ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອ​ກາດ ດ້ານ​ການ​ສຶກ​ສາຕ່ຳ ແລະ​ໄພຫວ່າງ​ງານ​ ເຮັດ​ໃຫ້ຊາວ​ໜຸ່ມ ຊົນ​ນະ​ບົດລາວ ລັກ​ລອບ​ໄປ ​ເຮັດ​ວຽກ ຢູ່​ໄທ ​ເພີ້ມ​ຂຶ້ນ ນັບ​ມື້


ນັກ​ຮຽນ​ພາ​ກັນ​ນັ່ງ​ສອບ​ເສັງ​ຈົບ​ຊັ້ນ​ປະ​ຖົມ​ຢຸ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ໃນ​ລາວ ສຳ​ລັບ​ສົ​ກ​ປີ 2018
ນັກ​ຮຽນ​ພາ​ກັນ​ນັ່ງ​ສອບ​ເສັງ​ຈົບ​ຊັ້ນ​ປະ​ຖົມ​ຢຸ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ໃນ​ລາວ ສຳ​ລັບ​ສົ​ກ​ປີ 2018

ການ​ຂາດ​ໂອ​ກາດ​ທາງ​ດ້ານ​ການ​ສຶກ​ສາ ແລະ​ການ​ຫວ່າງ​ງານ ຄື​ສາ​ເຫດ​ສຳ​ຄັນທີ່​ເຮັດ​ໃຫ້ເຍົາ​ວະ​ຊົນ​ລາວ ໃນ​ເຂດ​ຊົນ​ນະ​ບົດ ພາ​ກັນ​ເດີນ​ທາງ​ໄປ​ລັກ​ລອບ​ທຳ​ງານ ໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ ​ເພີ້ມ​ຂຶ້ນຢ່າງ​ຕໍ່​ເນື່ອງ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານກ່ຽວ​ກັບ​ເລື້ງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ ສົມ​ໃຈ ເພັດ​ສີ​ນວນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຈາກ​ແຂວງ​ຄຳ​ມ່ວນ, ຖະ​ແຫລງ​ຢືນ​ຢັນ​ວ່າ ບັນ​ຫາ ​ການ​ຫວ່າງ​ງານຂອງເຍົາ​ວະ​ຊົນ​ລາວ ໃນ​ເຂດ​ຊົນ​ນະ​ບົດ ຍັງ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນຢ່າງຕໍ່​ເນື່ອງ ແລະ ເຊື່ອ​ວ່າ ​ລັດ​ຖະ​ບານ​ລາວ ຈະບໍ່​ສາ​ມາດ​ແກ້​ໄຂ ຫລື​ ເຮັດ​ໃຫ້ສະ​ພາບ​ການ​ດີ​ຂຶ້ນ​ໄດ້ ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ​ສັງ​ຄົມແຫ່ງ​ຊາດ​ໃນ​ໄລ​ຍະ 5 ປີ ຄັ້ງ​ທີ 8 ທີ່​ຈະ​ສິ້ນ​ສຸດ​ແຜນການ ໃນປີ 2020 ຢ່າງ​ແນ່ນອນ ເພາະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໃນ​ຊ່ວງ 4 ປີ ​ຜ່ານ​ມາ ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ ໂດຍ​ສະ​ເພາະ​ແມ່ນບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນໃນ​ເຂດ​ຊົນ​ນະ​ບົດ ຍັງ​ເປັນ​ສາ​ເຫດສຳ​ຄັນທີ່​ເຮັດ​ໃຫ້ເຍົາ​ວະ​ຊົນ​ລາວ ພາ​ກັນ​ປະ​ລະ​ການ​ຮຽນ ເພີ້ມ​ຂຶ້ນ​ນັບ​ມື້ ຊຶ່ງ​ເຫັນ​ໄດ້​ຈາກ​ ສົກ​ຮຽນ​ປີ 2018-2019 ຜ່ານ​ມາ ມີເຍົາ​ວະ​ຊົນ​ລາວ ປະ​ລະ​ການ​ຮຽນ​ໃນ​ລະ​ດັບ​ປະ​ຖົມ, ມັດ​ທະ​ຍົມ​ຕົ້ນ ແລະ​ມັດ​ທະ​ຍົມ​ປາຍ​ ໃນ​ອັດ​ຕາ​ສະ​ເລ່ຍ 2 ເປີ​ເຊັນ ກັບ 7 ເປີ​ເຊັນ ແລະ 8 ເປີ​ເຊັນ ຕາມ​ລຳ​ດັບ.

