ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາ ບໍລິສັດ ເອກກະຊົນໄທ ຈະລົງທຶນ ໃນລາວ ຫຼາຍຂຶ້ນ


ບັນດາພະນັກງານໃນໂຮງງານຫຍິບຜ້າ
ບັນດາພະນັກງານໃນໂຮງງານຫຍິບຜ້າ

ບໍລິສັດ​ເອກ​ກະ​ຊົນ​ໄທ ຈະ​ລົງທຶນ​ໃນ​ລາວ ​ເພີ້​ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ສ່ວນ​ການ​ຄ້າ​ລະຫວ່າງ
ລາວ​ກັບ​ໄທ ກໍ​ຈະ​ເພີ້​ມຂຶ້ນ​ເຊັ່ນ​ກັນ ​ໂດຍ​ຄາດ​ວ່າ ລາວ​ຈະ​ສົ່ງ​ສິນຄ້າ​ໄປ​ໄທ ​ເພີ້​ມຂຶ້ນ​ເກີນ
​ກວ່າ 26 ​ເປີ​ເຊັນ ​ໃນ​ປີ 2018 ນີ້ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

​ທ່ານ​ອາດຸນ ​ໂຊ​ຕິນິສາກ​ອນ ອະທິ​ບໍ​ດີກົມ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ໄທ ຖະ​ແຫຼ​ງວ່າ
ການ​ຄ້າ​ລະຫວ່າງ​ລາວ​ກັບ​ໄທ ມີ​ທ່າ​ອຽງ​ຂະຫຍາຍຕົວ​ເພີ້​ມຂຶ້ນ​ຢ່າງ​ຕໍ່​ແນື່ອງ ​ໂດຍ​ເຫັນ​
ໄດ້​ຈາກ​ສະພາວະ​ການ​ຄ້າ ​ໃນ​ໄລຍະ 4 ​ເດືອນ ຕົ້ນ​ປີ 2018ນີ້ ປາກົດ​ວ່າ ສະ​ເພາະ​ການ​
ຄ້າຊາຍ​ແດນ​ລະຫວ່າງ​ລາ​ວກັບ​ໄທ ມີ​ມູນ​ຄ່າ​ຮວມ​ເກີນ​ກວ່າ 68,285 ລ້ານ​ບາດ ຫຼື​
ປະມານ 2,070 ລ້ານ​ໂດ​ລາ ຊຶ່ງ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 4.32 ​ເປີ​ເຊັນ ທຽບ​ໃສ່ກັບ​
ໄລຍະດຽວ​ກັນ​ໃນ​ປີ 2017 ທີ່​ຜ່ານ​ມາ.

ເຖິງ​ແມ່ນ​ວ່າ ໃນ​ໄລຍະ 4 ​ເດືອນດັ່ງກ່າວ​ນີ້ ​ໄທ​ ​ຈະ​ຍັງ​ຄົງ​ເປັນ​ຝ່າຍ​ໄດ້​ປຽບ​ດຸນ​ການ​ຄ້າ
​ຕໍ່​ລາວ ຄິດ​ເປັນ​ມູນ​ຄ່າ​ເກີນ​ກວ່າ 13,145 ລ້ານ​ບາດ ກໍ​ຕາມ ຫາກ​ແຕ່​ລາວ ກໍ​ສາມາດ​
ເພີ້ມການ​ສົ່ງ​ອອກ​ໄປ​ໄທ ​ໄດ້​ເຖິງ 26.3 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ລາວ​ນຳ​ເຂົ້າ​ສິນຄ້າ​ຈາກ​ໄທ​
ຫຼຸດ​ລົງ 6.68 ​ເປີ​ເຊັນ ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ທັງ​ຍັງ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ
​ໃນ​ຕະຫຼອດ​ປີ 2018 ນີ້ ການ​ຄ້າ​ຊາຍ​ແດນລະຫວ່າງ​ລາວ-​ໄທ ຈະ​ມີ​ມູນ​ຄ່າ​ຮວມ ບໍ່​ໜ້ອຍ​
ກວ່າ 213,497 ລ້ານ​ບາດຫຼືປະມານ 6,470 ລ້ານ​ໂດ​ລາ.

