ລັດຖະບານສປປ ລາວ ຕ້ອງການງົບປະມານ ເຖິງ 2,000 ຕຶ້ກີບ ເພື່ອຟື້ນຟູຊີວິດ
ການເປັນຢູ່ຂອງປະຊາຊົນ ທີ່ຖືກກະທົບຈາກໄພນ້ຳຖ້ວມປີກາຍ ແຕ່ຕ່າງຊາດ
ກໍໃຫ້ການຊ່ອຍເຫຼືອຕ່ຳກວ່າ 4 ເປີເຊັນຂອງແຜນການ ຊົງຣິດ ໂພນເງິນ ມີລາຍ
ງານຈາກບາງກອກ.
ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ
ຖະແຫຼງວ່າລັດຖະບານ ໄດ້ຈັດສັນງົບປະມານໃນມູນຄ່າ 500 ຕື້ກີບ ເພື່ອຟື້ນຟູຊີວິດ
ການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຄັ້ງໃຫຍ່ ໃນປີ
2018 ຜ່ານມາ ຫາກແຕ່ ໃນສະພາບຕົວຈິງນັ້ນຈະຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ
2,000 ຕື້ກີບ ຈຶ່ງຈະພຽງພໍ ສຳລັບການຟື້ນຟູ ດັ່ງກ່າວແລະເມື່ອປະກອບກັບ
ໃນຊ່ວງ 4 ເດືອນ ຕົ້ນປີ 2019 ຕ່າງຊາດ ກໍໄດ້ໃຫ້ການຊ່ອຍເຫຼືອແກ່ລັດຖະບານ
ລາວພຽງ 78.8 ຕື້ກີບ ຫຼືບໍ່ເຖິງ 4 ເປີເຊັນ ຂອງແຜນການປີດ້ວຍນັ້ນ ຍັງເຮັດໃຫ້
ລັດຖະບານລາວ ຕ້ອງເລືອກແລະຈັດຕັ້ງປະຕິບັດສະເພາະໂຄງການທີ່ຈຳເປັນ
ແລະຮີບດ່ວນເທົ່ານັ້ນ ດັ່ງທີ່ທ່ານສຸພັນ ຖະແຫຼງຢືນຢັນວ່າ: “ປີ 2019 ນີ້ ເນື່ອງ
ຈາກວ່າ ພວກເຮົາ ມີທຶນນ້ອຍຈະໄດ້ສຸມໃສ່ ແຕ່ການຊຳລະສະສາງໜີ້ສິນ
ທີ່ແລ້ວຮ້ອຍສ່ວນຮ້ອຍ ແລ້ວກະໂຄງການສືບຕໍ່ຫັ້ນ ໃຫ້ໄດ້ດຳເນີນໄປ
ນອກນັ້ນຫຼະ ແມ່ນຟື້ນຟູໂຄງການທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ
ສະນັ້ນແລ້ວໂຄງການທີ່ບັນດາແຂວງ ບັນດາກະຊວງສະເໜີມາ ມັນຫລະ
ຫຼາຍກວ່າທຶນທີ່ພວກເຮົາກຳນົດຫັ້ນ ສະນັ້ນ ມັນຕ້ອງ ໄດ້ຕັດໂຄງການອອກ
ໂຄງການທີ່ຫາກໍເລີ້ມນີ້ ໃຫ້ໂຈະໄວ້ກ່ອນ ເອົາໄວ້ປີຕໍ່ໄປ.”
ກ່ອນໜ້ານີ້ ທ່ານສອນໄຊ ສີພັນດອນ ຮອງນາຍຍົກລັດຖະມົນຕີ ຖະແຫຼງຢືນຢັນ
ວ່າການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກກະທົບຈາກໄພນ້ຳຖ້ວມ
ທີ່ເກີດຂຶ້ນ ໃນຊ່ວງເດືອນກໍລະກົດ-ກັນຍາ 2018 ທີ່ຜ່ານມາ ຈະຕ້ອງນຳໃຊ້ທຶນ
ຫຼາຍກວ່າ 4,400 ຕື້ກີບ ເນື່ອງຈາກວ່າໄພນ້ຳຖ້ວມ ດັ່ງກ່າວນີ້ ໄດ້ສົ່ງຜົນກະທົບຕໍ່
ປະຊາຊົນ ເຖິງ 616,477 ຄົນຫຼື 126,619 ຄອບຄົວ ໃນເຂດ 2,382 ບ້ານ 124
ເມືອງ ໃນທົ່ວປະເທດ ສະນັ້ນ ການຈັດສັນງົບປະມານ ໃນມູນຄ່າ 500 ຕື້ກີບ
ດັ່ງກ່າວ ຈຶ່ງຄິດເປັນພຽງວ່າ 11 ເປີເຊັນ ກວ່າເທົ່ານັ້ນຂອງຄວາມຕ້ອງການຕົວຈິງ
ໃນການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນລາວ
ທັງນີ້ ໂດຍຈາກການສຳຫຼວດ ໃນໄລຍະຜ່ານມາ ພົບວ່າ ຂະແໜງໂຍທາທິການແລະ
ຂົນສົ່ງໄດ້ຮັບການເສຍຫາຍຫຼາຍທີ່ສຸດ ຕິດຕາມດ້ວຍຂະແໜງກະສິກຳ ທີ່ຢູ່ອາໄສ
ແລະຊັບສິນຂອງປະຊາຊົນ ຄິດເປັນມູນຄ່າເສຍຫາຍຮວມກັນ ຫຼາຍກວ່າ 3,000
ຕື້ກີບ ນອກຈາກນັ້ນກໍຍັງຈະຕ້ອງໃຫ້ການຊ່ວຍເຫຼືອເພື່ອຟື້ນຟູ ສະພາບຊີວິດການ
ເປັນຢູ່ຂອງປະຊາຊົນທີ່ຖືກກະທົບດັ່ງກ່າວ ໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄວ
ທີ່ສຸດ ຮວມເຖິງການຟື້ນຟູສິ່ງແວດລ້ອມທຳມະຊາດ ເພື່ອເຮັດໃຫ້ປະຊາຊົນ
ມີຄວາມໝັ້ນໃຈໃນຄວາມປອດໄພ ໃນການດຳເນີນຊີວິດອີກດ້ວຍ.
