ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​​ນ້ຳ​ອູ ຂອງ​ຈີນ ຕ​ໍ່​ປະ​ຊາ​ຊົນ​ລາວ


​ເຂື່ອນ​ນ້ຳ​ອູ
​ເຂື່ອນ​ນ້ຳ​ອູ

ປະ​ຊາຊົນ​ລາວ​ໃນ​ແຂວງ​ຜົ້ງ​ສາ​ລີ​ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ເຂື່ອນ​ນ້ຳ​ອູ 4 ແລະ 7
ກຳ​ລັງ​ປະ​ເຊີນ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ປະ​ຈຳ​ວັນ ເພາະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​
ຢ່າງ​ພຽງ​ພໍ​ຈາກ​ຜູ້​ລົງທຶນ​ຈາກ​ຈີນ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ຈັນ​ສີ ແສ​ງ​ຊົມ​ພູ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ແຂວງ​ຜົ້ງ​ສາ​ລີໄດ້​ຖະ​ແຫຼງ​ຢືນ
​ຢັນ​ວ່າ ປະ​ຊາ​ຊົນລາວ ​ໃນແຂວງ​ຜົ້ງ​ສາ​ລີ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​
ນ້ຳ​ອູ 4 ແລະ 7 ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ ໃນ​ຊີ​ວິດປະ​ຈຳ​ວັນ​ຫຼາຍ​ຂຶ້ນ​ນັບ​ມື້
ໂດຍ​ເຖິງ​ແມ່ນ​ວ່າ ຈະ​ໄດ້​ຮັບ​ການ​ຈັດ​ສັນ​ທີ່​ຢູ່​ອາ​ໄສ ແລະ​ທີ່​ດິນ​ທຳ​ກິນ​ຈາກ​ກຸ່ມ​ຜູ້​ລົງ​ທຶນ
​ໃນ​ໂຄງ​ການ​ແລ້ວກໍ​ຕາມ ຫາກ​ແຕ່​ວ່າ ພວກ​ເຂົາ​ເຈົ້າ ກໍ​ຍັງ​ບໍ່​ມີ​ຄວາມ​ໝັ້ນ​ຄົງ ໃນ​ການ
ຄອງຊີບ ແຕ່​ຢ່າງ​ໃດ ເນື່ອງ​ຈາກວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ມີ​ເງື່ອນ​ໄຂສະ​ດວກ ໃນ​ການ
​ຜະ​ລິດ​ຜົນ​ຕ່າງໆ ໃນ​ທີ່​ດິນທຳ​ກິນ ທີ່​ໄດ້​ຮັບ​ການ​ຈັດ​ສັນ​ນັ້ນ ດັ່ງ​ທີ່​ທ່ານ​ຈັນ​ສີ ໄດ້​ໃຫ້​
ການ​ຢືນ​ຢັນ​ວ່າ:

​"ກ່ຽວ​ກັບວຽກ​ງານ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ທີ່​ຖືກ​ຜົນ​
ກະ​ທົບຂອງ​ໂຄງ​ການ ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ 4
ແລະ​ນ້ຳ​ອູ 7 ນີ້ ມີແຕ່​ການ​ຈັດ​ສັນ​ບ່ອນ​ຢູ່​ເທົ່າ​ນັ້ນ ສ່ວນ​ອາ​ຊີບບໍ່​ໄດ້​ຮັບ​ການ​ຟື້ນ​ຟູ
ບໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໂດຍ​ສະ​ເພາະ​ແມ່ນ​ຖື​ວ່າ​ຢູ່​ໃນ​ເຂດ​ການ​ຜະ​ລິດ
ກໍ​ບໍ່​ມີ​ເສັ້ນ​ທາງ​ເຂົ້າ​ເຖິງ​ເຮັດ​ໃຫ້ເຂົາ​ເຈົ້າ​ນີ້ ຈະ​ໄປ​ທຳ​ການ​ຜະ​ລິດ ມີ​ຄວາມ​ຫຍຸ້ງ​ຍາກ.”

