ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ຈະສືບຕໍ່ ມີສາຍສໍາພັນ ແບບພິເສດ ແລະການຮ່ວມມື ຮອບດ້ານ ກັບຫວຽດນາມ


ທ. ບຸນຍັງ ວໍລະຈິດ, ປະທານປະເທດລາວ ກ່າວຄໍາປາໃສ ເນື່ອງໃນໂອກາດສະ​ເຫລີ​ມສະຫລອງ​ການ​ສະຖາປະນາ​ຄວາມ​ສໍາພັນ​ແບບ​ພິ​ເສດ ລະຫວ່າງ​ລາ​ວກັບ​ຫວຽດນາມຄົບຮອບ 40 ປີ
ທ. ບຸນຍັງ ວໍລະຈິດ, ປະທານປະເທດລາວ ກ່າວຄໍາປາໃສ ເນື່ອງໃນໂອກາດສະ​ເຫລີ​ມສະຫລອງ​ການ​ສະຖາປະນາ​ຄວາມ​ສໍາພັນ​ແບບ​ພິ​ເສດ ລະຫວ່າງ​ລາ​ວກັບ​ຫວຽດນາມຄົບຮອບ 40 ປີ

ປະທານລາວຢືນຢັນທີ່ຈະສືບຕໍ່ພົວພັນແບບພິເສດ ແລະການຮ່ວມມືຮອບດ້ານ ກັບ
ຫວຽດນາມຢ່າງບໍ່ຢຸດຢັ້ງ ໂດຍທີ່ພັກ ແລະລັດຖະບານລາວ ຈະປະຕິບັດທຸກຂໍ້ຕົກລົງ
ຢ່າງສຸດຄວາມສາມາດ.

ທ່ານບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແລະ​ເລຂາທິການ​ໃຫຍ່ ພັກ​ປະຊາຊົນ​ປະຕິວັດ​
ລາວ ​ໄດ້​ຖະ​ແຫລ​ງ ຢືນຢັນ​ໃນ​ໂອກາດ​ການສະ​ເຫລີ​ມສະຫລອງ​ການ​ສະຖາປະນາ​ຄວາມ
​ສໍາພັນ​ແບບ​ພິ​ເສດລະຫວ່າງ​ລາ​ວກັບ​ຫວຽດນາມຄົບຮອບ 40 ປີ ​ແລະ​ການ​ສະຖາປະນາ
​ຄວາມ​ສໍາພັນ​ທາງ​ການ​ທູດ​ລະ​ຫວ່າງສອງ​ປະ​ເທດຄົບຮອບ 55 ປີ ​ໃນ​ເດືອນ​ກໍລະກົດ ປີ
2017 ນີ້ວ່າ ພັກ ​ແລະ​ລັດຖະບານ​ລາວ ຈະ​ດໍາ​ເນີນ​ມາດ​ຕະການ ​ໃນ​ທຸກ​ວິທີ​ທາງ ​ເພື່ອ​
ສືບຕໍ່ການ​ພົວພັນ​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ຢ່າງ​ບໍ່ຢຸດ​ຢັ້ງ
ທັງ​ຍັງ​ຈະ​ທຸ້ມ​ເທ​ຢ່າງ​ສຸດ​ຄວາມ​ສາມາດ​ໃນ​ການ​ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ ​ແລະ​ສັນຍາ​ທີ່
​ລາວ-ຫວຽດນາມມີ​ພັນທະ​ຕໍ່ກັນ ​ໃນ​ທຸກໆດ້ານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ຖະແຫລ​ງຢືນຢັນ​ວ່າ:

