ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ສ້າງຜົນກະທົບ ຕໍ່ລະບົບ ນິເວດ ທຳມະຊາດ ໃນຂົງເຂດ ລຸ່ມແມ່ນ້ຳຂອງ


ເຂື່ອນເຊປຽນ-ເປນ້ຳນ້ອຍ ແຕກ ໄດ້ສົ່ງຜົນກະທົບເຮັດໃຫ້ມີນໍ້າຖ້ວມຢ່າງແຮງ ໃນເມືອງ
ສະໜາມໄຊ ແຂວງອັດຕະປື ໃນທ້າຍເດືອນ ກໍລະກົດທີ່ຜ່ານມາ
ເຂື່ອນເຊປຽນ-ເປນ້ຳນ້ອຍ ແຕກ ໄດ້ສົ່ງຜົນກະທົບເຮັດໃຫ້ມີນໍ້າຖ້ວມຢ່າງແຮງ ໃນເມືອງ ສະໜາມໄຊ ແຂວງອັດຕະປື ໃນທ້າຍເດືອນ ກໍລະກົດທີ່ຜ່ານມາ

ນັກອະນຸລັກສິ່ງແວດລ້ອມທຳມະຊາດຢືນຢັນວ່າໂຄງການກໍ່ສ້າງເຂື່ອນໄຟຟ້າ
ເຊປຽນ-ເຊນ້ຳນ້ອຍ ເປັນໂຄງການທີ່ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ສິ່ງແວດລ້ອມ
ໃນລາວ ແລະລຸ່ມແມ່ນ້ຳຂອງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານວິທູນ ເພີ່ມພົງສາຈະເຣີນ ຜູ້ອຳນວຍການເຄືອຂ່າຍພະລັງງານເພື່ອລະບົບ
ນິເວດທຳມະຊາດໃນລຸ່ມແມ່ນ້ຳຂອງ ຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດ
ລ້ອມໃນລຸ່ມແມ່ນ້ຳຂອງແລະສາກົນ ໄດ້ຄັດຄ້ານໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-
ເຊນ້ຳນ້ອຍໃນແຂວງອັດຕະປື ມາໂດຍຕະຫຼອດ ເພາະເຊື່ອວ່າຈະສົ່ງຜົນກະທົບ
ຢ່າງຮຸນແຮງທັງຕໍ່ສັງຄົມແລະສິ່ງແວດລ້ອມທຳມະຊາດໃນລາວ ແລະລຸ່ມແມ່ນ້ຳຂອງ
ເນື່ອງຈາກເປັນໂຄງການທີ່ຈະປ່ຽນແປງສະພາບແວດລ້ອມທຳມະຊາດຂອງແມ່ນ້ຳ
ເຖິງ 3 ສາຍໃນລາວ ໂດຍການຜະລິດພະລັງງານໄຟຟ້າ ດ້ວຍການຜັນນ້ຳຈາກແມ່
ນ້ຳເຊປຽນ ໄປຍັງແມ່ນ້ຳເຊນ້ຳນ້ອຍ ແລະປ່ອຍລົງສູ່ແມ່ນ້ຳເຊກອງ ແລ້ວກະລົງໄປສູ່
ແມ່ນ້ຳຂອງຕາມລຳດັບ ດັ່ງທີ່ທ່ານວິທູນ ໄດ້ໃຫ້ການອະທິບາຍວ່າ: “ມັນເອົານ້ຳຈາກ
3 ລຳນ້ຳມາຮວມກັນ ແລ້ວກໍເອົາຈຸດທີ່ສ້າງເຂື່ອນນີ້ ໂດຍອາໄສຄວາມສູງຂອງທີ່ຮາບ
ສູງບໍລະເວນ ເພື່ອຈະທຳໃຫ້ມັນຫັນກັງຫັນໄຟຟ້ານີ້ ໄດ້ແຮງທີ່ສຸດ ແລະຜະລິດໄຟ
ອອກມາໃຫ້ໄດ້ມາກທີ່ສຸດແລ້ວ ກໍປ່ອຍນ້ຳລົງອີກສາຍນຶ່ງ ຊຶ່ງລຳນ້ຳສາຍນີ້ ກໍຈະມີ
ນ້ຳເພີ້ມຂຶ້ນຈາກລະດັບນ້ຳທຳມະຊາດຂອງຕົວເອງນີ້ ມະຫາສານ ຄຸນໄປເພີ້ມປະລິ
ມານນ້ຳມາກກວ່າທຳມະຊາດ ແລ້ວຄຸນໄປເອົານ້ຳຈາກສາຍອື່ນ ທີ່ມັນອາດຈະມີ
ຄວາມແຕກຕ່າງກັນ ໃນເລື້ອງຂອງທາງນິເວດ.”

ທ່ານວິທູນ ຢືນຢັນດ້ວຍວ່າ ສາເຫດສຳຄັນ ທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍ
ແຕກໃນຄັ້ງນີ້ ກໍຍ້ອນວ່າເກີດການຜິດພາດຢ່າງຮ້າຍແຮງ ໃນການຄິດຄຳນວນ
ຄວາມຈຸຂອງອ່າງໂຕ່ງແລະປະລິມານນ້ຳທີ່ຈະໄຫຼລົງສູ່ອ່າງໂຕ່ງຂອງເຂື່ອນ ໂດຍເມື່ອປະກອບກັບການກໍ່ສ້າງເຂື່ອນ ກໍຍັງບໍ່ແລ້ວເສັດຢ່າງສົມບູນ ແຕ່ກໍຕ້ອງ
ມາຮອງຮັບປະລິມານນ້ຳເກີນກວ່າລະດັບຄວາມຈຸຂອງອ່າງໂຕ່ງຊຶ່ງຕັ່ງຢູ່ເທິງພື້ນ
ທີ່ທີ່ສູງດ້ວຍນັ້ນ ຈຶ່ງເຮັດໃຫ້ປະລິມານນ້ຳຢ່າງມະຫາສານທີ່ໄຫຼລົງມານັ້ນ ມີແຮງ
ກະທົບສູງຕໍ່ການທຳລາຍຊີວິດແລະຊັບສິນຂອງປະຊາຊົນລາວ ຢ່າງກວ້າງຂວາງ
ໃນເວລານີ້.