ສ່ວນ​ທ່ານຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່
ຍອມ​ຮັບ​ວ່າ ການ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ປະ​ຊາ​ຊົນ​ລາວ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​
ເຂື່ອນ​ນ້ຳ​ອູ ໃນ​ໄລ​ຍະ​ຜ່ານ​ມາ ຍັງ​ເຮັດ​ໄດ້​ບໍ່​ດີ ໂດ​ຍ​ສະ​ເພາະ​ແມ່ນ​ການ​ປະ​ເມີນ​ຄ່າ
​ເສຍ​ຫາຍ​ທີ່​ຈະ​ຕ້ອງ​ຊົດ​ເ​ຊີຍ​ໃຫ້​ປະ​ຊາ​ຊົນທີ່​ຖືກ​ເວນ​ຄືນ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ນັ້ນ
ຍັງ​ຈະ​ຕ້ອງ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ລະ​ອຽດ​ຕື່ມ​ອີກ ເພາະ​ຍັງ​ມີ​ຫາງ​ສຽງ​ຈາກ​ປະ​ຊາ​ຊົນ
ທີ່​ຖືກ​ກະ​ທົບ​ວ່າ ພວກ​ເຂົາ​ເຈົ້າບໍ່​ໄດ້ຮັບການ​ຊົດ​ເຊຍ ຢ່າງ​ເປັນ​ທຳ ຊຶ່ງ​ເຮັດ​ໃຫ້​ກະ​ຊວງ
​ພະ​ລັງ​ງານ​ພ້ອມດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ ຈະ​ຕ້ອງ​ຮ່ວມ​ກັນ​
ປະ​ເມີນ​ຄ່າ​ຊົດ​ເຊີຍ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ຕໍ່​ໄປ ດັ່ງ​ທີ່ ທ່ານ​ຄຳ​ມະ​ນີ
ໃຫ້​ການ​ຢືນ​ຢັນ​ວ່າ...

​“ໃນ​ນາມກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່​ນັ້ນ ເປັນ​ຜູ້​ທີ່​ຕິດ​ຕາມ ແລະ​ບັງ​ຄັບ​ໃຊ້​
ບັນ​ດາ​
ນິ​ຕິ​ກຳ​ຕ່າງໆ ຂອງສັນ​ຍາ​ທີ່​ພວກ​ເຮົາ​ໄດ້​ເຊັນ​ກັບ​ຜູ້​ລົງ​ທຶນ ຜູ້​ພັດ​ທະ​ນາ​
ໂຄງ​ການແລະ​
ເອົາ​ໃຈ​ໃສ່ທີ່​ສຸດ ແຕ່​ແນ່ນອນ​ບາງ​ອັນ ກະ​ຍັງ​ບໍ່​ທັນ​ ໄດ້ລະ​ອຽດ
ບາງ​ບ່ອນຊຶ່ງ​ພວກ
ເຮົາ​ກໍ​ໄດ້​ເອົາ​ໃຈໃສ່ສຸດ​ຂີດ ຊຶ່ງ​ປັດ​ຈຸ​ບັນ​ນີ້ ກໍ​ໃຫ້​ລົງ​ໄປ​ກວດກາ
​ຄືນບ່ອນ ​ຈຳ​ນວນ​
ໂຄງ​ການ​ທີ່​ສຳ​ເລັດ​ແລ້ວ ປະ​ເມີນ​ວ່າ ປະ​ຊາ​ຊົນ​ເຮົາ​ໄດ້​ຮັບ​ຜົນ
ກະ​ທົບແນວ​ໃດ​ແດ່
ຈຳ​ນວນ​ນຶ່ງ ກໍ​ໄດ້​ມີ​ຜົນ​ກະ​ທົບ​ເພີ່ມ​ຂຶ້ນ ຊຶ່ງ​ເຈົ້າ​ຂອງ​ໂຄງ​ການ
​ທີ່​ພັດ​ທະ​ນາ​ໂຄງ​ການ​ນັ້ນ
ກໍ​ຕ້ອງ​ໄດ້​ມີ​ການ​ແກ້​ໄຂ.”

​ໂດຍ​ຈາກ​ການ​ສຳ​ຫຼວດ ແລະ​ເກັບ​ກຳຂໍ້ມູນໃນ​ໄລ​ຍະ​ກ່ອນ​ໜ້າ​ນີ້ ພົບ​ວ່າ​ມີ​ປະ​ຊາ​ຊົນ​
ລາວ 2,000 ກວ່າ​ຄົວ​ເຮືອນ 10,000 ກວ່າ​ຄົນ ໃນ 28 ບ້ານ ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ
ໄຟ​ຟ້າ​ນ້ຳ​ອູ ທັງ 7 ໂຄງ​ການ ຊຶ່ງ​ທີ່​ຜ່ານ​ມາ ກໍ​ມີ​ລາຍ​ງານ​ວ່າ ກຸ່ມ​ຜູ້ລົງ​ທຶນ ໃນ​ໂຄງ​ການ
ໄດ້​ຈ່າຍເງິນຊົດ​ເຊຍ ຄ່າ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ລາວ​ທີ່​ຖືກ​ກະ​ທົບ
ຈາກໂຄງ​ການເຂື່ອນ​ ​ນ້ຳ​ອູ 2, 5 ແລະ 6 ແລ້ວ ແຕ່​ຈາກ​ການ​ສຳ​ຫຼວດ ແລະ

