ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເມືອງວັງ​ວຽງຈະ​ຍົກ​ເລີກ​ໃບ​ອະ​ນຸ​ຍາດ ຂອງທຸ​ລະ​ກິດ ບໍ​ລິ​ການ ທ່ອງ​ທ່ຽວ ທີ່ຜິດ​ກົດ​ໝາຍ


ສະ​ຖານ​ທີ່​ຕາກ​ອາ​ກາດ​ແຫ່ງ​ນຶ່ງ​ໃນ​ເຂດ​ທ່ອງ​ທ່ຽວ​ເມືອງວັງ​ວຽງ
ສະ​ຖານ​ທີ່​ຕາກ​ອາ​ກາດ​ແຫ່ງ​ນຶ່ງ​ໃນ​ເຂດ​ທ່ອງ​ທ່ຽວ​ເມືອງວັງ​ວຽງ

ອຳ​ນາດ​ການ​ປົກ​ຄອງ​ເມືອງວັງ​ວຽງຈະ​ກວດກາ​ເພື່ອ​ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ການ​ດຳ​ເນີນ​ກິ​ດ​ຈະ​ການ​ໂຮງ​ແຮມ ແລະ​ຮ້ານ​ອາ​ຫານ ທີ່​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ລະ​ບຽບ​ກົດ​ໝາຍ ໂດຍ​ສະ​ເພາະ​ກິດ​ຈະ​ການ​ທີ່​ໃຫ້​ຊາວ​ຕ່າງ​ຊາດ​ເຊົ່າ​ນັ້ນ. ຊົງ​ລິດ​ໂພນ​ເງິນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນອຳ​ນາດ​ການ​ປົກ​ຄອງ​ເມືອງວັງ​ວຽງ ແຂວງວຽງ​ຈັນ ເປີດ​ເຜີຍ​ວ່າ ກິດ​ຈະ​ການ​ບ້ານ​ພັກ, ໂຮງ​ແຮມ ແລະ​ຮ້ານ​ອາ​ຫານ ຢູ່​ເມືອງວັງ​ວຽງ ​ໄດ້​ຖືກ​ໂອນ​ກິດ​ຈະ​ການ​ໄປ​ເປັນ​ຂອງ​ນັກ​ທຸ​ລະ​ກິດ​ຊາວ​ຕ່າງ​ຊາດ ເປັນ​ສ່ວນ​ໃຫຍ່​ແລ້ວ​ໃນ​ປັດ​ຈຸບັນ ຊຶ່ງ​ຖື​ເປັນ​ການ​ດຳ​ເນີນ​ທຸ​ລະ​ກິດທີ່​ຜິດ​ຕໍ່​ລະ​ບຽບ​ກົດ​ໝາຍ ດ້ານ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ ໃນ​ລາວ ທີ່​ກຳ​ນົດ​ໄວ້​ວ່າ ນັກ​ທຸ​ລະ​ກິດ​ຊາວ​ຕ່າງ​ຊາດ​ ສາ​ມາດ​ດຳ​ເນີນ​ກິດ​ຈະ​ການ​ໂຮງ​ແຮມ-ບ້ານ​ພັກ ແລະ​ຮ້ານ​ອາ​ຫານ​ໄດ້​ສະ​ເພາະ​ລະ​ດັບ 5 ດາວ​ຂຶ້ນ​ໄປ ເທົ່າ​ນັ້ນ ແຕ່​ວ່າ ​ໂຮງ​ແຮມ-ບ້ານ​ພັກ ແລະ​ຮ້ານ​ອາ​ຫານຢູ່ເມືອງວັງ​ວຽງນັ້ນ​ ສ່ວນ​ໃຫຍ່ ຈັດ​ຢູ່​ໃນ​ລະ​ດັບ 3 