“ພັກ-ລັດ​ພວກ​ຂ້າພະ​ເຈົ້າພະຍາຍາມ​ເຮັດສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ​ຈະ​ເຊີດ​ຊູ
​ຄວາມ​ເປັນ​ເຈົ້າການ ຮັບຜິດຊອບ​ໃຫ້​ສູງ​ຂຶ້ນ ​ໃນ​ການ​ປະຕິບັດ​ບັນດາ​ສົນທິສັນຍາ,
ສັນຍາແລະ​ຂໍ້​ຕົກລົງ​ຕ່າງໆ ລະ​ຫວ່າງສອງ​ພັກ ສອງ​ລັດຖະບານ​ພວກ​ເຮົາ ພິ​ເສດ​ແມ່ນ​
ການ​ເພີ້ມທະວີ​ການ​ພົວພັນ​ສາກົນ ​ແລະ​ການ​ປະສານ​ສົມທົບ​ດ້ານ​ປ້ອງ​ກັນຊາ​ດ ປ້ອງ​
ກັນ​ຄວາມສະຫງົບ ການຈັດຕັ້ງປະຕິບັດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ
ວັດທະນາ​ທໍາວິທະຍາສາດ ​ເທັກ​ໂນ​ໂລ​ຈີ ​ແລະ​ອື່ນໆ ​ເພື່ອ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​
ປະຊາຊົນ​ສອງ​ຊາດ​ຫລາຍ​ຂຶ້ນ​ເລື້ອຍໆ.”

​ໂດຍ​ສະພາະ​ໃນ​ຕະຫລອດ​ປີ 2017ນີ້ ລັດຖະບານ​ລາວ​ກັບ​ຫວຽດນາມ ກໍ​ຈະ​ໄດ້​ຮ່ວກັນ​ຈັດ​ບັນດາ​ກິດຈະ​ກໍາ​ຕ່າງໆ ຫລາຍ​ກວ່າ 100 ກິດຈະ​ກໍາ ທັງ​ໃນ​ຂັ້ນສູນ​ກາງ ​ແລະ​ທ້ອງ​ຖິ່ນ ​ໃນ​ທັງ​ສອງ​ປະ​ເທດ ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງມິດຕະພາບ​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ລາວ-ຫວຽດນາມ ຄົບຮອບ 40 ປີ ​ແລະ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ ດັ່ງກ່າວ.

ກ່ອນໜ້ານີ້ ທ່ານ​ທອງ​ລຸນ​ ສະ​ສຸ​ລິດ ກັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຂອງ
​ທັງ​ສອງ​ຝ່າຍ ກໍໄດ້ຮ່ວມກັນເປັນສັກຂີພິຍານໃນພິທີການລົງນາມຂໍ້ຕົກລົງ ແລະເອກະ
ສານສຳຄັນ ລະຫວ່າງລາວ ກັບ ຫວຽດນາມເຖິງ 9 ສະບັບ ​ໃນ​ໂອກາດ​ທີ່ນາຍົກລັດຖະ
ມົນຕີຫວຽດນາມ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເມື່ອວັນທີ 26-27
ເມສາທີ່ຜ່ານມາ ຊຶ່ງ​ປະກອບ​ດ້ວຍ.

ຂໍ້ຕົກລົງວ່າດ້ວຍການລົງທຶນພັດທະນາທ່າເຮືອ ຫວຸງແອັງ ໃນພາກກາງຂອງ ຫວຽດນາມ
ໃຫ້ເປັນທ່າເຮືອທີ່ໃຊ້ປະໂຫຍດຮ່ວມກັນ, ໂຄງການກໍ່ສ້າງທາງລົດໄຟຈາກທ່າເຮືອ ຫວຸງ
ແອັງ ມາທ່າແຂກ ແຂວງຄຳມ່ວນ ແລະ ນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງສາງນໍ້ຳ
ມັນທີ່ທ່າເຮືອ ຮ່ອນລາ ແລະ ໂຄງການວາງທໍ່ນໍ້າສົ່ງນໍ້າມັນຈາກທ່າເຮືອ ຮ່ອນລາ ມາທີ່
ທ່າແຂກ ໃນແຂວງຄຳມ່ວນ.