ການ​ສະ​ຫລອງ​ວັນ​ຄູ​ແຫ່ງ​ຊາດໃນ​ເດືອນ​ຕຸ​ລາ 2019 ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ​ລາວ
ການ​ສະ​ຫລອງ​ວັນ​ຄູ​ແຫ່ງ​ຊາດໃນ​ເດືອນ​ຕຸ​ລາ 2019 ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ​ລາວ

ສ່ວນ​ການ​ພັດທະ​ນາຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ລາວຍັງບໍ່​ສອດ​ຄ່ອງ ແລະບໍ່​ຕອບ​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ດ້ານ​ແຮງ​ງານ ​ໃນ​ພາກ​ລັດ ແລະ​ເອກ​ກະ​ຊົນ ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ ​ໃນ​ລາວ​ ຍັງ​ບໍ່ມີການພັດ​ທະ​ນາ​ຫລັກ​ສູດການ​ຮຽນ​ ການ​ສອນທີ່ເທົ່າ​ທັນ​ກັບ​ສະ​ພາບ​ການ​ພາຍ​ໃນ ແລະຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ ​ໃນ​ສາຍ​ວິ​ຊາ​ຊີບນັ້ນ ດັ່ງ​ທີ່​ທ່ານ​ສົ​ມໃຈ​ໃຫ້​ການ​ຢືນ​ຢັນ​ວ່າ:
“ເລື້ອງ​ຊາວ​ໜຸ່ມ​ຢູ່​ຊົນ​ນະ​ບົດ ຊິ​ມີ​ວິ​ທີ​ການ​ແກ້​ໄຂ​ແນວ​ໃດ​ ດຽວນີ້​ໜິ ຊາວ​ໜຸ່ມ​ລາວ​ເຮົາ​ຢູ່​ຊົນ​ນະ​ບົດຫວ່າງ​ງານ, ວຽກ​ເຮັດ​ງານ​ທຳ​ນີ້ຫາ​ຍາກ ນອກ​ຈາກ​ເຮັດ​ນາ​ແລ້ວ ກະ​ຖື​ວ່າ ເຮັດ​ອັນ​ອື່ນ​ໜິກະ​ຍາກ. ມາ​ເບິ່ງຢູ່​ໃນ​ແຜນ 8 ປີ ນີ້ກໍ​ເປັນ​ປີ​ທີ 4 ແລ້ວ ແລະ​ຍັງ​ຢູ່​ປີ​ດຽວ​ເທົ່າ​ນັ້ນ ກະ​ແກ້​ໄຂ​ໄດ້​ຍາກ​ຢູ່. ບັນ​ຫານີ້ ຂ້າ​ພະ​ເຈົ້າ​ສະ​ເໜີວິ​ທີ​ການ​ທີ່​ຈະ​ສ້າງ​ເງື່ອນ​ໄຂທາງ​ດ້ານ​ໂຮງ​ຮຽນວິຊາ​ຊີບເພື່ອ​ໃຫ້ຈົບ​ມັດ​ທະ​ຍົມ​ຕົ້ນ ຫລື ມັດ​ທະ​ຍົມ​ປາຍ​ນີ້ ເຂົ້າ​ຮຽນໂຮງ​ຮຽນ​ວິ​ຊາ​ຊີບເລີຍ ຈະ​ເປັນ​ຊັ້ນ​ຕົ້ນ, ຊັ້ນ​ກາງກະ​ຢ່າ. ແຕ່​ວ່າ ​ຮຽນ​ຈົບ​ມາ​ແລ້ວ ໃຫ້​ເຂົາ​ເຈົ້າ​ປະ​ກອບ​ອາ​ຊີບ​ອິດ​ສະ​ຫລະ​ ຫາ​ກິນ​ໄດ້​ເລີຍ.”

ກ່ອນ​ໜ້ານີ້ ທ່ານທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ຖະ​ແຫລງ​ການ​ໃນ​ໂອ​ກາດ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸ​ລາ 2019​ ໂດຍຍອ​ມ​ຮັບວ່າ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ລາວຍັງ​ບໍ່​ສອດ​ຄ່ອງ ແລະ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ການ​ພັດ​ທະ​ນາ​ໃນ​ລາວ​ໄດ້​ເລີຍ ຊຶ່ງມີ​ສາ​ເຫດ​ທີ່ສຳ​ຄັນ​ມາຈາກການ​ສຶກ​ສາທີ່​ມີ​ຄຸນ​ນະ​ພາບ​ຕ່ຳ ແລະ​ບໍ່​ເທົ່າ​ທັນ​ກັບ​ສະ​ພາບ​ການ​ທີ່​ປ່ຽນ​ແປງ​ທັງ​ພາຍ​ໃນ ແລະ ນອກ​ປະ​ເທດ ຈຶ່ງ​ເຮັດ​ໃຫ້​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ລາວ ບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ທັງ​ໃນ​ພາກ​ລັດ ແລະ ພາກ ​ເອ​ກະ​ຊົນ.

