ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈັດການ​ສອບ​ເສັງ​ລະດັບ​ຊາດ ​ເພື່ອ​ສ້າງ​ໂອກາດ​ດ້ານ​ການ​ສຶກສາ​ທີ່​ດີ​ໃຫ້​​ບັນດາ​ນັກຮຽນ​ເກັ່ງ


ການສອບເສັງຂອງນັກສຶກສາລາວ
ການສອບເສັງຂອງນັກສຶກສາລາວ

​ທາງ​ການ​ລາວ ຈັດການ​ສອບ​ເສັງ​ລະດັບ​ຊາດ​ສຳລັບ​ຮັບ​ນັກຮຽນ​ໃນ​ລະດັບ​ມັດທະຍົມ​ຕົ້ນ​ກັບ​ມັດທະຍົມ​ປາຍ ຈາກ​ທົ່ວ​ປະ​ເທດ ດ້ວຍ​ເປົ້າ​ໝາຍ​ເພື່ອ​ສ້າງ​ໂອກາດ​ດ້ານ​ການ​ສຶກສາ​ທີ່​ດີ​ໃຫ້​ກັບ​ບັນດາ​ນັກຮຽນ​ເກັ່ງ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນາງ​ສີ​ສຸກ ວົງ​ວິຈິດ ຫົວໜ້າ​ກົມ​ສາມັນ​ສຶກສາ ກະຊວງ​ສຶກສາ​ທິການ​ແລະ​ກິລາ
ຢືນຢັນ ວ່າການຈັດການ​ສອບ​ເສັງ​ລະດັບ​ຊາດ​ສຳລັບ​ຮັບ​ນັກຮຽນ​ເກັ່ງ ​ໃນ​ລະດັບ​ມັດທະ
ຍົມ​ປີ​ທີ 4 ​ແລະ​ມັດທະຍົມ​ປີ​ທີ 7 ​ເມື່ອທ້າຍ​ເດືອນ​ເມສາ 2018 ທີ່​ຜ່ານ​ມາ ມີ​ເປົ້າ​ໝາຍ​
ເພື່ອ​ເປັນ​ການສ້າງ​ໂອກາດ​ດ້ານ​ການ​ສຶກສາ ທີ່​ດີ​ໃຫ້ບັນດາ​ນັກຮຽນ​ທີ່​ສອບ​ເສັງ​ໄດ້​ອັນ​ດັບ
1, 2 ​ແລະ 3 ​ໃນ 4 ວິຊາ ຄື​ວິຊາ​ພາສາ​ລາວ​ແລະ​ວັນນະຄະດີ ວິຊາ​ຄະນິດສາດ ວິຊາ​ຟິຊິກ
​ສາດ ​ແລະ​ວິຊາເຄມີ​ສາດ ດ້ວຍ​ການ​ໃຫ້ທຶນ​ສະໜັບສະໜຸນການ​ສຶກສາ​ຕໍ່​ໃນ​ໂຮງຮຽນ​
ພອນ​ສະຫວັນ ​ແລະ​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ລາວ ຮວມ​ເຖິງ​ທຶນ​ການ​ສຶກສາ​ຕໍ່ທີ່​
ຫວຽດນາມ​ດ້ວຍ ດັ່ງ​ທີ່ທ່ານ​ນາງ​ສີ​ສຸກ ​ໄດ້ໃຫ້ການ​ຢືນຢັນ​ວ່າ: “ເລື່ອງ​ນະ​ໂຍບາຍ​ນີ້
ກະຊວງ​ສຶກສາ​ໃຫ້​ຄວາມ​ສຳຄັນ​ຫຼາຍ ​ເພາະວ່າ​ນັກຮຽນ​ເກັ່ງ​ນີ້ ຄື​ຊັບພະຍາກອນ​ມະນຸດ
​ທີ່​ມີຄ່າ​ຂອງ​ປະ​ເທດ​ຊາດເປັນ​ຫົວ​ສະ​ມອງ ຈະ​ເປັນ​ນັກ​ຄົ້ນຄວ້າ ນັກວິທະຍາສາດ
ຂອງປະ​ເທດ​ຊາດ​ເຮົາ​ໃນ​ອະນາຄົດກໍ​ແມ່ນ​ນັກຮຽນ​ເກັ່ງ​ນີ້​ແຫຼະ ສະ​ນັ້ນ ​ເພິ່ນ​ໄດ້​ມີ
​ນະ​ໂຍບາຍ​ພິ​ເສດ​ໃຫ້​ບຸລິມະ​ສິດ​ແກ່​ນັກຮຽນເກັ່ງ​ທີ່​ໄດ້ອັນ​ດັບ 1, 2 ​ແລະ 3​ແມ່ນ​ຈະ​
ໄດ້​ເຂົ້າ​ຮຽນ ​ເລືອກ​ຮຽນ​ຄະນະ ວິຊາ​ທີ່​ຕົວ​ເອງ​ມັກ​ແລະ​ມີ​ຄວາມ​ສາມາດ​ຢູ່​ໃນ​ມະຫາ
ວິທະຍາໄລ ​ແຫ່ງ​ຊາດ ຫຼື​ວ່າ​ມະຫາວິທະຍາ​ໄລ ພາຍ​ໃນປະ​ເທດ​ນີ້ ນອກຈາກ​ນັ້ນ​ແລ້ວ
ພວກເຮົາ​ຍັງ​ໃຫ້​ສິດ​ໄປ​ຮຽນ​ຢູ່ ສສ. ຫວຽດນາມ ​ເພິ່ນ​ກະ​ໄດ້​ຊ່ອຍ​ເຫຼືອ​ທຶນ​ໄປສາຍ​ຄູ
​ແລະ​ຖ້າວ່າ​ຈະຮຽນ​ຢູ່​ພາຍ​ໃນ​ເຮົາ ກໍ​ບໍ່​ໄດ້​ເສັງ​ເຂົ້າ​ອີກ ​ແຕ່​ວ່າ​ເຂົ້າ​ໄປ​ຮຽນ​ໂລດ.”

