ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຕ່າງ​ຊາດ ທີ່ຊື້ຫ້ອງ​ພັກ ໃນ​ເຂດ ​ເສດ​ຖະ ກິດສະ​ເພາະ ​ບຶງ​ທາດຫຼວງ ຈະໄດ້ສິດຢູ່​​ລາວ ຢ່າງ​ຖາວອນ


ພາບຈໍາລອງຂອງເຂດເສດຖະກິດສະເພາະບຶງທາດຫລວງ
ພາບຈໍາລອງຂອງເຂດເສດຖະກິດສະເພາະບຶງທາດຫລວງ


ທາງ​ການ​ລາວ​ຈະ​ໃຫ້​ສິດ​ໃນ​ການ​ຢູ່​ອາ​ໄສ​ໃນ​ລາວ​ຢ່າງ​ຖາວອນແກ່​ຊາວ​ຕ່າງ​ຊາດ​ທຸກ
​ຄົນ ທີ່​ຊື້ຫ້ອງ​ພັກ​ອາ​ໄສ ທີ່​ອາຄານ​ສູງ 19 ຊັ້ນ ທັງ 12 ຕຶກ​ ໃນ​ເຂດ​ເສດ​ຖະກິດສະ​
ເພາະ​ບຶງ​ທາດຫລວງ ​ໃນ​ນະຄອນ​ຫລວງວຽງຈັນ.

ພິທີວາງສີລາເລີກ ເພື່ອເລີ້ມຕົ້ນໂຄງການປຸກສ້າງໃນເຂດເສດຖະກິດສະເພາະບຶງທາດຫລວງ
ພິທີວາງສີລາເລີກ ເພື່ອເລີ້ມຕົ້ນໂຄງການປຸກສ້າງໃນເຂດເສດຖະກິດສະເພາະບຶງທາດຫລວງ

ທ່ານ​ນາງ ບົວ​ທາ ຂັດຕິຍະ ປະທານ​ຄະນະ​ກໍາມະການ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ເຂດ​
ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະກິດ​ສະ​ເພາະ ຢືນຢັນ​ວ່າ ນະ​ໂຍບາຍ​ສໍາຄັນ​ປະ
ການ​ນຶ່ງ ທີ່​ລັດຖະບານ​ລາວ​ກໍານົດ ​ເພື່ອ​ໃຫ້ການ​ສົ່ງ​ເສີມ​ການ​ລົງທຶນ ​ໃນ​ເຂດ​ເສດຖະກິດ
​ພິ​ເສດ ​ແລະ​ເຂດ​ເສດ​ຖະກິດສະ​ເພາະ ກໍ​ຄື ການ​ທີ່​ຈະ​ໃຫ້​ສິດ​ໃນ​ການ​ຢູ່​ອາ​ໄສ​ໃນ​ລາວ
​ຢ່າງ​ຖາ​ວອນ ​ແກ່​ຊາວ​ຕ່າງ​ຊາດ ​ແລະ​ຄົນ​ເຊື້ອຊາດ​ລາວ ຢູ່​ຕ່າງປະ​ເທດ ທີ່​ໄດ້​ຊື້ຫ້ອງ​
ພັກ​ອາ​ໄສ ທີ່​ອາຄານ​ສູງ 19 ຊັ້ນ ທັງ 12 ຕຶກ​ ໃນ​ເຂດ​ເສດ​ຖະກິດສະ​ເພາະ​ບຶງ​ທາດ
ຫລວງ ​ໃນ​ນະຄອນ​ວຽງຈັນ. ດັ່ງ​ທີ່​ທ່ານ​ນາງ​ໄດ້​ກ່າວ​ຢືນຢັນ​ວ່າ:

ສົ່ງ​ເສີມ​ໃຫ້​ຜູ້​ທີ່​ເປັນ​ເຊື້ອຊາດ​ລາວ ທີ່ເປັນ​ສັນຊາດ​ຕ່າງປະ​ເທດ​ເນາະ ມາ​ຊື້ອາ
ພາດ​ເມັນ ​ແລະ​ມາ​ເປັນ​ພົນລະ​ເມືອງ​ຢູ່​ທີ່​ນີ້ ດໍາລົງ​ຊີວິດ​ຢູ່​ທີ່​ນີ້ກ່ອນ. ຖ້າ​ຫາກ​ມີ​
ຄວາມ​ສົນ​ໃຈ​ຈາກ​ຜູ້​ຊື້ລາ​ຍຍ່ອຍ ທີ່​ເປັນ​ສັນຊາດ​ອື່ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​
ອອກ​ບັດ​ສໍາມະ​ໂນ​ຄົວໃຫ້ ຖ້າວ່າ​ມາ​ຊື້ອາພາດ​ເມັນ ຫລື​ວ່າ ມາ​ດໍາເນີນກິດຈະການ
ຢູ່ທີ່ນີ້ ​ເອີ້ນວ່າ​ເປັນ​ພົນລະ​ເມືອງ​ຢູ່​ໃນ​ເຂດ​ນີ້ ນະ​ໂຍບາຍ​ດັ່ງກ່າວ​ນີ້ ​ໄດ້​ກໍານົດ​ໄວ້​ຢູ່​ໃນ​ກົດໝາຍວ່າ​ດ້ວຍ ການ​ສົ່ງ​ເສີມການ​ລົງທຶນ​ຂອງ​ ສປປລາວ ​ແລະ​ຜັນ​ຂະຫຍາຍ​
ຕາມ​ດໍາລັດ​ວ່າ​ດ້ວຍການ​ພັດທະນາ ​ແລະ​ຄຸ້ມ​ຄອງ ຂພສ, ​ເລກທີ 443 ທີ່​ເອີ້ນວ່າ
ການ​ພັດທະນາ​ແບບ​ພິ​ເສດ ຫລືສະ​ເພາະນັ້ນ.”