ນອກຈາກນັ້ນ ກໍມີໂຄງການກໍ່ສ້າງຖະໜົນຫຼວງພະບາງ-ດຽນ ບຽນຟູ, ໂຄງການຍົກລະ
ດັບຖະໜົນເລກ 18B ຈາກແຂວງອັດຕະປື ທີ່ເຊື່ອມຕໍ່ໄປຍັງແຂວງກວາງຕູມໃນພາກ
ກາງຂອງຫວຽດນາມ, ໂຄງການກໍ່ສ້າງຖະໜົນໃນແຂວງໄຊສົມບູນ, ຂໍ້ຕົກລົງຊື້ຂາຍ
ກະແສໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນໃນແຂວງເຊກອງ, ການປັບປຸງຂໍ້
ຕົກລົງວ່າດ້ວຍການຄ້າຜ່ານແດນ ລາວ ແລະ ຫວຽດນາມ ປີ 2009, ຄວາມຮ່ວມມືລະ
ຫວ່າງກະຊວງການເງິນ ແລະການພັດທະນາຊັບພະຍາກອນມະນຸດ ເພື່ອຮັບຮອງຄວາມ
ຮ່ວມມືຢ່າງຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ປັກ​ຈຸ​ບັນນີ້ ຫວຽດນາມລົງທຶນໃນລາວທັງໝົດ 258 ໂຄງການຄິດເປັນມູນຄ່າການ
ລົງທຶນລວມກັນຫຼາຍກວ່າ 5,100 ລ້ານໂດລາ ໂດຍຈັດເປັນອັນດັບທີ 3 ທີ່ມີມູນຄ່າ
ການລົງທຶນຫຼາຍທີ່ສຸດໃນລາວ ຮອງຈາກ ຈີນ ແລະໄທ ຕາມລຳດັບ. ການລົງທຶນຂອງ
ຫວຽດນາມໃນລາວ ດັ່ງກ່າວນີ້ ແບ່ງເປັນການລົງທຶນໃນພາກພະລັງງານໄຟຟ້າ 26
ເປີເຊັນ, ພາກກະສິກຳ ແລະ ປ່າໄມ້ 23 ເປີເຊັນ, ການບໍລິການພື້ນຖານໂຄງລ່າງ 20
ເປີເຊັນ, ການຂຸດຄົ້ນບໍ່ແຮ່ 19 ເປີເຊັນ, ພາກບໍລິການ ແລະທ່ອງທ່ຽວ 9 ເປີເຊັນ ແລະ
ການເງິນ-ທະນາຄານ 3​ ເປີເຊັນ ຊຶ່ງ​ໃນ​ນັ້ນລວມທັງ​ການ​ລົງທຶນ​ກໍ່ສ້າງ​ເຂື່ອນໄຟຟ້າ 10 ໂຄງການທີ່ຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 2,300 ລ້ານໂດລາ.

ສຳລັບກຸ່ມທຸລະກິດ ຫວຽດນາມ ທີ່ມີມູນຄ່າການລົງທຶນໃນ ລາວ ຫຼາຍທີ່ສຸດກໍຄືກຸ່ມບໍລິ
ສັດ ຫວາງ ອ່ານ ເຈຍ ລ່າຍ ຊຶ່ງລົງທຶນຢູ່ໃນ ລາວ ທັງໃນພາກພະລັງງານໄຟຟ້າ,​ການບໍ
ລິການພື້ນຖານໂຄງລ່າງ, ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນ ການປູກຢາງ
ພາລາ, ສາລີ ແລະ ອ້ອຍ ເປັນຕົ້ນ, ໂດຍມີມູນຄ່າການລົງທຶນລວມເກີນກວ່າ 1,200
ລ້ານໂດລາ ຈຶ່ງຖືເປັນກຸ່ມທຶນຕ່າງປະເທດຂະໜາດໃຫຍ່ກຸ່ມໜຶ່ງໃນ ລາວ.

XS
SM
MD
LG