ດາວ​ລົງ​ມາ. ສະ​ນັ້ນ ການ​ທີ່​ປາ​ກົດ​ວ່າ ກິດ​ຈະ​ການ​ເຫລົ່າ​ນີ້ ​ໄດ້​ຕົກ​ໄປ​ຢູ່​ໃນ​ມື​ຂອງ​ນັກ​ທຸ​ລະ​ກິດ​ຊາວ​ຕ່າງ​ຊາດ ເປັນ​ສ່ວນ​ໃຫຍ່ນັ້ນ ຈຶ່ງ​ເຊື່ອ​ວ່າ ເປັນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ຜິດ​ຕໍ່​ລະ​ບຽບ​ກົດ​ໝາຍ​ໃນ​ລາວ ຊຶ່ງ​ຈະ​ຕ້ອງ​ດຳ​ເນີນ​ການກວດ​ກາ​ເພື່ອ​ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ຕໍ່​ໄປ ດັ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເມືອງວັງ​ວຽງ ທີ່ບໍ່​ປະ​ສົງ​ຈະ​ອອກ​ນາມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ຈະ​ຕ້ອງ​ໄດ້​ມີ​ມາດ​ຕະ​ການບໍ່​ຕໍ່​ທະ​ບຽນ​ໃຫ້​ບໍ ຫລື​ວ່າ ຈະ​ມີ​ການ​ຍົກ​ເລີກ​ບໍ ອີ່​ສັງ​ ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປຶກ​ສາ ຫາ​ລື​ກັນ ຄົ້ນ​ຄວ້າ​ບັນ​ຫານີ້ ເພາະ​ວ່າ ໄລ​ຍະ​ຜ່ານ​ມານີ້ ສ່ວນ​ຫລາຍ​ລະ​ແມ່ນ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ ທີ່​ມາ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ວັງ​ວຽງ​ນີ້ ບໍ່​ຢາກ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ຂອງ​ເຮົາ​ ຈັ່ງ​ຊັ້ນ ພາຍ​ຫລັງ​ພວກ​ເຮົາ​ມີ​ສະ​ມາ​ຄົມ​ແລ້ວ ຈະ​ຕ້ອງ​ໄດ້​ໄປ​ເຄື່ອນ​ໄຫວ​ນຳ​ສະ​ມາ​ຄົມ ຕ້ອງ​ເຂົ້າ​ລະ​ບຽບ​ນຳ​ສະ​ມາ​ຄົມ ເພື່ອບໍ່​ໃຫ້​ເຄື່ອນ​ໄຫວ​ທີ່​ມັນ​ຜິດ​ກັບ​ລະ​ບຽບ​ກົດ​ໝາຍ​. ໂຮງ​ແຮມນີ້​ກະ​ແມ່ນ​ລະ​ດັບ 3 ດາວ​ລົງ​ມາ​ຕ້ອງ​ແມ່ນ​ການ​ລົງ​ທຶນ​ພາຍ​ໃນ. 5 ດາວ​ຂຶ້ນ​ໄປ​ລະ​ແມ່ນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ.”

