ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງື່ອນໄຂ ທີ່ລາວຈະພົ້ນຈາກ ສະພາບດ້ອຍພັດທະນາ


ກອງປະຊຸມຂອງຄະນະລັດຖະບານລາວກ່ຽວກັບການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນຕົ້ນປີ 2012 ທີ່ນະຄອນວຽງຈັນ
ກອງປະຊຸມຂອງຄະນະລັດຖະບານລາວກ່ຽວກັບການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນ ທີ່ຈັດຂຶ້ນໃນຕົ້ນປີ 2012 ທີ່ນະຄອນວຽງຈັນ

ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ລະບຸວ່າ ລາວຈະຫລຸດພົ້ນຈາກ ສະພາບດ້ອຍພັດທະນາໄດ້ຕາມເປົ້າໝາຍໃນປີ 2020 ນັ້ນ ຈະຕ້ອງປະຕິບັດໃຫ້ໄດ້ 2 ເງື່ອນໄຂ ໃນ 3 ເງື່ອນໄຂທີ່ສໍາຄັນ.

ທ່ານ Minh Pham ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ຫລື
UNDP ສໍານັກງານປະຈໍາປະເທດລາວ ໄດ້ໃຫ້ການຢືນຢັນຕໍ່ກອງປະຊຸມວ່າດ້ວຍຍຸດທະ
ສາດ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ ຕາມເປົ້າໝາຍໃນປີ
2020 ທີ່ໄດ້ຈັດຂຶ້ນຮ່ວມກັນ ລະຫວ່າງທາງການລາວ ແລະ UNDP ເມື່ອບໍ່ນານມານີ້
ຢູ່ນະຄອນວຽງຈັນວ່າ ການທີ່ລາວຈະຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຢ່າງແທ້
ຈິງນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງ ທີ່ທາງການລາວຈະຕ້ອງປະຕິບັດໃຫ້ໄດ້ 2 ເງື່ອນໄຂ
ໃນ 3 ເງື່ອນໄຂທີ່ສໍາຄັນ.

ເງື່ອນໄຂທີນຶ່ງກໍແມ່ນການບັນລຸເປົ້າໝາຍກ່ຽວກັບລາຍໄດ້ປະຊາຊາດ (GNI) ຊຶ່ງອົງການ
ສະຫະປະຊາຊາດ ຈະມີການກໍານົດອັດຕາຂັ້ນຕໍ່າເປັນປະຈໍາທຸກ 3 ປີ. ສໍາລັບລາວນັ້ນ ກໍຈະຕ້ອງມີລາຍໄດ້ປະຊາຊາດ ທີ່ສາມາດໄລ່ສະເລ່ຍເປັນລາຍໄດ້ຂັ້ນຕໍ່າຂອງປະຊາກອນ
ລາວໄດ້ບໍ່ຫລຸດ 1,190 ໂດລາຕໍ່ຄົນ ສໍາລັບໃນທ້າຍປີ 2012 ນີ້ ແລະຈະຕ້ອງເພີ້ມຂຶ້ນ
ຢ່າງສະໝໍ່າສະເໝີ ໃນທຸກໆປີອີກດ້ວຍ.

ການມອບໃບປະກາດສະນີຍະບັດ ແກ່ນັກສຶກສາ ທີ່ຈົບຈາກວິທະ ຍາໄລແຫ່ງນຶ່ງໃນລາວ
ການມອບໃບປະກາດສະນີຍະບັດ ແກ່ນັກສຶກສາ ທີ່ຈົບຈາກວິທະ ຍາໄລແຫ່ງນຶ່ງໃນລາວ

ສ່ວນເງື່ອນໄຂທີສອງກໍຄື ດັດສະນີກ່ຽວກັບຄຸນນະ
ພາບຊີວິດການເປັນຢູ່ຂອງປະຊາຊົນ ເຊ່ນລະດັບ
ການສຶກສາ ອັດຕາສະເລ່ຍການຮູ້ໜັງສືຂອງປະຊາ
ຊົນ ການໄດ້ຮັບບໍລິການດ້ານສຸຂະພາບອະນາໄມ
ອັດຕາການເສຍຊີວິດຂອງເດັກນ້ອຍ ແລະແມ່ຍິງທີ່
ຕັ້ງທ້ອງ ແລະອັດຕາສະເລ່ຍການໄດ້ຮັບສານອາ
ຫານຂອງເດັກນ້ອຍຢ່າງຄົບຖ້ວນເປັນຕົ້ນ ຊຶ່ງທັງ
ໝົດນີ້ ກໍຈະຕ້ອງປະຕິບັດໃຫ້ໄດ້ ຕາມເກນຂອງ
ສະຫະປະຊາຊາດ.

ສໍາລັບເງື່ອນໄຂທີສາມກໍຄື ຄວາມແຂງແກ່ນຂອງລະບົບເສດຖະກິດມະຫາພາກ ຈະຕ້ອງ
ມີການຂະຫຍາຍຕົວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະມີຄວາມອາດສາມາດທີ່ຈະຕ້ານທານກັບ
ບັນຫາ ຫລືຜົນກະທົບຕ່າງໆ ໄດ້ຢ່າງຄັກແນ່. ຕົວຢ່າງກໍຄື ຜົນກະທົບຈາກໄພພິບັດທໍາ
ມະຊາດ ຫລືບັນຫາວິກິດການທາງການເງິນ ຈາກພາຍນອກປະເທດເປັນຕົ້ນ.

