ສະຫະພັນແມ່ຍິງລາວ ວາງເປົ້າໝາຍ ທີ່ຈະສົ່ງເສີມໃຫ້ແມ່ຍິງລາວ ມີບົດບາດ ແລະຕຳ
ແໜ່ງໃນຄະນະລັດຖະບານແລະສະພາແຫ່ງຊາດໃນສັດສ່ວນບໍ່ໜ້ອຍກວ່າ 20 ເປີເຊັນ
ແລະ 30 ເປີເຊັນ ຕາມລຳດັບ ໃນປີ 2020 ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານນາງອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ຢືນຢັນວ່າເປົ້າໝາຍ
ທີ່ສຳຄັນໃນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2018 ນີ້ກໍຄືການພັດທະນາ
ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ທີ່ຕິດພັນ ກັບການພັດທະນາປະເທດ
ຊາດແລະຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ທີ່ປະກອບດ້ວຍການເປັນ ພົນລະ
ເມືອງດີ ພັດທະນາດີ ສ້າງຄອບຄົວດີໃນທົ່ວປະເທດ.
ໂດຍສະເພາະແມ່ນການພັດທະນາຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ
ທີ່ຢູ່ໃນວົງການພັກ-ລັດນັ້ນ ຍັງໄດ້ວາງເປົ້າໝາຍການຈັດຕັ້ງປະຕິບັດເຖິງປີ 2020
ຄືການສົ່ງເສີມໃຫ້ແມ່ຍິງລາວ ມີສ່ວນຮ່ວມໃນບົດບາດແລະຕຳແໜ່ງຕ່າງໆ ທັງໃນ
ຄະນະລັດຖະບານ ແລະສະພາແຫ່ງຊາດ ໃຫ້ໄດ້ບໍ່ໜ້ອຍກວ່າ 20 ເປີເຊັນ ແລະ
30 ເປີເຊັນ ຂອງຕຳແໜ່ງທັງໝົດທັງໃນຄະນະລັດຖະບານແລະສະພາແຫ່ງຊາດ
ຕາມລຳດັບ ເຖິງແມ່ນວ່າເປົ້າໝາຍດັ່ງກ່າວຈະເປັນສິ່ງທີ່ທ້າທາຍກໍຕາມ ແຕ່ວ່າ
ດ້ວຍການພັດທະນາຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສປປ ລາວ ທີ່ກ້າວໜ້າ
ຫຼາຍຂຶ້ນຢ່າງຕໍ່ເນື່ີອງ ກໍເຮັດໃຫ້ເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍໄດ້ຢ່າງເປັນ
ຮູບປະທຳ ດັ່ງທີ່ ທ່ານນາງອິນລາວັນ ໄດ້ຢືນຢັນວ່າ:“ສຳລັບບົດບາດຂອງເອື້ອຍນ້ອງ
ແມ່ຍິງພວກເຮົາໃນປັດຈຸບັນ ຕໍ່ກ່ຽວກັບສັງຄົມຫຼືວ່າຕໍ່ຕ່າງປະເທດ ຖືວ່າ ສະຫະພັນ
ແມ່ຍິງລາວ ພວກເຮົາບໍ່ນ້ອຍໜ້າ ຖືວ່າຄັນສິເວົ້າເຖິງສະພາ ລະແມ່ນຄືວ່າ ພວກເຮົາ
ຢູ່ໃນອັນດັບ 3 ທີ່ວ່າ ມີສະມາຊິກແມ່ຍິງໃນສະພາຫຼາຍ ຢູ່ໃນໂລກນີ້ປາກົດວ່າ
ພວກເຮົາກໍຢູ່ໃນເກືອບວ່າອັນດັບ 7 ຖືວ່າ ບົດບາດພວກເຮົາ ໄດ້ສູງເດັ່ນຂຶ້ນ ແມ່ຍິງ
ພວກເຮົາເຂົ້າໄປນັ່ງຢູ່ໃນສະພາຫຼາຍຂຶ້ນໄປຕັດສິນບັນຫາຕ່າງໆ ໂດຍສະເພາະ
ກໍແມ່ນວຽກທີ່ກົດໝາຍທີ່ເວົ້າເຖິງການສົ່ງເສີມຄວາມກ້າວໜ້າພັກແລະລັດ
ເພິ່ນກະໄດ້ວາງລະອຽດຮອດ 2020 ແມ່ຍິງຕ້ອງເປັນການນຳ ຢູ່ທຸກຂົງເຂດວຽກ
ງານ ຕ້ອງກວມເອົາ 20 ເປີເຊັນ ສາຍສະພາເພິ່ນກະໃຫ້ເຮົາກວມເອົາ 30 ເປີເຊັນ.”