ທາງ​ດ້ານ​ທ່ານ​ແຝງ ອິນ​ທິລາດ ຮອງ​ປະທານ​ຄະ​ນະ​ຄຸ້ມ​ຄອງເຂດ​ເສດ​ຖະກິດສະ​ເພາະ​ບຶງ​ທາດຫລວງ ຖະ​ແຫລ​ງຢືນຢັນ​ວ່າ ການກໍ່ສ້າງ​ອາຄານ​ທີ່​ພັກ​ອາ​ໄສ​ສູງ 19 ຊັ້ນ ​ໄດ້​ດໍາ​
ເນີນການ​ສໍາ​ເລັດ​ແລ້ວ 7 ຕຶກອາຄານ ຈາກ​ແຜນການ​ທີ່​ວາງ​ໄວ້​ທັງໝົດ 12 ອາຄານ. ​ໃນ
ປັດກໍ​ມີ​ຊາວ​ຕ່າງ​ຊາດ ​ແລະ​ຄົນ​ລາວ​ຈາກ​ຕ່າງປະ​ເທດ ​ໄດ້​ຈອງ​ຊື້ອາຄານ​ທີ່​ພັກ​ໄປ​ແລ້ວ
6 ອາຄານ ສ່ວນ​ອີກ 1 ອາຄານ​ນັ້ນ ນັກທຸລະກິດ​ກໍ​ໄດ້​ຈອງຊື້ທັງ​ອາຄານ ​ເພື່ອ​ປັບປຸງ​ເປັນ​
ໂຮງ​ແຮມ​ລະດັບ 5 ດາວ ທີ່​ມີ​ຫ້ອງ​ພັກ​ທັງໝົດ 128 ຫ້ອງ ຊຶ່ງ​ຈະ​ ສໍາ​ເລັດ ​ໃນໝໍ່ໆນີ້.

ພາບຂອງເຂດເສດຖະກິດສະເພາະບຶງທາດຫລວງ
ພາບຂອງເຂດເສດຖະກິດສະເພາະບຶງທາດຫລວງ

ຂະນະ​ທີ່​ທ່ານ​ຫລີ​ວ ຈຸນ ຜູ້​ອໍານວຍ​ການ​ຝ່າ​ຍການ​ຈໍາໜ່າຍຂອງ​ກຸ່ມ​ບໍລິ​ສັດ Wan Fend Shanghai ຈາກ​ຈີນ ຖະ​ແຫລ​ງວ່າ ການ​ພັດທະນາ​ເຂດ​ເສດ​ຖະກິດສະ​ເພາະ​ບຶງ​ທາດ
ຫລວງ ​ໄດ້​ດໍາ​ເນີນ​ຢ່າງ​ຕັ້ງໜ້າ ​ແລະ​ການ​ດໍາ​ເນີນ​ງານ​ໃນ​ໄລຍະ​ທີ 1 ຂອງ​ໂຄງການ​ ກໍ​ໄດ້​
ເລີ້ມ​ເປີດ​ໃຫ້​ບໍລິການ​ໃນ​ສ່ວນ​ທີ່​ເປັນ​ສູນ​ການຄ້າ ຮ້ານ​ອາຫານ ​ແລະ​ຕະຫລາດ​ກາງຄືນ​
ແລ້ວ. ສ່ວນ​ບັນດາ​ຜູ້​ທີ່​ຈອງ​ຊື້ອາຄານ ທີ່​ພັກ​ອາ​ໄສ ທັງ 6 ອາຄານ ກໍ​ສາມາດເຂົ້າ​ໄປ​ຢູ່​
ໄດ້​ແລ້ວ ນັບ​ແຕ່​ປີ 2016 ​ເປັນຕົ້ນມາ ສ່ວນ​ອີກ 5 ອາຄານ ກໍ​ຈະ​ກໍ່ສ້າງໃຫ້​ສໍາ​ເລັດ ​ໃນ
​ເດືອນ​ມິຖຸນາ 2017 ນີ້.

