ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫັວດດີການສັງຄົມຍອມຮັບວ່າ ຈົນ ເຖິງຂະນະນີ້ກໍຍັງຄົງບໍ່ມີຄວາມຊັດເຈນວ່າບັນດາຜູ້ອອກແຮງງານຢູ່ໃນລາວຈະໄດ້
ຮັບການປັບຂຶ້ນອັດ ຕາຄ່າຈ້າງຂັ້ນຕໍ່າເມື່ອໃດແທ້.
ເຖິງແມ້ນວ່າຄະນະກໍາມະການຮ່ວມສາມຝ່າຍລະຫວ່າງລັດຖະບານກັບສະມາຄົມ
ນາຍຈ້າງ ແລະສະຫະພັນກໍາມະບານໃນຖານະຕົວແທນຂອງລູກຈ້າງນັ້ນຈະໄດ້
ຕົກລົງໃນຫຼັກການຮ່ວມກັນແລ້ວວ່າ ຈະມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າບໍ່ໜ້ອຍ
ກວ່າ 80% ຊຶ່ງຈະເຮັດໃຫ້ອັດຕາຄ່າຈ້າງຂັ້ນຕໍ່າເພີ່ມຂຶ້ນຈາກ 348,000 ກີບ ເປັນ
626,400 ກີບຕໍ່ເດືອນກໍຕາມ.
ໂດຍສາເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ກໍຍ້ອນວ່າທາງຝ່າຍລັດຖະບານ
ຕ້ອງການໃຫ້ກະຊວງແຮງງານທໍາການປັບແກ້ອັດຕາຄ່າຈ້າງຂັ້ນຕໍ່າ ທີ່ກໍານົດຂຶ້ນ
ໃໝ່ ນັ້ນໃຫ້ເປັນຕົວເລກທີ່ງ່າຍຕໍ່ການຄິດໄລ່ລາຍຮັບ ແລະຜົນປະໂຫຍດໃນດ້ານ ອື່ນໆຂອງບັນດາຜູ້ອອກແຮງງານ ຊຶ່ງໃນທີ່ນີ້ກໍຄືລັດຖະບານລາວບໍ່ຢາກໃຫ້ມີເສດ
400 ກີບ ໃນອັດຕາຄ່າຈ້າງຂັ້ນຕໍ່າທີ່ກໍານົດຂຶ້ນໃໝ່ດັ່ງກ່າວ.
ຫາກແຕ່ບັນຫາທີ່ເກີດຂຶ້ນໃນເວລານີ້ກໍຄືຈະທໍາການປັບຂຶ້ນ
ຫຼືປັບລົງ, ເພາະຖ້າຫາກວ່າກະຊວງແຮງງານເລືອກໃນ
ແນວທາງຂອງການປັບຂຶ້ນກໍ່ຍ່ອມຈະຖືກຄັດຄ້ານຈາກ
ນາຍຈ້າງ ແຕ່ຖ້າຫາກວ່າເລືອກທີ່ຈະປັບລົງ ກໍຈະຖືກຄັດ
ຄ້ານຈາກສະ ຫະພັນກໍາມະບານຢ່າງຫຼິກລ່ຽງບໍ່ໄດ້ເຊັ່ນ
ກັນ.
