ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການລາວ ​ຄາດ​ວ່າ ຈະ​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ​ຈີນ​ ​ໄດ້​ຫຼາຍກວ່າ 1 ລ້ານ​ຄົນ ​ໃນປີ​ທ່ອງ​ທ່ຽວ ລາວ​ຈີນ 2019 ນີ້


ງານ​ເປີດ​ປີ​ທ່ອງ​ທ່ຽວ​ ລາວ-ຈີນ 2019 ທີ່​ຈັດ​ຂຶ້ນເມື່ອ​ວັນ​ທີ 25 ມັງ​ກອນ 2019 ທີ່​ນະ​ຄອນ​ວຽງຈັນ
ງານ​ເປີດ​ປີ​ທ່ອງ​ທ່ຽວ​ ລາວ-ຈີນ 2019 ທີ່​ຈັດ​ຂຶ້ນເມື່ອ​ວັນ​ທີ 25 ມັງ​ກອນ 2019 ທີ່​ນະ​ຄອນ​ວຽງຈັນ

ລັດ​ຖະ​ມົນ​ຕີ​ລາວ​ຄາດ​ວ່າ​ຈະ​ໃຫ້​ການ​ຕ້ອນ​ຮັບຊ​າວ​ຕ່າງຊາດກວ່າ 4.5 ລ້ານ​ຄົນ ທີ່​ຈະ​ເດີນ​ທາງ​ເຂົ້າ​ມາ​ລາວ​ໃນ​ປີ​ສົ່ງ​ເສີ​ມ​ການ​ທ່ອງ​ທ່ຽວ ລະ​ຫວ່າງ​ລ​າວ-ຈີນ 2019 ແລະ​ສ້າງ​ລາຍ​ຮັບ​ໄດ້​ເກີນກວ່າ 700 ໂດ​ລາ.

ທ່ານ​ບໍ່​ແສງ​ຄຳ ວົງ​ດາ​ລາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນາ​ທຳ ແລະ​ທ່ອງ​ທ່ຽວ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ຕະ​ຫຼອດປີ 2019 ຊຶ່ງ​ກໍ​ເປັນ​ປີສົ່ງ​ເສີມ​ການທ່ອງ​ທ່ຽວ​ລະ​ຫວ່າງ​ລາວ​ກັບ​ຈີນ​ອີກ​ດ້ວຍ​ນັ້ນ ກໍ​ຄື​ການ​ດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ​ໃຫ້​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ໃຫ້​ໄດ້​ເຖິງ 4.5 ລ້ານ​ຄົນ ແລະ​ສ້າງ​ລາຍ​ຮັບໃຫ້​ໄດ້​ເກີ​ນ​ກວ່າ 700 ລ້ານ​ໂດ​ລາ​ສະ​ຫະ​ລັດ ດ້ວຍ​ການ​ຈັດ​ກິດ​ຈະ​ການ​ຕ່າງໆ​ຢ່າງ​ຫຼາກ​ຫຼາຍ ພ້​ອມ​ທັງ​ຈະ​ສົ່ງ​ເສີມ​ທຸກ​ພາກ​ສ່ວນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ບໍ່ແສງ​ຄຳ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ.
ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ວຽກ​ງານ​ການ​ທ່ອງ​ທ່ຽວ​ໃຫ້​ໄດ້​ຮັບ​ຜົນ​ດີ ກໍ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ຄຸ້ມ​ຄອງ​ຂະ​ແໜງການ​ທ່ອງ​ທ່ຽວ ແລະ​ພາກ​ສ່ວນ​ບໍ​ລິ​ການ ການ​ທ່ອງ​ທ່ຽວ​ເພື່ອ​ຮອງ​ຮັບ​ການ​ຂະ​ຫຍາຍ​ໂຕ ​ຂອງ​ບັນ​ດາຕະ​ຫຼາດ​ເປົ້າ​ໝາຍ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້ປຸກ​ລະ​ດົມ​ພາກ​ສ່ວນ​ຕ່າງໆ ​ເຂົ້​າ​ຮ່ວມ​ໃນ​ການ​ໂຄ​ສະ​ນາ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ຊຸກ​ຍູ້​ໃຫ້​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ຫຼາຍ​ຂຶ້ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິບັດ ບັນ​ດາ​ກິດ​ຈະ​ກໍາໂດຍ​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນຮ່ວ​ມ.”

