ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະຜູ້ແທນ ລະດັບສູງຂອງລາວ ຢ້ຽມຢາມ ສະຫະລັດ


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ການຕ່າງປະເທດ ສປປ ລາວ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ການຕ່າງປະເທດ ສປປ ລາວ

ລາຍງານຂ່າວ ຈາກລາວແຈ້ງວ່າ ຄະນະຜູ້ແທນ ລະດັບສູງຂອງ ລາວ ພາຍໃຕ້ການນຳພາ ຂອງລັດຖະມົນຕີ ການຕ່າງປະເທດ ຈະເດີນທາງ ມາຢ້ຽມຢາມ ສະຫະລັດ ໃນອາທິດຈະມານີ້.

ໜັງສືພິມ VIENTIANE TIMES ຂອງທາງການລາວ ລາຍງານ ໃນມື້ວັນສຸກ ວານນີ້ວ່າ ລັດຖະມົນຕີ ການຕ່າງປະເທດລາວ ທ່ານທອງລຸນ ສີສຸລິດ ພ້ອມທັງ ກຳຕຳແໜ່ງ ຮອງນາຍົກລັດຖະມົນຕີ ນຳນັ້ນ ຈະເປັນຫົວໜ້າຄະນະ. ໜັງສືພິມສະບັບນີ້ ເວົ້າວ່າ ການຢ້ຽມຢາມ ຄັ້ງສຳຄັນ ຊຶ່ງກຳນົດ ຈະເລີ້ມຂຶ້ນ ໃນມື້ວັນຈັນຈະມາ ແມ່ນເພື່ອ ເປັນການຕອບຮັບ ຕໍ່ການເຊື້ອເຊີນ ຂອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ. ເປັນທີ່ຄາດກັນວ່າ ທ່ານນາງຄລິນຕັນ ຈະໄດ້ພົບປະ ກັບຄະນະ ຜູ້ແທນຂອງລາວ ໃນມື້ວັນອັງຄານ.

ການຢ້ຽມຢາມ ດັ່ງກ່າວນີ້ ຈະເປັນການຢ້ຽມຢາມ ສະຫະລັດ ເທື່ອທຳອິດ ຂອງເຈົ້າໜ້າທີ່ ອະວຸໂສຂອງລາວ ນັບແຕ່ຄອມມູນິສ ໄດ້ເຂົ້າກຳອຳນາດ ຢູ່ລາວ ໃນປີ 1975. ຄວາມສຳພັນ ສອງຝ່າຍ ພວມໄດ້ຮັບ ການປັບປຸງ ໃຫ້ດີຂຶ້ນ ໃນໄລຍະ ສອງສາມປີ ຜ່ານມານີ້ ລຸນຫລັງຄວາມເຄັ່ງຕຶງ ເປັນເວລາ ຫຼາຍໆທົດສະວັດ.

ສະມາຊິກ ສະພາສູງ ສະຫະຣັດ ທ່ານ AL FRANKEN ໄດ້ເດີນທາງ ໄປຢ້ຽມຢາມລາວ ໃນສັບປະດານີ້. ທ່ານ FRANKEN ໄດ້ໄປຢ້ຽມ ພວກຊາວມົ້ງ ຊຶ່ງຄັ້ງນຶ່ງ ໄດ້ຕໍ່ສູ້ ຄຽງບ່າຄຽງໄຫຼ່ ກັບສະຫະລັດ ໃນປາງສົງຄາມ ຫວຽດນາມ. ມີຊາວມົ້ງ ຈຳນວນຫຼວງຫລາຍ ໄດ້ພາກັນຫຼົບໜີ ຈາກລາວ ຫຼັງຈາກ ພວກຄອມມູນິສ ໄດ້ຮັບໄຊຊະນະ ຢູ່ໃນຫວຽດນາມ ແລະລາວ.

ແຕ່ໃນປີກາຍນີ້ ໄທໄດ້ຈັດສົ່ງ ຊາວມົ້ງປະມານ 4,500 ຄົນ ກັບຄືນໄປລາວ ໂດຍເວົ້າວ່າ ພວກເຂົາເຈົ້າ ເປັນອົບພະຍົບ ເສດຖະກິດ ບໍ່ແມ່ນອົບພະຍົບ ການເມືອງ. ທ່ານ FRANKEN ກ່າວວ່າ ທ່ານຈະຮຽກຮ້ອງ ໃຫ້ທ່ານນາງຄລິນຕັນ ກົດດັນ ໃຫ້ເຈົ້າໜ້າທີ່ລາວ ປ່ອຍ ຫຼືອະນຸຍາດໃຫ້ ຊາວມົ້ງ 158 ຄົນ ທີ່ຖືກຮັບຮູ້ວ່າ ເປັນອົບພະຍົບ ໂດຍອົງການ ສະຫະປະຊາຊາດນັ້ນ ໄປຕັ້ງຖິ່ນຖານໃໝ່ ໃນຕ່າງປະເທດໄດ້.

ສະຫະລັດ ການາດາ ອອສເຕຣເລຍ ແລະເນເທີແລນ ໄດ້ສະເໜີ ທີ່ຈະຮັບເອົາ ພວກຊາວມົ້ງ ຈຸນີ້.

XS
SM
MD
LG