ທາງດ້ານຄະນະກຳມາທິການສົ່ງເສີມແລະຄຸ້ມຄອງສິດທິສະຕີແລະເດັກນ້ອຍໃນອາຊຽນ
ສະເໜີລາຍງານວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເພື່ອຄວາມສະເໝີພາກລະຫວ່າງຍິງ-ຊາຍ ໃນສປປ ລາວ ນັບແຕ່ປີ 2003 ເປັນຕົ້ນມາ ມີຄວາມຄືບໜ້າໃນ
ລະດັບທີ່ຕ່ຳຫຼາຍ ໂດຍທີ່ສາເຫດຈາກການຈັດຕັ້ງປະຕິບັດ ສ່ວນໃຫຍ່ ເປັນງານດ້ານ
ເອກກະສານແລະພິທີການຕ່າງໆ ທີ່ຈະເຫັນໄດ້ຈາກການດັດແກ້ລັດຖະທຳມະນູນເພື່ອ
ຢືນຢັນເຖິງການເຄົາລົບຫຼັກຖານສາກົນວ່າດ້ວຍຄວາມສະເໝີພາບ ລະຫວ່າງຍິງ-ຊາຍ
ເມື່ອປີ2003 ຕາມດ້ວຍການບັງຄັບໃຊ້ກົດໝາຍວ່າດ້ວຍການພັດທະນາແລະຄຸ້ມຄອງ
ແມ່ຍິງເມື່ອປີ 2004 ການປະກາດເປົ້າໝາຍໃນການເພີ່ມບົດບາດທາງການເມືອງຂອງ
ແມ່ຍິງໃຫ້ເຖິງ 30 ເປີເຊັນ ຂອງຕຳແໜ່ງທັງໝົດ ໃນປີ 2015 ແຕ່ວ່າ ກໍບໍ່ສາມາດຈັດ
ຕັ້ງປະຕິບັດໄດ້ຈິງ.
ທັ້ງນີ້ຈາກການສຳຫຼວດຂອງສະຫະພັນແມ່ຍິງລາວ ພົບວ່າແຂວງເຊກອງທີ່ຍັງຫຼ້າຫຼັງ
ທີ່ສຸດໃນການພັດທະນາຄວາມສະເໝີພາກ ລະຫວ່າງຍິງ-ຊາຍ ເພາະແມ່ຍິງລາວ
ບໍ່ເຖິງ 3 ເປີເຊັນ ທີ່ຢູ່ໃນຕຳແໜ່ງລະດັບຜູ້ບໍລິຫານຂັ້ນຕົ້ນ ສ່ວນການພັດທະນາດ້ານ
ສຸຂະພາບ-ອະນາໄມ ແລະໂພຊະນາການຂອງແມ່ແລະເດັກໃນລາວ ກໍບໍ່ສາມາດ
ບັນລຸເປົ້າໝາຍສະຫັດສະວັດ ໃນປີ 2015 ເຊັ່ນກັນ ເພາະເດັກນ້ອຍລາວຍັງຂາດສານ
ອາຫານສ່ວນແມ່ຍິງລາວກໍຍັງເສຍຊີວິດຂະນະຖືພາ ໃນອັດຕາສູງທີ່ສຸດໃນອາຊຽນ
ອີກດ້ວຍ.
ນອກຈາກນັ້ນ ສານປະຊາຊົນສູງສຸດຂອງລາວ ໄດ້ສະເໜີລາຍງານວ່າ ໃນໄລຍະ 5 ປີ
ຜ່ານມາ ສານປະຊາຊົນທຸກຂັ້ນໃນທົ່ວປະເທດໄດ້ຮັບການຟ້ອງຮ້ອງຈາກພັກລັດ
ແລະເອກກະຊົນລາວ 37.840 ກໍລະນີ ເພີ່ມຂຶ້ນ 9.81 ເປີເຊັນ ທຽບໃສ່ ໄລຍະ 5 ປີ
ກ່ອນໜ້າ ໂດຍຄະດີແພ່ງເພີ່ມຂຶ້ນຫຼາຍກວ່າຄະດີ ອາຍາ ຊຶ່ງໃນນີ້ ກໍແມ່ນຄະດີຢ່າຮ້າງ
ລະຫວ່າງສາມີ-ພັນລະຍາ ທີ່ກວມເອົາເຖິງ 90.66 ເປີເຊັນ ຂອງຄະດີຄອບຄົວທັງໝົດ
ສ່ວນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ກໍມີທ່າອຽງເພີ່ມຂຶ້ນເຊັ່ນດຽວກັນ ອັນນັບເປັນ
ອີກສາເຫດນຶ່ງທີ່ເຮັດໃຫ້ມີການຢ່າຮ້າງເພີ່ມຂຶ້ນ ໂດຍຈາກການສຳພາດແມ່ຍິງລາວ
3 ພັນຄົນ ທີ່ມີອາຍຸ 15-64 ປີ ພົບວ່າ 50 ເປີເຊັນ ບອກວ່າ ເຄີຍຖືກກະທຳຮຸນແຮງ
ຈາກສາມີຫຼືຄົນຮັກແລະໄດ້ຮັບບາດເຈັບຢູ່ເລື້ອຍມາ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