ປ້າຍ​ໂຄາ​ນາປີ​ທ່ອງ​ທ່ຽວ​ລາວ-ຈີນ 2019
ປ້າຍ​ໂຄາ​ນາປີ​ທ່ອງ​ທ່ຽວ​ລາວ-ຈີນ 2019

ໂດຍ​ທາງ​ການ​ລາວ ແລະ​ຈີນໄດ້​ຕົກ​ລົງ​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ 8 ກິດ​ຈະ​ກຳດ້ວຍ​ກັນ​ໃນ​ປີ 2019 ນີ້ ຊຶ່ງ​ແບ່ງ​ເປັນ 4 ກິດ​ຈະ​ກຳ ​ໃນ​ລາວ ກໍ​ຄື​ການ​ເປີດ​ປີ​ທ່ອງ​ທ່ຽວ​ລາວ-ຈີນ ທີ່​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການເມື່ອ​ວັນ​ທີ 25 ມັງ​ກອນ 2019 ທີ່​ນະ​ຄອນ​ວຽງຈັນ, ງ​ານ​ສັບ​ປະ​ດາ​ວັດ​ທະ​ນາ​ທຳ​ຈີນ ເນື່ອງ​ໃນ​ໂອ​ກາດ​ຄົບ​ຮອບ 58 ປີ ຂອງ​ສາຍ​ພົວ​ພັນ​ການ​ທູດ​ລາວ-ຈີນ ໃນ​ເດືອນ​ເມ​ສາ 2019 ທີ່​ນະ​ຄອນ​ວຽງ​ຈັນ, ການ​ສຳ​ມະ​ນາວິ​ຊາ​ການ​ໃນ​ດ້ານ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ລາວ-ຈີນ ທີ່​ແຂວງ​ຈຳ​ປາ​ສັກ ໃນ​ຊ່ວງ​ເດືອນ​ມິ​ຖຸ​ນາ-ກໍ​ລະ​ກະ​ດາ ແລະ​ຈັດ​ຕັ້ງ​ງານ ບຸນ​ໄຫວ້​ພະ​ຈັນທີ່ຫຼວງ​ພະ​ບາງ ແລະ​ນະ​ຄອນ​ວຽງ​ຈັນ​ໃນ​ເດືອນ​ກັນ​ຍາ 2019 ສ່ວນ​ 4 ​ກິດ​ຈ​ະ​ກຳທີ່​ຈະ​ຈັດ​ໃນ​ຈີນ ​ກໍ​ຄື​ງານ​ສັບ​ປະ​ດາ​ວັດ​ທະ​ນາ​ທຳ​ລາວ ​ທີ່​ແຂວງ​ຫູ​ໜານ ແລະ​ທີ່​ແຂວງ​ເສ​ສວນ, ການ​ສຳ​ມະ​ນາ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລາວ-ຈີນ ແລະ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ​ໂດຍ​ປະ​ທານ​ປະ​ເທດ​ລາວ.

