ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​​ລາວ ສັ່ງ​ຫ້າມຕຳ​ຫຼວດ​​ ຮຽກ​​ເອົາ​ເງິນ​ ຈາກບໍ​ລິ​ສັດ ແລະ​ຊາວ​ຕ່າງ​ຊາດ ທີ່ເຮັດ​ທຸ​ລະ​ກິດ​ທ່ອງ​ທ່ຽວ ໃນ​ລາວ


ກອງ​ປະ​ຊຸມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ທ່ອງທ່ຽວ ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ຢູ່​ຊຽງ​ໃໝ່, ປະ​ເທດ​ໄທ ປີ 2018 ຊຶ່ງ​ລາວ​ກໍ​ໄດ້​ເຂົ້າ​ຮ່ວມ​ນຳ
ກອງ​ປະ​ຊຸມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ທ່ອງທ່ຽວ ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ຢູ່​ຊຽງ​ໃໝ່, ປະ​ເທດ​ໄທ ປີ 2018 ຊຶ່ງ​ລາວ​ກໍ​ໄດ້​ເຂົ້າ​ຮ່ວມ​ນຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສັ່ງ​ຕຳ​ຫລວດ​ທ່ອງ​ທ່ຽວ ໃຫ້​ຢຸດ​ການ​ປັບ​ໃໝ ແລະ​ຮຽກ​ເກັບ​ເອົາ​ເງິນ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ​ຊາວ​ຕ່າງ​ຊາດ ທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອ​ງ​ທ່ຽວ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​ທ່ອງ​ທ່ຽວ​ໃນ​ລາວ.

ທ່ານ ຈະ​ເລີນ ເຢຍ​ປາວ​ເຮີ, ລັດ​ຖະ​ມົນ​ຕີ ແລະ​ໂຄ​ສົກ​ລັດ​ຖະ​ບານ​ລາວ ຖະ​ແຫລງ​ຢືນ​ຢັນ​ວ່າ ທ່ານ ທອງ​ລຸນ ສະ​ສຸ​ລິດ, ນາຍົກ​ລັດ​ຖະ​ມົນ​ຕີ ໄດ້​ມີ​ຄຳ​ສັ່ງ​ໃຫ້​ຕຳ​ຫລວດ​ທ່ອງ​ທ່ຽວຢຸດການ​ປັບ​ໃໝ ແລະ​ຮຽກ​ເກັບ​ເອົາ​ເງິນ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ​ຊາວ​ຕ່າງ​ຊາດທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອ​ງ​ທ່ຽວ ຢ່າງ​ຜິດ​ລະ​ບຽບ​ກົດ​ໝາຍ​ທ່ອງ​ທ່ຽວ​ໃນ​ລາວ ໂດຍ​ຈະ​ຕ້ອງດຳ​ເນີນ​ມາດ​ຕະ​ການ​ທ່ອງ​ທ່ຽວ​ທຸກ​ຢ່າງ​ໃຫ້​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ ລວມ​ທັງຍັງ ຈະ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ການ​ຮັກ​ສາ​ແຫລ່ງ​ທ່ອງ​ທ່ຽວ ທຳ​ມະ​ຊາດ ແລະ​ການ​ໃຫ້​ບໍ​ລິ​ການ ທີ່​ໄດ້​ມາດ​ຕະ​ຖານ ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ອີກ​ດ້ວຍ ດັ່ງ​ທີ່ ທ່ານ ຈະ​ເລີນຢືນ​ຢັນ​ວ່າ:“ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຈະ​ຕ້ອງ​ເອົາ​ໃຈ​ໃສ່ ພັດ​ທະ​ນາ ແລະ​ຄຸ້ມ​ຄອງ​ແຫລ່ງ​ທ່ອງ​ທ່ຽວ ເພື່ອ​ຮັກ​ສາ​ໄວ້ຄວາມ​ເປັນ​ທຳ​ມະ​ຊາດ ແລະ​ແກ້​ໄຂ​ຂອດ​ຕິດ​ພັນ​ກັບ​ການ​ບໍ​ລິ​ການຂອງ​ພາກ​ລັດ ຢ່າງ​ເປັນ​ລະ​ບົບ, ແກ້​ໄຂ​ບັນ​ຫາ​ການ​ເກັບ​ຄ່າ​ທຳ​ນຽມ​ຕ່າງໆ ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວໃຫ້​ສອດ​ຄ່ອງ​ກັບ​ກົດ​ໝາຍ ແລະ​ລະ​ບຽບ​ການ, ຊຸກ​ຍູ້​ໃຫ້​ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວປັບ​ປຸງ​ການ​ບໍ​ລິ​ການ​ຂອງ​ຕົນ​ໃຫ້​ມີ​ຄຸນ​ນະ​ພາບ, ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ຫລີກ​ລ້ຽງ​ການ​ເອົາ​ປຽບ​ເອົາ​ລັດ​ກັບ​ນັກ​ທ່ອງ​ທ່ຽວ.”

