ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມອບຊາກກະດູກ ຂອງທະຫານອະເມຣິກັນ ໃຫ້ສະຫະລັດ


ທ່ານນາງ Karen B. Stewart ເອກອັກຄະລັດຖະທູດສະຫະລັດ
ປະຈໍາລາວ ຈັບມືກັບທ່ານສຸບັນ ສະຣິດທິຣາດ ຫົວໜ້າອົງການ
ປາບປາມແລະຄວບຄຸມຢາເສບຕິດຂອງລາວ ຫລັງຈາກເຊັນສັນຍາ
ກ່ຽວກັບການຊ່ວຍເຫລືອດ້ານການຕໍ່ຕ້ານຢາເສບຕິດຂອງສະຫະລັດ
ໃຫ້ແກ່ລາວ ເມື່ອເດືອນພະຈິກ 2010.
ທ່ານນາງ Karen B. Stewart ເອກອັກຄະລັດຖະທູດສະຫະລັດ ປະຈໍາລາວ ຈັບມືກັບທ່ານສຸບັນ ສະຣິດທິຣາດ ຫົວໜ້າອົງການ ປາບປາມແລະຄວບຄຸມຢາເສບຕິດຂອງລາວ ຫລັງຈາກເຊັນສັນຍາ ກ່ຽວກັບການຊ່ວຍເຫລືອດ້ານການຕໍ່ຕ້ານຢາເສບຕິດຂອງສະຫະລັດ ໃຫ້ແກ່ລາວ ເມື່ອເດືອນພະຈິກ 2010.

ນັກການທູດລາວຢືນຢັນວ່າ ການຮ່ວມມືລະຫວ່າງລາວກັບສະຫະລັດ ໃນການຊອກຫາກະ ດູກ ແລະສິ່ງເສດເຫລືອຂອງທະຫານອະເມລິກັນທີ່ເສຍຊີວິດໃນລາວຈະຍັງຄົງສືບຕໍ່ໄປຢ່າງ ບໍ່ຢຸດຢັ້ງ.

ພິທີການສົ່ງມອບຊາກກະດູກແລະສິ່ງເສດເຫລືອຂອງອະດີດທະຫານອະເມຣິກັນ ທີ່ເສຍຊີວິດ
ຢູ່ໃນລາວໃນປາງສົງຄາມອິນໂດຈີນນັ້ນ ໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ຢູ່ແຂວງ
ສະຫວັນນະເຂດ ໂດຍມີທ່ານຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດຂອງ
ລາວເປັນຜູ້ສົ່ງມອບໃຫ້ກັບທ່ານ Peter Haymond ອຸບປະທູດສະຫະລັດ ປະຈໍາປະເທດ
ລາວ ເປັນຜູ້ຮັບມອບ.

ຫີບກະດູກແລະສິ່ງເສດ ເຫລືອຂອງທະຫານອາເມ ຣິກັນກໍາລັງຖືກຫາມໄປ ຂຶ້ນເຮືອບິນເພື່ອສົ່ງກັບ ຄືນເມືອສະຫະລັດ.
ຫີບກະດູກແລະສິ່ງເສດ ເຫລືອຂອງທະຫານອາເມ ຣິກັນກໍາລັງຖືກຫາມໄປ ຂຶ້ນເຮືອບິນເພື່ອສົ່ງກັບ ຄືນເມືອສະຫະລັດ.

ພິທີການຮັບມອບດັ່ງກ່າວນີ້ຖືເປັນຄັ້ງຫລ້າສຸດ ຫລັງຈາກ
ຄະນະວິຊາການລາວ-ສະຫະລັດໄດ້ສິ້ນສຸດການດໍາເນີນການ
ຊອກຫາຄັ້ງທີ່ 1 ປະຈໍາປີ 2010-2011 ໃນລະຫວ່າງວັນທີ່
14 ຕຸລາ ຫາວັນທີ 16 ເດືອນພະຈິກທີ່ຜ່ານມາ ໂດຍເປັນ
ການດໍາເນີນການຊອກຫາໃນພື້ນທີ່ແຂວງຄໍາມ່ວນ, ສະຫວັນ
ນະເຂດແລະເຊກອງ ຊຶ່ງກໍສາມາດຄົ້ນພົບຊາກກະດູກ ແລະ
ສິ່ງເສດເຫລືອຂອງອະດີດທະຫານອະເມຣິກັນຈໍານວນ 3 ກໍລະນີດ້ວຍກັນ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າຍັງຄົງມີອີກຫລາຍກໍລະນີ
ທີ່ຍັງຊອກຫາບໍ່ທັນພົບ ຈຶ່ງເຮັດໃຫ້ຄະນະວິຊາການຂອງທັງ
ສອງຝ່າຍກໍຍັງຈະຕ້ອງດໍາເນີນການຊອກຫາຮ່ວມກັນອີກຕໍ່ໄປອີກຢ່າງບໍ່ມີກໍານົດທີ່ແນ່ນອນ. ໂດຍທາງການລາວນັ້ນກໍ ໄດ້ຢືນຢັນເຖິງຄວາມພ້ອມທີ່ຈະດໍາເນີນການດັ່ງກ່າວຮ່ວມກັບທາງ
ການສະຫະລັດຕໍ່ໄປຢ່າງບໍ່ຢຸດຢັ້ງ ເຊັ່ນດຽວກັນ. ດັ່ງທີ່ທ່ານຢົງ ຈັນທະລັງສີ ເອກອັກຄະລັດ
ຖະທູດລາວປະຈໍາສະວີສເຊີແລນດ໌ ໄດ້ໃຫ້ການຢືນຢັນແລະຊີ້ແຈງກັບວີໂອເອໃນຕອນນຶ່ງວ່າ:

