ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ລາວວ່າ ຕົນສາມາດ ຢຸດຕິ​ການ​ສົ່ງໄມ້​ທ່ອນ ​ໄປ​ຕ່າງປະ​ເທດ ​ໄດ້​ແລ້ວ


ລົດແກ່ໄມ້ອອກໄປຫາໂຮງເລື່ອຍແຫ່ງນຶ່ງໃນລາວ
ລົດແກ່ໄມ້ອອກໄປຫາໂຮງເລື່ອຍແຫ່ງນຶ່ງໃນລາວ

ຫົວໜ້າກົມ​ປ່າ​ໄມ້​ຢືນຢັນ​ວ່າ ລັດຖະບານ​ລາວສາມາດຢຸດຕິ​ການ​ສົ່ງໄມ້​ທ່ອນ​ໄປ​ຕ່າງ
ປະ​ເທດ ​ໄດ້​ຢ່າງ​ສິ້ນ​ເຊີງ​ແລ້ວ ​ໂດຍ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະຊາຊົນ​ທີ່​ເປັນ​ຫູ​ເປັນຕາ
ໃຫ້​ລັດຖະບານ ​ໃນ​ທົ່ວ​ປະ​ເທດ.

ທ່ານ​ຊູ​ຊາດ ​ໄຊ​ຍະ​ກຸມມານ ຫົວໜ້າກົມ​ປ່າ​ໄມ້ ກະຊວງ​ກະສິກໍາ ​ແລະ​ປ່າ​ໄມ້​ຢືນຢັນ​ວ່າ ການຈັດຕັ້ງປະຕິບັດ​ຄໍາ​ສັ່ງ​ນາ​ຍົກ​ລັດຖະມົນຕີ ເລກທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ການ​
ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດຂາດ ນັບ​ແຕ່​ເດືອນ​ພຶ​ດສະພາ 2016 ​ເປັນ
ຕົ້ນມາ​ຈົນ​ເຖິງ​ປັດຈຸ​ບັນນີ້ ສາມາດ​ເວົ້າ​ໄດ້​ວ່າ ປະສົບ​ຜົນ​ສໍາເລັດ​ຕາມ​ເປົ້າໝາຍທີ່​ວາງ​
ໄວ້​ໃນ​ທຸກ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ການ​ສາມາດ​ຢຸດຕິ​ການ​ສົ່ງ​ໄມ້​ທ່ອນ​ອອກ​ໄປ​ຕ່າງ
ປະ​ເທດ​ໄດ້​ຢ່າງ​ສິ້ນ​ເຊີງ ອັນ​ເປັນ​ຜົນ​ມາ​ຈາກ​ການ​ທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ໃຫ້
ການ​ຮ່ວມ​ມື​ດ້ວຍ​ການ​ເປັນ​ຫູ ​ເປັນຕາ​ໃຫ້​ກັບ​ລັດຖະບານ ​ໃນ​ການ​ຕິດຕາມ ​ແລະ​ລາຍ
​ງານ​ການ​ເຄື່ອນ​ໄຫວ​ຕ່າງໆ ທີ່​ເປັນ​ການລະ​ເມີດ​ຄໍາ​ສັ່ງ​ເລກທີ 15/ນຍ ຂອງ​ນາຍົກລັດ
ຖະມົນຕີນັ້ນ ດັ່ງ​ທີ່​ທ່ານ​ຊູ​ຊາດ​ໄດ້​ຢືນຢັນວ່າ:

“ການຈັດຕັ້ງປະຕິບັດຄໍາ​ສັ່ງ​ເລກທີ 15 ນີ້​ເຫັນ​ໄດ້​ແຈ້ງ​ຫລະ​ແມ່ນ​ປະກົດ​ການ​ຫຍໍ້​ທໍ້ ​
ໃນ​ຂົງ​ເຂດ​ປ່າ​ໄມ້​ຫລຸດ ລົງ​ຢ່າງ​ເຫັນ​ໄດ້​ຊັດ ​ເປັນຕົ້ນ​ແມ່ນ​ພວກ​ເຮົາ​ສົມທຽບ​ເບິ່ງ​
ໂຕ​ເລກ​ການ​ລັກ​ລອບ​ສົ່ງ​ອອກ​ໄມ້​ທ່ອນ ​ໄມ້​ເລື່ອຍ ​ໄປ​ຕ່າງປະ​ເທດ​ນີ້ຫລຸດ​ລົງມາ
​ຮອດ​ທ້າຍ​ປີ 2016 ກໍ​ຄື​ວ່າ ຢຸດ​ຂາດ​ໂຕ ບໍ່ມີ​ເລີຍ ມີ​ແຕ່​ປະກົດ​ການ​ຫຍໍ້​ທໍ້ ​ເລັກໆ ​
ນ້ອຍໆ ​ເກີດ​ຂຶ້ນ. ການ​ລັກລອບ​ການ​ຂຸດ​ຄົ້ນ​ໄມ້​ນີ້ ກໍ​ຖ້າວ່າ​ສົມທຽບພາຍຫລັງ​ທີ່
​ອອກ​ຄໍາ​ສັ່ງ 15 ສົມທຽບ​ໃສ່​ເມື່ອ​ກ່ອນຫັ້ນ ​ໄກ​ກັນ​ຫລາຍ​ເນາະ ຄັນ​ສິ​ເວົ້າມາ​ຮອດ
​ປັດຈຸ​ບັນນີ້ ຄວາມ​ຕື່ນ​ຕົວ​ຂອງ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ການ​ຕອບ​ຮັບ​ປະຊາຊົນ​
ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຫູ ​ເປັນຕາຊ່ວຍ​ເຈົ້າໜ້າທີ່​ປ່າ​ໄມ້ ​ເຫັນປະກົດ​ການ​ຫຍໍ້​ທໍ້
​ເລັກໆນ້ອຍໆ ​ເກີດ​ຂຶ້ນບໍ່ດີ ​ເຂົາ​ເຈົ້າກໍ​ຈະລາ​ຍງານ.”

ທັງ​ນີ້ ຄະນະ​ລັດຖະບານ​ໄດ້​ຈັດຕັ້ງໜ່ວຍສະ​ເພາະ​ກິດ ​ເພື່ອ​ດໍາ​ເນີນການກວດກາການ
​ລັກລອບ​ຕັດ ​ແລະ​ຄ້າ​ໄມ້ ໂດຍ​ຜິດ​ກົດໝາຍ ນັບ​ແຕ່​ເດືອນ​ພຶດສະພາ 2016 ​ເປັນຕົ້ນ
ມາ ຊຶ່ງ​ນອກຈາກ​ຈະ​ເປັນ​ການ​ຍົກ​ລະດັບ​ປະສິດທິພາບໃຫ້​ສູງ​ຂຶ້ນ ​ໃນ​ການ​ປະຕິບັດ
​ຄໍາ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ການ​ສົ່ງ​ອອກ​ໄມ້​
ທ່ອນ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດຂາດ​ແລ້ວ ກໍ​ຍັງ​ຖື​ເປັນ​ການ​ຕອບ​ສະໜອງຕາມ​ການ​
ຮ້ອງ​ຂໍ​ຈາກ​ປະຊາຊົນ​ລາວ ທີ່​ຕ້ອງການ​ໃຫ້​ລັດຖະບານ​ດໍາ​ເນີນ​ການ​ກວດກາ​ສໍາ​ປະ
ທານ​ປ່າ​ໄມ້ຕໍ່​ໄປ ຢ່າງ​ບໍ່ຢຸດ​ຢັ້ງ ທັງ​ຍັງ​ຈະ​ຕ້ອງ​ນໍາ​ຕົວ​ຜູ້​ກະທໍາ​ຜິດ​ທັງ​ທີ່​ເປັນ​ພະນັກງານ ​
ແລະ​ບັນດາ​ຜູ້​ປະກອບ​ການ​ມາ​ລົງ​ໂທດ ຕາມ​ກົດໝາຍ ​ໂດຍ​ບໍ່ມີ​ການ​ຍົກ​ເວັ້ນອີກ​ດ້ວຍ.