​ພາບ​ເຂດ​ທ່ອງ​ທ່ຽວ​ໃນ​ເມືອງວັງ​ວຽງ
​ພາບ​ເຂດ​ທ່ອງ​ທ່ຽວ​ໃນ​ເມືອງວັງ​ວຽງ

ໃນ​ປັດ​ຈຸ​ບັນ​ເຂດ​ວັງ​ວຽງ​ມີ​ແຫຼ່ງ​ທ່ອງ​ທ່ຽວທຳ​ມະ​ຊາດ 43 ແຫ່ງ ຊຶ່ງ​ລວມມີ​ຖ້ຳ 34 ແຫ່ງ,
ນ້ຳ​ຕົກ 2 ແຫ່ງ, ຍອດ​ພູ​ສູງ 4 ແຫ່ງ, ແລະ​ແຫຼ່ງ​ນ້ຳ​ທຳ​ມະ​ຊາດ 3 ແຫ່ງ, ຊຶ່ງ​ໄດ້​ສຳ​ເລັດ
​ການ​ພັດ​ທະ​ນາ ແລະ​ເປີດ​ໃຫ້​ບໍ​ລິ​ການ​ແລ້ວ 21 ແຫ່ງ, ມີ​ໂຮງ​ແຮມ ແລະບ້ານ​ພັກ 152
ແຫ່ງ, ຄິດ​ເປັນ​ຫ້ອງ​ພັກ​ລວມ​ທັງ​ໝົດ 2,745 ຫ້ອງ, ຮ້ານ​ອາ​ຫານ ແລະ​ສະ​ຖານ​ບັນ​ເທີງ
​ອີກ 130 ກວ່າ​ແຫ່ງ. ໂດຍ​ກິດ​ຈະ​ການ​ສ່ວນ​ໃຫຍ່​ໄດ້​ຕົກ​ໄປ​ຢູ່​ໃນ​ມື​ຂອງ​ນັກ​ທຸ​ລະ​ກິດ​ຈີນ
ລວມ​ເຖິງ​ການ​ລົງ​ທຶນ 200 ລ້ານ​ໂດ​ລາ ເພື່ອ​ພັດ​ທະ​ນາ​ເດີ່ນ​ບິນ​ວັງ​ວຽງ ເປັນ​ສະ​ຖານ​ທີ່
​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ ດ້ວຍ​ການ​ສ້າງ​ໂຮມ​ແຮມ​ລະ​ດັບ 5 ດາວ, ໂຮງ​ໝໍ, ຫໍ​ສະ​ແດງ​ດ້ານ​
ວັດ​ທະ​ນະ​ທຳ, ຮ້ານ​ຄ້າ​ປອດ​ພາ​ສີ ແລະ​ອື່ນໆ.

ໂດຍ​ໃນ​ປີ 2018 ຜ່ານ​ມາ ມີ​ນັກ​ທ່ອງ​ທ່ຽວເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ເຂດ​ວັງ​ວຽງ​ຫລາຍ
ກວ່າ 3 ແສນ​ຄົນ ຊຶ່ງ​ເພີ້ມ​ຂຶ້ນ​ເກີນກວ່າ 58 ເປີ​ເຊັນ ທຽບ​ໃສ່​ປີ 2017 ຊຶ່ງ​ເຮັດ​ໃຫ້ພາກ
​ບໍ​ລິ​ການ​ໃນ​ເຂດ​ເມືອງວັງ​ວຽງມີ​ລາຍ​ຮັບ​ຫຼາຍກວ່າ 150 ຕື້​ກີບ ຈາກ​ນັກ​ທ່ອງ​ທ່ຽວຕ່າງ​
ຊາດ 2 ແສນກວ່າ​ຄົນ ທີ່​ສ່ວນ​ຫລາຍກໍແມ່ນ​ນັກ​ທ່ອງ​ທ່ຽວ​ຈີນ​ນັ້ນເອງ.

ໂດຍ​ໃນ​ປີ 2016 ຫາ 2017 ມີນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ເດີນ​ທາງ​ມາ​ລາວ​ຫຼາຍ ກວ່າ 1 ລ້ານ 2 ແສນ​ຄົນ ສ່ວນ​ໃນ​ປີ 2018 ນີ້ ກໍ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ເດີນ​ທາງ​ມາລາວເກືອບ 800,000 ຄົນ ແລະ ປີ 2019 ຊຶ່ງ​ກໍ​ເປັນ​ປີສົ່ງ​ເສີມ​ການທ່ອງ​ທ່ຽວ​ລະ​ຫວ່າງ​ລາວ​ກັບ​ຈີນ​ອີກ​ດ້ວຍ​ນັ້ນ ທາງ​ການ​ລາວກໍໄດ້​ວາງ​ເປົ້າ​ໝາຍ ທີ່​ຈະດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຊາວ​ຈີນ ​ໃຫ້​ໄດ້​ຫລາຍກວ່າ 1 ລ້ານ​ຄົນ ຈຶ່ງ​ເຮັດ​ໃຫ້​ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ ຂອງ​ລາວ​ຈະ​ຕ້ອງ​ພັດ​ທະ​ນາ ປັບ​ປຸງຕົ​ວ​ເອງ ເພື່ອ​ໃຫ້​ສາ​ມາດ​ແຂ່ງ​ຂັນ​ກັບ​ບັນ​ດາ​ນັກທຸ​ລະ​ກິດ​ຈີນ ໃຫ້​ໄດ້​ທັງ​ໃນ​ດ້ານ​ບຸກ​ຄະ​ລາກອນ ແລະ​ຄຸນ​ນະພາບ​ການ​ໃຫ້​ບໍ​ລິ​ການ​ທີ່ ​ລວມ​ເຖິງ​ສິ່ງອຳ​ນວຍ​ຄວາມ​ສະ​ດວກ​ສະ​ບາຍ​ຕ່າງໆ ໃຫ້​ໄດ້ຢ່າງຄົບ​ຖ້ວນ​ອີກ​ດ້ວຍ.

