ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫຼວງ​ພະ​ບາງ ຕິດອັນດັບ 2 ຂອງໂລກ ໃນຖານະເມືອງ ທີ່ ໜ້າທ່ອງທ່ຽວ ທີ່ສຸດ ໃນປີ 2014


ພິ​ທິ​ແຫ່ ທີ່​ນະ​ຄອນ​ຫຼວງ​ພະ​ບາງ ເມືອງ​ມໍ​ລະ​ດົກ​ໂລກ ຂອງ​ລາວ
ພິ​ທິ​ແຫ່ ທີ່​ນະ​ຄອນ​ຫຼວງ​ພະ​ບາງ ເມືອງ​ມໍ​ລະ​ດົກ​ໂລກ ຂອງ​ລາວ
ເມືອງມໍລະດົກໂລກ ຫຼວງພະບາງ ໄດ້ຮັບຄະແນນເປັນອັນດັບ 2
ໃນຖານະເມືອງ ທີ່ນັກທ່ອງທ່ຽວຊາວຕ່າງຊາດຢາກເດີນທາງມາ
ທ່ອງທ່ຽວຫຼາຍທີ່ສຸດໃນໂລກ ສຳລັບໃນປີ 2014 ນີ້.


ໜັງສື Wanderlus Magazine ຊຶ່ງເປັນນິຕະຍາສານດ້ານການ
ທ່ອງທ່ຽວຊັ້ນນຳຂອງໂລກໃນປະເທດອັງກິດ ສະເໜີລາຍງານວ່າ ບັນດາສະມາຊິກຂອງນິຕະຍາສານໄດ້ຈັດໃຫ້ເມືອງມໍລະດົກໂລກ
ຫຼວງພະບາງເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 2 ຂອງໂລກໃນປີ 2014 ນີ້ດ້ວຍ ຄະແນນ ທີ່ຄິດໄລ່ເປັນອັດຕາສະເລ່ຍ 95.71% ຂອງຈຳນວນສະມາຊິກທັງໝົດ ທີ່ໄດ້ປະ ກອບຄຳເຫັນ ເຂົ້າໃນການສຳຫລວດ ເມື່ອທ້າຍປີທີ່ຜ່ານມາ ສ່ວນອັນດັບທີ 1 ແລະ 3 ກໍຄື ເມືອງພຸກາມໃນມຽນມາ ແລະເມືອງແຫງ່ອານໃນຫວຽດນາມທີ່ໄດ້ຮັບຄະແນນ ຄິດໄລ່ເປັນ ອັດຕາສະເລ່ຍ 97.5% ແລະ 94.33% ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ເມືອງຫຼວງພະບາງ ກໍເຄີຍໄດ້ຮັບການຈັດອັນດັບ ໃຫ້ເປັນເມືອງທີ່ໜ້າທ່ອງ ທ່ຽວທີ່ສຸດຂອງໂລກໃນຊ່ວງປີ 2006 ຫາ 2008 ກ່ອນທີ່ຈະເສຍແຊ້ມແຕ່ກໍຍັງຢູ່ໃນ 10 ເມືອງ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກໃນປີ 2009 ແລະເມືອງ​ຫຼວງ​ພະບາງ​ຫລຸດຈາກ 10 ອັນດັບຂອງ ໂລກ.

ພິ​ທີ​ຕົບ​ພະ​ທາດ​ຊາຍ ໃນ​ລະ​ຫວ່າງ​ບຸນ​ປີ​ໃໝ່
ພິ​ທີ​ຕົບ​ພະ​ທາດ​ຊາຍ ໃນ​ລະ​ຫວ່າງ​ບຸນ​ປີ​ໃໝ່
​ໂດຍການທີ່ເມືອງຫຼວງພະບາງໄດ້ເປັນຈຸດໝາຍປາຍທາງທີ່ໜ້າ
ທ່ອງທ່ຽວທີ່ສຸດ ໃນໂລກດັ່ງກ່າວນີ້ ກໍໄດ້ເປັນຜົນເຮັດໃຫ້ມີຊາວ
ຕ່າງຊາດ ເດີນທາງມາທ່ອງທ່ຽວ ໃນເມືອງມໍລະດົກໂລກແຫ່ງນີ້
ເພີ້ມຂື້ນທຸກປີເຊັ່ນດຽວກັນໂດຍໃນປີ 2013 ທີ່ຜ່ານມາກໍປາກົດ
ວ່າມີຊາວຕ່າງຊາດຫລາຍກ່ວາ 343,00 ຄົນທີ່ເດີນທາງເຂົ້າມາ
ທ່ອງທ່ຽວໃນເມືອງຫຼວງພະບາງ ແລະຄາດວ່າ ຈະເພີ້ມຂື້ນເປັນ
5 ແສນຄົນໃນປີນີ້ ຫາກແຕ່ການທີ່ມີນັກທ່ອງທ່ຽວເພີ້ມຂຶ້ນຢ່າງ
ຕໍ່ເນື່ອງດັ່ງກ່າວ ກໍເຮັດໃຫ້ທາງການລາວຢ້ານວ່າຈະສົ່ງຜົນກະ
ທົບ ຕໍ່ຮີດຄອງປະເພນີອັນດີງາມຂອງແຂວງ ຢ່າງຫຼີກລ່ຽງບໍ່ໄດ້
ຈຶ່ງໄດ້ລົນນະລົງ ໃຫ້ປະຊາຊົນປະກອບສ່ວນ ເຂົ້າໃນການຮັກ ສາຮີດຄອງປະເພນີອັນດີງາມຢ່າງກ້ວາງຂວາງໃນເວລານີ້ ດັ່ງທີ່ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງແລະເລຂາພັກແຂວງຫຼວງພະບາງ ໄດ້ໃຫ້ການຊີ້ແຈງວ່າ:

“ເນື່ອງຈາກວ່າຫຼວງພະບາງຂອງເຮົາ ມີສົນທິສັນຍາ ກ່ຽວການປົກປັກຮັກສາມໍລະ
ດົກ ສະນັ້ນການກໍ່ສ້າງຕຶກອາຄານຕ່າງໆ ແມ່ນການສ້ອມແປງ ຫຼືເຂົ້າວັດຕ້ອງໄດ້ ຮັກສາຮີດຄອງອັນດີງາມຂອງພໍ່ແມ່ປະຊາຊົນ ຈັ່ງຊັ້ນພວກເຮົາຈຶ່ງໄດ້ເອົາວຽກງານ ການສຶກສາອົບຮົມ ໃຫ້ປະຊາຊົນຢູ່ໃນຕົວເມືອງຫຼືວ່າຢູ່ໃນທົ່ວແຂວງຕ້ອງຮັກສາລະ ບຽບຫຼືວ່າສົນທິສັນຍາ ກັບອົງການ UNESCO.”


ທາງດ້ານກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ກໍລາຍງານວ່າໃນປີ 2013 ທີ່
ຜ່ານມາ ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວເຖິງ 3,779,490 ຄົນໂດຍ
ເພີ້ມຈາກ 3.3 ລ້ານກວ່າຄົນໃນປີ 2012 ແລະຖືເປັນຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າ
ມາໃນລາວເກີນກວ່າແຜນການ ໃນປີ 2013 ທັງຍັງເກີນລະດັບຄາດໝາຍ ໃນປີ 2015 ທີ່ ວາງໄວ້ ທີ່ຈຳນວນ 3,750,000 ຄົນອີກດ້ວຍ.

ໂດຍໃນຈຳນວນນັກທ່ອງທ່ຽວທັງໝົດດັງກ່າວ ກໍແບ່ງອອກເປັນນັກທ່ອງທ່ຽວຈາກປະເທດ
ສະມາຊິກ ໃນກຸ່ມອາຊ່ຽນດ້ວຍກັນ 3 ລ້ານ 4 ໝື່ນກວ່າຄົນ ຊຶ່ງເພີ້ມຂື້ນ ຢ່າງຕໍ່ເນື່ອງ ເຊັ່ນ ດຽວກັນ ຊຶ່ງໃນນີ້ກໍລວມເຖິງນັກທ່ອງທ່ຽວຈາກຢູໂຣບ ທີ່ເພີ້ມຂື້ນຈາກ 185,000 ກວ່າຄົນ ໃນປີ 2012 ເປັນຈຳນວນຫຼາຍກວ່າ 212,000 ຄົນ ໃນປີ 2013 ໃນຂະນະທີ່ນັກທ່ອງທ່ຽວ ຈາກສະຫະລັດອາເມລິກາ ກໍເພີ້ມຂື້ນ ຈາກຫຼາຍກວ່າ 75,800 ຄົນມາເປັນ 85,900 ກວ່າ
ຄົນ ແຕ່ທີ່ເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍທີ່ສຸດໃນຊ່ວງດຽວກັນນີ້ ກໍແມ່ນນັກທ່ອງ ທ່ຽວຈາກໄທ ທີ່ມີຈຳນວນຫຼາຍກ່ວາ1.9 ລ້ານຄົນນັ້ນເອງ.

ສຳລັບສາເຫດສຳຄັນ ທີ່ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາໃນລາວເພີ້ມຂື້ນດັ່ງກ່າວກໍ
ໄດ້ຮັບການອະທິບາຍຈາກທ່ານບໍ່ແສງຄຳ ວົງດາລາລັດຖະມົນຕີວ່າການກະຊວງຖະແຫຼງ ຂ່າວວັດທະນະທຳ ແລະທ່ອງທ່ຽວວ່າ ເປັນຍ້ອນການພັດທະນາພາກບໍລິຫານ ແລະທ່ອງ
ທ່ຽວໃນລາວທີ່ກ້າວໄປສູ່ລະດັບມາດຕາຖານສາກົນຫຼາຍຂື້ນເລື້ອຍມາຢ່າງຕໍ່ເນື່ອງນັ້ນເອງ.
XS
SM
MD
LG