ໜ່ວຍສະ​ເພາະ​ກິດ​ຂອງ​ລັດຖະບານ​ລາວ ສາມາດ​ຢຶດໄມ້ເຖື່ອນໄດ້ 160,000 ແມັດ
ກ້ອນ​ໃນ​ຊ່ວງ 4 ​ເດືອນ​ທໍາ​ອິດ​ຂອງ​ການ​ປະຕິບັດ​ການ​ດັ່ງກ່າວ. ທັງ​ຍັງໄດ້ກວດພົບໄມ້
ຄ້າງສະໜາມອີກ 270,400 ແມັດກ້ອນ ທີ່ຈະຕ້ອງຈັດເກັບພາສີອາກອນໃຫ້ໄດ້ຢ່າງ
ຄົບຖ້ວນ ເພາະທີ່ຜ່ານມາຈັດເກັບໄດ້ພຽງ 43 ຕື້ກີບແລະ 3.6 ລ້ານໂດລາ ທີ່​ຈັດ​ເກັບ
​ຈາກ​ໄມ້ 80,000 ​ແມັດ​ກ້ອນ ຈຶ່ງ​ຍັງ​ເຫລື​ອອີກ​ຫລາຍ​ກວ່າ 191,000 ​ແມັດ​ກ້ອນ ທີ່​ຕ້ອງຈັດເກັບພາສີອາກອນໃຫ້ໄດ້ຢ່າງຄົບຖ້ວນຕໍ່​ໄປ.

ກ່ອນໜ້ານີ້ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ແລະ ເລຂາພັກແຂວງຄຳມ່ວນ ຢືນຢັນ
ວ່າ ການກວດກາເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຢູ່ແຂວງຄຳມ່ວນໃນຊ່ວງ
ປີ 2011-2015 ທີ່ຜ່ານມາໄດ້ທຳການກວດກາ 15 ເປົ້າໝາຍ ພົບວ່າການສໍ້ລາດບັງ
ຫຼວງເຮັດໃຫ້ລັດຖະບານສູນເສຍລາຍຮັບໄປຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດ
ລາ ທັງກໍຍັງກວດພົບວ່າການລັກລອບຄ້າໄມ້ຜິດກົດໝາຍນັ້ນມີປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ທັງນີ້ໄມ້ສ່ວນໃຫຍ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍບັນ
ດານາຍທຶນ ແລະ ພະນັກງານຈຳນວນໜຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນລາວ ໃນທ້ອງ
ຖິ່ນ ໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລະ ລັກ
ລອບຂົນສົ່ງໃນເວລາກາງຄືນ ເພື່ອນຳໄປຊຸກເຊື່ອງໄວ້ ກ່ອນທີ່ຈະລັກລອບຂົນສົ່ງອອກ
ໄປຊາຍແດນດ້ານ ຫວຽດນາມ ຊຶ່ງຈາກການກວດກາໃນໄລຍະທີ່ຜ່ານມາຍັງພົບວ່າ ມີ
ໂຮງງານໄມ້ແປຮູບຂອງເອກະຊົນເຂົ້າໄປກ່ຽວຂ້ອງກັບການລັກລອບດັ່ງກ່າວນີ້ດ້ວຍ.

​ຄໍາ​ສັ່ງ​ເລກທີ 15/ນຍ ຂອງ​ນາຍົກລັດຖະມົນຕີປະກອບ​ມີ 17 ຂໍ້ ທີ່​ແນ​ໃສ່​ການ​ຢຸດ​ຢັ້ງ
ການ​ສົ່ງ​ອອກ​ໄມ້​ທ່ອນ ​ແລະ​ປາບ​ປາມ​ການ​ຄ້າ​ໄມ້​ເຖື່ອນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ​ໂດຍ​ກໍານົດ​
ໃຫ້​ທຸກ​ພາກສ່ວນ ຈະ​ຕ້ອງ​ເພີ້ມທະວີ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັດໜ້າທີ່​ໃຫ້​ຖືກຕ້ອງ​ຕາມ
​ກົດໝາຍ ​ແລະ​ລະບຽບຄຸ້ມ​ຄອງ​ຜປ່າ​ໄມ້ ການ​ຂຸດ​ຄົ້ນ ການ​ເຄື່ອນ​ຍ້າຍ ການ​ຄ້າ ການ​
ສົ່ງ​ອອກ​ໄມ້​ໄປ​ຕ່າງປະ​ເທດ​ຢ່າງ​ເຂັ້ມງວດ.

XS
SM
MD
LG