ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອຸບັດເຫດທ້ອງຖະໜົນໃນ ລາວ ມີຫລາຍຂຶ້ນຢ່າງໜ້າ ເປັນຫ່ວງ


ແມ່ຄ້າເລ່ຊື້ຂາຍກະດາດໃນລາວແບບນີ້ ກໍມີສ່ວນພາໃຫ້ເກີດອຸບັດເຫດທ້ອງຖະໜົນ
ແມ່ຄ້າເລ່ຊື້ຂາຍກະດາດໃນລາວແບບນີ້ ກໍມີສ່ວນພາໃຫ້ເກີດອຸບັດເຫດທ້ອງຖະໜົນ

ອັດຕາ​ການ​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຕາມ​ຖະໜົົນໃນ​ລາວ ໄດ້​ເພີ່ມ​ຂື້ນ​ໃນ​ທົ່ວ​ປະ​ເທດ ​ໂດຍ​ໃນ​ປີ 2009 ທີ່​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 750 ຄົນ ​ແລະ​ຍານ​ພາຫະນະ​ເສຍ​ຫາຍ​ໄປ​ຫລາຍ​ກວ່າ 9,000 ຄັນ ຈາກ​ອຸບັດ​ເຫດ​ທັງ​ໝົດ​ຫລາຍ​ກວ່າ 5,400 ລາຍ.

ແມ່ຄ້າເລ່ຊື້ຂາຍກະດາດໃນລາວແບບນີ້ ກໍມີສ່ວນພາໃຫ້ເກີດອຸບັດເຫດທ້ອງຖະໜົນ
ແມ່ຄ້າເລ່ຊື້ຂາຍກະດາດໃນລາວແບບນີ້ ກໍມີສ່ວນພາໃຫ້ເກີດອຸບັດເຫດທ້ອງຖະໜົນ

ທ່ານ​ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ວ່າກາ​ນກະຊວງ​ປ້ອງ​ກັນ​ຄວາມ​ສະ​ງົບພາຍ​ໃນ​ຂອງລາວ​ໄດ້​ຖະ​ແຫລງ​ຍອມຮັບ​ວ່າ​ ຈຳນວນ​ອຸບັດ​ເຫດ​ຕາມ​ຖະໜົົນ​ໃນ​ລາວ ​ໄດ້​ເພີ​່ມຂື້ນ​ທຸກໆ​ປີ ​ໂດຍ​ເຖິງ​ແມ່ນ​ວ່າ​ທາງ​ການ​ລາວ​ຈະ​ໄດ້​ພະຍາຍາມ​ດຳ​ເນີນ​ມາດ​ຕະການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້​ມາ​ຢ່າງ​ຕໍ​່​ເນຶ່ອງ ຫາກ​ແຕ່​ກໍ​ຍັງ​ບໍ່​ສາມາດ​ທີ່​ຈະ​ລົດ​ຈຳນວນ​ອຸ​ບັດ​ເຫນ​ຕາມຖະໜົນ​ໃຫ້​ໜ້ອຍ​ລົງ​ໄດ້​ເລີ​ຍ.

ສຳ​ຫລັບໃນ​ຕະຫລອດ​ປີ 2009ທ່ີ​ຜ່ານ​ມາ​ນັ້ນ ກໍ​ປາກົດ​ວ່າ​ມີ​ອຸບັດ​ເຫດ​ຕາມ​ຖະໜົນ​ເກີດ​ຂື້ນ​ໃນ​ທົ່ວ​ປະ​ເທດ​ລາວ​ ຈຳນວນ​ທັງ​ໝົດ 5,490 ກວ່າລາຍ ຊຶ່ງ​ເຮັດ​ໃຫ້ຍານ​ພາຫະນະ​ເສຍ​ຫາຍ​ໄປ​ເຖິງ 9,107 ຄັນ ສ່ວນ​ຄົນ​ລາວ​ທີ່​ປະສົບ​ອຸບັດ​ເຫດ ​ກໍ​ໄດ້ຮັບ​ບາດ​ເຈັບ​ທັງ​ໝົດ 19,000 ກວ່າ​ຄົນ ​ແລະ​ເສຍ​ຊີວິດ​ໄປ​ເຖິງ 750 ກວ່າ​ຄົນ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ທອງບັນ ກໍ​ຍັງ​ຍອມຮັບ​ດ້ວຍ​ວ່າ ອັດຕາ​ການ​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຕາມ​ຖະໜົນ​ຂອງ​ຄົນ​ລາວ​ໄດ້​ເພີ່ມ​ຂື້ນ​ອີກ​ຢ່າງ​ຕັ້ງໜ້າ ​ແລະ​ຖື​ວ່າ​ລາວ​ເປັນອັນ​ດັບ​ທີ່​ 5 ​ໃນ​ຂົງ​ເຂດ​ເອ​ເຊຍ ທີ່​ມີ​ການ​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຕາມ​ຖະໜົົນ ​ໃນ​ອັດຕາສະ​ເລ່ຍສູງ​ສຸດ ດັ່ງ​ທີ່​ທ່ານ​ໄດ້​ຖະແຫລງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ອັນ​ທີ່​ມັນ​ຍັງ​ບໍ່​ທັນ​ລົດ​ລົງ ​ແລະ​ກໍ​ໄດ້​ເພີ່ມ​ຂື້ນ​ຢູ່​ຕະຫລອດ ​ເຖິງ​ແມ່ນ​ວ່າ​ຈະໄດ້​ເອົາ​ໃຈ ​ໃສ່​ແກ້​ໄຂ​ຫລາຍ​ເທົ່າ​ໃດ​ກໍ​ຕາມ​ນັ້ນ ກໍ​ແມ່ນ​ຄະດີ​ອຸບັດ​ເຫດ​ຕາມ​ຖະໜົົນ​ຫລວງ ອັນ​ນີ້ ​ເຫັນ​ວ່າ​ເພີ່ມ​ຂື້ນຫລາຍ​ກວ່າ​ປີຜ່ານມາ ຊຶ່ງ​ມັນ​ໄດ້​ສະ​ແດງ​ອອກ​ດ້ວຍ​ຕົວ​ເລກ​ຄົນ​ເສຍຊີວິດ​ ໂດຍ​ສະ​ເລ່ຍ 1.6 ຄົນ​ຕໍ່​ມື້ ​ແຕ່​ປີ​ນີ້​ໄດ້​ເພີ່ມ​ຂື້ນ​ເປັນ 2.05 ຄົນ​ຕໍ່​ມື້ ​ຫາກ​ແຕ່ ຈະ​ວ່າ​ລາວ​ເປັນ​ແຊມ​ໂລກ​ຫລື​ປະ​ເທດ​ທີ່​ມີ​ຄົນ​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຕາມ​ຖະໜົົນ ຫລາຍ​ທີ່​ສຸດ​ ກໍ​ຄົງ​ບໍ່​ແມ່ນ ​ເພາະ​ຈາກ​ສະຖິຕິ​ໃນ​ກຸ່ມ​ປະ​ເທດ​ອາ​ຊ່ຽນ ດ້ວຍ​ກັນ​ທັງຫລາຍ​ນັ້ນ ກໍ​ຄື​ລາວ​ຢູ່​ອັນ​ດັບ 5.“