ການສັກຢາແລະຢອດຢາກັນພະຍາດທີ່ລາວ
ການສັກຢາແລະຢອດຢາກັນພະຍາດທີ່ລາວ

ແຕ່ຢ່າງໃດກໍຕາມ ໂດຍພິຈາລະນາຈາກຜົນຂອງການ
ຈັດຕັ້ງປະຕິບັດຂອງທາງການລາວ ໃນໄລຍະນັບຈາກປີ
1996 ເປັນຕົ້ນມາ ກໍເຮັດໃຫ້ຜູ້ຕາງໜ້າຂອງ UNDP
ເຊື່ອໝັ້ນວ່າ ທາງການລາວມີຄວາມອາດສາມາດທີ່ຈະ
ພັດທະນາປະເທດໃຫ້ຫລຸດພົ້ນຈາກສະພາບດ້ອຍພັດ
ທະນາໄດ້ ໂດຍພື້ນຖານໃນປີ 2018 ແລະຫລັງຈາກນັ້ນ
ກໍຈະຕ້ອງໃຊ້ເວລາອີກ 3 ປີ ເພື່ອກ້າວໄປສູ່ການຫລຸດ
ພົ້ນຈາກສະພາບດ້ອຍພັດທະນາ ຢ່າງແທ້ຈິງ.

ສໍາລັບໃນໄລຍະແຜນການປີ 2012-2013 ທີ່ຈະເລີ່ມລົງມືປະຕິບັດແຕ່ເດືອນຕຸລາ 2012
ໄປຈົນເຖິງເດືອນກັນຍາ 2013 ນັ້ນ ລັດຖະບານລາວໄດ້ຄາດໝາຍວ່າ ການຂະຫຍາຍໂຕ
ທາງເສດຖະກິດ ໃນລະດັບ 8% ດັ່ງກ່າວ ຈະເຮັດໃຫ້ມູນຄ່າທາງເສດຖະກິດຂອງລາວ
ເພີ່ມຂຶ້ນເປັນ 80,500 ຕື້ກີບ ຫຼື 1 ໝື່ນລ້ານໂດລາ ໃນທ້າຍປີ 2013 ຊຶ່ງສາມາດໄລ່ສະ ເລ່ຍເປັນລາຍຮັບຂອງປະຊາກອນລາວ ໄດ້ເກີນກວ່າ 1,500 ໂດລາ ຕໍ່ຄົນ ຕໍ່ປີ.

ການເກັບກ່ຽວເຂົ້ານາປີໃນລາວ
ການເກັບກ່ຽວເຂົ້ານາປີໃນລາວ

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງ
ໄດ້ວາງເປົ້າໝາຍ ທີ່ຈະຊຸກຍູ້ການ
ຜະລິດເຂົ້າໃຫ້ໄດ້ເຖິງ 3.8 ລ້ານໂຕນ,
ຊຸກຍູ້ໃຫ້ຜົນຜະລິດໃນພາກອຸດສາຫະ
ກໍາ ແລະຫັດຖະກໍາ ຂະຫຍາຍໂຕບໍ່ຫຼຸດ
10%, ເຮັດໃຫ້ອັດຕາຄົນທຸກຍາກຫຼຸດ
ລົງເຫຼືອຕໍ່າກວ່າ 14% ຂອງຄົວເຮືອນ
ທັງໝົດ, ຫາກແຕ່ທ່ານທອງສິງ ທໍາມະ
ວົງ ນາຍົກລັດຖະມົນຕີກໍຍອມຮັບວ່າ ບໍ່
ແມ່ນເລື້ອງງ່າຍ ທີ່ຈະບັນລຸເປົ້າໝາຍດັ່ງ
ກ່າວໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານໃຫ້ການ
ເນັ້ນຢໍ້າວ່າ:

“ພວກເຮົາຈະຕ້ອງໄດ້ເພີ້ມທະວີຄວາມພະຍາຍາມຫລາຍກວ່າເກົ່າເພື່ອຮັບປະກັນ
ໃຫ້ບັນ
ລຸຄາດໝາຍທີ່ວາງອອກຈະຕ້ອງໄດ້ສຸມໃສ່ຊຸກຍູ້ການຜະລິດນາປີ ແລະການ
ຜະລິດລະດູຝົນ
ເອົາໃຈໃສ່ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ
ກະກຽມໃຫ້ແກ່ການຕ້ານ ແລະແກ້ໄຂໄພພິບັດ ໃຫ້ໄດ້ດີ ໃຫ້ໄວກວ່າເກົ່າ
.

ແຕ່ຢ່າງໃດກໍຕາມ ມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນລາວ ກໍໄດ້ວາງເປົ້າໝາຍ ທີ່ຈະພັດທະນາເສດຖະກິດ ໃນໄລຍະຈາກປີ 2011-2015 ໃຫ້ຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດ
ຕາສະເລ່ຍບໍ່ຕໍ່າກວ່າ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ອັດຕາຄວາມທຸກຈົນຂອງປະຊາຊົນລາວຫຼຸດລົງ
ເຫຼືອບໍ່ເກີນ 10% ຂອງປະຊາກອນທັງໝົດ ໃນປີ 2015 ອີກດ້ວຍ.

XS
SM
MD
LG