ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຮ້ອງຂໍ ໃຫ້ນຳສົບ ທ່ານວັງປາວ ໄປຝັງທີ່ ສຸສານແຫ່ງຊາດ ສຫລ


ມື້ລາງ ນາຍພົນວັງປາວ
ມື້ລາງ ນາຍພົນວັງປາວ

ສະມາຊິກລັດຖະສະພາສະຫະລັດຫຼາຍໆທ່ານໄດ້ຮ້ອງຂໍຕໍ່ພວກເຈົ້າໜ້າທີ່ລັດຖະບານກາງ
ສະຫະລັດ ໃຫ້ມີການຍົກເວັ້ນທີ່ຈະອະນຸຍາດໃຫ້ນຳເອົາສົບມື້ລາງນາຍພົນວັງປາວ ຜູ້ນຳ
ຂອງຊາວລາວເຜົ່າມົ້ງ ຊຶ່ງເປັນພັນທະມິດທີ່ສຳຄັນຂອງສະຫະລັດ ໃນປາງສົງຄາມຫວຽດ
ນາມນັ້ນ ໄປຝັງທີ່ສຸສານແຫ່ງຊາດອາຣ໌ລິງຕັນຂອງສະຫະລັດ.

ທ່ານ Jim Costa ສະມາຊິກສະພາຕໍ່າຈາກລັດກາລີຟໍເນຍກ່າວວ່າອະດີດນາຍພົນແຫ່ງ ກອງທັບລາດຊະອານາຈັກລາວທ່ານນີ້ ມີສິດທີ່ຈະຖືກນຳໄປຝັງຢ່າງສົມກຽດຍ້ອນການ ໃຫ້ຄວາມຊ່ອຍເຫຼືອຂອງທ່ານ ຕໍ່ກຳລັງສະຫະລັດ ໃນລະຫວ່າງສົງຄາມຫວຽດນາມ.
ນອກນັ້ນ ທ່ານ Costa ຍັງໄດ້ກ່າວອ້າງເຖິງການປະຕິບັດງານ ໃນຍຸກຫຼັງສົງຄາມຂອງ ທ່ານວັງປາວໃນການຊ່ອຍໃຫ້ຊາວມົ້ງຈຳນວນຫຼາຍພັນຄົນເຂົ້າມາຕັ້ງຖິ່ນຖານໃນຫຼາຍໆ
ຫົວເມືອງຂອງສະຫະລັດ.

ນາຍພົນວັງປາວໄດ້ເສຍຊີວິດໃນສັບປະດາແລ້ວ ທີ່ລັດກາລີຟໍເນຍຮວມ ອາຍຸໄດ້ 81 ປີ.

ສະມາຊິກສະພາຕໍ່າຂອງສະຫະລັດອີກຫຼາຍໆທ່ານໄດ້ຮ່ວມສົມທົບກັບທ່ານ Costa ໃນ
ການຮຽກຮ້ອງທີ່ວ່ານີ້ ຢູ່ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປຫາລັດຖະມົນຕີປ້ອງກັນປະເທດ
ສະຫະລັດທ່ານ Robert Gates ແລະລັດຖະມົນຕີກິດຈະການນັກລົບເກົ່າ ທ່ານ Eric
Shinseki.

ທ່ານນາຍພົນວັງປາວເຄີຍເປັນຜູ້ນຳພາກຳລັງພິເສດໃນຊຸມປີ 1960 ແລະ 1970 ໃນການ ເຮັດສົງຄາມລັບຕໍ່ຕ້ານກຳລັງຫວຽດນາມເໜືອແລະຝ່າຍປະເທດລາວທີ່ໄດ້ຮັບເງິນສະໜັບ
ສະໜຸນຈາກສະຫະລັດ. ທ່ານໄດ້ອົບພະຍົບເຂົ້າມາຢູ່ສະຫະລັດໃນປີ 1975 ຫຼັງຈາກຝ່າຍ
ຄອມມູນິສໄດ້ຂັບໄລ່ລັດຖະບານແຫ່ງລາດຊະອານາຈັກລາວອອກຈາກອຳນາດ.

XS
SM
MD
LG