ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຂາດດຸນການຄ້າຕໍ່ ໄທ ຫຼຸດລົງໃນປີ 2020 ຍ້ອນການລະບາດ ຂອງ COVID-19


ລົດບັນທຸກສິນຄ້າຂັບຜ່ານເຂດຊາຍແດນ ແດນສະຫວັນ ລາວບາວ.
ລົດບັນທຸກສິນຄ້າຂັບຜ່ານເຂດຊາຍແດນ ແດນສະຫວັນ ລາວບາວ.

ລາວ ຂາດດຸນການຄ້າຕໍ່ ໄທ ຫຼຸດລົງໃນປີ 2020 ຍ້ອນການລະບາດຂອງເຊື້ອໄວຣັສ COVID-19 ໂດຍສິນຄ້າສຳຄັນທີ່ ລາວ ສົ່ງໄປ ໄທ ຫຼາຍທີ່ສຸດກໍຄືພະລັງງານໄຟຟ້າ, ແຮ່ຄຳ ແລະ ສິນຄ້າກະສິກຳ.


ທ່ານ ກີຣະຕິ ຣັດຊະໂນ ອະທິບໍດີິກົມການຄ້າຕ່າງປະເທດ ກະຊວງການຄ້າຂອງ ໄທ ຖະແຫຼງວ່າການຄ້າລະຫວ່າງ ໄທ ກັບ ລາວ ໃນຕະຫຼອດປີ 2020 ຜ່ານມາ ມີມູນຄ່າລວມທັງໝົດ 197,443.44 ລ້ານບາດ ໃນນີ້ເປັນການສົ່ງສິນຄ້າໄປ ລາວ 104,017.33 ລ້ານບາດ ຊຶ່ງຫຼຸດລົງເຖິງ 12.68 ເປີເຊັນ ທຽບກັບປີ 2019 ແລະ ໄທ ນຳເຂົ້າສິນຄ້າຈາກ ລາວ 93,426.12 ລ້ານບາດ ຊຶ່ງເພີ່ມຂຶ້ນເຖິງ 17.19 ເປີເຊັນ ທຽບກັບປີ 2019 ໂດຍສິນຄ້າສຳຄັນທີ່ ລາວ ສົ່ງໄປ ໄທ ຫຼາຍທີ່ສຸດກໍຄືພະລັງງານໄຟຟ້າ, ແຮ່ຄໍາ ແລະ ສິນຄ້າກະສິກຳ ສ່ວນສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ຫຼາຍທີ່ ສຸດຄືນໍ້າມັນ, ເຄື່ອງອຸປະໂພກບໍລິໂພກ ແລະ ເຄື່ອງກະສິກຳ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າການຄ້າສ່ວນໃຫຍ່ລະຫວ່າງ ລາວ-ໄທ ນັ້ນເປັນການຄ້າຊາຍແດນທີ່ຈະຕ້ອງມີການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າທີ່ດ່ານຊາຍແດນລະຫວ່າງກັນດ້ວຍນັ້ນ ແຕ່ເມື່ອເກີດການລະບາດຂອງໄວຣັສ COVID-19 ອັນເຮັດໃຫ້ຕ້ອງເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດກາເດີນທາງຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າເຂົ້າ-ອອກລະຫວ່າງ ລາວ ກັບ ໄທ ດ້ວຍນັ້ນ ຈຶ່ງເຮັດໃຫ້ການຄ້າຊາຍແດນ ລາວ-ໄທ ຫຼຸດລົງດ້ວຍເຊັ່ນກັນ ດັ່ງທີ່ທ່ານ ອານຸຣັດ ອິນທອນ ປະທານຫໍການຄ້າຈັງຫວັດ ຊຽງຮາຍ ໄດ້ໃຫ້ການອະທິບາຍກ່ຽວກັບສະພາບ ການຄ້າຊາຍແດນ ລະຫວ່າງແຂວງບໍ່ແກ້ວກັບຈັງຫວັດ ຊຽງຮາຍ ໃນຕະຫຼອດປີ 2020 ທີ່ຜ່ານມາວ່າ

“ກ່ອນມີໂຄວິດ ມູນຄ່າເຮົາປະມານ 5 ໝື່ນລ້ານ ແຕ່ຫຼັງໂຄວິດນີ້ມີບັນຫາຊ່ວງທຳອິດ ເນື່ອງຈາກເຮົາປິດດ່ານໝົດ ກໍອາດຈະມີຜົນກະທົບ ອາຈະລົງມາເປັນບາງເດືອນທີ່ຕົວເລກກໍອາດຈະຕົກລົງໄປເກີນເຄິ່ງ ແຕ່ຫຼັງໆນີ້ກໍເລີ່ມມີການຂົນສົ່ງສິນຄ້າໄດ້ ກໍອາດຈະມີຕົວເລກກະເຕື້ອງຂຶ້ນ,​ ສິນຄ້າຊາຍແດນ ກໍຄືຄ້າໄປ ສປປ ລາວ ສ່ວນໃຫຍ່ກໍຈະເປັນພວກສິນຄ້າອຸປະໂພກບໍລິໂພກ ສ່ວນອັນດັບຮອງລົງມາກໍຈະເປັນພວກນໍ້າມັນທີ່ເຂົາຕ້ອງໄດ້ໃຊ້ນໍ້າມັນຈາກບ້ານເຮົາ.”