ສ່ວນ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ຂອງ​ລາວ ກໍ​ລາຍ​ງານ​ວ່າການຄ້າ​ຕ່າງປະ​ເທດ​
ຂອງ​ລາວ​ໃນ​ປີ 2017 ມີ​ມູນ​ຄ່າ​ຮວມ 9,345 ລ້ານ​ໂດ​ລາ ​ໃນ​ນີ້ ​ເປັນ​ການສົ່ງ​ສິນຄ້າ​ໄປ
​ຕ່າງປະ​ເທດ​ໃນ​ມູນ​ຄ່າ 4,803 ລ້ານ​ໂດ​ລາ ​ເພີ້​ມຂຶ້ນ 13.4 ​ເປີ​ເຊັນ ທຽບໃສ່ປີ 2016
ສ່ວນ​ການ​ນຳ​ເຂົ້າ​ສິນ​ຄ້າ​ຕ່າງປະ​ເທດ​ມີ​ມູນຄ່າ​ລວມ 4,542 ລ້ານ​ໂດ​ລາ ເພີ້​ມຂຶ້ນ 7.6 ​
ເປີ​ເຊັນ ທຽບໃສ່ປີ 2016 ຊຶ່ງ​ກໍ​ເຮັດ​ໃຫ້​ລາວ​ໄດ້​ປຽບ​ດຸນ​ການ​ຄ້າ ​ໃນ​ມູນ​ຄ່າ 261 ລ້ານ
ໂດ​ລາ ສຳ​ລັບ​ໃນຕະຫຼອດ​ປິ 2018 ລັດຖະບານ​ລາວ ຄາດໝາຍ​ວ່າການ​ຄ້າ​ຕ່າງປະ​ເທດ
​ຈະ​ມີ​ມູນ​ຄ່າ​ເພີ້​ມຂຶ້ນ​ເປັນ 9,993 ລ້ານ​ໂດ​ລາ ​ໃນ​ນີ້​ຈະ​ເປັນ​ການ​ສົ່ງ​ສິ້ນ​ຄ້າ​ອອກ​ໄປ​ຕ່າງ
ປະ​ເທດ​ໃນ​ມູນ​ຄ່າ 5,015 ລ້ານ​ໂດ​ລາ ​ແລະນຳ​ເຂົ້າ​ສິນຄ້າ​ຕ່າງປະ​ເທດ​ໃນ​ມູນ​ຄ່າ 4,978
ລ້ານ​ໂດ​ລາ​ ໂດຍ​ເກີນ​ກວ່າ 67 ​ເປີ​ເຊັນ ຈະ​ເປັນ​ມູນ​ຄ່າ​ການ​ຄ້າກັບ​ໄທ.

ທາງ​ດ້ານ​ກະຊວງ​ການ​ຄ້າ​ຂອງ​ໄທ​ ຄາດ​ໝາຍວ່າ ການ​ຄ້າ​ລະຫວ່າງ​ລາວ​ກັບ​ໄທ ຈະ​ເຖິງ
10,000 ລ້ານ ​ໃນ​ປີ 2020 ​ໂດຍ​ສິນຄ້າ​ສຳ​ຄັນ​ທີ່​ລາວ​ສົ່ງ​ຂາຍ​ໃຫ້​ໄທຍ ກໍ​ຄື ກະ​ແສ​ໄຟຟ້າ
ແຮ່​ທາດ​ແລະ​ສິນຄ້າ​ກະ​ເສດ ສ່ວນ​ລາວ ກໍ​ນຳ​ເຂົ້າ​ສິນຄ້າ​ອຸບປະ​ໂພ​ກ ບໍລິ​ໂພ​ກ ສິນຄ້າ​ທຶນ​
ແລະ​ວັດ​ສະດຸ ກໍ່ສ້າງ​ຈາກ​ໄທ ​ໂດຍ​ຄາດ​ວ່າ ​ໄທ ຈະ​ເປັນ​ຝ່າຍ​ໄດ້​ປຽບ​ດຸນ​ການຄ້າ​ຕໍ່​ລາວ ​
ໃນ​ມູນ​ຄ່າ​ຮວມ​ເກີນ​ກວ່າ 2,000 ລ້ານໂດ​ລາ.

