ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການ ສະເຫຼີມສະຫຼອງ ຄົບຮອບ 50 ປີ ເມືອງວຽງໄຊ ໃນແຂວງຫົວພັນ


ສະໜາມບິນແຂວງຫົວພັນ
ສະໜາມບິນແຂວງຫົວພັນ

​ລັດຖະບານ​ລາວ ​ໄດ້​ຈັດ​ສັນ​ງົບປະມານ 24 ຕື້​ກີບ ສຳ​ຫຼັບ​ນຳ​ໃຊ້​ໃນ 9 ​ໂຄງການ
​ພັດທະນາ ​ເພື່ອ​ຮອງ​ຮັບ​ງານ​ສະ​ເຫຼີ​ມສະຫຼອງ ການ​ສ້າງ​ຕັ້ງ​ເມືອງ​ວຽງ​ໄຊ ​ໃນ​ແຂວງ​ຫົວພັນ ຄົບຮອບ 50 ປີ ​ໃນ​ເດືອນ​ພະຈິກ 2018 ນີ້ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ພູໂຊນ ທຳ​ມະ​ວິ​ໄຊ ຮອງ​ເຈົ້າ​ແຂວງ​ຫົວພັນ ຢືນຢັນ​ວ່າລັດຖະບານ​ລາວ ​ໄດ້​ອະນຸ​ມັດ​ງົບປະມານ​ມູນ​ຄ່າ 24 ຕື້​ກີບ ​ໃຫ້​ອຳນາດ​ການ​ປົກຄອງ​ແຂວງ​ຫົວພັນ ນໍາ​ໃຊ້​ໃນ​ການ
ຈັດ​ຕັ້ງປະຕິບັດ 9 ​ໂຄງ​ການ​ພັດທະນາ​ເພື່ອຮອງ​ຮັບ​ງານສະ​ເຫຼີ​ມສະຫຼອງ ການ​ສ້າງ​ຕັ້ງ
​ເມືອງ​ວຽງ​ໄຊ ຄົບຮອບ 50 ປີ ທີ່​ຈະ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະຈິກ 2018 ນີ້
​ໂດຍ​ການ​ດຳ​ເນີນ​ງານ​ມາ​ເຖິງ​ປັດຈະ​ບັນ ກໍ​ໄດ້​ຄືບ​ໜ້າ​ຕາມ​ແຜນການ​ທີ່​ວາງ​ໄວ້
​ໃນ​ທຸກ​ດ້ານ ດັ່ງ​ທີ່ີທ່ານພູໂຊນ ໄດ້​ໃຫ້ການ​ຢືນຢັນ​ວ່າ: “ລັດຖະບານ ໃຫ້​ທຶນ​ຈຳນວນ
24 ຕື້​ກີບ ມາພັດທະນາກໍ່ສ້າງ ສ້ອມແປງບັນດາໂຄງຮ່າງ ປັດຈຸບັນນີ້ໄດ້ມີການ
ດຳ​ເນີນ​ການ​ກໍ່ສ້າງ ມີ​ບາງ​ໂຄງການ​ມີ​ຄວາມ​ຄືບ​ໜ້າ​ເຖິງ 40 ກວ່າ​ເປີ​ເຊັນ ທັງ​ໝົດ 9
​ໂຄງການ​ຮັ້ນ ​ໄດ້​ມອບ​ໃຫ້​ພະ​ແນ​ກ​ໂຍທາ​ທິການ​ທີ່​ແຂວງ​ເປັນ​ເຈົ້າ​ຂອງ​ໂຄງການ
1 ​ໂຄງການ ນອກຈາກ​ນັ້ນ ບັນດາ ​ໂຄງການ​ນ້ອຍ​ລະດັບ 5 ຕື້ ລົງ​ມາ​ໄດ້​ມອບ​ໃຫ້
​ເມືອງ​ວຽງ​ໄຊ ​ເປັນ​ເຈົ້າ​ຂອງ​ໂຄງການ ພ້ອມ​ກັນ​ນີ້ ອະນຸ​ກຳມະການ​ເສດຖະກິດ ກໍ​ໄດ້​ສັ່ງຮວມບັນດາ​ງົບປະມານ​ຂອງ​ບັນດາ​ອະນຸ​ກຳມະການ ​ເພື່ອ​ຈະ​ຮວບ​ຮວມລາຍ​ງານ​
ໃຫ້​ຄະນະ​ຊີ້​ນຳ ລະດັບ​ຊາດ ​ເພື່ອ​ຕົກລົງ​ນຳ​ໃຊ້​ວົງ​ເງິນ​ທີ່​ລັດຖະບານ​ໄດ້​ອະນຸມັດ.”