ຍິງ​ໜຸ່ມ​ລາວ​ຜູ້​ນຶ່ງ​ທີ່​ໄປ​ອອກແຮງ​ງານເປັນ​ຄົນ​ຊ່ວຍ​ຂາຍ​ເຄື່ອງ​ໃນ​ຮ້ານ​ຂາຍ​ເສື້ອ​ຜ້າ​ແຫ່ງ​ນຶ່ງ​ໃນ​ໄທ
ຍິງ​ໜຸ່ມ​ລາວ​ຜູ້​ນຶ່ງ​ທີ່​ໄປ​ອອກແຮງ​ງານເປັນ​ຄົນ​ຊ່ວຍ​ຂາຍ​ເຄື່ອງ​ໃນ​ຮ້ານ​ຂາຍ​ເສື້ອ​ຜ້າ​ແຫ່ງ​ນຶ່ງ​ໃນ​ໄທ

ທາງ​ດ້ານ​ກະ​ຊວງ​ແຮງ​ງານ​ຂອງ​ໄທລາຍ​ງານ​ວ່າ ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ສັນ​ຊາດ​ລາວ
ທີ່​ເຮັດ​ວຽກ​ໃນ​ໄທ​ຢ່າງ​ຖືກ​ຕ້ອງຕາມ​ກົດ​ໝາຍ​ຈຳ​ນວນ​ທັງ​ໝົດ 277,845 ຄົນ ຊຶ່ງ​ໃນ​ນີ້
​ແບ່ງ​ເປັນ​ແຮງງ​ານ​ລາວ​ທີ່​ໄດ້​ຜ່ານ​ການ​ພິ​ສູດ​ສັນ​ຊາດ ແລະ​ຂຶ້ນ​ທະ​ບຽນ​ເຮັດ​ວຽກ​ໃນ​ໄທ
​ຢ່າງ​ຖືກ​ຕ້ອງ​ 105,364 ຄົນ ແລະ​ເຂົ້າ​ມາ​ເຮັດ​ວ​ຽກ​ໃນ​ໄທ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານ​
ທີ່​ທາງ​ການ​ລາວ​ໄດ້​ໃຫ້​ການ​ຮັບ​ຮອງ​ເພື່ອ​ໃຫ້​ຈັດ​ສົ່ງ​ແຮງ​ງານ​ລ​າວ​ເຂົ້າ​ມ​າ​ເຮັດ​ວຽກ​ໃນ​
ໄທ​ຈຳ​ນວນ 172,481 ຄົນ ແລະ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກນັບ​ໝື່ນ​ຄົນ ໃນ​ທ້າຍ​ປີ 2019
ນີ້.

ໃນ​ຂະ​ນະ​ທີ່ເຄືອຂ່າຍ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ແຮງ​ງານ​ຕ່າງ​ດ້າວ​ໃນ​ປະ​ເທດໄທ ກໍໄດ້​ປະ​ເມີນ​ວ່າ​ມີ​ແຮງ​ງານ​ລາວ ຫຼາຍ​ກວ່າ 6 ແສນ​ຄົນ​ ຢູ່​ໃນ​ໄທ ໜາຍ​ຄວາມວ່າ ​ມີ​ແຮງ​ງານ​ລາວ ​ທີ່​ລັກ​ລອບ​ເຮັດ​ວຽກ​ໃນ​ໄທ​ໂດຍ​ຜິດ​ກົ​ດ​ໝາຍ​ຈຳ​ນວນ​ຫຼາຍ ກວ່າ 330,000 ຄົນ​ ໃນ​ປັດ​ຈຸ​ບັນ ແລະ​ເກີນກວ່າ 60 ເປີ​ເຊັນ ກໍ​ຄື​ແຮງ​ງານ​ລາວ​ເພດ​ຍິງຈຶ່ງ​ມີ​ຄວ​າມ​ສ່ຽງສູງ​ທີ່​ຈະ​ຕົກ​ເປັນ​ເຫ​ຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ໂດຍ​ສະ​ເພາະ​ແມ່ນ​ກາ​ນ​ຖືກ​ບັງ​ຄັບ​ໃຫ້​ຂາຍ​ບໍ​ລິ​ການ​ທາງ​ເພດ​ນັ້ນ.

ທາງ​ດ້ານ​ອົງ​ການ​ແຮງ​ງານ​ສາ​ກົນ ຫລື ILO ຄ​າດ​ໝາຍ​ວ່າ ພາຍໃນ​ປີ 2020 ບັນ​ດາ​ຫົວ​ໜ່ວຍທຸ​ລະ​ກິດ​ຕ່າງໆ ໃນ​ລາວ ຈະ​ຕ້ອງ​ການ​ກຳ​ລັງແຮງ​ງານ​ມີຝີ​ມື​ 658,000 ຄົນ ຈຶ່ງ​ເຮັດ​ໃຫ້​ລາວ ຈະຕ້ອງພັດ​ທະ​ນາ​ລະ​ບົບການທົດ​ສອບ ເພື່​ອອກ​ໃບ​ຢັ້ງ​ຢືນ​ມາດ​ຕະ​ຖານ​ຝີ​ມື​ແຮງ​ງານໃຫ້​ໄດ້ໃນ 27 ສາ​ຂາ​ອາ​ຊີບ ທີ່​ສາ​ມາດ​ເດີນ​ທາງ​ໄປ​ທຳ​ງານ​ໃນ​ອາ​ຊຽນດ້ວຍ​ກັນ​ໃຫ້​ໄດ້​ຫລາຍ​ຂຶ້ນ. ຫາກແຕ່​ໃນ​ປີ 2018 ຜ່ານ​ມາ, ທາງ​ການ​ລາວ​ ກໍ​ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້​ພຽງ 15,025 ຄົນ ​ເທົ່າ​ນັ້ນ.

XS
SM
MD
LG