ລັດຖະບານລາວຢືນຢັນວ່າ ຈະທຸ້ມເທຢ່າງສຸດຂີດໃນການປະກອບສ່ວນເຂົ້າ ໃນແຜນ
ຍຸດທະສາດຂອງຜູ້ນຳຈີນ ກ່ຽວກັບແຜນການນຶ່ງແລວທາງ-ນຶ່ງເສັ້ນທາງທີ່ລາວເປັນເຂດ
ເຊື່ອມຕໍ່ໃນເຂດລຸ່ມແມ່ນ້ຳຂອງນັ້ນ. ຊົງລິດ ໂພນເງິນມີລາຍລະອຽດ ເລື່ອງນີ້ມາສະເໜີ
ທ່ານ ຈາກບາງກອກ.
ທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຖະແຫລງຢືນຢັນໃນໂອກາດເດີນທາງໄປຮ່ວມໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 16 ໃນວັນທີ 21-24 ກັນຍາ, 2019 ທີ່ເມືອງໜານໜິງ, ແຂວງ ກວາງສີ ຈ້ວງ, ປະເທດຈີນວ່າ ລັດຖະບານລາວ ຈະທຸ້ມເທຢ່າງສຸດຂີດໃນການປະກອບສ່ວນເຂົ້າໃນແຜນຍຸດທະສາດ ນຶ່ງແລວທາງ-ນຶ່ງເສັ້ນທາງທີ່ລິເລີ້ມໂດຍທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ. ທັງນີ້ ດ້ວຍການພັດທະນາລາວ ໃຫ້ເປັນເຂດເຊື່ອມຕໍ່ຂອງແຜນຍຸດທະສາດ ດັ່ງກ່າວຢູ່ໃນເຂດລຸ່ມແມ່ນ້ຳຂອງໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍສິ່ງທີ່ກຳລັງຈະປາກົດເປັນຈິງໃນທ້າຍປີ 2021 ກໍຄືໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ດັ່ງທີ່ທ່ານສອນໄຊ ໄດ້ຖະແຫລງຢືນຢັນວ່າ:
“ໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບກໍແມ່ນການພັດທະນາພື້ນຖານໂຄງຫລ່າງ ເຮັດໃຫ້ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດທີ່ສາມາດເຊື່ອມຈອດກັບບັນດາປະເທດອະນຸພາກພື້ນ ແລະສາກົນ. ອັນພົ້ນເດັ່ນ ແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ ຊຶ່ງເປັນນຶ່ງໃນໂຄງການຮ່ວມມື ທີ່ໃຫຍ່ທີ່ສຸດສຳລັບ ສປປລາວ ຊຶ່ງພ້ອມກັນນັ້ນ ສປປລາວ ແລະ ສປ ຈີນ ກໍຍັງໄດ້ຮ່ວມກັນຫັນເອົາທາງລົດໄຟລາວ-ຈີນ ນີ້ໃຫ້ກາຍເປັນແລວທາງເສດຖະກິດໃໝ່ຮອບດ້ານ ແນໃສ່ສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວ.”
ກ່ອນໜ້ານີ້ ທ່ານທອງລຸນ ສິສຸລິດ, ນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ໜ່ວຍງານທີ່ກ່ຽວ
ຂ້ອງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງໃນລາວ ຈະຕ້ອງຮ່ວມມືກັນຢ່າງແຂງແຮງ ໃນ
ຕະຫລອດປີ 2019 ພາຍໃຕ້ເປົ້າໝາຍເພື່ອການຍາດແຍ່ງເອົາການຊ່ວຍເຫລືອຈາກກອງ
ທຶນນຶ່ງແລວ-ນຶ່ງເສັ້ນທາງໃຫ້ໄດ້ຫລາຍຂຶ້ນ ພາຍຫລັງຈາກລັດຖະບານຈີນໃຫ້ການຊ່ວຍ
ເຫລືອແກ່ລັດຖະບານລາວໃນມູນຄ່າ 4,000 ລ້ານຢວນ ໃນໂອກາດທີ່ທ່ານສີ ຈິ້ນຜິງ, ປະ
ທານປະເທດຈີນໄດ້ເດີນທາງຢ້ຽມຢາມລາວຢ່າງເປັນທາງການໃນທ້າຍປີ 2017 ແລະໄດ້
ຈັດຕັ້ງປະຕິບັດພາກຕົວຈິງ ນັບຈາກປີ 2018 ເປັນຕົ້ນມາ.
