ຄົນເຊື້ອຊາດລາວໃນຕ່າງປະເທດຈະເດີນທາງກັບຄືນມາລົງທຶນແລະອາໄສຢູ່ໃນລາວ
ຫຼາຍຂຶ້ນ ຖ້າຫາກລັດຖະບານລາວໃຫ້ຄວາມສະດວກໃນການຖືຄອງຊັບສິນແລະການຢູ່
ໃນລາວຢ່າງຖາວອນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນສູນກາງແນວລາວສ້າງຊາດ ຢືນຢັນວ່າ ສູນກາງແນວລາວສ້າງ
ຊາດໄດ້ຮັບມອບໝາຍຈາກສູນກາງພັກປະຊາຊົນປະຕິວັດລາວ ເພື່ອໃຫ້ຮັບຜິດຊອບ
ດຳເນີນການຈັດທຳຂໍ້ສະເໜີຕ່າງໆ ກ່ຽວກັບການອຳນວຍຄວາມສະດວກໃຫ້ກັບ
ບັນດາຄົນເຊື້ອຊາດລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບຄືນມາດຳເນີນ
ທຸລະກິດ ແລະອາໄສຢູ່ໃນລາວຢ່າງຖາວອນ ຊຶ່ງພັກເຊື່ອວ່າ ຈະປະກອບສ່ວນຢ່າງ
ສຳຄັນເຂົ້າໃນການພັດທະນາເສດຖະກິດລາວ ໃຫ້ຈະເລີນກ້າວໜ້າໃນອານາຄົດ.
ທັ້ງນີ້ ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໃນຖານະ
ປະທານຄະນະຮັບຜິດຊອບໃນການຈັດທຳຂໍ້ສະເໜີດັ່ງກ່າວ ກໍໄດ້ໃຫ້ການຕ້ອນຮັບ
ແລະພົບປະກັບຄະນະຜູ້ຕາງໜ້າຂອງຄົນເຊື້ອຊາດລາວຈາກລັດ Queensland
ປະເທດອອສເຕຣເລຍ ທີ່ໄດ້ເດີນທາງມາຢ້ຽມຢາມແລະຈັດກິດຈະກຳ ການແຂ່ງຂັນ
ກິລາກອຟເພື່ອມິດຕະພາບຢູ່ນະຄອນວຽງຈັນແລະຫຼວງພະບາງ ເມື່ອບໍ່ນານມານີ້
ຊຶ່ງກໍປາກົດວ່າ ຄະນະຕາງໜ້າຂອງຄົນເຊື້ອຊາດລາວດັ່ງກ່າວ ໄດ້ສະແດງເຖິງ
ຄວາມຕ້ອງການຕ່າງໆ ທີ່ຈະໄດ້ຮັບການສະໜັບສະໜຸນແລະການຕອບສະໜອງ
ຈາກລັດຖະບານລາວ ໂດຍສະເພາະແມ່ນການໄດ້ຮັບສິດໃນການຖືຄອງຊັບສິນ
ເຊັ່ນທີ່ດິນແລະເຮືອນ ຮວມເຖິງສິດທີ່ຈະພັກອາໄສຢູ່ໃນລາວຢ່າງຖາວອນ ຫຼື
Permanent Residentນັ້ນ ດັ່ງທີ່ທ່ານນຶ່ງໃນຄະນະຜູ້ຕາງໜ້າດັ່ງກ່າວນີ້ ໄດ້ໃຫ້
ການຢືນຢັນວ່າ: “ຢາກໃຫ້ອຳນວຍຄວາມສະດວກເລື້ອງຂອງ PR ເຂົ້າມາຢູ່
ທຳການຄ້າຂາຍ ຢູ່ກິນກັບພີ່ນ້ອງເຮົາຄືເກົ່າຫັ້ນໄດ້ ຢາກໃຫ້ແກ້ໄຂໂຕນີ້ຂັ້ນ
ຕອນຢາກໃຫ້ມັນງ່າຍໆ ປະວັດກະເອົາໂຕສຳຄັນ ໂຕໃດພໍຜ່ອນເບົາ ເຮັດໃຫ້
ມັນງ່າຍໆຂຶ້ນມີຫຼາຍຄົນສົນໃຈຢາກຈະກັບມາທຳມາຄ້າຂາຍ ຫຼືວ່າລົງທຶນປູກຝັງ
ລ້ຽງສັດພັດທະນາສີຂຽວ ອັນນີ້ຄືຈຸດສຳຄັນຄັນບໍ່ມີຄວາມສະບາຍໂຕນີ້ ກໍເຂົ້າ
ມາບໍ່ໄດ້ ມາແລ້ວແປັບດຽວກະເມືອ ເຮັດຫຍັງກໍບໍ່ໄດ້ ສະນັ້ນ ຢາກໃຫ້ແກ້ໄຂ
ໃຫ້ມັນສັ້ນລົງ ແຕ່ຫາກໃຫ້ກວມຮວມໄວ ງ່າຍຂຶ້ນ.”
