ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຈີນ ຢືນຢັນວ່າ ດາວທຽມ Lao Sat-1 ຈະໄດ້ທຶນຄືນ ໃນອີກ 10 ປີຂ້າງໜ້າ


ສະຖານີດາວທຽມພາກພື້ນດິນຂອງ Lao Sat-1
ສະຖານີດາວທຽມພາກພື້ນດິນຂອງ Lao Sat-1

ບໍລິສັດຈີນເຊື່ອໝັ້ນວ່າ ໂຄງການດາວທຽມ Lao Sat-1 ຈະສາມາດເກັບທຶນຄືນໄດ້ພາຍ
ໃນ 10 ປີຕໍ່ໜ້າ ສ່ວນລັດຖະບານລາວ ກໍຈະຊຳລະໜີ້ເງິນກູ້ ແລະດອກເບ້ຍຄືນ ໃຫ້ລັດ
ຖະບານຈີນ ຢ່າງຄົບຖ້ວນ ໃນປີ 2033.

ທ່ານຕິງ ຫຍົງປິງ ຜູ້ອຳນວຍການບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກຈຳກັດ ບໍລິສັດ
ເອກກະຊົນຈີນທີ່ໄດ້ຮັບອະນຸຍາດສຳປະທານການບໍລິຫານ ແລະຈັດການທຸລະກິດໃນ
ໂຄງການດາວທຽມດວງທຳອິດຂອງລາວ (Lao Sat-1) ໃຫ້ການຢືນຢັນວ່າ ການສະ
ແຫວງຫາລາຍໄດ້ຈາກການຈັດການ ແລະການໃຫ້ບໍລິການຂອງດາວທຽມ Lao Sat-1
ຈະສາມາດເກັບທຶນຄືນໄດ້ໃນ 10 ປີຕໍ່ໜ້າ ຫຼືໃນປີ 2028 ເປັນຢ່າງຊ້າ.

ໃນປັດຈຸບັນ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈຳກັດ ມີລູກຄ້າ 5 ລາຍ ໃນລາວທີ່
ໄດ້ຕົກລົງເຊົ່າເພື່ອໃຊ້ບໍລິການ 5 ຊ້ອງສັນຍານຂອງດາວທຽມ Lao Sat-1 ສ່ວນອີກ 17
ຊ້ອງສັນຍານທີ່ເຫຼືອນັ້ນ ໄດ້ຈັດສັນໄວ້ສຳລັບລູກຄ້າໃນຕ່າງປະເທດ ຊຶ່ງໄດ້ມີການຕົກລົງ
ເຊົ່າເພື່ອໃຊ້ບໍລິການຊ້ອງສັນຍານຂອງດາວທຽມ Lao Sat-1. ສຳລັບການຮັບ ແລະສົ່ງ
ສັນຍານໂທລະພາບແລ້ວ ຈຳນວນທັງໝົດ 130 ຊ້ອງທີ່ຖ່າຍທອດອອກອາກາດໃນ 9
ພາສາດ້ວຍກັນຄື ລາວ ຈີນ ໄທ ກຳປູເຈຍ ຫວຽດນາມ ມຽນມາ ຝຣັ່ງ ແລະສະເປນ ໂດຍ
ມີຄູ່ຮ່ວມການຄ້າແລະການຕະຫຼາດທັງພາຍໃນ ແລະຕ່າງປະເທດເກືອບ 200 ແຫ່ງ.

