ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການພັດທະນາ ເພື່ອເດັກນ້ອຍ ໃນລາວ ປະເຊີນກັບ ບັນຫາຂາດແຄນ ງົບປະມານ


ການພັດທະນາເພື່ອເດັກນ້ອຍໃນລາວ ຍັງຕ້ອງປະເຊີນກັບບັນຫາໃນຫຼາຍໆ
ດ້ານໂດຍສະເພາະແມ່ນການຂາດແຄນດ້ານງົບປະມານນັ້ນ ເຮັດໃຫ້ຕ້ອງເພິ່ງພາ
ການຊ່ອຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ. ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍອມຮັບວ່າການພັດທະນາ
ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງພວກເດັກນ້ອຍໃນລາວ ໃຫ້ດີຂຶ້ນ ຍັງຕ້ອງປະເຊີນກັບບັນຫາໃນຫຼາຍໆດ້ານໂດຍສະເພາະແມ່ນບັນຫາການຂາດ
ແຄນດ້ານງົບປະມານຂອງລັດຖະບານລາວນັ້ນ ກໍຍັງໄດ້ກາຍເປັນອຸບປະສັກ ຕໍ່ການຈັດຕັ້ງປະຕິບັດຕົວຈິງໃນທຸກໆດ້ານ ຊຶ່ງເຮັດໃຫ້ຕ້ອງໄດ້ຮັບການຊ່ອຍເຫຼືອ
ຈາກຕ່າງປະເທດ ຢ່າງພຽງພໍ ຫາກບໍ່ສະນັ້ນພວກເດັກນ້ອຍໃນລາວ ກໍຍັງຈະຕ້ອງ
ປະເຊີນກັບສະພາບຊີວິດການເປັນຢູ່ທີ່ທຸກຍາກ ແລະຂາດເຂີນໃນທຸກໆດ້ານ
ຕໍ່ໄປ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ: “ພວກເຮົາຍັງປະເຊີນໜ້າກັບສິ່ງ
ທ້າທາຍຫຼາຍປະການກ່ຽວກັບພວກເດັກນ້ອຍ ທີ່ຍັງຈະຕ້ອງໄດ້ຮັບການປັບປຸງ
ເປັນຕົ້ນແມ່ນ ບັນຫາໂພສະນາການ ຮວມທັງການລ້ຽງລູກດ້ວຍນົມແມ່ ພຽງຢ່າງ
ດຽວ ອັດຕາການສັກຢາກັນພະຍາດການຕາຍຂອງແມ່ແລະເດັກ ອັດຕາການ
ເຂົ້າຮຽນ ການຮຽນຕໍ່ຂອງເດັກຊັ້ນຕ່າງໆ ສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ ການຄ້າປະເວນີເດັກການໃຊ້ແຮງງານເດັກ ໂດຍສະເພາະແມ່ນເຂດທຸກຍາກ ເຂດຫ່າງສອກຫຼີກ ຍັງຕ້ອງເອົາໃຈໃສ່ເປັນພິເສດຕໍ່ການເພິ່ມການລົງທຶນ
ໃສ່ໃນວຽກງານປູກຈິດສຳນຶກຂອງປວງຊົນ.”

ທາງດ້ານກະຊວງສາທາລະນະສຸກ ລາຍງານວ່າບັນຫາການຂາດສານອາ
ຫານຂອງພວກເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ເປັນສາເຫດເຮັດໃຫ້ການລົດ
ຈຳນວນພວກເດັກນ້ອຍຕົວເຕີ້ຍສາມາດດຳເນີນການໄດ້ຢ່າງຊັກຊ້າຫຼາຍ ຄືສາມາດລົດໄດ້ຈາກອັດຕາສະເລັ່ຍ 40 ເປີເຊັນ ໃນປີ 2006 ລົງມາເປັນ
36 ເປີເຊັນ ໃນປັດຈຸບັນ ໝາຍຄວາມວ່າລົດລົງໄດ້ພຽງ 4 ເປີເຊັນ ເທົ່ານັ້ນ
ໃນລະຍະກວ່າ 10 ປີທີ່ຜ່ານມາ ສ່ວນພວກເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ທີ່ມີ
ນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍ
ສະຫັດສະວັດ ໄດ້ວາງເອົາໄວ້ທີ່ອັດຕາສະເຫຼ່ຍ ບໍ່ເກີນ 22 ເປີເຊັນ.

ຍິ່ງໄປກວ່ານັ້ນ ເດັກນ້ອຍລາວທີ່ມີໂອກາດ ໄດ້ຮັບການລ້ຽງດູ ດ້ວຍນ້ຳນົມແມ່
ນັບຕັ້ງແຕ່ມື້ເກີດ ຈົນຮອດອາຍຸ 6 ເດືອນນັ້ນ ກໍຍັງຄິດເປັນອັດຕາສະເລັ່ຍ 40
ເປີເຊັນ ເທົ່ານັ້ນ ຊຶ່ງຖືເປັນອັດຕາທີ່ຕ່ຳຫຼາຍ ແລະກໍເປັນສາເຫດທີ່ເຮັດໃຫ້
ເດັກນ້ອຍທີ່ບໍ່ໄດ້ຖືກລ້ຽງດ້ວຍນ້ຳນົມແມ່ນັ້ນ ຕ້ອງມີຄວາມສ່ຽງຕໍ່ການຕາຍ
ຍ້ອນພະຍາດຖອກທ້ອງ ແລະປອດອັກເສບສູງກວ່າເດັກນ້ອຍທີ່ຖືກລ້ຽງດ້ວຍ
ນ້ຳນົມແມ່ ເຖິງ 7 ເທົ່າ ແລະ 5 ເທົ່າ ຕາມລຳດັບ.

