ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ​ຈີນ ຮວມ​ລົງ​ທຶນ ​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ-ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ


ຄອນ​ພະ​ເພັງ
ຄອນ​ພະ​ເພັງ

ກຸ່ມ​ທຸ​ລະ​ກິດ​ຈີນ​ລົງ​ທຶນ 9,000 ລ້ານ​ໂດ​ລາ ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ໃໝ່​
ສີ​ທັນ​ດອນ-ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ ໂດຍ​ເມືອງ​ໃໝ່​ແຫ່ງ​ນີ້ ຈະ​ຮອງ​ຮັບ​ພົນ​ລະ​
ເມືອງ​ໄດ້​ເຖິງ 8 ແສນ​ຄົນ​ ກັບ​ນັກ​ທ່ອງ​ທ່ຽວ​ອີກ 1 ລ້ານ 2 ແສນ ຄົນ ຊົງຣິດ ​
ໂພນ​ເງິນມີ​ລາຍ​ງານ​ຈາກ​ບາງກອກ.

ບໍ​ລິ​ສັດ​ລາວ ມະ​ຫາ​ນະທີ​ສີ​ທັນ​ດອນ​ແລະ ການ​ລົງ​ທຶນ​ຈຳ​ກັດ ຈາກ​ຮົງ​ກົງ ປະ​ເທດ​ຈີນ
ຊຶ່ງ​ເປັນ​ຜູ້ລົງທຶນໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ-ຄອນ​ພະ​ເພັງ ທີ່​ເມືອງ​
ໂຂງ​ໃນ​ແຂວງ​ຈຳ​ປາ​ສັກ ສະ​ເໜີ​ລາຍ​ງານ​ຄວາມ​ຄືບໜ້າ​ຂອງ​ໂຄງ​ການ​ວ່າ​ໄດ້​ທຳ​ການ​
ສຳ​ຫຼວດ-ອອກ​ແບບ​ການ​ກໍ່​ສ້າງ​ສຳ​ເລັດ​ທັງ​ໂຄງ​ການ​ແລ້ວ ຊຶ່ງ​ປະ​ກອບ​ດ້ວຍ ພື້ນ​ຖານ
​ໂຄງ​ຮ່າງຕ່າງ​ໆ ເພື່ອ​ຮອງ​ຮັບ​ພາກ​ທຸ​ລະ​ກິດ​ແລະ​ບໍ​ລິ​ການ​ຢ່າງ​ຄົບ​ວົງ​ຈອນ ເຊັ່ນ​ເຂດ​
ອຸດ​ສາ​ຫະ​ກຳ Electronic ແລະ​ເທັກໂນ​ໂລ​ຈີ ດ້ານ​ຂໍ້​ມູນ-ຂ່າວ​ສານ ເຂດ​ແປ​ຮູບ​ສິນ​
ຄ້າ​ກະ​ສິ​ກຳ​ແລະ​ຫັດ​ຖະ​ກຳ ເຂດ​ການ​ຄ້າ​ເສ​ລີ-ປອດ​ພາ​ສີ ເຂດ​ບໍ​ລິ​ການ​ຢ່າງ​ຄົບ​ວົງ​
ຈອນ ເຂດ​ພັດ​ທະ​ນາ​ກະ​ສິ​ກຳ ແລະ​ປະ​ມົງ​ປອດ​ໄພ ສານ​ພິດ ເປັນ​ຕົ້ນ.

ທັງ​ນີ້ ໂດຍ​ກຸ່ມ​ທຸ​ລະ​ກິດຈີນ ຈະ​ໃຊ້​ເງິນ​ລົງ​ທຶນ​ຮວມ​ເຖິງ 9,000 ລ້ານ​ໂດລາ ສຳ​ລັບ
ດຳ​ເນີນ​ການ​ກໍ່​ສ້າງ​ສູນ​ການ​ຄ້າປອດ​ພາ​ສີ ໂຮງ​ແຮມ-ຣີ​ສອ​ຕ໌ ທະ​ນາ​ຄານແລະ​ປະ​ກັນ​
ໄພສູນ​ບໍ​ລິ​ການ​ດ້ານ​ສຸ​ຂ​ະພາບແລະ​ຄວາມງາມ ​ໂຮງ​ຮຽນ​ນາໆ​ຊາດ ສະ​ຖານ​ບັນ​ເທີງ ​
ຄົບ​ວົງ​ຈອນ ສວນ​ສະ​ນຸກ ສະ​ຖາ​ນີ​ຂົນ​ສົ່ງ ຕະ​ຫຼາດ​ກາງ​ຄືນ Night Plaza ອຸດ​ທະ​ຍານ
ທຳ​ມະ​ຊາດ​ນ້ຳ​ຂອງ ໂດຍ​ເມືອງໃໝ່​ສີ​ທັນ​ດອນ ຈະ​ຮອງ​ຮັບ​ພົນ​ລະ​ເມືອງ​ໄດ້​ເຖິງ 8 ແສນ
ຄົນ ກັບ​ນັກ​ທ່ອງ​ທ່ຽວ​ອີກ 1 ລ້ານ 2 ແສນ​ຄົນ ໃນ​ແຕ່​ລະ​ປີ ຊຶ່ງ​ສ່ວນ​ໃຫຍ່ ກໍ​ຄື​ຊາວ​ຈີນ​
ນັ້ນ​ເອງ.

​ເຂດພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ ມີ​ອາ​ຍຸ​ສຳ​ປະ​ທານ 50 ປີ ໃນ​ພື້ນ​ທີ່​ຮວມ
9,846 ເຮັກ​ຕາ ໃນ​ເຂດ​ເມືອງ​ໂຂງ​ແລະ​ເມື່ອ​ຄົບ​ກຳ​ໜົດ ກໍ​ຍັງ​ສາ​ມາດ​ທີ່​ຈະ​ຕໍ່​ອາ​ຍຸ
ສຳ​ປະ​ທານ​ໄດ້​ອີກ 50 ປີ ໂດຍ ໃນ​ໄລ​ຍະ 5 ປີ​ທຳ​ອິດ ກຸ່ມ​ທຸ​ລະ​ກິດ​ຈີນ ຈະ​ໃຊ້​ເງິນ​ລົງ​ທຸນ
​ໃນ​ມູນ​ຄ່າ 1 ​ພັນ 3 ຮ້ອຍ ລ້ານ​ໂດ​ລາ ສ່ວນ​ທີ່​ເຫຼືອ​ອີກ 7 ພັນ 7 ຮ້ອຍ ລ້ານໂດ​ລາ​ນັ້ນ
ກໍ​ຈະລະ​ດົມ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ເອກ​ກະ​ຊົນ​ຈີນ ທີ່​ຈະ​ເຂົ້າ​ມາ​ປະ​ກອບສ່ວນ​ລົງທຶນ
ໃນ​ພາກ​ການ​ຜະ​ລິດ​ສິນ​ຄ້າ​ແລະບໍ​ລິ​ການ​ຕ່າງ​ໆ ຢ່າງ​ຄົບ​ວົງ​ຈອນ ​ດັ່ງ​ກ່າວ ແລະ​ຖ້າ​ຫາກ​
ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ກໍ​ຄາດ​ໝາຍ​ວ່າ ຈະ​ມີ​ເງິນ​ຕາ​ຕ່າງ​
ປະ​ເທດ​ເຂົ້າ​ມາ​ໝູນ​ວຽນ​ໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ​ແຫ່ງ​ນີ້​ຫຼາຍກວ່າ
1,000 ລ້ານໂດ​ລາ ໃນ​ແຕ່​ລະ​ປີ ນັບ​ແຕ່​ປີ 2025 ເປັນ​ຕົ້ນ​ໄປ ສ່ວນ​ປະ​ຊາ​ຊົນ​ລາວ​ທີ່
​ຖືກ​ເວນ​ຄືນ​ທີ່​ດິນ​ນັ້ນ ກໍ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍ ໃນມູນຄ່າຮວມ​ທັງ​ໝົດ 6 ລ້ານ
5 ແສນໂດ​ລາ.

ທາງ​ດ້ານທ່ານ​ສົມ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ
ການ​ເງິນ ຢືນ​ຢັນ​ວ່າ​ ລັດ​ຖະ​ບານ​ລາວ ໄດ້​ພັດ​ທະ​ນາ​ປັບ​ປຸງ ລະ​ບຽບ​ກົດ​ໝາຍ​ຕ່າງໆ
ເພື່ອ​ອຳ​ນວຍ​ຄວາມສະ​ດວກ ໃຫ້​ແກ່​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ລາວ ໄດ້​ເພີ້ມ​ຂຶ້ນ​
ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ທຶນ​ຂອງ​ກຸ່ມ​ທຸ​ລະ​ກິດຈາກ​ຈີນ​ນັ້ນ ຖື​ເປັນ​ເປົ້າ​ໝາຍ​
ບຸມະ​ສິດ ທີ່​ລັດ​ຖະ​ບານ​ລາວ ຢາກໃຫ້​ເຂົ້າມາລົງ​ທຶນ​ໃນ​ລາວ ໃຫ້​ຫຼາຍ​ຂຶ້ນ ຢ່າງ​ຕໍ່​ເນື່ອງ
ດັ່ງ​ທີ່ ທ່ານ​ສົມ​ດີ ໄດ້​ຢືນ​ຢັນ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ
ຄັ້ງ​ທີ 15 ຢູ່​ເມືອງ​ໜານ​ໜິງ ແຂວງກວາງ​ສີ ເມື່ອ​ເດືອນ​ກັນ​ຍາ 2018 ທີ່​ຜ່ານ​ມາ​ວ່າ
“ປັດ​ຈຸ​ບັນ ໄດ້​ມີ​ການ​ລົງ​ທຸນ​ຂອງ​ນັກ​ລົງ​ທຶນ​ຈີນ​ຢູ່ ສ​ປ​ປ ລາວ ຫຼາຍ​ສົມ​ຄວນ ເຖິງວ່າ
​ປະ​ເທດ​ພວກ​ເຮົາ ຍັງ​ມີ​ລະ​ບຽບ​ກົດ​ໝາຍ​ກົດ​ໝາຍ ບໍ່​ທັນ​ຄົບ​ຖ້ວນ ການ​ບໍ​ລິ​ການ​
ຫຼາຍ​ອັນ ຍັງ​ຂາດ​ຕົກ​ກ​ບ່ອງ​ພ່ອງ ລັດ​ຖະ​ບານ​ລາວ​ພວກ​ຂ້າ​ພະ​ເ​ຈົ້າ​ມີ​ຄວາມ​ພະ​ຍາ​
|ຍາມ​ທີ່​ຈະ​ສ້າງ ຄວາມ​ເຊື່ອ​ໝັ້ນ ອຳ​ນວຍ​ຄວາມ​ສະ​ດວກ ໃຫ້​ແກ່​ນັກ​ລົງ​ທຶນ ມີ​ການ
​ສະ​ດວກວ່ອງ​ໄວ ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍກວ່າ​ເກົ່າ ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ
ນັກ​ທຸ​ລະ​ກິດຈາກ ສປ ຈີນ ຈະ​ເຂົ້າ​ມາ​ລົງ​ທຶນ​ແລະ​ຊ່ອຍ​ຊຸກຍູ້ ການ​ພັດ​ທະ​ນາ​ເສດ​
ຖະ​ກິດ​ຂອງ ສ​ປ​ປ ລາວ.”

