ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ FRANKEN ຮຽກຮ້ອງໃຫ້ປ່ອຍ ອົບພະຍົບຊາວມົ້ງ


ສະມາຊິກ ສະພາສູງ Al Franken ໂອ້ລົມກັບ ອົບພະຍົບມົ້ງ ເວລາໄປຢ້ຽມຢາມ ສູນບ້ານໂພນຄຳ ທີ່ແຂວງ ບໍລິຄຳໄຊ ວັນທີ 7 ກໍລະກົດ 2010
ສະມາຊິກ ສະພາສູງ Al Franken ໂອ້ລົມກັບ ອົບພະຍົບມົ້ງ ເວລາໄປຢ້ຽມຢາມ ສູນບ້ານໂພນຄຳ ທີ່ແຂວງ ບໍລິຄຳໄຊ ວັນທີ 7 ກໍລະກົດ 2010

ສະມາຊິກສະພາສູງ ທ່ານນຶ່ງ ຂອງສະຫະລັດ ກ່າວວ່າ ທ່ານຈະຮຽກຮ້ອງ ໃຫ້ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ກົດດັນໃຫ້ ມີການປ່ອຍ ພວກອົບພະຍົບ ຊາວມົ້ງ 158 ຄົນ ໃນລະຫວ່າງ ໝາຍກຳນົດການ ສົນທະນາຫາລື ກັບພວກເຈົ້າໜ້າທີ່ ອະວຸໂສຂອງລາວ.

ສະມາຊິກສະພາສູງ AL FRANKEN ກ່າວວ່າ ທ່ານໄດ້ຮຽກຮ້ອງ ເປັນການສ່ວນໂຕ ໃຫ້ເຈົ້າໜ້າທີ່ລາວ ເອົາບາດກ້າວ ໄປສູ່ການປ່ອຍ ພວກອົບພະຍົບມົ້ງ ຈຸດັ່ງກ່າວ ໃນລະຫວ່າງທີ່ທ່ານ ເດີນທາງໄປຢ້ຽມຢາມລາວ ໃນສັບປະດານີ້.

ມີພວກຊາວມົ້ງ ປະມານ 4,500 ຄົນ ໄດ້ຖືກສົ່ງກັບຄືນ ຈາກໄທ ໄປລາວ ໃນເດືອນທັນວາ ປີກາຍ ຊຶ່ງກ່າວກັນວ່າ ຊາວມົ້ງເຫຼົ່ານີ້ ເປັນອົບພະຍົບ ທາງເສດຖະກິດ. ແຕ່ທາງອົງການ ສະຫະປະຊາຊາດ ໄດ້ລະບຸຊາວມົ້ງ 158 ຄົນວ່າ ເປັນອົບພະຍົບ ທາງການເມືອງ ແລະໄດ້ມີການສະເໜີໃຫ້ ພວກຊາວມົ້ງຈຸນີ້ ໄປຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະລັດ ການາດາ ອອສເຕຣເລຍ ແລະເນເທີແລນ.

ທາງການລາວ ໄດ້ແຈ້ງໃຫ້ ພວກນັກການທູດ ຕ່າງປະເທດຊາບວ່າ ພວກອົບພະຍົບ ຊາວມົ້ງຈຸນີ້ ຢາກຢູ່ທີ່ລາວ ບໍ່ຢາກໄປ ຕ່າງປະເທດ.

XS
SM
MD
LG