​ກຸ່ມ​ບໍລິ​ສັດ Wan Fend Shanghai ຈໍາກັດ ​ໄດ້​ນໍາ​ໃຊ້​ເງິນ​ທຶນ​ໄປແລ້ວ​ຫລາຍ​ກວ່າ 200
ລ້ານ​ໂດ​ລາ ນັບ​ແຕ່​ທ້າຍ​ປີ 2012 ​ເປັນຕົ້ນມາ ​ແລະ​ກໍ​ໄດ້​ຄືບໜ້າຕາມ​ແຜນການ ທີ່​ວາງ​
ໄວ້ເຊັ່ນ ການກໍ່ສ້າງ​ຖະໜົນຍາວ 400 ແມັດ ກວ້າງ 36 ແມັດ ​ເຊື່ອມ​ຕໍ່ຈາກ​ສາມ​ແຍກ
​ໂພນ​ທັນ ​ເຂົ້າມາ​ໃນ​ໂຄງການ ການວາງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ ລະບົບ​ນໍ້າ​ປະປາ
ລະບົບ​ກໍາຈັດ​ນໍ້າ​ເປື້ອນ ການຈັດວາງສາຍ​ຖະໜົນ​ໃນ​ໂຄງການ ​ແລະ​ການ​ຂຸດ​ສວນ​ນໍ້າ​ໃນ​
ພື້ນທີ່ 50 ​ເຮັກຕາ ລວມ​ເຖິງ ກໍ່ສ້າງ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຕ່າງໆ ຢ່າງ​ຄົບ​ຊຸດ ຊຶ່ງ​ກໍ​
ເຮັດ​ໃຫ້​ຕ້ອງເພີ້ມ​ເງິນ ລົງທຶນ ຈາກ​ເດີມ 1.600 ລ້ານ​ໂດ​ລາ ​ເປັນ 5.000 ລ້ານ​ໂດ​ລາ.

ນອກຈາກ​ນັ້ນ ພາກ​ສ່ວນ​ທີ່​ໄດ້​ກໍ່ສ້າງ​ສໍາ​ເລັດ​ແລ້ວນັ້ນ ຍັງ​ລວມ​ເຖິງ​ສິ່ງ​ອໍານວຍ​ຄວາມ
​ສະດວກ​ຕ່າງໆ ​ເຊ່ນ ຖະໜົນພາຍ​ໃນ​ໂຄງການ ​ເຂດ​ສີຂຽວ ​ແລະ​ທີ​ວທັດ ການ​ຕິດຕັ້ງລິ​ຟ​
ໃນ​ອາຄານ ຄີວລົດ​ໂດຍສານ ຕະຫລາດ​ສົດ ຊຸບ​ເປີ​ມາເກັດ ສະຖານ​ທີ່ບັນ​ເທີ​ງຕ່າງໆ
ລຽບຕາມ​ແຄມໜອງນໍ້າ​ຂະໜາດ​ໃຫຍ່ ​ເຊ່ນ​ຮ້ານ ອາຫານ ສະຖານ​ທີ່​ສະ​ແດງ​ສິນລະປະ ສະລອຍ​ນໍ້າ ​ແລະ​ບ່ອນ​ຫລິ້ນ​ເກ​ມທາງ​ນໍ້າ ​ເດີ່ນເທ​ນນິສ ​ເດີ່ນເຕະບານເດີ່ນໄດ​ກ໋ອຟ
ຮ້ານ​ຄ້າ​ປອດ​ພາສີ ຮ້ານ​ກາ​ເຟ ​ໂຮງ​ຮູບ​ເງົາ ສວນ​ສະໜຸກ ຮ້ານອາຫານ​ນາໆຊາດ ສູນ​ສຸຂະພາບ ​ແລະ​ຄວາມ​ງາມ ບ່ອນ​ຈອດ​ລົດ ​ແລະ​ອື່ນໆ. ​ໂຄງການ​ພັດທະນາ​ເມືອງ​ໃໝ່
ຢູ່​ບຶງ​ທາດຫລວງນີ້ ມີ​ເນື້ອທີ່​ສໍາ​ປະທານ 365 ​ເຮັກຕາ ຊຶ່ງ​ກໍ​ເຮັດ​ໃຫ້​ຕ້ອງ​ເວນ​ຄືນ​ທີ່​ດິນ
​ຂອງ​ປະຊາຊົນ​ລາວ ຈໍານວນ​ທັງໝົດ 480 ຕອນ ຄິດ​ເປັນ​ມູນ​ຄ່າ​ການ​ເວນ​ຄືນ​ຫລາຍ​
ກວ່າ 10 ລ້ານ​ໂດ​ລາ.

XS
SM
MD
LG