ໂດຍທາງການລາວ ກໍໄດ້ຮຽກຮ້ອງຂໍຄວາມຊ່ອຍເຫຼືອດັ່ງກ່າວ ໃນກອງປະຊຸມ
ໂຕະມົນລະດັບສູງ ລະຫວ່າງລັດຖະບານລາວ ກັບອົງການສາກົນ ແລະນາໆຊາດ
ໃນເດືອນທັນວາ ປີ 2018 ທີ່ນະຄອນວຽງຈັນ ຊຶ່ງທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີ
ວ່າການກະຊວງແຜນການແລະການລົງທຶນ ໄດ້ຢືນຢັນຕໍ່ກອງປະຊຸມວ່າ ໄພນ້ຳຖ້ວມ
ຄັ້ງໃຫຍ່ ໄດ້ເຮັດໃຫ້ເກີດການເສຍຫາຍໄປຫຼາຍກວ່າ 371 ລ້ານໂດລາ ໂດຍສະເພາະ
ແມ່ນປະຊາຊົນລາວ ກວ່າ 7,000 ຄົນ ທີ່ເມືອງ ສະໜາມໄຊ ແຂວງອັດຕະປື ທີ່ຖືກ
ກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ຖືເປັນກຸ່ມທີ່ໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງທີ່ສຸດ
ທັງນີ້ ເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ປະຈຳລາວ
ຢືນຢັນວ່າ ໃນປີ 2018 ອົງການສາກົນ ແລະລັດຖະບານຂອງ 30 ກວ່າປະເທດ
ທີ່ຮ່ວມກອງປະຊຸມໂຕະມົນລະດັບສູງ ລະຫວ່າງລັດຖະບານລາວ ກັບອົງການສາກົນ
ແລະນາໆຊາດ ໄດ້ໃຫ້ການຊ່ອຍເຫຼືອລັດຖະບານລາວ ຫຼາຍກວ່າ 962 ລ້ານໂດລາ
ແຕ່ວ່າ ການທີ່ລາວຕ້ອງປະເຊີນກັບໄພນ້ຳຖ້ວມຄັ້ງໃຫຍ່ ໃນປີ 2018 ຈຶ່ງເຮັດໃຫ້
ຕ້ອງການທຶນຊ່ອຍເຫຼືອຈາກສາກົນເຖິງ 1,200 ລ້ານໂດລາ ສຳລັບຟື້ນຟູຊີວິດການ
ເປັນຢູ່ ຂອງປະຊາຊົນລາວ ໃນປີ 2019 ຮວມເຖິງການສ້ອມແປງຖະໜົນຫົນທາງ
644 ເສັ້ນ ຂົວ 49 ແຫ່ງ ເສົາໄຟຟ້າ 915 ຕົ້ນ ອາຄານຮຽນ 300 ກວ່າຫຼັງ ໂຮງໝໍ
2 ແຫ່ງ ສຸກສາລາ 35 ແຫ່ງ ແຫຼ່ງນ້ຳບາດານ 5,910 ແຫ່ງ ນ້ຳສ້າງ 7,138 ແຫ່ງ
ວິດຖ່າຍ 22,962 ຫຼັງ ແລະປະຊາຊົນ 16,709 ຄົນ ທີ່ເຮືອນຖືກນ້ຳຊັດເສຍຫາຍ
ຢ່າງສິ້ນເຊີງ ນາເຂົ້າເສຍຫາຍກວ່າ 96,000 ເຮັກຕ້າ ແລະສັດລ້ຽງນັບແສນຕົວ.