ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວມີອັດຕາ ການຕາຍຂອງແມ່ ແລະເດັກ ສູງທີ່ສຸດ ໃນອາຊຽນ


ແມ່ຍິງ ແລະລູກນ້ອຍໄປຮັບການສີດຢາປ້ອງກັນພະຍາດ ຢູ່ບ້ານແຫ່ງນຶ່ງ ໃນເຂດຊົນນະບົດຂອງລາວ
ແມ່ຍິງ ແລະລູກນ້ອຍໄປຮັບການສີດຢາປ້ອງກັນພະຍາດ ຢູ່ບ້ານແຫ່ງນຶ່ງ ໃນເຂດຊົນນະບົດຂອງລາວ

ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ​ເດັກ​ໃນ​ລາວ ຍັງ​ເປັນ​ອັນຕະລາຍ​ສູງ​ທີ່​ສຸດ​ໃນ​ອາຊຽນ
ສ່ວນ​ລັດຖະບານ​ລາວ ກໍ​ຄາດ​ຫວັງ​ວ່າ ຈະ​ຫລຸດ​ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ​ເດັກ
​ໃຫ້​ໄດ້​ຕາມ​ແຜນການ ທີ່​ວາງ​ໄວ້​ໃນ​ປີ 2018 ນີ້.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກຖະແຫຼງວ່າ ​ເປົ້າໝາຍສໍາຄັນ ທີ່​ຈະ​ຈັດຕັ້ງປະຕິບັດ​ໃຫ້​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້​ໃນ​ປີ 2018
ນີ້ຄື​ການ​ຫລຸ​ດອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ ຫລື​ຄອດ​ລູກ​ລົງ​ຈາກ
182 ​ເປັນ 175 ຕໍ່ 1 ​ແສນ​ຄົນ ພ້ອມ​ກັນນີ້ກໍ​ຍັງ​ຈະ​ຫລຸດ​ອັດຕາ​ການ​ຕາຍ​ຂອງ​ເດັກ
​ອາຍຸ​ຕໍ່າກວ່າ 5 ປີລົງ​ຈາກ 56 ​ເປັນ 51 ຕໍ່ 1,000 ຄົນ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທໍາ.

ທາງ​ດ້ານທ່ານລັດທິພອນ ອຸລາ ນັກໂພຊະນາການຂອງກະຊວງສາທາລະນະສຸກ
ໃຫ້ການການຢືນຢັນວ່າ ຍັງມີເດັກນ້ອຍລາວທີ່ອາຍຸຕ່ຳກວ່າ 5 ປີ ຄິດ​ເປັນ​ອັດຕາ​ສະ
​ເລ່ຍ​ເຖິງ 44 ​ເປີ​ເຊັນ​ໃນ​ທົ່ວ​ປະ​ເທດ ທີ່​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ດ້ານ​ໂພ
​ສະນາ​ການ​ຢ່າງໜັກ ຈຶ່ງ​ເຮັດ​ໃຫ້​ເດັກນ້ອຍ​ເຫລົ່ານີ້ ມີ​ສ່ວນ​ສູງ ​ແລະ​ນໍ້າໜັກຕໍ່າກວ່າ
ເກນ ທັງ​ຍັງມີການຈະເລີນເຕີບໂຕທາງສະໝອງ ແລະການຮຽນຮູ້ ໃນລະດັບທີ່ຕ່ຳ
ກວ່າເກນມາດຕະຖານສາກົນອີກດ້ວຍ.