ສຳ​ລັບ​ເຂດທີ່​ມີ​ອຸບັດ​ເຫດ​ຕາມ​ຖະໜົນ​ເກີດ​ຂື້ນ​ຫລາຍ​ທີ່​ສຸດ​ໃນ​ລາວ ກໍ​ຄື​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ໃນ​ປີ 2009 ທີ່​ຜ່ານ​ມາ​ນັ້ນ ກໍ​ປາກົດ​ວ່າມີ​ອຸບັດ​ເຫດ​ຕາມຖະໜົນ​ເກີດ​ຂື້ນ​ຫລາຍ​ກວ່າ 1,730 ລາຍ ຊຶ່ງ​ເຮັດ​ໃຫ້​ຍານ​ພາຫະນະ​ເສຍ​ຫາຍ​ໄປ 3,240 ຄັນ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 3,000 ຄົນ ​ແລະ​ເສຍ​ຊີວິດ​ໄປ 158 ຄົນ.

ສ​າ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸບັດ​ເຫດ​ຕາມ​ຖະໜົົນ​ເພີ່ມ​ຂື້ນ ​ແລະ​ມີ​ຄວາມ​ເສຍ​ຫາຍ​ເພີ່ມ​ຫລາຍ​ຂື້ນ​ດ້ວຍ​ນັ້ນ ກໍ​ຄື​ການ​ຂັບ​ຂີ່​ຍວດ​ຍານພາຫະນະ​ດ້ວຍ​ຄວາມ​ປະ​ໝາດ ​ເຊັ່ນ​ການ​ບໍ່​ປະຕິບັດ​ຕາມ​ກົດ​ຈະລາ​ຈອນ ການ​ຂັບ​ຂີ່​ຍານ​ພາຫະນະ​ຂະນະ​ທີ່​ມືນ​ເມົາ ​ແລະ​ການ​ຂັບ​ຂີ່​ຍານ​ພາຫະນະ​ໄວ​ເກີນ​ໄປ ​ແລະ​ການ​ບໍ່​ສວມ​ໝວກ​ກັນ​ກະທົບ​ ໃນ​ຂະນະ​ຂັບ​ຂີ່​ລົດຈັກ​ເປັນ​ຕົ້ນ. ​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ເຊື່ອ​ວ່າ​ໃນ​ປີ 2010 ນີ້ ຈະ​ມີ​ອຸ​ບັດ​ເຫດ​ຕາມ​ຖະໜົົນ​ເພີ່ມ​ຂື້ນ​ຫລາຍ​ກວ່າ​ປີ 2009 ທີ່ຜ່ານ​ມາ​ອີກ​ດ້ວຍ. ກໍລະນີທີ່ສາມາດ​ຢືນ​ຢັນ​ໄດ້​ເຖິງ​ທ່າ​ອ່ຽງ​ດັ່ງກ່າວ ກໍ​ຄື​ໃນໄລຍະ​ບຸນ​ສົງການ​ປີ​ໃໝ່​ລາວ​ລະ​ວ່າງວັນ​ທີ່ 14-16 ​ເມສາ​ທີ່​ຜ່ານ​ມາ ປາກົດ​ວ່າ​ມີ​ອຸບັດ​ເຫດ​ຕາມ​ຖະໜົົນ​ເກີດ​ຂື້ນ 170 ລາຍ ​ໃນ​ທົ່ວ​ປະ​ເທດ​ລາວ ​ແລະ​ມີ​ຜູ້​ເສຍ​ຊີວິດ​ໄປ 17 ຄົນ ຊຶ່ງ​ເພີ່ມ​ຂື້ນ​ຈາກ 165 ລາຍ ​ແລະ​ຜູ້​ເສຍ​ຊີວິດ 16 ຄົນ ​ໃນ​ຊ່ວງ​ດຽວ​ກັນ​ຂອງ​ປີຜ່ານມາ ​ໂດຍ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ເຂດ​ທີ່​ເກີດ​ອຸບັດ​ເຫດ​ຕາມ​ຖະໜົນ​ຫລາຍ​ທີ່​ສຸດ​ໃນ​ປະ​ເທດ​ລາວ ​ເຊັ່ນ​ເຄີຍ.

XS
SM
MD
LG