​ໂດຍ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ໃນ​ຄັ້ງ​ນີ້ ມີ​ນັກຮຽນ​ເຂົ້າ​ຮ່ວ​ມການ​ແຂ່ງຂັນ​ໝົດ 144 ຄົນ
ຈາກ​ທົ່ວ​ປະ​ເທດ ​ແບ່ງ​ເປັນ​ນັກຮຽນ ຊັ້ນ​ມັດທະຍົ​ມປີ​ທີ 4 ຈຳນວນ 72 ຄົນ ​ແລະ​ຊັ້ນ​ມັດ
ທະຍົມ ປີ​ທີ 7 ຈຳນວນ 72 ຄົນ ​ໂດຍ​ນັກຮຽນ​ເກັ່ງ​ທີ່​ເສັງ​ໄດ້​ອັນ​ດັບ 1, 2 ​ແລະ 3 ໃນ​ແຕ່
​ລະວິ​ຊາກໍ​ຈະ​ໄດ້​ຮັບ​ເງິນ 10 ລ້ານ​ກີບ, 8 ລ້ານ​ກີບ ​ແລະ 6 ລ້ານ​ກີບ ພ້ອມ​ດ້ວຍ​ຫຼຽນ​ຄຳ
​ຫຼຽນ​ເງິນ ​ຫຼຽນທອງ ຕາມ​ຄຳ​ດັບ

​ແຕ່​ຢ່າງ​ໃດ​ກໍ​ຕາມ ມາດຕະຖານ​ການ​ຮຽນ-​ການ​ສອນ​ທີ່​ມີ​ລະດັບ​ແຕກ​ໂຕນ​ກັຍລະຫວ່າງ
​ເມືອງ​ກັບຊົນ​ນະ​ບົດ ກໍ​ນັບ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ໂອກາດດ້ານ​ການ​ສຶກສາ ບໍ່​ເທົ່າ
ທຽມກັນ​ລະຫວ່າງ​ເຍົາ​ວະ​ຊົນ​ຢູ່​ໃນ​ເມືອງກັບ​ຊົນນະບົດ ຊຶ່ງ​ຮວມ​ເຖິງ​ປັນຫາ​ຄຸນ​ນະພາ​ບ
ຕ່ຳຂອງ​ບັນດາ​ຄູ-​ອາຈານ​ສ່ວນ​ໃຫຍ່​ຂອງ​ລາວ​ໃນ​ປັດ​ຈຸ​ບັນ​ນີ້​ດ້ວຍ ​ໂດຍ​ມີ​ສາ​ເຫດ​ມາ
​ຈາກວິທີ​ການ​ຄັດ​ເລືອກ​ທີ່​ບໍ່​ໄດ້​ມາດຕະຖານ ​ເພາະວ່າ​ການ​ຄັດ​ເລືອກ​ຄູ​ໃນ​ໄລຍະ​ຜ່ານ​ມາ
ໄດ້​ໃຫ້​ຄວາມ​ສຳຄັນ ກັບ​ສະພາບ​ຮ່າງກາຍ​ຫຼາຍ​ກວ່າ​ຄວາມ​ຮູ້-​ຄວາມ​ສາມາດ​ຂອງ​ຄູ
​ເຮັດ​ໃຫ້​ໄດ້​ຄູໂຕ​ໃຫຍ່ ​ແຕ່​ບໍ່​ມີ​ຄວາມ​ຮູ້-​ຄວາມ​ສາມາດ​ໃນ​ການ​ສອນ ທັງ​ຍັງ​ເຮັດ​ໃຫ້
​ນັກຮຽນທີ່​ຈົບ​ການ​ສຶກສາ​ອອກ​ມາ​ຢ່າງ​ບໍ່​ມີ​ຄຸນ​ນະພາ​ບອີກ​ດ້ວຍ.

