ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ​ເຊື່ອໝັ້ນວ່າ ຈະ​ສາມາດ ​ດຶງ​ດູດ​ ນັກ​ທ່ອງ​ທ່ຽວ ເຂົ້າມາລາວ ​ໄດ້ 5 ລ້ານ​ຄົນ ຕາມເປົ້າໝາຍ ໃນປີ 2018 ນີ້


ພິທີເປີດປີທ່ອງທ່ຽວລາວ ຄສ 2018
ພິທີເປີດປີທ່ອງທ່ຽວລາວ ຄສ 2018

ລັດຖະບານ​ລາວ​ເຊື່ອໝັ້ນວ່າ ຈະ​ສາມາດ​ປະຕິບັດ​ໄດ້​ຕາມ​ເປົ້າໝາຍ​ໃນ​ປີ​ທ່ອງ​ທ່ຽວ
ລາວ 2018 ທີ່​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ໃຫ້​ໄດ້ 5 ລ້ານ​ຄົນ ​ແລະ​ສ້າງ
​ລາຍ​ຮັບ​ໄດ້​ຫລາຍ​ກວ່າ 900 ລ້ານ​ໂດ​ລາ.

ທ່ານ​ຈະ​ເລີນ ​ເຢຍປາວ​ເຮີ ລັດຖະມົນຕີ​ປະ​ຈໍາ​ສໍານັກງານ​ນາຍົກ​ລັດຖະມົນຕີ ຢືນຢັນ
​ວ່າ​ກອງ​ປະຊຸມ​ເປີດ​ກວ້າງລັດຖະບານ​ຄັ້ງທີ 1 ປະ​ຈໍາປີ 2018 ທີ່​ຈັດ​ຂຶ້ນຢູ່​ເມືອງ​ວຽງ​ໄຊ
​ແຂວງ​ຫົວພັນ ​ໃນ​ທ້າຍ​ເດືອນ​ມີນາ ທີ່​ຜ່ານ​ມາ ໂດຍ​ມີ​ທ່ານ​ທອງລຸນ ສີ​ສຸ​ລິດ ນາຍົກ
ລັດຖະມົນຕີລາວ​ ເປັນ​ປະທານ​ໃນ​ກອງ​ປະຊຸມ​ນັ້ນ ​ໄດ້​ປະ​ເມີນ​ການຈັດຕັ້ງປະຕິ​ບັດ​ນັບ​
ແຕ່​ໄດ້​ມີ​ພິທີການ​ເປີດ​ປີ​ທ່ອງ​ທ່ຽວລາວ 2018 ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ຕຸລາ 2017 ​
ເປັນຕົ້ນມາຈົນ​ເຖິງ​ເວລາ​ນີ້ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ ທີ່
​ລັດຖະບານ​ລາວ​ວາງ​ເອົາ​ໄວ້ ​ໃນ​ທຸກ​ດ້ານ ດັ່ງ​ທີ່​ທ່ານ​ຈະ​ເລີ​ນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ

“ການຈັດຕັ້ງປະຕິບັດ​ບັນດາ​ກິດຈະ​ກໍາ ​ແລະ​ສົ່ງ​ເສີມປີ​ທ່ອງ​ທ່ຽວລາວ​ປີ 2018 ​ໄດ້
​ເປັນ​ຂະ​ບວນຟົດຟື້ນ ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ແລະ​ທ້ອງ​ຖິ່ນ​ກໍ​ໄດ້​ປະສານ​ສົມທົບ​
ຈັດ​ກິດຈະ​ກໍາ ​ແລະ​ສ້າງ​ຂະ​ບວນການ​ໂຄສະນາ ​ແລະ​ສົ່ງ​ເສີມ​ການທ່ອງທ່ຽວ ​ໃນ​
ຂອບ​ເຂດ​ທົ່ວ​ປະ​ເທດ ມາ​ເຖິງ​ປັດຈຸບັນນີ້ ນັກ​ທ່ອງ​ທ່ຽວກໍ​ມີ​ທ່າ​ອ່ຽງ ​ເພີ້ມຂຶ້ນ ​ແລະ
​ຄາດ​ວ່າ ຈະ​ສາມາດ​ບັນລຸ​ຄາດໝາຍທີ່​ວາງ​ໄວ້​ຢ່າງ​ແນ່ນ​ອນ.”