ໄພນ້ຳຖ້ວມ ໄດ້ເກີດຂຶ້ນຢ່າງກະທັນຫັນໃນຕອນກາງຄືນຂອງວັນທີ 23 ກໍລະກົດ
ທີ່ຜ່ານມາ ໂດຍເປັນຜົນກະທົບຈາກພະຍຸເຊິ່ນຕິງ ຈຶ່ງເຮັດໃຫ້ປະລິມານນ້ຳຝົນ
ລົ້ນອ່າງໂຕ່ງຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແລະໄຫຼລົງມາຖ້ວມ
ເມືອງສະໜາມໄຊ ຢ່າງໜັກໜ່ວງ ແລະດ້ວຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງ ກໍຍັງເຮັດໃຫ້ລັດຖະບານລາວ ຕ້ອງປະກາດໃຫ້ເຂດດັ່ງກ່າວເປັນພື້ນທີ່ປະສົບໄພ
ພິບັດສຸກເສີນລະດັບຊາດຢ່າງເປັນທາງການ ນັບແຕ່ວັນທີ 24 ກໍລະກົດ ເປັນຕົ້ນມາ.

ໂດຍກ່ອນໜ້ານີ້ ບໍລິສັດຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ກໍໄດ້ອອກແຈ້ງການເຕືອນວ່າ ປະລິມານນ້ຳຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ອາດຈະເຮັດໃຫ້ສັນເຂື່ອນແຕກ ກໍເປັນໄປໄດ້ ຊຶ່ງກໍໄດ້ກາຍເປັນຄວາມຈິງ ຕັ້ງແຕ່
ເວລາ 23 ໂມງຂອງວັນທີ 23 ກໍລະກົດ ເປັນຕົ້ນມາແລະໄດ້ເປັນຜົນເຮັດໃຫ້ປະລິມານ
ນ້ຳຫຼາຍກວ່າ 5,000 ລ້ານໂຕນ ໄຫຼຈາກອ່າງໂຕ່ງຂອງເຂື່ອນລົງສູ່ເມືອງສະໜາມໄຊ ກາຍເປັນໄພນ້ຳຖ້ວມ ຢ່າງໜັກໜ່ວງ ແລະຍັງບໍ່ສາມາດປະເມີນຄວາມເສຍຫາຍ ໄດ້ຈົນກວ່ານ້ຳຈະບົກແຫ້ງໃນພື້ນທີ່ທີ່ຖືກກະທົບທັງໝົດ.

ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ເປັນການຮ່ວມທຶນລະຫວ່າງບໍລິສັດ SK
ວິສະວະກຳແລະກໍ່ສ້າງຂອງເກົາຫຼີໃຕ້ ກັບລັດວິສາຫະກິດຖືຫຸ້ນລາວ (Lao Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະກຸ່ມບໍລິສັດໄຟຟ້າຣາຊບູຣີ
ຈຳກັດ(ມະຫາຊົນ) ຂອງໄທ ດ້ວຍສັດສ່ວນການຮ່ວມທຶນ 26 ເປີເຊັນ - 24 ເປີເຊັນ -
25 ເປີເຊັນ ແລະ 25 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 1,020 ລ້ານໂດລາ ໂດຍມີກຳນົດກໍ່ສ້າງແລ້ວເສັດ ໃນປີ 2019 ມີກຳລັງຕິດຕັ້ງ 410 ເມກາວັດ ຫຼືຜະລິດ
ພະລັງງານໄຟຟ້າໄດ້ເຖິງ 1,879 ລ້ານກິໂລວັດ/ໂມງ/ປີ ຊຶ່ງໃນນີ້ 90% ຈະສົ່ງອອກ
ໄປໄທ ຕະຫຼອດອາຍຸສຳປະທານ 27 ປີ ແລະ 10 ເປີເຊັນ ທີ່ເຫຼືອຈະຂາຍໃຫ້ລັດວິສາ
ຫະກິດໄຟຟ້າລາວ ເພື່ອຕອບສະໜອງການຊົມໃຊ້ ພາຍໃນລາວທີ່ເພີ້ມຂຶ້ນທຸກປີ.

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ກຳລັງຕິດຕັ້ງຮວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສ
ໄຟຟ້າ ໄດ້ 67,000 ລ້ານກິໂລວັດ/ໂມງ/ປີ ໃນນີ້ແບ່ງເປັນແຫຼ່ງຜະລິດພະລັງງານ
ໄຟຟ້າ ທີ່ມີຢູ່ແລ້ວ 54 ໂຄງການ ມີກຳລັງຕິດຕັ້ງ 7,162 ເມກາວັດ ທີ່ສາມາດ
ຜະລິດກະແສໄຟຟ້າ ໄດ້ເຖິງ37,086 ລ້ານກິໂລວັດ/ໂມງ ແລະກຳລັງກໍ່ສ້າງ 46
ໂຄງການ ມີກຳລັງຕິດຕັ້ງຮວມ 5,900 ເມກາວັດ ສາມາດຜະລິດກະແສໄຟຟ້າ
ໄດ້ເຖິງ 29,858 ລ້ານກິໂລວັດ/ໂມງ.

XS
SM
MD
LG