ແຕ່ຢ່າງໃດກໍຕາມ ທ່ານຄໍາຫລ້າ ລໍລອນສີ ປະທານສະ
ຫະພັນກໍາມະບານລາວ ໃຫ້ການຢືນຢັນວ່າ ຈະມີການ
ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ໃຫ້ກັບບັນດາຜູ້ອອກແຮງ
ງານຢູ່ລາວຢ່າງແນ່ນອນ ທັງນີ້ກໍເພື່ອໃຫ້ສອດຄ່ອງກັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນ
ຢ່າງຕໍ່ເນື່ອງ ດັ່ງທີ່ທ່ານກ່າວວ່າ:
“ສະພາບການເສດຖະກິດການເງິນຂອງໂລກ ກໍຄືພາຍໃນຂອງພວກເຮົານີ້
ມັນມີການປ່ຽນແປງ ຈັ່ງຊັ້ນພວກເຮົາມີຄວາມຈໍາເປັນຈະຕ້ອງ ໄດ້ປັບປຸງ
ກ່ຽວກັບເງິນເດືອນຕໍ່າສຸດຂອງກໍາມະການຂຶ້ນຕື່ມອີກ ປັດຈຸບັນນີ້ ພວມກໍາ
ລັງຄົ້ນຄວ້າສົມທົບກັບທາງພາຄີສະພາການຄ້າ ທາງລັດຖະບານແລະ ກະ
ຊວງແຮງງານ ສ່ວນຈະໄດ້ ກໍຍັງກໍາລັງຄົ້ນຄວ້າເພື່ອສະເໜີຢູ່.”
ໃນປັດຈຸບັນນີ້ ອັດຕາຄ່າຈ້າງຂັ້ນຕໍ່າຂອງບັນດາຜູ້ໃຊ້ແຮງງານໃນລາວນັ້ນຢູ່ທີ່ລະດັບ
348,000 ກີບ ຊຶ່ງເມື່ອລວມກັບຄ່າລ່ວງເວລາໃນການທຳງານແລະເງິນອຸດໜູນຕ່າງໆ
ເພື່ອການຄອງຊີບແລ້ວ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວ ແຕ່ລະຄົນມີລາຍໄດ້ສະເລ່ຍ
ປະມານ 5 ແສນກວ່າກີບຕໍ່ເດືອນ ຊຶ່ງສຳລັບຜູ້ໃຊ້ແຮງງານແລ້ວ ຖືວ່າເປັນລາຍໄດ້ ທີ່ ຕໍ່າຫລາຍເມື່ອທຽບກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະຫລອດເວລາ.
ຕົວຢ່າງກໍຄື ລາຄາສິນຄ້າອຸບປະໂພກ ບໍລິໂພກໃນທົ່ວປະເທດລາວ ໄດ້ປັບຕົວສູງຂຶ້ນເຖິງ
13.19% ໃນເດືອນຕຸລາທີ່ຜ່ານມາ ເຖິງແມ່ນວ່າ ຈະຫລຸດລົງໃນຊ່ວງເດືອນພຶດສະຈິກາ
ກໍຕາມ ຫາກແຕ່ກໍຍັງສູງເກີນກວ່າລະດັບ 10% ແລ້ວ ສ່ວນອັດຕາເງີນເຟີ້ກໍປັບຕົວສູງ
ຂຶ້ນເກິນກວ່າ 9% ໃນໄລະຍະດຽວກັນນີ້ ຊຶ່ງສູງກວ່າແຜນການ ທີ່ລັດຖະບານລາວ ໄດ້ ວາງໄວ້ກໍຄືການຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ສູງກວ່າອັດຕາການຂະຫຍາຍຕົວທາງເສດ
ຖະກິດທີ່ຄາດວ່າຈະຢູ່ທີ່ລະດັບ 8% ໃນຕະຫຼອດປີນີ້ນັ້ນເອງ.
ນອກຈາກນີ້ ທ່ານຄໍາຫລ້າ ກໍຍັງໄດ້ໃຫ້ການຍອມຮັບວ່າສະຖານະການທີ່ໜ້າເປັນຫວ່ງ
ອີກຢ່າງນຶ່ງ ກໍຄືການເອົາປຽບຕໍ່ຜູ້ໃຊ້ແຮງງານ ໂດຍບັນດານາຍຈ້າງໃນລາວ ທີ່ຍັງຄົງ
ເກີດ ຂຶ້ນຢູ່ເລື່ອຍມາ ໂດຍເຖິງແມ້ວ່າສະຫະພັນກໍາມະບານລາວຈະໄດ້ດໍາເນີນການກວດ
ກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍບໍ່ສາມາດທີ່ຈະກວດກາໄດ້ຢ່າງທົ່ວເຖິງແຕ່ຢ່າງໃດ.