ນັກເປົ່າແຄນຍິງຂອງລາວ
ນັກເປົ່າແຄນຍິງຂອງລາວ

ທັງ​ນີ້ ທ່ານ​ທອງ​ລຸນ ສີ​ສຸ​ລັດ ​ໄດ້​ເນັ້ນຢໍ້າ​ຕໍ່​ກອງ​ປະຊຸມວ່າ ​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າ
ໝາຍ ທີ່​ວາງ​ເອົາ​ໄວ້ ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ຈະ​ຕ້ອງ​ມີ​ການ​ບໍລິຫານແລະ​ຈັດການ​ທີ່ມີ​ປະ
ສິດທິພາບ​ຂອງ​ທຸກພາກສ່ວນ​ທີ່​ກ່ຽວຂ້ອງ ​ໂດ​ຍສະ​ເພາະກໍ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​
ໃນພາກທຸລະ​ກິດບໍ​ລິ​ການ ​ແລະ​ທ່ອງ​ທ່ຽວ ບໍ່​ໄດ້​ຕາມ​ມະຕິ-ຄຳ​ສັ່ງຂອງ​ລັດຖະບານ ກ່ຽວ
ບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ກັບ​ບັນດາ​ນັກທ່ອງ​ທ່ຽວ​ຊາວຕ່າງ​ຊາດ ​ເພື່ອ​ເຮັດ​ໃຫ້
ພວກ​ເຂົາ​ເຈົ້າມີ​ຄວາມ​ປະ​ທົບ​ໃຈ ​ແລະ​ຢາກ​ຈະ​ເດີນທາງ​ກັບ​ມາທ່ອງ​ທຽວ​ໃນລາ​ວອີກ
​ເມື່ອ​ມີ​ໂອກາດ.

ສ່ວນທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະ
ນະທຳ ແລະທ່ອງທ່ຽວຖະ​ແຫລ​ງວ່າ ​ໃນ​ປີ 2017 ມີ​ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ເດີນທາງ​
ເຂົ້າມາ​ໃນ​ລາວທັງໝົດ 3,868,831 ຄົນ ຫລຸດ​ລົງ 8.3​ ເປີ​ເຊັນທຽບ​ໃສ່​ປີ 2016 ທີ່​ມີ​
ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ເດີນທາງ​ເຂົ້າມາ​ໃນ​ລາວຫລາຍ​ກວ່າ 4 ລ້ານ 230 ພັນ​ໂດຍ​ທີ່
​ນັກ​ທ່ອງ​ທ່ຽວຈາກ​ປະ​ເທດ​ອາ​ຊ່ຽນດ້ວຍ​ກັນ​ຖື​ເປັນ​ກຸ່ມ ທີ່​ລົດ​ລົງ​ຫລາຍ​ທີ່​ສຸດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ພາຍຫລັງ​ທີ່​ໄດ້​ຈັດ​ພິທີ​ເປີດປີ​ການທ່ອງ​ທ່ຽງ​ລາ​ວປີ 2018 ​ຂຶ້ນ
ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ຕຸລາ 2017 ​ທີ່​ຜ່ານ​ມາ​ນີ້ ຊຶ່ງ​ຈັດ​ຂຶ້ນໃນ​ໂອກາດ​ດຽວ
​ກັນ​ກັບ​ງານ​ບຸນ​ນະມັດ​ສະການ​ພະທາດ​ຫລຼວງ​ປະ​ຈໍາປີ 2017 ທັງ​ຍັງ​ໄດ້​ເຊີນ​ບັນດາ​ສື່
​ມວນ​ຊົນ ​ແລະຜູ້ຕາງໜ້າລັດຖະບານ​ຂອງ​ປະ​ເທດໃນຂົງ​ເຂດອາ​ຊຽນ ​ແລະ​ພູມີພາກ
​ອື່ນໆ ຈາກ​ທົ່ວ​ໂລກ​ເພື່​ອ​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ອີກດ້ວຍ ນັ້ນ ກໍ​ປາກົດ​ວ່າ​ມີ​ນັກ​ທ່ອງ​ທ່ຽວຊາວຕ່າງ​ຊາດ​ເດີນທາງ​ເຂົ້າມາ​ໃນ​ລາວ​ເພີ້​ມຂຶ້ນຢູ່າງຕໍ່​ເນື່ອງ ​ໂດຍ​ສະ​ເພາະ​ແມ່ນ
ຢູ່​ໃນ​ໄລຍະ 3 ​ເດືອນ​ທ້າຍ​ປີ 2019 ນັ້ນກໍ​ມີ​ນັກ​ທ່ອງ​ທ່ຽວຊາວຕ່າງ​ຊາດ​ເດີນທາງ​ເຂົ້າ
ມາ​ໃນ​ລາວ ຫລາຍ​ກວ່າ 1 ລ້ານ​ຄົນ​ແລ້ວ.