“MIA ນີ້ຍັງສືບຕໍ່ໆເປັນປະຈໍາ ແລ້ວອັນນີ້ກໍເປັນແນວທາງອັນນຶ່ງຂອງລັດຖະບານ
ລາວ ເປັນແນວທາງມະນຸດສະທໍາ ເພາະວ່າພວກເຮົາຄໍານຶງເຖິງແລະເຂົ້າໃຈດີ
ກ່ຽວກັບຄວາມເຈັບປວດຂອງຄອບຄົວທະຫານທີ່ຫາຍສາບສູນໃນສົງຄາມ. ແຕ່
ລະປີ ພວກເຮົາກໍສາມາດຊ່ວຍເຫລືອພວກເພິ່ນເກັບກູ້ຊີ້ນສ່ວນ ຫລືວ່າສິ່ງເສດ
ເຫລືອຂອງ MIA ປີນຶ່ງກະບໍ່ຕໍ່າກວ່າ 20-30 ສົບ ແລະກະເຮັດຢູ່ໃນທຸກແຂວງ.”

ກາເຄື່ອງໝາຍຂອງສັນນິ ບາດແຫ່ງຊາດຂອງຄອບ ຄົວຂອງທະຫານອາເມຣິ ກັນ ທີ່ຫາຍສາບສູນໃນ ປາງສົງຄາມ.
ກາເຄື່ອງໝາຍຂອງສັນນິ ບາດແຫ່ງຊາດຂອງຄອບ ຄົວຂອງທະຫານອາເມຣິ ກັນ ທີ່ຫາຍສາບສູນໃນ ປາງສົງຄາມ.

ທາງການລາວກັບສະຫະລັດ ໄດ້ຮ່ວມກັນດໍາເນີນການຊອກ
ຫາຊາກກະດູກແລະສິ່ງເສດເຫລືອຂອງອະດີດທະຫານອະເມ
ຣິກັນ ທີ່ເສຍຊີວິດໃນລາວນັບຕັ້ງແຕ່ປີ 1983 ເປັນຕົ້ນມາ
ໂດຍມາເຖິງປັດຈຸບັນນີ້ ກໍສາມາດຄົ້ນພົບແລະສົ່ງມອບໃຫ້
ກັບທາງການສະຫະລັດແລ້ວ 240 ກໍລະນີຈາກທັງໝົດ
575 ກໍລະນີ ຊຶ່ງກໍໝາຍຄວາມວ່າ ທັງສອງຝາຍຍັງຈະຕ້ອງ
ໄດ້ຮ່ວມກັນຊອກຫາຕໍ່ໄປອີກ ເຖິງ 335 ກໍລະນີ ນັ້ນເອງ.

ສ່ວນທາງການສະຫະລັດນັ້ນ ກໍໄດ້ຕອບແທນທາງການລາວ
ດ້ວຍການໃຫ້ການຊ່ວຍເຫລືອໃນໂຄງການພັດທະນາຕ່າງໆ
ໃນເຂດຊົນນະບົດ. ຫລ້າສຸດນີ້ ທ່ານນາງ Karen Bevard
Stewart ເອກອັກຄະລັດຖະທູດສະຫະລັດປະຈໍາປະເທດ
ລາວຄົນໃໝ່ ກໍໄດ້ໃຫ້ການຢືນຢັນວ່າ ທາງການສະຫະລັດ
ຈະໃຫ້ຄວາມຊ່ວຍເຫລືອແກ່ລາວໃນ 6 ໂຄງການເປັນຢ່າງ
ໜ້ອຍໃນໄລຍະແຜນການປີ 2010-2011 ນີ້ ໂດຍສະເພາະແມ່ນການຊ່ວຍເຫລືອໃນດ້ານ
ສາທາລະນະສຸກ ດ້ານການສຶກສາແລະການພັດທະນາໂຄງລ່າງພື້ນຖານໃນເຂດຊົນນະບົດ.

ຕົວຢ່າງນຶ່ງ ກໍຄືໂຄງການກໍ່ສ້າງຫ້ອງສຸກເສີນໃຫ້ກັບໂຮງໝໍມິດຕະພາບລາວ-ມົງໂກເລຍ ຢູ່
ແຂວງຊຽງຂວາງ, ໂຄງການສ້າງໂຮງຮຽນມັດທະຍົມສົມບູນໃນແຂວງສາລະວັນ, ສະຫວັນ
ນະເຂດ, ເຊກອງ, ຊຽງຂວາງ ແລະໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນໃນແຂວງອັດຕະ
ປືເປັນຕົ້ນ. ນອກຈາກນີ້ ທາງດ້ານມູນນິທິມິດຕະພາບລາວ-ອະເມຣິກັນ ກໍຍັງໄດ້ປະກາດ
ແຜນການໃຫ້ການຊ່ວຍເຫລືອແກ່ລາວຄິດເປັນມູນຄ່າເຖິງ 70 ລ້ານໂດລາ ໂດຍຈະນໍາໃຊ້
ເຂົ້າໃນການກໍ່ສ້າງໂຮງຮຽນແລະສຸກສາລາໃນທົ່ວປະເທດລາວ ຕະຫລອດແຜນການພັດທະ
ນາ 5 ປີຕໍ່ໄປນີ້ຂອງລັດຖະບານລາວ ກໍຄືປີ 2011-2015 ນັ້ນເອງ.

XS
SM
MD
LG