ຫ້ອງການຂອງບໍລິສັດໄທຄອມ ຂອງໄທ
ຫ້ອງການຂອງບໍລິສັດໄທຄອມ ຂອງໄທ

ແຕ່ຢ່າງໃດກໍຕາມ ທ່ານຕິງ ຫຍົງປິງ ກໍຍອມຮັບວ່າ ການແຂ່ງຂັນໃນທຸລະກິດ ດາວທຽມ
ໃນປັດຈຸບັນນີ້ ກໍເປັນປັດໄຈທີ່ທ້າທາຍ ຕໍ່ການສ້າງລາຍຮັບຂອງດາວທຽມ Lao Sat-1
ບໍ່ນ້ອຍຄືກັນ ໂດຍສະເພາະ ແມ່ນດາວທຽມລຸ້ນໃໝ່ ທີ່ຊ້ອງສັນຍານສາມາດຮອງຮັບການ
ຮັບ ແລະສົ່ງສັນຍານໂທລະພາບທີ່ມີຄວາມຄົມຊັດສູງ ຫຼື (HD) ທັງຍັງສາມາດຕອບສະ
ໜອງການຮັບ ແລະສົ່ງຂໍ້ມູນຂ່າວສານໃນລະບົບ 5G ໄດ້ອີກດ້ວຍນັ້ນ ກໍຄືຄູ່ແຂ່ງສຳຄັນ
ທີ່ຈະສົ່ງຜົນກະທົບຕໍ່ການເພີ້ມຈຳນວນລູກຄ້າຂອງດາວທຽມ Lao Sat-1 ຢ່າງຫລີກລ້ຽງ
ບໍ່ໄດ້ ຊຶ່ງໃນນີ້ ກໍລວມເຖິງດາວທຽມໄທຄອມຂອງປະເທດໄທອີກດ້ວຍ ໂດຍສະເພາະ
ແມ່ນດາວທຽມໄທຄອມດວງທີ 6, 7 ແລະ 8 ນັ້ນ ຍັງມີເທັກໂນໂລຈີສູງກວ່າດາວທຽມ
Lao Sat-1 ອີກດ້ວຍ ດັ່ງທີ່ ທ່ານທີຣະທັດເກີດຊ່ວຍ ຜູ້ຈັດການຝ່າຍການຕະຫຼາດດ້ານ
ຂໍ້ມູນ ແລະຂ່າວສານ ຂອງບໍລິສັດໄທຄອມຈຳກັດ (ມະຫາຊົນ) ໄດ້ອະທິບາຍເຖິງແຜນ
ການຂະຫຍາຍຖານລູກຄ້າຂອງດາວທຽມ ໄທຄອມ ໃນຕ່າງປະເທດວ່າ:
“ບໍລິການທາງດ້ານທຸລະກິດ Broadcast ເຮົາໄດ້ມີການລົງນາມ ໃນສັນຍາກັບ
Canal Plus ນຶ່ງໃນຜູ້ໃຫ້ບໍລິການທຸລະກິດ PAY TV ລາຍໃຫຍ່ ມາຈາກປະເທດ
ຝຣັ່ງ ຊຶ່ງມີຖານຜູ້ຮັບຊົມຫຼາຍສິບລ້ານລາຍ ໃນຫຼາຍພູມິພາກ ແລ້ວກໍເພື່ອທີ່ຈະເຮັດ
ທຸລະກິດໃຫ້ບໍລິການ PAY TV ໃນປະເທດມຽນມາ ໃນດ້ານຂອງຈຳນວນຊ້ອງສັນ
ຍານ TV ດາວທຽມນະ ສິ້ນໄຕມາດ 1 ຊ້ອງສັນຍານ TV ດາວທຽມໄທຄອມທັງ 3
ດວງຂອງເຮົາຕອນນີ້ມີປະມານ 1,041 ຊ້ອງ ເຄິ່ງນຶ່ງເປັນຊ້ອງຈາກປະເທດໄທ
ແລ້ວກໍອີກເຄິ່ງນຶ່ງ ເປັນຊ້ອງຈາກຕ່າງປະເທດ.”

ຍິ່ງໄປກວ່ານັ້ນ ລັດຖະບານລາວມີພັນທະທີ່ຈະຕ້ອງຊຳລະໜີ້ເງິນກູ້ ພ້ອມດອກເບ້ຍຄືນ
ໃຫ້ກັບລັດຖະບານຈີນ ຄິດເປັນມູນຄ່າລວມເຖິງ 341 ລ້ານໂດລາ ຊຶ່ງໃນນີ້ແບ່ງເປັນ
ເງິນກູ້ 258 ລ້ານໂດລາແລະດອກເບ້ຍ 83 ລ້ານໂດລາ ໂດຍເປັນໜີ້ທີ່ເກີດຈາກການ
ສ້າງ ແລະສົ່ງດາວທຽມ Lao Sat-1 ຂຶ້ນສູ່ວົງໂຄຈອນໃນຕອນເຊົ້າມືດຂອງວັນທີ 21
ພະຈິກ 2015 ທີ່ຜ່ານມາຢູ່ທີ່ແຂວງເສສວນຂອງຈີນ. ທັງນີ້ ລັດຖະບານລາວຈະຕ້ອງ
ຊຳລະໜີ້ເງິນກູ້ ແລະດອກເບ້ຍດັ່ງກ່າວຄືນໃຫ້ກັບລັດຖະບານຈີນຢ່າງຄົບຖ້ວນພາຍໃນ
ປີ 2033 ໂດຍຫັກໃນອັດຕາ 80 ເປີເຊັນ ຈາກຜົນກຳໄລຈາກຜົນກຳໄລໃນການດຳ
ເນີນທຸລະກິດດາວທຽມ Lao Sat-1 ໃນແຕ່ລະປີ.

ພິທີເປີດບໍລິສັດດາວທຽມ Lao Sat-1
ພິທີເປີດບໍລິສັດດາວທຽມ Lao Sat-1

ດາວທຽມ Lao Sat-1 ປະກອບມີ 22 ຊ່ອງສັນຍານ ໂດຍແບ່ງເປັນລະບົບ C-Band
ຈຳນວນ 14 ຊ່ອງສັນຍານ ແລະ Ku-Band 8 ຊ່ອງສັນຍານເພື່ອໃຫ້ສອດຄ້ອງກັບສະ
ພາບພູມີປະເທດໃນລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະແຫລ່ງນ້ຳທຳມະຊາດ ຈຶ່ງ
ຕ້ອງນຳໃຊ້ດາວທຽມທີ່ມີເທັກນິກພິເສດທີ່ລະບົບການຕິດຕໍ່-ສື່ສານສາມາດເຂົ້າໄປເຖິງໃນ
ທຸກພື້ນທີ່ໄດ້ຢ່າງມີປະສິດທິຜົນໂດຍມີອາຍຸການໃຊ້ງານເປັນເວລາ 16 ປີ 6 ເດືອນແລະ
ສັນຍານຄອບຄຸມເຖິງ 15ປະເທດໃນພາກພື້ນເອເຊຍ.

XS
SM
MD
LG