ທາງດ້ານ ທ່ານນາງໃບຄຳ ຂັດຕິຍະ ສະມາຊິກສະພາແຫ່ງຊາດລາວ ຢຶນຢັນວ່າ
ການດັດແກ້ກົດໝາຍວ່າດ້ວຍສັນຊາດລາວ ທີ່ສະພາແຫ່ງຊາດ ໃຫ້ການຮັບຮອງ
ແລະປະທານປະເທດໄດ້ລົງນາມເພື່ອປະກາດບັງຄັບໃຊ້ຢ່າງເປັນທາງການ ນັບຕັ້ງ
ແຕ່ວັນທີ່ 11 ທັນວາ 2017 ເປັນຕົ້ນມານັ້ນ ໄດ້ໃຫ້ຄວາມສຳຄັນ ຕໍ່ການພິຈາລະນາ
ໃຫ້ສັນຊາດລາວ ແກ່ຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດດ້ວຍ.
ທັງນີ້ ໂດຍເຫັນວ່າ ຄົນເຊື້ອຊາດລາວ ຍ່ອມມີຄວາມເຂົ້າໃຈໃນພາສາ ສັງຄົມ ວັດທະ
ນະທຳ ແລະຮີດຄອງປະເພນີຕ່າງໆ ຂອງຊາດລາວ ເປັນຢ່າງດີຢູ່ແລ້ວ ຈຶ່ງໄດ້ກຳນົດ
ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວ ທີ່ຢາກຈະໄດ້ສັນຊາດ
ລາວເປັນກໍລະນີພິເສດ ເຊັ່ນການເປັນພົນລະເມືອງກິດຕິມະສັກ ສຳລັບຄົນເຊື້ອຊາດ
ລາວທີ່ບໍ່ຢາກສະຫລະສັນຊາດຕ່າງປະເທດ ໂດຍຈະຕ້ອງເປັນຜູ້ທີ່ມີຜົນງານດີເດັ່ນ
ຜູ້ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຊ່ອຍເຫຼືອສັງຄົມ ເປັນນັກທຸລະ
ກິດເດັ່ນ ຫຼືເປັນຜູ້ປະສົບຄວາມສຳເລັດທີ່ສັງຄົມລາວຍອມຮັບ ເປັນຕົ້ນ ແລະເພື່ອ
ຄວາມວ່ອງໄວ ໃນການຈັດຕັ້ງປະຕິບັດດັ່ງກ່າວ ກໍຍັງໄດ້ມີການໂອນອຳນາດການ
ພິຈາລະນາໃນການໃຫ້ສັນຊາດລາວ ແກ່ຄົນເຊື້ອຊາດລາວ ຈາກຄະນະປະຈຳ
ສະພາແຫ່ງຊາດລາວ ມາເປັນຄວາມຮັບຜິດຊອບຂອງຄະນະລັດຖະບານລາວ
ອີກດ້ວຍ.
ຍິ່ງໄປກວ່ານັ້ນ ກໍມີລາຍງານວ່າ ຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດ
ເສດຖະກິດພິເສດແລະເຂດເສດຖະກິດສະເພາະ ໄດ້ກຳນົດນະໂຍບາຍເພື່ອໃຫ້
ການສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ດ້ວຍການໃຫ້ສິດໃນການຢູ່
ອາໄສໃນລາວຢ່າງຖາວອນ ແກ່ຊາວຕ່າງຊາດ ແລະຄົນເຊື້ອຊາດລາວໃນຕ່າງ
ປະເທດທີ່ໄດ້ຊື້ຫ້ອງພັກອາໄສ ທີ່ອາຄານສູງ 19 ຊັ້ນ ທີ່ມີຢູ່ເຖິງ 12 ອາຄານໃນເຂດ
ເສດຖະກິດສະເພາະບຶງທາດຫຼວງ ທີ່ລົງທຶນໂດຍບໍລິສັດ Wan Feng Shanghai
ຈາກຈີນໃນມູນຄ່າຮວມເຖິງ 5,000 ລ້ານໂດລາ ດ້ວຍອາຍຸສຳປະທານເຖິງ 99 ປີ
ໂດຍນັບຈາກປີ 2012 ເປັນຕົ້ນໄປ.