ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງປາກເຊ ແລະ ເມືອງໄກສອນ ຖືກຍົກ ລະດັບ ໃຫ້ເປັນນະຄອນ


ພາບໃຈກາງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
ພາບໃຈກາງນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ

ລັດຖະບານລາວໄດ້ອະນຸມັດຍົກລະດັບເມືອງປາກເຊ ໃນແຂວງຈໍາປາສັກ ແລະເມືອງ
ໄກສອນພົມວິຫານ ໃນແຂວງສະຫວັນນະເຂດໃຫ້ເປັນນະຄອນປາກເຊ ແລະນະຄອນ
ໄກສອນພົມວິຫານ ຢ່າງເປັນທາງການ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກ ແລະໂຄສົກລັດຖະ
ບານລາວ ໄດ້ມີມະຕິຕົກລົງອະນຸມັດໃຫ້ຍົກລະດັບເມືອງປາກເຊ ໃນແຂວງຈໍາປາສັກ
ແລະເມືອງໄກສອນ ພົມວິຫານໃນແຂວງສະຫວັນນະເຂດ ໂດຍສ້າງຕັ້ງໃຫ້ເປັນນະ
ຄອນປາກເຊ ແລະນະຄອນໄກສອນ ພົມວິຫານຢ່າງເປັນທາງການ ເມື່ອກາງເດືອນ
ເມສາ 2018 ທີ່ຜ່ານມາ. ພ້ອມກັນນັ້ນ ກໍຍັງໄດ້ ມອບໝາຍໃຫ້ອໍານາດການປົກຄອງ
ແຂວງຈໍາປາສັກ ແລະສະຫວັນນະເຂດ ເປັນພາກສ່ວນຮັບຜິດ ຊອບໃນການກຽມ
ຄວາມພ້ອມດ້ານຕ່າງໆ ເພື່ອຈັດງານສະເຫລີມສະຫລອງ ແລະການປະກາດໃຫ້ທັງ
2 ເມືອງ ດັ່ງກ່າວເປັນນະຄອນຢ່າງເປັນທາງການຕໍ່ໄປ.

ພາບຕົວເມືອງໃນນະຄອນປາກເຊ
ພາບຕົວເມືອງໃນນະຄອນປາກເຊ

ທັງນີ້ ການຈັດງານສະເຫລີມສະຫລອງເພື່ອປະກາດຍົກລະດັບເມືອງໄກສອນຂຶ້ນເປັນ
ນະຄອນໄກສອນນັ້ນ ກໍານົດຈະມີຂຶ້ນຢ່າງເປັນທາງການໃນວັນທີ 1 ມິຖຸນາ ຫລື 1 ມື້
ຫລັງຈາກການຈັດງານສະເຫລີມສະຫລອງ ແລະປະກາດຍົກລະດັບເມືອງປາກເຊ ໃຫ້
ເປັນນະຄອນປາກເຊຢ່າງເປັນທາງການໃນວັນທີ 31 ພຶດສະພາ ດັ່ງທີ່ທ່ານສຸລິວັນ ສະ
ຫວັດທະສິນ ເຈົ້າເມືອງປາກເຊ ຊຶ່ງຕໍ່ໄປຈະເອີ້ນວ່າ ເຈົ້ານະຄອນປາກເຊນັ້ນ ໄດ້ຢືນຢັນ
ວ່າ “ເມືອງປາກເຊກໍມີການກະກຽມ ໂດຍສະເພາະກໍແມ່ນທ່ານເຈົ້າແຂວງວ່າດ້ວຍ
ການແຕ່ງຕັ້ງຄະນະກໍາມະການ ເພື່ອປະກາດເປັນນະຄອນປາກເຊ. ພວກເຮົາມີ
ຫລາຍກິດຈະກໍາເປັນຕົ້ນ ສວນສະໜາມ ຫລືກ້ອນກໍາລັງຂອງ ມວນຊົນ, ຂອງບັນດາ
ບໍລິສັດ ຫ້າງຮ້ານ, ຜູ້ປະກອບການ ຕະຫຼອດຮອດຂະແໜງການຂອງພາກແຂວງ ຈະ
ໄດ້ເຂົ້າຮ່ວມຂະບວນແຫ່ເພື່ອປະກາດໃຫ້ຊາວເມືອງປາກເຊ ໄດ້ຮັບຮູ້ວ່າເມືອງປາກ
ເຊໄດ້ກາຍເປັນນະຄອນ ແລ້ວ.”

ໂດຍການຍົກລະດັບເມືອງໃຫ້ເປັນນະຄອນດັ່ງກ່າວນີ້ ມີເງື່ອນໄຂປະກອບການພິຈາລະ
ນາໃນ 3 ດ້ານດ້ວຍກັນຄື ເປັນເຂດທີ່ມີປະຊາກອນອາໄສຢູ່ຫລາຍກວ່າ 1 ແສນຄົນ
ແລະເປັນແຫລ່ງລາຍຮັບທີ່ສໍາຄັນທີ່ສຸດໃນແຂວງ ທັງຍັງມີລາຍຮັບເຫລືອເພື່ອໃຫ້ການ
ສະໜັບສະໜຸນໃນການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆ ໃນເຂດເມືອງ
ອື່ນໆ ທີ່ຢູ່ໃນເຂດແຂວງດຽວກັນອີກດ້ວຍ.

ພາບຕົວເມືອງຂອງນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ພາບຕົວເມືອງຂອງນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ

ສໍາລັບ ນະຄອນປາກເຊ ປັດຈຸບັນມີປະຊາຊົນອາໄສຢູ່ເກີນກວ່າ 122,000 ຄົນ ສ່ວນ
ນະຄອນໄກສອນພົມວິຫານ ນັ້ນ ກໍມີປະຊາຊົນອາໄສຢູ່ຫລາຍກວ່າ 125,000 ຄົນ ໂດຍ
ທັງ 2 ນະຄອນດັ່ງກ່າວນີ້ ມີລາຍຮັບຈາກການຈັດເກັບພາສີອາກອນ ແລະຄ່າທໍານຽມ
ຕ່າງໆ ຄິດເປັນສັດສ່ວນເກີນກວ່າ 40 ເປີເຊັນ ຂອງລາຍຮັບທັງໝົດພາຍໃນແຂວງ ຊຶ່ງ
ຖືເປັນລາຍຮັບສູງທີ່ສຸດ ທີ່ສາມາດຈັດສັນໄປໃຫ້ການສະໜັບ ສະໜຸນຊ່ວຍເຫລືອໃນ
ການຈັດຕັ້ງປະຕິບັດບັນດາ ໂຄງການພັດທະນາຕ່າງໆ ໃນເຂດເມືອງອື່ນໆ ທີ່ຢູ່ໃນເຂດ
ແຂວງດຽວກັນອີກດ້ວຍ.

ນອກຈາກນັ້ນ ນະຄອນປາກເຊ ຍັງເປັນສູນກາງການທ່ອງທ່ຽວຂອງແຂວງຈໍາປາສັກ ຊຶ່ງ
ໃນປີທ່ອງທ່ຽວລາວ 2018 ນີ້ ທາງການແຂວງຈໍາປາສັກກໍໄດ້ວາງເປົ້າໝາຍທີ່ຈະດຶງດູດ
ເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 9 ແສນກວ່າຄົນ ດ້ວຍການຈັດງານ 8 ກິດຈະ
ກໍາດ້ວຍກັນ ຄື ງານບຸນນະມັດສະການຜາສາດຫີນວັດພູ, ບຸນຊ້າງບ້ານກຽດໂງ້ງ, ເມືອງ
ປະທຸມພອນ, ບຸນພະເຫວດ, ເມືອງຊະນະສົມບູນ, ບຸນສົງການປີໃໝ່ລາວ, ເມືອງປາກ
ເຊ, ບຸນບັ້ງໄຟ ເມືອງໂພນທອງ, ງານເທດສະການໝາກໄມ້ສົດ ທີ່ເມືອງບາຈຽງ, ຄາ
ລາວານລົດຖີບ ແລະບຸນອອກພັນສາ ໂດຍຄາດວ່າ ຈະເຮັດໃຫ້ພາກບໍລິການມີລາຍຮັບ
ລວມເຖິງ 140 ລ້ານໂດລາ ໃນປີ 2018 ນີ້.

ສ່ວນ ນະຄອນໄກສອນນັ້ນ ກໍ​ຖື​ເປັນ​ສູນ​ກາງ​ທາງ​ເສດຖະກິດ ການ​ຄ້າ​ແຂວງ ສະຫວັນ
ນະເຂດ ຊຶ່ງ​ໃນ​ປີ 2018 ນີ້ ກໍ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ເພີ້ມມູນ​ຄ່າ​ການ​ສົ່ງສິນຄ້າ​ໄປ​
ຕ່າງປະ​ເທດ​ໃຫ້​ໄດ້ 17 ​ເປີ​ເຊັນທຽບ​ໃສ່ ປີ 2017 ​ແນ​ໃສ່​ຫລຸດ​ສະພາວະຂາດ​ດຸນ​ການ​
ຄ້າຕ່າງປະ​ເທດ ດ້ວນ​ການ​ສົ່ງ​ຜົນ​ຜະລິດ​ກະສິກໍາ ​ແລະ​ສິນຄ້າ​ແປ​ຮູບ ​ເຊັ່ນ​ກ້ວຍ, ປຸຍຊີ
ວະພາບ ແລະເຈ້ຍໄປຍັງຫວຽດນາມ ໃຫ້ໄດ້ຫລາຍຂຶ້ນ ເພາະໃນປີ 2017 ຜ່ານມາ
ແຂວງສະຫວັນນະເຂດ ຂາດດຸນການຄ້າຕໍ່ແຂວງກວາງຈິຂອງຫວຽດນາມເກີນກວ່າ
100 ລ້ານໂດລາ ທີ່ມີສາຍເຫດມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ ເຄື່ອງຈັກ ແລະສິນ
ຄ້າອຸປະໂພກຈາກຫວຽດນາມ ນັ້ນເອງ.

ທາງດ້ານກະຊວງການຄ້າໄທ ລາຍງານວ່າການຄ້າລະຫວ່າງແຂວງສະຫວັນນະເຂດ
ກັບຈັງຫວັດ ມຸກດາຫານ ໃນປີ 2017 ມີມູນຄ່າລວມເກີນກວ່າ 63,579 ລ້ານບາດ ໃນ
ນີ້ເປັນການນໍາເຂົ້າສິນຄ້າຈາກລາວ ຄິດເປັນມູນຄ່າເກີນ 34,307 ລ້ານບາດ ແລະໄທກໍ
ສົ່ງສິນຄ້າໄປລາວມູນຄ່າ 29,271 ລ້ານບາດເຮັດໃຫ້ແຂວງສະຫວັນນະເຂດໄດ້ປຽບ
ດຸນການຄ້າຕໍ່ຈັງຫວັດມຸກດາຫານຫລາຍກວ່າ 5,035 ລ້ານບາດ.

XS
SM
MD
LG