ທັງ​ນີ້ ​ໂດຍ 9 ​ໂຄງການ​ພັດທະນາ​ເມືອງ​ວຽງ​ໄຊ ປະກອບ​ດ້ວຍ ​ໂຄງການ​ກໍ່ສ້າງສະໜາມ​ຫຼວງ ສວນສາທາ​ລະນະ ຫໍ​ວັດທະນະທຳ ການ​ສ້ອມ​ແປງ ປູຢາງ ​ເສັ້ນທາງ​ເຂດ​ເທດສະບານ​ເມືອງ ການ​ພັດທະນາ​ໜອງ​ນ້ຳ ສ້ວງ​ວົງ​ວຽງ 5 ປຍກ ​ແລະ​ທາງ​ເຂົ້າ​ໄປ​ຫາ​ເດີ່ນ​ບິນ ສ້າງ​ໂຕ​ໜັງ​ສື​ໃຫຍ່​ຜາ​ຫີນ ກໍ່ສ້າງ ທາງ 5 ​ແຍກ ຢູ່​ໂຮງຮຽນການ​ເມືອງ​ການ​ປົກຄອງ ທີ່​ບ້ານ​ບັກ ​ແລະ​ສ້ອມ​ແປງ​ສະ​ໂມ​ສອນ​ເມືອງ​ວຽງ​ໄຊ ​ໂດຍ​ຈະ​ແລ້ວ​ເລັດ​ທັງ​ໝົດ ພາຍ​ໃນ​ເດືອນ​ກັນຍາ ​ເພື່ອຈະ​ຕົກໄດ້​ຈັດ​ງານ​ສະ​ເຫຼີ​ມສະ​ຫຼອງ ​ໃນ​ວັນ​ທີ 30 ພະຈິກ 2018.

ສ່ວນ​ທ່ານ​ບໍ່​ແສງ​ຄຳ ວົງ​ດາຣາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ
​ແລະ​ທ່ອງ​ທ່ຽວ ຢືນຢັນ​ວ່າ ການຈັດ​ຕັ້ງປະຕິ​ບັດ ​ໂຄງການ​ພັດທະນາ​ຕ່າງໆ ຈະ​ຕ້ອງ​
ເປັນ​ໄປ​ຕາມ​ມາດຕະການ​ທີ່​ລັດຖະບານ​ລາວ​ວາງອອກ​ຢ່າງ​ເຂັ້ມ​ງວດ ກໍ​ຄື ການ​ພັດ
ທະນາ​ແຫຼ່ງທ່ອງ​ທ່ຽວ​ທີ່​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແລດ​ລ້ອມ​ທຳ​ມະ​ຊາດ​ທີ່​ທຸກ​ພາກສ່ວນ
ທີ່​ກ່ຽວຂ້ອງ ທັງ​ໃນ​ຂັ້ນ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ​ຕ້ອງ​ຈັດ​ຕັ້ງ ປະຕິບັດ​ຕາມ​ຢ່າງເຄັ່ງຄັດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບໍ່​ແສງ​ຄຳ ກໍ​ຍອມຮັບ​ວ່າ ​ໃນ​ປັດຈຸບັນ​ໄດ້​ມີ​ການ​ບຸກລຸກສະຖານ​ທີ່
​ທ່ອງ​ທ່ຽວ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ຊາດ ​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ​ແລະ​ຜູ້​ທີ່​ບຸກລຸກ
​ສ່ວນ​ຫຼາຍ ກໍ​ແມ່ນ​ບັນດາ​ພະນັກງານ​ຂອງ​ລັດຖະບານ​ທັງ​ໃນ​ຂັ້ນ​ສູນ​ກາງ​ແລະ​ລະດັບ
​ທ້ອງ​ຖິ່ນ ​ໂດຍ​ທີ່​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ມໍລະ
ດົກ​ແຫ່ງ​ຊາດ ກໍ​ບໍ່​ສາມາດ​ບັງຄັບ​ໃຊ້​ກົດໝາຍ​ໄດ້​ໃນ​ການ​ປະຕິບັດ​ຕົວ​ຈິງ.