ທັງ​ນີ້​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ຂອງ​ລາວຈະ​ຈັດ 4 ກິດ​ຈະ​ກຳ​ໃນ​ຈີນກໍ​ຄື ການ​ສະ​ແດງ ດ້ານ​ສິນ​ລະ​ປະວັດ​ທະ​ນະ​ທຳ ໃນ​ໂອ​ກາດ​ທີ່ຄະ​ນະ​ຂອງ​ປະ​ທານປະ​ເທດລາວ ເດີນທາງ​ໄປ​ຢ້​ຽມ​ຢາມ​ຈີນ, ການ​ຈັດ​ຕັ້ງສັບ​ປະ​ດາ​ວັດ​ທະ​ນະທຳ​ລາວຢູ່​ທີ່​ນະ​ຄອນ​ຊາງ​ຊາ ແຂວງ​ຫູນານ, ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ທີ່​ນະ​ຄອນ​ເຊີງ​ຕູ ແຂວງ​ເຊສວນ ແລະ​ພິ​ທີ​ສະຫ​ລຸບ​ປີ​ທ່ອງ​ທ່ຽວ​ລາວ-ຈີນ​ ​ທີ່​ນະ​ຄອນ​ປັກ​ກິ່ງ ໃນ​ທ້າຍ​ປີ 2019. ສ່ວນ​ຢູ່ລາວກໍ​ມີ 4 ກິດ​ຈະ​ກຳ​ ກໍ​ຄື​ພິ​ທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ-ຈີນ, ງານ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈີນ​ ໃນ​ໂອ​ກາດ​ຄົບ​ຮອບ 58 ປີ​ຂອງ​ສາ​ຍ​ພົວ​ພັນ​ການ​ທູດລາວ-ຈີນ ໃນ​ເດືອນ​ເມ​ສາ, ກອງ​ປະ​ຊຸມ​ການ​ທ່ອງ​ທ່ຽວ​ລາວ-ຈີນ ​ໃນ​ຊ່ວງ​ເດືອນ​ກໍ​ລະກົດ ແລະ​ງານ​ໄຫວ້​ພະ​ຈັນ ທີ່​ຫຼວງ​ພະ​ບາງ ແລ​ະ​ນະ​ຄອນ​ວຽງ​ຈັນໃນ​ເດືອນ​ກັນ​ຍາ 2019 ຕາ​ມ​ລຳ​ດັບ.

ສ່ວນ​ສະ​ມາ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ໃນ​ອາ​ຊຽນຫລື ASEAN Tourism Research Association ກໍ​ລາຍ​ງານ​ວ່າພ​ກາ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ທີ່​ເດີນ​ທາງ​ເຂົ້າ​ມາ​ໃນລາວ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ຄື​ບັນ​ດານັກ​ທຸ​ລະ​ກິດ​ທີ່​ລົງ​ທຶນ​ໃນ​ທຸ​ລະ​ກິດ​ບໍ​ລິ​ການ ແລະ​ການ​ທ່ອງ​ທ່ຽວ​ຢ່າງ​ຄົບ​ວົງ​ຈອນ​ໃນ​ລາວ.

XS
SM
MD
LG