ໂດຍໃນ​ປັດ​ຈຸ​ບັນ ຈີນ​ມີ​ມູນ​ຄ່າ​ການ​ລົງ​ທຶນ​ໃນ​ລາວ ເກີນກວ່າ 10,000 ລ້ານໂດ​ລາ
ຖື​ເປັນ​ຜູ້​ລົງ​ທຶນ​ອັນ​ດັບ 1 ໃນ​ລາວ ທີ່​ມີ​ຈຳ​ນວນ 700 ກວ່າ​ໂຄງ​ການ ຊຶ່ງ​ຍັງ​ບໍ່​ທັນ​ຮວມ​
ເຖິງ​ການ​ລົງ​ທຶນ​ໃນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃໝ່​ສີ​ທັນ​ດອນ ຂອງ​ບໍ​ລິ​ສັດ​ລາວ ມະ​ຫາ
​ນະ​ທີສີ​ທັນ​ດອນ ແລະ​ການ​ລົງ​ທຶນ​ຈຳ​ກັດ ດັ່ງ​ກ່າວ​ແຕ່​ຢ່າງ​ໃດ.

ແຕ່​ຢ່າງ​ໃດ ກໍ​ຕາມ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກໍ​ໄດ້​ປະ​ກາດ​ຂຶ້ນ​ບັນ​ຊີ​
ດຳ​ແລະ​ໃຫ້​ຖື​ວ່າ ທ້າວ​ຈ້າວ ເຫຍ່ຍ ປະ​ທານ​ບໍ​ລິ​ສັດ​ດອກ​ງິ້ວ ຄຳ​ຈາກ​ຈີນ ຜູ້​ລົງ​ທຶນ​ພັດ
​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດສາມ​ຫຼຽມ​ຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ​ນັ້ນ​ເປັນ​ອາ​ຊະ
​ຍາ​ກອນ ຜູ້​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ການ​ຄ້າ​ຢາ​ເສບ​ຕິດ ການ​ຄ້າ​ມະ​ນຸດ ການ​ຟອກ​ເງິນ
ການ​ໃຫ້​ສິນ​ບົນ ແລະ​ການ​ຄ້າ​ສັດ​ປ່າ​ຂ້າມ​ຊາດ ໃນ​ເດືອນ​ກັງ​ກອນ 2018 ທີ່​ຜ່ານ​ມາ.

ຫາກ​ແຕ່ ທ້າວ​ຈ້າວ ເຫຍ່ຍ ກໍ​ໄດ້​ໃຫ້​ການ​ປະ​ຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ຂອງ​ທາງ​ການ​ສະ​ຫະ
​ລັດ ທັງ​ຍັງເນັ້ນ​ໜັກ ດ້ວຍ​ວ່າ ການ​ປະ​ກາດ​ດັ່ງ​ກ່າວ​ຂອງ​ສະ​ຫະ​ລັດ​ເປັນ​ການ​ປະ​ກາດ
ຝ່າຍ​ດຽວ​ທີ່​ບໍ່​ຍຸ​ຕິ​ທຳ ແລະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ແຜນ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ
​ພິ​ເ​ສດ​ສາມ​ຫຼ່ຽມ​ຄຳ​ໃນ​ລາວ ອີກ​ດ້ວຍ ເພາະ​ເປັນ​ການ​ລົງ​ທຶນ​ທີ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​
ກົດ​ໝາຍ​ຂອງ ສ​ປ​ປ ລາວ ໃນ​ທຸກ​ດ້ານ​ນັ້ນ​ເອງ.

XS
SM
MD
LG