ທັງນີ້ໃນປີ 2020 ການຄ້າຊາຍແດນລະຫວ່າງ ລາວ-ໄທ ມີມູນຄ່າລວມທັງໝົດ 189,836 ລ້ານບາດ ຄິດເປັນ 96 ເປີເຊັນຂອງມູນຄ່າການຄ້າທັງໝົດລະຫວ່າງ ລາວ-ໄທ ໂດຍຫຼຸດລົງ 3.85 ເປີ ເຊັນ ທຽບກັບປີ 2019 ໃນນີ້ແບ່ງເປັນການສົ່ງອອກສິນຄ້າ ລາວ ໄປ ໄທ 86,214 ລ້ານບາດ ເພີ່ມ ຂຶ້ນ 8.37 ເປີເຊັນ ແລະ ລາວ ນຳເຂົ້າສິນຄ້າຈາກ ໄທ 103,622 ລ້ານບາດ ຫຼຸດລົງ 12.1 ເປີເຊັນ ອັນໄດ້ເປັນຜົນທີ່ເຮັດໃຫ້ ລາວ ຂາດດຸນການຄ້າຕໍ່ ໄທ ພຽງແຕ່ 10,591.21 ລ້ານບາດ ຫຼື ຫຼຸດລົງເຖິງ 73.12 ເປີເຊັນ ທຽບກັບປີ 2019.

ສ່ວນກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າການຄ້າຕ່າງປະເທດຂອງ ລາວ ໃນປີ 2020 ມີມູນຄ່າລວມ 9,384 ລ້ານໂດລາ ຊຶ່ງຫຼຸດລົງເກີນກວ່າ 18 ເປີເຊັນ ທຽບກັບປີ 2019 ຍ້ອນການລະບາດຂອງພະຍາດໄວຣັສ COVID-19 ໃນນີ້ແບ່ງເປັນການສົ່ງອອກສິນຄ້າ 4,308 ລ້ານໂດລາ ແລະ ນຳເຂົ້າສິນຄ້າ 5,076 ລ້ານໂດລາ ເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດໃນມູນຄ່າ 768 ລ້ານໂດລາ ເພີ່ມຂຶ້ນເຖິງ 113 ເປີເຊັນ ທຽບກັບປີ 2019 ຫາກແຕ່ວ່າມູນຄ່າການຄ້າຕ່າງປະເທດດັ່ງກ່າວຍັງບໍ່ໄດ້ຄິດໄລ່ການສົ່ງອອກພະລັງງານໄຟຟ້າຂອງ ລາວ ໃນປີ 2020 ທີ່ມີມູນຄ່າເກີນກວ່າ 1,000 ລ້ານໂດລານັ້ນເຂົ້າໄປດ້ວຍແຕ່ຢ່າງໃດ.

ທັງນີ້ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳ ລາວ ຢືນຢັນວ່າ ການຂາດດຸນການຄ້າຕ່າງປະເທດຂອງ ລາວ ຍັງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ມີມູນຄ່າຫຼຸດລົງເຫຼືອຕໍ່າກວ່າ 1,000 ລ້ານໂດລາ ຫຼືທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ເພາະວ່າ ລາວ ນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າສະເລ່ຍ 492 ລ້ານໂດລາຕໍ່ເດືອນ ພາຍໃຕ້ສະພາບດັ່ງກ່າວກໍຍັງເຮັດໃຫ້ລັດຖະບານ ລາວ ປະເຊີນກັບການເປັນໜີ້ເພີ່ມຂຶ້ນ ເພາະວ່າຈະຕ້ອງກູ້ຢືມເງິນຈາກຕ່າງປະເທດ ເພື່ອດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບ ໂດຍລັດຖະບານ ລາວ ມີໜີ້ຕ່າງປະເທດ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ໃນປີ 2019 ແລະ ເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2020 ແລະ ຍັງຈະເພີ່ມຂຶ້ນອີກໃນປີ 2021 ນີ້ເພາະລັດຖະບານ ລາວ ໄດ້ວາງເປົ້າໝາຍຈະດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດ ດ້ວຍການກູ້ຢືມ 1,100 ລ້ານໂດລາ ແລະ ຂໍການຊ່ວຍເຫຼືອລ້າໃຫ້ໄດ້ 800 ລ້ານໂດລານັ້ນເອງ.

XS
SM
MD
LG