ໂດຍການຊ່ວຍເຫລືອດັ່ງກ່າວ ແນໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດ ແລະການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນດ້ວຍການພັດທະນາການສຶກສາ, ສາທາລະນະສຸກ, ເທັກໂນໂລຈີທັນສະໄໝ ນຳໃຊ້ໃນພາກກະສິກຳ, ການຄ້າ, ແລະການພັດທະນາຊັບພະຍາກອນມະນຸດ ປະກອບມີ 8 ໂຄງການດ້ວຍກັນ ກໍຄື ໂຄງການ 100 ບ້ານ ຕ້ອງມີນ້ຳປະປາ, 100 ບ້ານ ຕ້ອງມີໄຟຟ້າ, 100 ບ້ານ ຕ້ອງມີສຸກສາລາ, 100 ບ້ານ ຕ້ອງມີ Digital ໂຄງການສຶກສາທາງໄກ, ການຝຶກອົບຮົມບຸກຄະລາກອນ ເພື່ອການຮັກສາສິ່ງແວດລ້ອມທຳມະຊາດ, ໂຄງການຍົກລະດັບຄຸນນະພາບການຮຽນ-ການສອງຂອງຄູທີ່ເຂດຊົນນະບົດ ແລະການສ້າງເວທີໃນ Internet ເພື່ອຊ່ວຍຊາວກະສິກອນລາວ ທາງດ້ານການຜະລິດ, ການຕະຫລາດ ແລະການສົ່ງສິນຄ້າອອກໄປຕ່າງປະເທດ.
ທາງດ້ານທ່ານ ວໍຣະສັກ ມະຫັດທະໂນບົນ, ອາຈານຄະນະລັດຖະສາດຈຸລາລົງກອນ, ມະຫາວິທະຍາໄລ ໃນໄທ ໃຫ້ທັດສະນະວ່າ ການທຸ້ມເທດ້ານບຸກຄະລາກອນ ແລະເງິນທຶນເຂົ້າຢູ່ໃນການກໍ່ສ້າງທາງລົດໄພເພື່ອເຊື່ອມຕໍ່ລາວກັບຈີນນັບແຕ່ປີ 2016 ເປັນຕົ້ນມາ ຖືເປັນສັນຍາລັກຂອງຫຸ້ນສ່ວນຍຸດທະສາດໃນການພັດທະນາຢ່າງຮອບດ້ານລະຫວ່າງ ລາວ ກັບຈີນ ທີ່ຢູ່ພາຍໃຕ້ຂໍ້ລິເລີມນຶ່ງແລວ-ນຶ່ງເສັ້ນທາງ ທີ່ໄດ້ເນັ້ນເຖິງການເປັນຫຸ້ນສ່ວນຍຸດທະສາດ 4 ດີ ລະຫວ່າງຈີນກັບລາວ ກໍຄື ເປັນບ້ານໃກ້ເຮືອນຄຽງທີ່ດິ, ເປັນມິດທີ່ດີ, ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມມື ທີ່ດີນັ້ນເອງ.
ສ່ວນທ່ານໂຈ ຊຽວເຊຍ ຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 1 ຢືນຢັນ
ວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຄືບໜ້າໄປແລ້ວ 60 ເປີເຊັນ ຂອງແຜນການ
ທັງໝົດ ໂດຍສະເພາະເດືອນມີນາ 2019 ກໍໄດ້ສຳເລັດການເຈາະ ແລະກໍ່ສ້າງອຸໂມງບໍ່
ເຕັນ ຢູ່ເຂດເມືອຫຼວງນ້ຳທາ ທີ່ມີໄລຍະທາງຍາວ 6,453.5 ແມັດ ທີ່ເປັນ 1 ໃນ 10 ອຸ
ໂມງທີ່ມີໄລຍະທາງຍາວກວ່າ 5,000 ແມັດຂຶ້ນໄປ ຫາກແຕ່ສຳລັບການເຈາະ ແລະກໍ່
ສ້າງອຸໂມງ ເພື່ອເຊື່ອມຕໍ່ຈາກຈີນ ມາທີ່ດ່ານບໍ່ເຕັນ ຊຶ່ງມີໄລຍະທາງຍາວກວ່າ 9,000
ແມັດນັ້ນ ກໍຕ້ອງໄດ້ໂຈະໄວ້ຊົ່ວຄາວ ເພາະວ່າໄດ້ເຈາະໄປຖືກແຮ່ເກືອ ທີ່ມີປະລິມານຫຼາຍ
ສົມຄວນຈຶ່ງຕ້ອງໄດ້ມີການສຶກສາວິໄຈຢ່າງລະອຽດເສຍກ່ອນ ຫາກແຕ່ຈີນກໍເຊື່ອໝັ້ນ
ວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ຈະແລ້ວເສັດຕາມກຳນົດພາຍໃນທ້າຍປີ 2021 ຢ່າງແນ່ນອນ.