ທ່າ​ນ​ບໍ່​ແສງ​ຄຳ​ຄາດ​ວ່າ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລາວ-ຈີນ ຈະ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ໃຫ້​ເຂົ້າ​ມາ​ລາວ​ໄດ້​ຫຼາຍກວ່າ 1 ລ້ານ​ຄົນ ​ດ້ວຍ​ການ​ນຳ​ໃຊ້​ຈຸດ​ພິ​ເສດ​ໃນ​ການ​ເປັນ​ຫຸ້​ນ​ສ່ວນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ພາ​ຍໃນຂໍ້​ລິ​ເລີ້ມນຶ່ງ​ແລວ​-ນຶ່ງ​ເສັ້ນ​ທາງ​ຂອງ​ລັດ​ຖະ​ບານ ແລະ​ການ​ພົວ​ພັນ 4 ດີ​ລະ​ຫວ່າງ​ລາວ-ຈີນ ກໍ​ຄື ການ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ-ມິດ​ທີ່​ດີ-ສະ​ຫາຍ​ທີ່​ດີ-ຄູ່​ຮ່ວມ​ມື​ທີ່​ດີ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ພາກ​ສ່ວນ​ທີ່​ໄດ້​ຮັ​ບ​ຜົນ​ປະ​ໂຫຍດ​ຈາກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ທີ່​ເດີນ​ນ​ທາງ​ເຂົ້າ​ມາ​ລາວ​ໃນ​ໄລ​ຍະ​ທີ່​ຜ່າມນ​ມາ ກໍ​ຄື​ບັນ​ດາ​ນັກ​ທຸ​ລະ​ກິດ​ຈີນ​ລົງ​ທຶນ​ໃນ​ພາກ​ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ຢ່າງ​ຄົບ​ວົງ​ຈອນໃນ​ລາວ ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ຖາ​ນະ​ເຈົ້າ​ຂອງ​ໂຮງ​ແຮມ ຮ້ານ​ອາ​ຫານ ແລະ​ສະ​ຖານ​ບັນ​ເທີງ​ຕ່າງໆ ທັງ​ຍັງ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ​ນຳ​ພາ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ເຂົ້າ​ມາ​ໃນ​ລາວ​ອີກ​ດ້ວຍ ຊຶ່ງ​ດ້ວຍ​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ທຸ​ລະ​ກິດ​ບໍລິ​ການ ແລະ​ທ່ອງ​ທ່ຽວຂອງ​ລາວ​ຈະ​ຕ້ອງ​ປັບ​ປຸງ​ໂຕ​ເອງ ເພື່ອ​ໃຫ້​ສາ​ມາດ​ແຂ່ງ​ຂັນ​ກັບ ບັນ​ດາ​ນັກ​ທຸ​ລະ​ກິດ​ ໃຫ້​ໄດ້​ທັງ​ໃນ​ດ້ານ​ບຸກ​ຄະ​ລາ​ກອນ ແລະ​ຄຸນ​ນະ​ພາບ​ການ​ໃຫ້​ບໍ​ລິ​ການ​ລວມເຖິງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ສະ​ບາຍ​ຕ່າງໆ ​ຢ່າງ​ຄົບ​ຖ້ວນ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ນາງ​ບຸ​ນ​ພັກ ອິນ​ທະ​ປັນ​ຍາ ຮອງ​ເຈົ້າ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຢືນ​ຢັນ​ວ່າ ທຸ​ລ​ະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽ​ວ​ໃນ​ແຂວງ​ໄຊ​ຍະ​ບຸ​ລີ ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ໂຕເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ປີ 2018 ຜ່ານ​ມາ​ນີ້ຶ່ ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ໃນ​ແຂວງ​ໄຊ​ຍ​ະ​ບຸ​ລີ 3 ແສນ​ກວ່າຄົນ ມີ​ລາຍ​ຮັບ​ເກີນ​ກວ່າ 18 ລ້ານ ໂດຍ​ເອກ​ກະ​ຊົນ​ຈີນ​ລົງ​ທຶນ​ໃນ​ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວໃ​ນ​ແຂວງ​ໄຊ​ຍະ​ບູ​ລີ ຫຼາຍ​ທີ່​ສຸດ.

ໂດຍ​ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ມາ​ລາວ 4,186.432 ຄົນ ເພີ້ມ​ຂຶ້ນ 8.2 ເປີ​ເຊັນ ທຽບ​ໃສ່ປີ 2017 ແລະ​ສ້າງ​ລາຍ​ຮັບໄດ້​ຫລາຍກວ່າ 755 ລ້ານ​ໂດ​ລາ​ສະ​ຫະ​ລັດ ຫາກ​ແຕ່​ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໜາຍ​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ໄດ້ 5 ລ້ານ​ຄົນ ແລະ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ເຖິງ 900 ລ້ານ​ໂດ​ລາ​ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍໄດ້​ໃນ​ຄວາມ​ເປັນ​ຈິງ ສ່ວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງ​ເຂົ້າ​ມາ​ລາວ​ໃນ​ປີ 2018 ມີ​ຈຳ​ນວນ​ທັງ​ໝົດ 799,929 ຄົນ. ສະ​ນັ້ນ ​ການ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຈະ​ດຶງດູດເອົາ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ໄດ້​ເພີ້ມ​ຂຶ້ນ​ເກີນກວ່າ 25 ເປີ​ເຊັນ ທຽບ​ໃສ່​ປີ 2018 ນັ້ນ​ເອ​ງ.

XS
SM
MD
LG