ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົບກວາງເສົາຫຼາ ຢູ່ລາວ


ການພົບກວາງເສົາຫຼາ ຢູ່ລາວ
ການພົບກວາງເສົາຫຼາ ຢູ່ລາວ

ພວກນັກອະນຸລັກທຳມະຊາດກ່າວວ່າ ນຶ່ງໃນບັນດາສັດທີ່ ຫາຍາກທີ່ສຸດໃນໂລກ ຄືກວາງເສົາຫຼາ ຊຶ່ງຮູ້ກັນໃນອີກຊື່ ນຶ່ງວ່າ Asian Unicorn ນັ້ນ ໄດ້ຖືກພົບເຫັນ ເປັນເທື່ອ ທຳອິດໃນຮອບນຶ່ງທົດສະວັດ ທີ່ປ່າດົງຂອງປະເທດລາວ.

ສະຫະພັນນາໆຊາດ ເພື່ອປົກປັກຮັກສາທຳມະຊາດ ຫຼື IUCN ກ່າວວ່າ ຊາວບ້ານທີ່ແຂວງບໍລິຄຳໄຊຈັບກວາງ ເສົາຫຼາໄດ້ ໃນທ້າຍເດືອນສິງຫາ ຜ່ານມານີ້. ພວກເຂົາ ເຈົ້າໄດ້ຖ່າຍຮູບກວາງເສົາຫຼາໄວ້ແຕ່ມັນໄດ້ຕາຍຍ້ອນທົນ ຕໍ່ຄວາມກົດດັນໃນການຖືກຈັບບໍ່ໄດ້ໃນເວລາສອງສາມມື້ ຕໍ່ມາ. ຊາກຂອງກວາງເສົາຫຼາ ທີ່ ຕາຍໂຕນີ້ ໄດ້ມີການເກັບຮັກສາໄວ້ ຊຶ່ງຈະອຳນວຍໃຫ້ ພວກນັກວິທະຍາສາດມີໂອກາດສຶກ ສາເບິ່ງ ຢ່າງຄົບຖ້ວນ ເປັນເທື່ອທຳອິດ.

ກວາງເສົາຫຼາມີລັກສະນະຄ້າຍຄືກວາງ ແຕ່ມີຄວາມສຳພັນໃກ້ຄຽງຫຼາຍກວ່າກັບສັດຈຳພວກ ງົວຄວາຍ. ກວາງເສົາຫຼານີ້ ໄດ້ຖືກພົບເຫັນ ຢູ່ແຕ່ໃນປະເທດລາວ ແລະຫວຽດນາມທໍ່ນັ້ນ. ພວກນັກອະນຸລັກທຳມະຊາດ ກະປະມານວ່າ ອາດມີກວາງເສົາຫຼາ ໃນລະຫວ່າງຫຼາຍສິບ ຫານຶ່ງຮ້ອຍໂຕ ຍັງອາໄສຢູ່ຕາມທຳມະຊາດ ໃນປ່າດົງພົງໄພ.

XS
SM
MD
LG