​ລັດຖະບານ​ລາວ ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ​ໃຫ້​ເຂົ້າມາທ່ອງ
​ທ່ຽວ​ໃນ​ລາວ​ໃຫ້​ໄດ້​ຫຼາຍ​ກວ່າ 5 ລ້ານຄົນ ​ເພື່ອ​ເຮັດ​ໃຫ້​ພາກ​ບໍລິການໃນ​ລາວ​ມີ​ລາຍ​
ຮັບເກີນ​ກວ່າ 900 ລ້ານ​ ​ໂດ​ລາ ໃນ​ຕະຫຼອດ​ປີ 2018 ດ້ວຍ​ການ​ຈັດ​ກິດຈະ​ກຳແລະ
​ງານ​ບຸນປະ​ເພນີ​ຕ່າງໆ ​ໃນ 18 ​ແຂວງ ​ທົ່ວ​ປະ​ເທດ ​ເຊັ່ນ​ການຈັດ​ຄາຣາວານ ລົດ​ທ່ອງ
​ທ່ຽວ​ ແຕ່​ເໜືອເຖິງ​ໃຕ້, ບຸນມະ​ໂຫລານ​ການສະ​ແດງ​ສິນລະປະ ວັດທະນະທຳ ພື້ນ
ເມືອ​ງບັນດາ​ເຜົ່າການ​ແຂ່ງ​ລົດວິບາກ ກິດຈະກຳ​ປີນ​ໜ້າຜາ ການຈັດງານ​ວັນ​ລາວ
ໃນ​ຕ່າງປະ​ເທດ ​ເຊັ່ນ: ​ໄທ ຫວຽດນາມ ຍີ່ປຸ່ນ ​ເຢຍຣະມັນ​ ຝຣັ່ງ ອັງກິດ ທີ່​ທາງ​ການ​ລາວ
​ເຊື່ອ​ວ່າ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດໄດ້​ເປັນ​ຢ່າງ​ດີ.

ທັງດ້ານ ສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບຈາກ
ການທ່ອງທ່ຽວໃນລາວ ຍັງມີອັດຕາສະເລ່ຍທີ່ຕ່ຳກວ່າ ອັດຕາ​ສະ​ເລ່ຍ​ໃນ​ກຸ່ມ​ປະເທດ
ສະມາຊິກໃນອາຊຽນດ້ວຍກັນ ຊຶ່ງລາຍຮັບຈາກການທ່ອງທ່ຽວທີ່ອັດຕາສະເລ່ຍ 12 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ແຕ່ວ່າລາຍຮັບ​ໃນ​ພາກ​ທ່ອງ​ທ່ຽວຂອງລາວຄິດເປັນພຽງ 7 ເປີເຊັນ​ເທົ່າ​ນັ້ນ. ສະ​ນັ້ນ ການ​ທີ່​ຈະ​ດຶງ​ເອົາ​ພວກ​ນັກທ່ອງ
ທ່ຽວຊາວ​ຕ່າງຊາດ​ໃຫ້​ໄດ້ 5 ລ້ານ​ຄົນໃນ​ປີ 2018 ຈຶ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍ.

​ສະມາຄົມວິໄຈການທ່ອງທ່ຽວອາຊຽນ ຍັງ​ລະບຸ​ອີກ​ດ້ວຍ​ວ່າ ລັດຖະບານ​ລາວ ຈະ​ຕ້ອງ​
ດໍາ​ເນີນ​ມາດ​ຕະການ​ຢ່າງຮອບດ້ານ ​ເຂົ້າ​ໃນ​ການ​ພັດທະນາ-ປັບປຸງ ​ເພື່ອ​ຍົກ​ລະດັບ​
ຄຸນ​ນະພາ​ບການທ່ອງທ່ຽວລາວ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ເທື່ອລະ​ກ້າວ ດ້ວຍ​ການ
​ເພັ່ງ​ເລັງ​ໃສ່​ການ​ຄຸ້ມ​ຄອງ​ສະ​ຖາ​ນບັນ​ເທິງ ​ແລະ​ບໍລິການ​ຕ່າງໆ ​ເພື່ອ​ໃຫ້​ດໍາ​ເນ​ທຸລະ​ກິດ​
ຕາມ​ລະບຽບກົດໝາຍ ຢ່າງ​ເຂັ້ມງວດ ທັງ​ຍັງ​ຈະ​ສ້າງ​ນິຕິ​ກໍາ​ໃໝ່ໆ ​ໃນ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ບໍລິການ ​ແລະ​ທ່ອງ​ທ່ຽວ ​ໃນ​ທົ່ວ​ປະ​ເທດ ​ໃຫ້​ເທົ່າ​ທັນ​ກັບ​ສະພາບ​ການ​ໃໝ່ອີກ​ດ້ວຍ.

XS
SM
MD
LG