​ເກັບ​ກຳ​ຂໍ້​ມູນ ໂດຍ​ອົງ​ການ​ແມ່​ນ້ຳ​ສາ​ກົນ (International Rivers) ກັບ​ພົບ​ວ່າຈະ​ມີ​
ປະ​ຊາ​ຊົນ​ລາວ ໃນ 89 ບ້ານ​ ທັງ​ໃນ​ແຂວງ​ຜົງ​ສາ​ລີ ອຸ​ດົມ​ໄຊ ແລະ​ຫຼວງ​ພະ​ບາງທີ່​ໄດ້​ຮັບ
ຜົນ​ກະ​ທົບ ຈາກ​ໂຄງ​ການ​ເຂື່ອນ​ນ້ຳ​ອູນັ້ນ ສ່ວນ​ໃຫຍ່ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊົດ​ເຊີຍ
ແຕ່​ຢ່າງ​ໃດ.

ທາງດ້ານກຸ່ມ​ບໍ​ລິ​ສັດ Power China ຈຳ​ກັດ​ຈາກ​ຈີນ ລາຍ​ງານ​ວ່າ ການ​ກໍ່​ສ້າງເຂື່ອນ
ໄຟ​ຟ້ານ້ຳ​ອູ ທັງ 7 ໂຄງ​ການ​ຈະແລ້ວ​ເສັດ ພາຍ​ໃນ​ປີ 2020 ດ້ວຍ​ເງິນ​ລົງ​ທຶນ​ຮວມ 2,800
ລ້ານ​ໂດ​ລາ ໂດຍ​ທັງ 7 ໂຄງ​ການ ຈະ​ມີ​ກຳ​ລັງ​ຕິດ​ຕັ້ງຮວມ 1,272 ເມ​ກາ​ວັດ ໂດຍ​ຈະ
​ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດໄຟ​ຟ້າ​ລາວ (EDL) ໃນ​ຕະ​ຫຼອດ ໄລ​ຍະ​ສຳ​ປະ​ທານ 29 ປີ
ນັບ​ຈາກ​ປີ​ທີ່ກໍ່​ສ້າງ​ແລ້ວ​ເສັດເປັນ​ຕົ້ນ​ໄປ.

ທັງນີ້ ການ​ກໍ່​ສ້າງເຂື່ອນໄຟ​ຟ້າ​ນ້ຳ​ອູ ໄດ້​ແບ່ງ​ອອກ​ເປັນ 2 ໄລ​ຍະໂດຍ​ໄລ​ຍະ​ທີ 1
ໄດ້​ເລີ່ມການ​ກໍ່​ສ້າງໃນ​ປີ 2012 ໂດຍ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ກໍ​ໄດ້​ກໍ່​ສ້າງ​ເສັດ​ແລ້ວ 3 ໂຄງ
​ການ​ຄືເຂື່ອນ​ໄຟ​ຟ້າ​ນ້ຳ​ອູ 2, 5 ແລະ 6 ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ຮວມ 540 ເມ​ກາ​ວັດ ດ້ວຍ​ເງິນ​
ລົງທຶນຮວມ 1,035 ລ້ານ​ໂດ​ລາ ແລະ​ໄດ້​ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ ໃຫ້​ກັບ EDL ໃນ​ປະ​ລິ
​ມານ​ຮວມ1,100 ລ້ານ​ກິ​ໂລ​ວັດ​/ໂມງ​ຕໍ່​ປີ ນັບ​ຈາກ​ປີ 2017 ເປັນ​ຕົ້ນ​ມາ ສ່ວນ​ໃນໄລ​ຍະ
ທີ 2 ທີ່​ກຳ​ລັງກໍ່​ສ້າງ ໃນ​ເວລານີ້ ທີ່​ປະ​ກອບ​ດ້ວຍ​ເຂື່ອນ​ນ້ຳ​ອູ 1, 3, 4 ແລະ 7 ນັ້ນ
ກໍ​ຈະ​ດຳ​ເນີນ​ການ​ກໍ່​ສ້າງ​ແລ້ວ​ເສັດ​ທັງ 4 ໂຄງ​ການ ພາຍ​ໃນ​ປີ 2020 ຊຶ່ງ​ກໍ​ຈະ​ເຮັດ​ໃຫ້
​ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ ທັງ 7 ໂຄງ​ການ ສາ​ມາດ​ຜະ​ລິດ​ກະ​ແສ​ໄຟ​ຟ້າ ຂາຍ​ໃຫ້​ກັບ EDL
ໄດ້​ເກີນກວ່າ 2,590 ລ້ານ​ ກິ​ໂລ​ວັດ/ໂມງຕໍ່​ປີ.

XS
SM
MD
LG