​ປັດຈຸບັນ ກະຊວງ​ສຶກສາ​ທິການ​ຄູ-​ອາຈານ​ທັງ​ໝົດ 18,000 ກວ່າ​ຄົນ​ທົ່ວ​ປະ​ເທດ ​
ແລະ​ໃນ​ປີ 2018 ນີ້ ລັດຖະບານ​ລາວ​ກໍ​ອະນຸຍາດ ​ໃຫ້​ສາມາດ​ຮັບ​ຄູ​ໃໝ່ ບໍ່​ໃຫ້​ເກີນ
1,800 ​ຄົນ ​ເທົ່າ​ນັ້ນ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້ ໂຮງຮຽນ​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ
ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາຂາດ​ແຄນ​ຄູ​ສອນ​ຕໍ່​ໄປ.

ທາງ​ດ້ານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ສຳນັກງານ​ປະຈຳ
​ສປປ ລາວ ​ໄດ້ສະ​ເໜີ​ລາຍ​ງານ​ວ່າ​ອັດຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກ​ອາຍຸ 3-5 ປີ ຢູ່​ທີ່ 49 ​
ເປີ​ເຊັນ ສ່ວນ​ການ​ເຂົ້າ​ຮຽນ​ໃນ​ລະດັບ​ປະຖົມ ມັດທະຍົມ​ຕົ້ນ ​ແລະມັດທະຍົມ​ປາຍຢູ່​ທີ່
97.9 ​ເປີ​ເຊັນ82.2 ​ເປີ​ເຊັນ ​ແລະ47.8 ​ເປີ​ເຊັນ ຕາມ​ລຳດັບ ຫາກ​ແຕ່​ການ​ພັດທະນາ
​ການ​ສຶກສາ​ໃນ​ລາວ ຍັງ​ຂາດ​ຄຸນ​ນະພາ​ບ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ອັດຕາ​ການ​ຄ້າງ​ຫ້ອງ
​ຮຽນລະດັບ​ປະຖົມ​ສຶກສາ ຍັງ​ຢູ່​ທີ່​ລະດັບ 4.9 ​ເປີ​ເຊັນ ສ່ວນ​ບັນຫາ​ຍາກຈົນ ກໍ​ເຮັດ​ໃຫ້
​ເດັກນ້ອຍ​ຕ້ອງປະການ​ຮຽນ ​ໃນ​ອັດ​ຕາ​ສະ​ເຫຼ່ຍ 4.8 ​ເປີ​ເຊັນ ຊຶ່ງ​ຖືວ່າ​ເປັນ​ອັດຕາ​ທີ່​ສູງ
​ທີ່​ສຸດໃນກຸ່ມອາ​ຊຽນ ດ້ວຍ​ກັນ.

ຍິ່ງ​ໄປ​ກວ່າ​ນັ້ນ ດ້ວຍ​ສະ​ພາບຊີວິດການ​ເປັນ​ຢູ່ ທີ່​ຍາກຈົນ ຂອງ​ປະຊາຊົນ​ລາວ ຂະນະ​ທີ່
​ພາກ​ລັດຖະບານ​ລາວ ກໍ​ບໍ່​ສາມາດ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ໄດ້​ເລຍ​ນັ້ນ ກໍ​ຍັງ​ເຮັດ​ໃຫ້ການ​ປະລະການຮຽນ​ຂອງ​ເດັກນ້ອຍ​ໃນ​ລະດັບ​ປະຖົມ​ສຶກສາ​ໃນ​ເຂດ​ຊົນນະບົດ​ຂອງ​ລາວ​ນັ້ນ
ມີ​ອັດຕາ​ສະ​ເຫຼ່ຍສູງ​ກວ່າ 20 ​ເປີ​ເຊັນ ອີກ​ດ້ວຍ.

XS
SM
MD
LG