ທ່ານ​ບໍ່​ແສງ​ຄຳ ຢືນຢັນ​ວ່າ ການຈັດ​ຕັ້ງ​ປະຕິບັດ​ດັ່ງກ່າວ​ນີ້ ຄື​ເປັນ​ພາກສ່ວນ​ນຶ່ງ​ຫ
ໃນ​ເປົ້າ​ໝາຍ​ສຳຄັນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ດ້ານ​ການທ່ອງທ່ຽວ ​
ໃນ​ປີ​ທ່ອງ​ທ່ຽວ​ລາວ 2018 ກໍ​ຄື​ຈະ​ດຳ​ເນີນ​ມາດ​ຕະການ​ຢ່າງຮອບດ້ານ​ເຂົ້າ​ໃນ​ການ
​ພັດທະນາ​ປັບປຸງ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບທາງ​ດ້ານ​ການທ່ອງທ່ຽວ​ຂອງ​ລາວ ​
ໃຫ້​ໄດ້​ມາດຕະຖານ​ສາກົນ​ເທື່ອ​ລະ​ກ້າວ ​ໂດຍ​ເພັ່ງ​ເລັງ​ໃສ່ການ​ຄຸ້ມ​ຄອງ​ມູນ​ມໍລະດົກ
​ແຫ່ງ​ຊາດ ສະຖານ​ບັນ​ເທີ​ງ​ແລະ​ບໍລິການ​ຕ່າງໆ ​ເພື່ອ​ໃຫ້​ດຳ​ເນີນ​ທຸລະ​ກິດ ຕາມ​ລະບຽບ
​ກົດໝາຍ​ຢ່າງ​ເຂັ້ມ​ງວດ ທັງ​ຍັງ​ຈະ​ສ້າງ​ນິ​ຕິ​ກຳ​ໃໝ່ໆ ສຳລັບຄຸ້ມ​ຄອງ​ທຸລະ​ກິດ​ການ
​ທ່​ອງທ່ຽວ​ໃນ​ທົ່ວ​ປະ​ເທດ​ດ້ວຍ ​ເປັນ​ຕົ້ນ ​ແມ່ນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຄາ​ລະວາ​ນ ການທ່ອງທ່ຽວ​ແບບ​ຜະ​ຈົນ​ໄພ ການ​ສ້າງ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ໃນທຸລະ​ກິດ
ບໍລິການ​ນຳ​ທ່ຽວ ດຳລັດ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຫຼ່ງທ່ອງ​ທ່ຽວ ​ແລະ​ມາດຕະຖານ
​ຂັ້ນ​ພື້ນຖານ​ຂອງ​ບັນດາ​ໂຮງ​ແຮມ ​ເຮືອນພັກ ພັດຕະ​ຄານ ຮ້ານ​ອາຫານ ສວນ​ອາຫານ ​
ແລະ​ຮ້ານ​ກິ​ນດື່ມ​ໃນ​ທົ່ວ​ປະ​ເທດ.

​ໂດ​ຍລັດຖະບານ​ລາວ ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ດຶງ​ດູດ​ເອົາຊາວ​ຕ່າງ​ຊາດ ​ໃຫ້​ເຂົ້າ​ມາ
​ທ່ອງ​ທ່ຽວ​ໃນ​ລາວ ​ໃຫ້​ໄດ້​ຫຼາຍກວ່າ 5 ຄົນ ​ເພື່ອ​ເຮັດ​ໃຫ້​ພາກ​ບໍລິການ​ໃນ​ລາວ ມີ​ລາຍ
​ຮັບ​ເກີນ​ກວ່າ 900 ລ້ານໂດລາ ​ໃນ​ຕະຫຼອດປີ 2018 ດ້ວຍ​ການ​ຈັດ​ກິດຈະກຳ ​ແລະ​ງານ
​ບຸນ​ປະ​ເພນີ​ຕ່າງໆ ​ໃນ 18 ​ແຂວງ ທົ່ວ​ປະ​ເທດ ​ເຊັ່ນ ການຈັດ​ຄາ​ລະວາ​ນລົດ​ທ່ອງ​
ທ່ຽວ​ແຕ່​ເໜືອ​ຮອດ​ໃຕ້ ບຸນມະ​ໂຫລານ​ການສະ​ແດງ​ສິນລະປະ ວັດທະນະທຳ​ພື້ນ
​ເມືອງ​ບັນດາ​ເຜົ່າ ​ການ​ແຂ່ງ​ລົດ​ວິບາກ ກິດຈະກຳ​ປີນ​ໜ້າຜາ ການຈັດ​ງານ​ວັນ​ລາວ
​ໃນ​ຕ່າງປະ​ເທດ.

ທາງ​ດ້ານ​ທະນາຄານພັດທະນາ​ເອ​ເຊຍ (ADB) ລາຍງານວ່າ​ນັກ​ທ່ອງ​ທ່ຽວ​
ຕ່າງຊາດເດີນທາງ​ເຂົ້າ​ມາລາ​ວ ​ໃນ​ປີ 2017 ຫຼຸດ​ລົງ 9.8 ​ເປີ​ເຊັນ​ ທຽບ​ໃສ່​ປີ 2016 ​ ສ່ວນສະມາຄົມວິ​ໄຈການທ່ອງທ່ຽວ​ອາ​ຊຽນ (ATRA) ລາຍງານ​ວ່າ ລາຍ​ຮັບ​ໃນ​ພາກ​ການທ່ອງທ່ຽວ​ຂອງ​ລາວ​ຍັງ​ມີ​ອັດຕາ​ສະ​ເລ່ຍ 7 ​ເປີ​ເຊັນ ຊຶ່ງ​ຖື​ວ່າ ​ຕ່ຳ​ທີ່​ສຸດ​ໃນ​ອາ​ຊຽນ
ທີ່​ ລາຍ​ຮັບ​ພາກ​ການທ່ອງທ່ຽວ ຢູ່​ໃນ​ອັດຕາ​ສະ​ເລ່ຍ 12 ​ເປີ​ເຊັນ ຂອງ​ມູນ​ຄ່າ​ຮວມ
ຂອງ​ແຕ່ລະ​ປະ​ເທດ​ນັ້ນ​ເອງ.

XS
SM
MD
LG