ທາງດ້ານສະຖານທູດສະຫະລັດອາເມຣິກາ ປະຈຳສປປ ລາວ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການປັບປຸງໂພຊະນາການສຳຫຼັບເດັກນ້ອຍອາຍຸຕ່ຳ
ກວ່າ 5 ປີ ໃນລາວ ທີ່ໄດ້ເລີ່ມລົງມືດຳເນີນໂຄງການ ນັບຕັ້ງແຕ່ວັນທີ 1 ມິຖຸນາ
2015 ເປັນຕົ້ນມາ ແລະຍັງຈະຕ້ອງຈັດຕັ້ງປະຕິບັດຕໍ່ໄປ ຈົນເຖິງກາງປີ 2018
ນັ້ນ ໄດ້ບັນລຸຜົນຕາມແຜນການແລະເປົ້າໝາຍທີ່ວາງໄວ້ໃນທຸກໆດ້ານ.

ໂດຍໂຄງການດັ່ງກ່າວ ນຳໃຊ້ງົບປະມານໃນມູນຄ່າຮວມເຖິງ 27 ລ້ານ ໂດລ່າ ຊຶ່ງລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ ການຊ່ອຍເຫຼືອລ້າ ແກ່ລັດຖະບານ
ລາວ ຜ່ານອົງການອາຫານໂລກ ໃນຖານະທີ່ເປັນພາກສ່ວນທີ່ຮັບຜິດຊອບການ
ຈັດຕັ້ງປະຕິບັດ ພາກຕົວຈິງຢູ່ໃນລາວ ພາຍໃຕ້ແຜນການຮ່ວມມືຫຼາຍຝ່າຍ
ລະຫວ່າງ ລັດຖະບານລາວ ກັບນາໆຊາດ ທີ່ມີເປົ້າໝາຍຈະພັດທະນາການຕອບ

ສະໜອງດ້ານໂພສະນາການທີ່ດີ ສະຫຼັບການເຕີບໂຕຂອງພວກເດັກນ້ອຍ ອາຍຸຕ່ຳ
ກວ່າ 5 ປີ ມີຈຳນວນຫຼາຍກວ່າ 170 ພັນຄົນ ໃນເຂດຊົນນະບົດຂອງລາວ.

ນອກຈາກນີ້ ທາງການສະຫະລັດ ຍັງໄດ້ສົມທົບທຶນ ມຸນຄ່າ 2 ລ້ານ ສຳຫຼັບໃຫ້ກຸ່ມທີ່
ປຶກສາດ້ານການເກັບກູ້ລະເບີດ (MAG) ເພື່ອນຳໃຊ້ໃນການເກັບກູ້ລະເບີດ (UXO) ຢູ່ແຂວງຊຽງຂວາງ ໃນປີ 2015 ອັນຖືເປັນສ່ວນນຶ່ງ ໃນໂຄງການທີ່ທາງການສະຫະ
ລັດອາເມຣິກາ ລິເລີ່ມຂຶ້ນໃໝ່ ເພື່ອໃຫ້ການຊ່ອຍເຫຼືອ ປະຊາຊົນລາວ ທີ່ໄດ້ຮັບຜົນ
ກະທົບການລະເບີດ (UXO) ອີກດ້ວຍ.

ພ້ອມກັນນັ້ນ ທາງການສະຫະລັດອາເມຣິກາ ຍັງໃຫ້ການຊ່ວຍເຫຼືອຜູ້ທີ່ພິການຈາກ
ການລະເບີດ (UXO) ຫຼາຍກວ່າ 70 ພັນ ຄົນ ຊຶ່ງດຳເນີນໂຄງການ ໂດຍໂຄງການ
World Education ພາຍໃຊ້ 4 ເປົ້າໝາຍ ຄືການຝຶກອົບຮົບ ການເພີ່ມຂີດຄວາມ
ສາມາດ ດ້ານເສດຖະກິດ ການເຂົ້າເຖິງເທັກໂນໂລຈີ ແລະການຟື້ນຟູທາງການແພດ
ສຳຫຼັບຄົນພິການໃນລາວເປັນເວລາ 3 ປີ ຕິດຕໍ່ກັນສ່ວນ 1 ລ້ານ 5 ແສນນັ້ນ ເປັນການ
ສະໜັບສະໜຸນໃຫ້ແກ່ໂຄງການຮ່ວມມືດ້ານການຜະລິດ ອົງຄະທຽມ ແລະເຄື່ອງຄ້ຳຊູ
ສຳຫຼັບຄົນພິການຈາກ (UXO) ທີ່ສ່ວນໃຫຍ່ ກໍແມ່ນເດັກນ້ອຍນັ້ນເອງ.

XS
SM
MD
LG