​ເດັກນ້ອຍ​ທີ່​ປະ​ເຊີນ​ກັບ​ບັນຫາ​ດັ່ງກ່າວ​ນີ້ ສ່ວນ​ໃຫຍ່​ກໍ​ແມ່ນ​ເດັກນ້ອຍ​ທີ່ຢູ່​ໃນ​ເຂດ​
ຊົນນະບົດ ທີ່​ຄອບຄົວ​ມີ​ຖານະ​ຍາກຈົນ ​ແລະ​ບັນຫາ​ຍິ່ງ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ເມື່ອ
​ປາກົດ​ວ່າ​ພໍ່-​ແມ່ ​ແລະ​ຜູ້​ປົກຄອງ​ຂອງ​ເດັກນ້ອຍ​ເຫລົ່ານີ້ ບໍ່ມີ​ຄວາມ​ຮູ້ ​ແລະ​ຄວາມ
​ເຂົ້າ​ໃຈ​ດ້ານ​ສາທາລະນະ​ສຸກ ​ແລະ​ໂພ​ສະນາ​ການ​ສໍາລັບ​ເດັກ​ເລີຍ ລວມທັງ​ການ​
ຂາດ​ແຄນດ້ານງົບປະມານຂອງລັດຖະບານລາວດ້ວຍນັ້ນ ກໍຍິ່ງເຮັດໃຫ້ຍາກ​ຕໍ່ການ
​ແກ້​ໄຂ​ບັນຫາ ທັງ​ຍັງເຮັດ​ໃຫ້​ລາວ​ເປັນ​ປະ​ເທ​ດທີ່​ມີ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ຍິງ​
ໃນ​ຂະນະ​ຄອດ​ລູກ ​ແລະ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ເກີດ​ໃໝ່ ມີ​ອັດຕາ​ສູງ​ທີ່​ສຸດ​ໃນ​ອາ
ຊຽນອີກ​ດ້ວຍ ດັ່ງ​ທີ່​ທ່ານ​ເອກ​ສະຫວ່າງ ວົງ​ວິຈິດ ປະທານ​ຄະນະ​ກໍາມາທິການຕ່າງ
ປະ​ເທດ ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຢືນຢັນ​ວ່າ

“​ໃນ​ທົ່ວ​ປະ​ເທດ​ເຮົາ​ນີ້ ​ແຕ່​ລະມື້​ແມ່ນ​ມີ​ແມ່ຍິງ​ຫລາຍ​ກວ່າ 1 ຄົນ​ເສຍ​ຊີວິດ ​ເນື່ອງ
​ມາ​ຈາກ​ການ​ຖືພາ, ກາ​ນ​ເກີດ​ລູກ ​ແລະ​ຍັງ​ມີ​ອີກ 30 ຄົນ ທີ່​ຍັງ​ມີ​ຄວາມ​ສ່ຽງ ​ໂດຍ​
ສະ​ເພາະ​ຢູ່​ເຂດ​ຊົນນະບົດ ຫ່າງ​ໄກ​ສອກຫລີກ. ການ​ເສຍ​ຊີວິດ​ຂອງ​ແມ່ນີ້ ຍັງ​ເປັນ​
ສັນຍານ​ອັນ​ນຶ່ງ ທີ່​ບົ່ງ​ບອກ​ວ່າ ສັງຄົມ​ບໍ່ສາມາດ​ປົກ​ປ້ອງ​ຜູ້​ທີ່​ມີ​ຄວາມ​ສ່ຽງທີ່​ສຸດ​ນັ້ນ​
ໄດ້ ​ເພາະວ່າ ການ​ເສຍ​ຊີວິດ​ຂອງ​ແມ່ ​ແລະ​ເດັກ ​ແມ່ນ​ສິ່ງ​ທີ່​ສາມາດ​ຫລີກ​ລ່ຽງ​ໄດ້
ຖ້າວ່າ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ.”

ທັງ​ນີ້ ລະບົບ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຂອງ​ລັດຖະບານ​ລາວ​ຍັງ​ບໍ່ສາມາດ​ຕອບ​ສະໜອງຄວາມ​ຕ້ອງການ​ຂັ້ນພື້ນຖານ​ຂອງ ​ແມ່ຍິງ​ທີ່​ຖືພາໄດ້ຢ່າງທົ່ວເຖິງ ໂດຍສະ
ເພາະ ແມ່ນຂໍ້ຈຳກັດດ້ານບຸກຄະລາກອນ ແລະເຄື່ອງມືທາງການແພດສຳລັບໃຫ້ການ
ຊ່ວຍເຫຼືອ​ແກ່​ແມ່ຍິງ​ລາວ​ໃນການເກີດລູກນັ້ນ ຍັງຖືເປັນບັນຫາຫຍຸ້ງຍາກ ແລະຂາດ
ເຂີນທີ່ສຸດ​ໃນ​ປັດຈຸບັນ​ນີ້.