ທາງ​ດ້ານພັນ​ເອກ ກິ​ດ​ຕະ​ວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕຳ​ຫຼວດ​ທ່ອງ​ທ່ຽວກະຊວງປ້ອງກັນ ຄວາມສະຫງົບພາຍໃນ
ໃຫ້ການຍອມຮັບວ່າມີເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຈຳນວນນຶ່ງທີ່ປະຕິບັດໜ້າທີ່ບໍ່ເປັນໄປຕາມລະບຽບກົດໝາຍ ດ້ວຍການສວຍໃຊ້ໂອກາດປັບໄໝ ແລະຮຽກຮັບເອົາເງິນຈາກບັນດາບໍລິສັດ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ດຳເນີນທຸລະກິດ ຫຼືຈັດຕັ້ງປະຕິບັດຜິດລະບຽບກົດໝາຍການທ່ອງທ່ຽວໃນລາວຊຶ່ງຖືກ​ກະແສ​ສັງ​ຄົມ​ວິ​ພາກວິ​ຈານ​ຢ່າງກວ້າງ​ຂວາງ​ເຖິງ​ຂະ​ໜາດທີ່ມີການຖ່າຍທຳເປັນຄລິບວິດີໂອ ແລະ ນຳເຜີຍແຜ່ອອກສູ່ການຮັບຮູ້ໃນສັງຄົມລາວໃນປັດຈຸບັນ.

ພາບ​ຕຳ​ຫລວດ​ຮຽກ​ເກັບ​ເອົາ​ເງິນ​ຈາກ​ຊາວ​ຕ່າງ​ປະ​ເທດ​ຄົນ​ນຶ່ງ
ພາບ​ຕຳ​ຫລວດ​ຮຽກ​ເກັບ​ເອົາ​ເງິນ​ຈາກ​ຊາວ​ຕ່າງ​ປະ​ເທດ​ຄົນ​ນຶ່ງ

​ແຕ່​ຢ່າງ​ໃດກໍ​ຕາມ ທາງ​ຕຳ​ຫລວດ​ທ່ອງ​ທ່ຽວ​ຂອງ​ລາວ ກໍ​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ແນວນີ້​ໄດ້​ນັ້ນ ກໍ​ເພາະ​ວ່າໃນ​ພາກ​ເອ​ກະ​ຊົນ ທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ກໍ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ລະ​ບຽບກົດ​ໝາຍ ເຊັ່ນ​ດຽວ​ກັນ ໂດຍ​ສະ​ເພາະ​ແມ່ນ ນັບ​ຕັ້ງ​ແຕ່​ລັດ​ຖະ​ບານ​ລາວ​ໄດ້​ປະ​ກາດ​ຍົກ​ເລີກ​ການ​ສົ່ງ​ກຳ​ໜົດ​ການ​ທ່ອງ​ທ່ຽວ ກໍ​ຄື​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວບໍ່​ຕ້ອງ​ຈັດ​ສົ່ງ​ກຳ​ໜົດ​ການ​ທ່ອງ​ທ່ຽວ​ຈຳ​ນວນບໍ່​ໜ້ອຍ ທີ່ບໍ່​ຕໍ່​ທະ​ບຽນ​ໃນ​ການ​ດຳ​ເນີນ​ກິດ​ຈະ​ການ​ຢ່າງ​ຖືກ​ຕ້ອງ ຈຶ່ງ​ເຮັດ​ໃຫ້​ເກີດ​ເປັນ​ຊ່ອງ​ຫວ່າງ ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫລວດທ່ອງ​ທ່ຽວ​ສາ​ມາດສວຍ​ໃຊ້ ເປັນ​ຊ່ອງ​ທາງໃນ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດຈາກ​ການ​ປັບ​ໃໝ​ນັ້ນ ​ເອງ ດັ່ງທີ່ພັນເອກ ກິດຕະວົງໄດ້ໃຫ້ການຢືນຢັນວ່າ:
"ສະ​ພາບ​ທີ່​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້​ຄື ບັນ​ຫາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ຈຳ​ຢູ່​ແຫຼ່ງນີ້ ເອົາ​ເງິນນຳນັກທ່ອງທ່ຽວ
ອັນນີ້ພວກຂ້າພະເຈົ້າກະບໍ່ປະຕິເສດ ແຕ່ວ່າຢາກສະເໜີວ່າ ຮັບແຕ່ລັດຖະບານ ເພິ່ນມີຄຳສັ່ງແຈ້ງການ ຍົກເລີກ Telex ແລະຜູ້ປະກອບການຫຼະແມ່ນຍຸຕິການປະຕິບັດລະບຽບກົດໝາຍເປັນຕົ້ນແມ່ນບໍ່ຕໍ່ໃບອະນຸຍາດດຳເນີນທຸລະກິດ ບໍລິສັດທ່ອງທ່ຽວນີ້ຢູ່ໃນໄລຍະນັ້ນທີ່ໄດ້ຮັບອະນຸຍາດມີ 200 ກວ່າບໍລິສັດບໍ່ຕໍ່ໃບອະນຸຍາດມາຮອດປີ 2017 ຫຼະມີຢູ່ 140 ກວ່າບໍລິສັດ ແລະ ພະນັກງານນຳທ່ຽວກໍບໍ່ຕໍ່ບັດພາແຂກໄປທ່ອງທ່ຽວດ້ວຍຕົນເອງ."