ສ່ວນ​ການ​ລົງທຶນ​ຂອງ​ໄທ ​ໃນ​ລາວ ​ໃນ​ປັດຈຸບັນ ມີ​ຢູ່​ທັງ​ໝົດ 752 ​ໂຄງການ ຄິດ​ເປັນ​ມູນ
​ຄ່າ​ຮວມ, 4,495 ລ້ານ​ໂດ​ລາ ຊຶ່ງ​ຖື​ເປັນອັນ​ດັບ​ທີ 3 ຮອງ​ຈາກ​ຈີນ ​ແລະ​ຫວຽດນາມ​
ທີ່​ມີ​ມູນຄ່າ​ການ​ລົງທຶນ ​ໃນ​ລາວ ​ເກີນ​ກວ່າ 10,000 ລ້ານໂດ​ລາ ​ແລະ 5,000 ລ້ານໂດ​ລາ
ຕາມ​ລຳ​ດັບ ​ໂດຍ​ການ​ລົງທຶນ​ຂອງ​ໄທ​ໃນ​ລາວ ສ່ວນ​ໃຫຍ່​ເປັນ​ການ​ລົງທຶນ​ໃນ​ດ້ານ​ພະລັງ
ງານ​ໄຟຟ້າ ການ​ຂົນ​ສົ່ງ ​ໂທລະ​ຄົມມະນາຄົມ ​ໂຮງ​ແຮມ ການທ່ອງທ່ຽວ ທະນາຄານອຸດ
ສາຫະກຳ​ແປ​ຮູບ​ໄມ້ ​ເສື້ອ​ຜ້າສຳເລັດ​ຮູບ​ແລະ​ຫັດຖະກຳ ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ້​ມ
ການ​ລົງທຶນ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ​ໂດຍ​ປັດ​ໄຈຊຸກຍູ້​ສຳຄັນ ກໍ​ຄື​ໂຄງການ​ກໍ່ສ້າງ​
ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ວິ​ໂຣດ ພິພັດ​ໄຊ​ສິຣິ ປະທານ​ອຸດສາ
ຫະກຳ​ພາກ​ຕະ​ເວັນ​ອອກສຽງ​ເໜືອ​ຂອງ​ໄທ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ທີ່​ປະ​ເທດ​ລາວ​
ຍັງ​ມີ​ໂອກາດ​ໃນ​ການ​ລົງທຶນ​ອີກ​ມາກ​ມາຍ ຖ້າ​ລົດ​ໄຟ​ຈີນ​ມາ​ເຖິງ​ນີ້ ກໍ​ຈະ​ມີ​ການ​ປ່ຽນ​
ແປງ​ທີ່​ຫຼາກ​ຫຼາຍ ສະ​ນັ້ນ ຄົນ​ໄທ​ເອງ​ໜ້າ​ຈະ​ຕຽມ​ຕົວ ​ແລ້ວ​ກໍ​ຕື່ນ​ຕົວ​ທີ່​ຈະ​ເຂົ້າ​ໄປ​ຫາ​
ໂອກາດ​ທີ່ປະ​ເທດ​ລາວ ​ໂດ​ຍທີ່​ຈີນ​ເອງ ກໍ​ພະຍາຍາມ​ຈະ​ເຂົ້າ​ມາ​ລົງທຶນ​ໃນ​ເຂດ​ເສດ
ຖະກິດ​ພິ​ເສດຊຶ່ງ​ໜ້າ​ຈະ​ມີ​ສິດ ​ປະ​ໂຫຍ​ດມາກ​ມາຍ ​ແລ້ວກໍ​ມີ​ຫຼາຍ​ປະ​ເທດ​ທີ່​ຫັນ​ມາ​
ໃຫ້​ຄວາມ​ສົນ​ໃຈ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ປະຊຸມ​ໂຕະມົນ​ປະຈຳ​ປີ 2017 ລະຫວ່າງ​ລັດຖະບານລາວ
​ກັບ​ກຸ່ມ​ປະ​ເທດ​ແລະ​ອົງການ​ສາກົນ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລາວ ກໍ​ໄດ້​ລະບຸ​ຢ່າງ​ຊັດ​ເຈນ
​ວ່າການ​ພັດທະນາ​ເສດຖະກິດ​ໃນ​ລາວ​ທີ່​ມີ​ການ​ຂະຫຍາຍຕົວ​ເພີ້​ມຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັ້ນ ​
ໄດ້​ມີ​ການ​ຂຸດ​ຄົ້ນ​ແລະ​ທຳລາຍ​ຊັບພະຍາກອນ​ທຳ​ມະ​ຊາດ​ໄປ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ເປັນ
​ການ​ປະຕິບັດ​ທີ່​ຂັດແຍ້ງກັບ​ເປົ້າ​ໝາຍ​ການ​ພັດທະນາ​ທີ່​ຍືນ​ຍົງ​ຢ່າງ​ສິ້ນ​ເຊີງ.

XS
SM
MD
LG