ສ່ວນອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການພັດທະນາ (UNDP) ປະ​ເມີນ​ວ່າ ລັດຖະ
ບານ​ລາວບໍ່​ສາມາດບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ການ​ພັດທະນາ​ໃນ​ 6 ດ້ານ
ດ້ວຍ​ກັນ ຄື​ເດັກອາຍຸຕ່ຳ​ກວ່າ 5 ປີ ຍັງ​ມີສ່ວນ​ສູງ​ຕ່ຳ​ກວ່າ​ເກນ ​ເຖິງ 38 ​ເປີເຊັນ. ສ່ວນ​
ເດັກ​ທີ່​ມີ​ນ້ຳໜັກຕ່ຳ​ກວ່າ​ເກນ ກໍ​ຍັງມີ​ອັດຕາ​ສະ​ເລ່ຍ​ເຖິງ 27 ​ເປີເຊັນ ​ໃນ​ຂະນະ​ທີ່​ອັດ
ຕາ​ການ​ເຂົ້າ​ຮຽນ​ແລະ​ຮຽນ​ຈົບ​ຊັ້ນ​ປະຖົມປີ​ທີ 5 ກໍ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ. ອັດຕາ​ການ
​ຕາຍ​ຂອງເດັກ​ອາຍຸ​ຕ່ຳກວ່າ 1 ປີ ຍັງ​ສູງ​ເຖິງ 43 ຄົນ​ຕໍ່ 1 ພັນຄົນ. ອັດຕາ​ການ​ຕາຍ​
ຂອງ​ແມ່ຍິງໃນ​ຂະນະ​ຖືພາກໍ​ຍັງ​ສູງ​ເຖິງ 182 ຄົນ ຕໍ່ 1 ​ແສນ​ຄົນ. ສ່ວນ​ແມ່ນ​ຍິງ​ທີ່​ເກີດ
​ລູກ​ໂດຍໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ແພດ ຫຼື​ພະຍາບານ ກໍມີ​ແຕ່ 60 ເປີເຊັນ ​ເທົ່າ​ນັ້ນ.

ສ່ວນສະຖານທູດສະຫະລັດອາເມຣິກາ ທີ່ນະຄອນວຽງຈັນກໍລາຍງານວ່າ ການຈັດຕັ້ງ
ປະຕິບັດໂຄງການປັບປຸງໂພສະນາການສໍາລັບເດັກອາຍຸຕໍ່າກວ່າ 5 ປີໃນລາວ ນັບແຕ່
ປີ 2015 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຈົນໄປເຖິງກາງປີ 2018 ດ້ວຍງົບປະ
ມານ 27 ລ້ານໂດລາ ທີ່ລັດຖະບານສະຫະລັດໃຫ້ການຊ່ວຍເຫລືອແກ່ລັດຖະບານ
ລາວຜ່ານອົງການອາຫານໂລກ ສາມາດຕອບສະໜອງດ້ານໂພສະນາການທີ່ດີ ໃຫ້ແກ່
ເດັກນ້ອຍນັກຮຽນ ​ໄດ້​ຫລາຍ​ກວ່າ 140,000 ຄົນ ​ໃນ​ແຕ່​ລະ​ວັນ ​ແລະ​ໃນ​ນີ້ກໍ​ມີໂຮງຮຽນ
ຫລາຍເຖິງ 1,400 ​ແຫ່ງ​ທີ່​ຕັ້ງຢູ່​ໃນ​ເຂດ​ຊົນນະບົດ​ຂອງ 7 ​ແຂວງ ທີ່​ທຸກ​ຍາກ​ທີ່​ສຸດ​ໃນ
​ລາວອີກ​ດ້ວຍ.

XS
SM
MD
LG