ໃນຊ່ວງ 4 ເດືອນ​ຕົ້ນ​ປີ 2019 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ລາວ ຈຳນວນ1,062,000 ຄົນ ຄິດ​ເປັນ 23 ເປີ​ເຊັນ ຂອງ​ແຜນ​ການ​ປີ ແລະ​ຫລຸດ​ລົງ 0.5 ເປີ​ເຊັນ ທຽບ​ໃສ່​ຊ່ວງ​ດຽວ​ກັນ ໃນ​ປີ 2018 ທີ່ມີນັກທ່ອງທ່ຽວ ຕ່າງຊາດເດີນທາງເຂົ້າມາລາວ 4,180,000 ກວ່າຄົນ ໂດຍນັກທ່ອງທ່ຽວຈາກປະເທດໃນ ອາຊຽນດ້ວຍກັນເດີນທາງເຂົ້າມາໃນ ລາວ ຫຼາຍທີ່ສຸດ.

ທາງ​ດ້າ​ນ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ​ພາກການທ່ອງທ່ຽວໃນລາວ ມີລາຍຮັບຕ່ຳສຸດໃນອາຊຽນ
ໂດຍທີ່ໄທມີລາຍຮັບຈາກການທ່ອງທ່ຽວສູງສຸດ ກໍຄືຫຼາຍກວ່າ 62,870 ລ້ານໂດລາ ສ່ວນລາວມີລາຍຮັບພຽງແຕ່ 755 ລ້ານໂດລາເທົ່ານັ້ນໃນປີ 2018 ທີ່ຜ່ານມາ ຈຶ່ງ​ເຮັດ​ໃຫ້ລັດ​ຖະ​ບານລາວ ຈະ​ຕ້ອງດຳເນີນມາດຕະການຢ່າງຮອບດ້ານ ເຂົ້າໃນການພັດທະນາປັບປຸງເພື່ອຍົກລະດັບຄຸນນະພາບການທ່ອງທ່ຽວໃນລາວໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ດ້ວຍການເພັ່ງເລັງໃສ່ການຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້ດຳເນີນທຸລະກິດຕາມລະບຽບກົດໝາຍຢ່າງເຂັ້ມງວດທັງຈະຕ້ອງສ້າງນິຕິກຳໃໝ່ໃນການຄຸ້ມຄອງທຸລະກິດບໍລິການ ແລະທ່ອງທ່ຽວ ໃຫ້ສາມາດແຂ່ງຂັນກັບເພື່ອນບ້ານໄດ້ຢ່າງແທ້ຈິງອີກດ້ວຍ.

XS
SM
MD
LG