັບເປັນຄັ້ງທຳອິດໃນແຂວງຊຽງຂວາງ ແລະທາງການ ທັ້ງສອງຝ່າຍກໍຍັງຄາດຫວັງວ່າຈະມີການຮ່ວມມືກັນອີກຕໍ່ໄປໃນອະນາຄົດ.

ນອກຈາກນີ້ ທາງການສະຫະລັດກໍໄດ້ໃຫ້ການຊ່ວຍເຫລືອລາວໃນການເກັບກູ້ລະເບີດບໍ່ ທັນແຕກ ຫລື UXO ມາຢ່າງຕໍ່ເນຶ່ອງ ໂດຍນັບຈາກປີ 1996 ເປັນຕົ້ນມາຈົນເຖິງທ້າຍປີ 2009 ນັ້ນ ກໍປາກົດວ່າ ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວຫລາຍກວ່າ 25 ລ້ານໂດລາ ແລະກໍຍັງຈະໃຫ້ການຊ່ວຍເຫລືອຕໍ່ໄປ ເນຶ່ອງຈາກວ່າຈົນເຖິງປັດຈຸບັນ ການເກັບກູ້ລະເບີດ UXO ໃນລາວ ສາມາດເກັບກູ້ໄດ້ພຽງແຕ່ໃນພື້ນທີ່ 195 ກິໂລແມັດ ມົນທົນເທົ່ານັ້ນ ໃນຂະນະທີ່ມີລະເບີດ UXO ຕົກຄ້າງ ຢູ່ໃນລາວດິນລາວ ກວ້າງກວ່າ 87,000 ກິໂລແມັດມົນທົນ.

XS
SM
MD
LG