ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະຊາຊົນລາວຍັງສືບຕໍ່ໄດ້ຮັບ ເຄາະຈາກລະເບີດບໍ່ທັນແຕກ


ເຈົ້າໜ້າທີ່ເກັບກູ້ລະເບີດລາວ ໃນລະວ່າງການປະຕິບັດງານ
ເຈົ້າໜ້າທີ່ເກັບກູ້ລະເບີດລາວ ໃນລະວ່າງການປະຕິບັດງານ

ຮອງ​ນາ​ຍົກ​ລັດຖະມົນຕີ​ລາວ ຊີ້​ແຈງ​ວ່າມີ​ປະຊາຊົນ​ຫລາຍ​ກວ່າ 300 ຄົນ​ທີ່​ໄດ້​ຮັບເຄາະ​ຈາກ​ລະ​ເບີດບໍ່​ທັນ​ແຕກ UXO ​ໃນ​ແຕ່ລະ​ປີ ​ໂດຍ​ກຸ່ມ​ທີ່​ໄດ້​ຮັບ​ຜົນ​ກະ​ຫລາຍ​ທີ່ສຸດ​ນັ້ນ ກໍ​ຄືເດັກນ້ອຍແລະ​ຊາວ​ໄຮ່​ຊາວນາ.

ຜູ້ຊາຍລາວຄົນນຶ່ງທີ່ໄດ້ຮັບເຄາະຈາກລະເບີດບໍ່ທັນແຕກ
ຜູ້ຊາຍລາວຄົນນຶ່ງທີ່ໄດ້ຮັບເຄາະຈາກລະເບີດບໍ່ທັນແຕກ

ພົນ​ໂທດ​ວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ໃນ​ຖານະ​ປະທານ ຄະນະ​ກຳມະການ​ເກັບ​ກູ້​ຣະ​ເບີດ​ແຫ່ງ​ຊາດ​ລາວ​ຖະ​ແຫລ​ງຍອມ ຮັບ​ວ່າການ​ທີ່​ຍັງ​ມີລະ​ເບີດ​ບໍ່​ທັນ​ແຕກ ຫລື​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ໃນ​ລາວ​ຢ່າງຫລວງຫລາຍ​ໃນ​ທຸກ​ມື້​ນີ້ ບໍ່​ພຽງ​ແຕ່​ຈະ​ເປັນ​ອຸປສັກ​ຕໍ່​ການ​ປະຕິບັດ​ແຜນການ​ພັທະນາເສດຖະກິດ ສັງຄົມ​ໃນ​ລາວ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ຊີວິດ​ແລະ​ຮ່າງກາຍ​ຂອງ​ປະຊາຊົນ​ລາວ​ຢ່າງ​ກວ້າງຂວາງອີກ​ດ້ວຍ ຊຶ່ງ​ກໍ​ຄື​ນັບ​ຈາກ​ປີ 1964 ​ເປັນ​ຕົ້ນ​ມາ​ກໍ​ປາກົດ​ວ່າ​ມີ​ປະຊາຊົນ​ລາວ​ທີ່​ໄດ້​ຮັບ​ເຄາະ​ຈາກລະ​ເບີດ​ບໍ່​ທັນ​ແຕກ​ຫລາຍ​ທີ່​ສຸດ​ກໍ​ຄື​ເດັກນ້ອຍ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ທີ່ຢູ່​ໃນ​ເຂດຊົນນະບົດ​ ດັ່ງ​ທີ່​ພົນ​ໂທດ​ວງ​ໃຈ ​ໄດ້​ກ່າວ​ເນັ້ນ​ຍ້ຳ​ໃນ​ຕອນ​ນຶ່ງ​ວ່າ:

“ລາວ​ເປັນ​ປະ​ເທດ​ທີ່​ມີ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ຈາກ​ລະ​ເບີດ​ບໍ່​ມັນແຕກ ​ເລີ່​ມ​ແຕ່​ປີ 1964 ​ເປັນ​ຕົ້ນ​ມາ ພວ​ກ​ເດັກນ້ອຍ ​ແລະ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີ​ດບໍ່​ທັນ​ແຕກ​ຈຳນວນ 50,000 ຄົນ ​ໂດຍ​ໃນ​ແຕ່ລະ ປີ​ຈະ​ມີ​ເດັກນ້ອຍ​ແລະ​ຜູ້​ໃຫຍ່​ຈຳນວນ 300 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ຈົນ ​ເຖິງ​ປັດຈຸບັນ​ນີ້ ລະ​ເບີດ​ບໍ່​ທັນ​ແຕກ​ຍັງ​ເປັນ​ສິ່ງ​ກີດ​ຂວາງ​ຕໍ່​ການພັທະ​ນາ​ພື້ນຖານໂຄງ​ລ່າງ ການພັທະນາ​ເສ​ດຖະກິດ ສັງຄົມ ​ແລະ​ເປັນ​ອຸບປະສັກ​ໃຫ້​ແກ່​ການຈັດຕັ້ງປະຕິບັດ​ແຜນການ​ລົບ​ລ້າງ​ຄວາມທຸກ​ຈົນ​ໃຫ້​ບັນລຸ​ເປົ້າໝາຍ​ໃນ​ປີ 2020“

ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່​ໃນ​ລາວ ​ໃນ​ລະຍະ​ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ​ເຖິງ​ທ້າຍ​ປີ 2009 ນັ້ນ ກໍ​ປາກົດ​ວ່າ​ສາມາດ​ເກັບ​ກູ້​ໄດ້​ພຽງ​ແຕ່​ໃນ​ພື້ນ​ທີ່ 195 ກິ​ໂລ​ເມດ​ມົນທົນ​ເທົ່ານັ້ນ ​ໃນ​ຂະນະ​ທີ່​ມີ​ລະ​ເບີດບໍ່​ທັນ​ແຕກ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ດິນ​ລາວ​ພື້ນ​ທີ່​ກວ້າງ​ກວ່າ 87,000 ກິ​ໂລ​ເມັດ​ມົນທົນ ຫລື 1 ​ໃນ 3 ຂອງ​ພື້ນ​ທີ່​ທັງໝົດ​ຂອງ​ປະເທດ​ລາວ. ​ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ປາກົດ​ດ້ວຍ​ວ່າ ​ໃນ​ຈຳນວນ​ລະ​ເບີດ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ​ທີ່​ເຊື່ອ​ວ່າ​ຍັງ​ຢູ່​ຫລາຍ​ກວ່າ 270 ລ້ານ​ນ່ວຍນັ້ນ ກໍ​ຍັງ​ເປັນ​ລະ​ເບີດ​ທີ່​ບໍ່ທັນ​ແຕກ​ຄິດ​ເປັນ ປະລິມານ​ທີ່​ສູງ​ເຖິງ 30 ​ເປີ​ເຊັນ​ຂອງ​ຈຳນວນ​ລະ​ເບີດ​ທັງ​ໝົດ​ດັ່ງກ່າວ​ອີກ​ດ້ວຍ.

XS
SM
MD
LG