ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປປ ລາວ ປະນາມ ການໂຈມຕີ ຂອງ ພວກກໍ່ການຮ້າຍ ຢູ່ ເຄັນຢາ


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ (ພາບຈາກ ສປຊ 28 ກັນຍາ 2013)
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ (ພາບຈາກ ສປຊ 28 ກັນຍາ 2013)
ສປປ ລາວ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ປະຊາຊົນຊາວເຄັນ
ຢາ ແລະປະນາມການໂຈມຕີສູນການຄ້າ ທີ່ນະຄອນໄນໂຣບີ ທີ່
ເຮັດໃຫ້ມີຜູ້ເສຍຊີວິດ 70 ກວ່າຄົນນັ້ນ.

ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາ
ຊາດ ຢູ່ທີ່ນະຄອນນິວຢອກໃນມື້ວັນເສົາວານນີ້ ທ່ານທອງລຸນ ສີ
ລຸລິດຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ
ສປປ ລາວກ່າວມີເນື້ອໄນຕອນນຶ່ງວ່າ

"ລັດຖະບານ ສປປ ລາວ ຂໍສະແດງຄວາມເສົ້າສະຫຼົດໃຈ
ມາຍັງລັດຖະບານ ແລະປະຊາຊົນ ຊາວເຄັນຢາ ກ່ຽວກັບ
ການສູນເສຍຊີວິດ ອັນເປັນຜົນເນື່ອງມາຈາກການໂຈມຕີ
ຂອງພວກກໍ່ການຮ້າຍ ທີ່ນະຄອນຫລວງໄນໂຣບີ ເມື່ອສັບ
ປະດາແລ້ວແລະພ້ອມດຽວກັນຂ້າພະເຈົ້າກໍແມ່ນຮ່ວມກັນກັບປະຊາຄົມນາໆ
ຊາດ ປະນາມການກະທຳ ທີ່ໄຮ້ມະນຸດສະທຳດັ່ງກ່າວ."


ໃນໂອກາດດຽວກັນນີ້ທ່ານທອງລຸນ ກໍໄດ້ເວົ້າເຖິງການຊຸກຍູ້ການຮ່ວມມືຂອງນາໆຊາດ ກ່ຽວກັບການພັດທະນາ ຊຶ່ງທ່ານທອງລຸນເວົ້າວ່າ ສະຖຽນລະພາບທາງດ້ານການເມືອງ ແລະຄວາມໝັ້ນຄົງແມ່ນອົງປະກອບອັນສຳຄັນເພື່ອສ້າງເງື່ອນໄຂໃຫ້ກ້າວໄປສູ່ການພັດ ທະນາແບບຍືນຍົງ.

ນອກນັ້ນທ່ານທອງລຸນ ຍັງໄດ້ກ່າວເຖິງການແກ້ໄຂບັນຫາປາແລສໄຕນ໌ໂດຍມີສອງລັດ ຢູ່ຄຽງຄູ່ກັນຢ່າງມີສັນຕິພາບ ການຍົກເລີກການຫ້າມຄ້າຂາຍຫຼືຂວໍ້າບາດຕໍ່ຄິວບາ.

ທ່ານເວົ້າວ່າ ສປປ ລາວ ໃຫ້ຄວາມສຳຄັນ ເປັນພິເສດ ຕໍ່ການສ້າງບັນຍາກາດ ທີ່ມີແຕ່ ຄວາມສະຫງົບ ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ເພື່ອໃຫ້ມີການພັດ ທະນາປະເທດແລະການຫຼຸດພົ້ນຈາກການເປັນປະເທດທີ່ດ້ອຍພັດທະນາເທື່ອລະກ້າວ.
XS
SM
MD
LG