ທາງການລາວຍັງບໍ່ສາມາດຕົກລົງກັບປະຊາຊົນກ່ຽວກັບຄ່າເວນຄືນທີ່ດິນທີ່ຖືກ
ກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເພາະປະຊາຊົນເຫັນວ່າ ຄ່າຊົດເຊີຍ
ຕໍ່າກວ່າລາຄາທີ່ເປັນຈິງ.
ທ່ານບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາ ແລະຂົນສົ່ງຖະແຫລງຢືນຢັນວ່າ
ຄະນະໄກ່ເກ່ຍຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຍັງຄົງສືບຕໍ່ການເຈລະຈາ
ກັບບັນດາຫົວໜ່ວຍທຸລະກິດ ແລະປະຊາຊົນລາວ ຜູ້ເປັນເຈົ້າຂອງທີ່ດິນ ແລະສິ່ງ
ປຸກສ້າງຕ່າງໆ ທີ່ຢູ່ໃນເຂດກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຈະເຮັດຂໍ້ຕົກລົງຮ່ວມກັນ
ກ່ຽວກັບອັດຕາຄ່າເວນຄືນທີ່ດິນ ແລະສິ່ງປຸກສ້າງຕ່າງໆ ໃຫ້ໄດ້ຢ່າງສົມບູນ ຊຶ່ງໃນ
ປັດຈຸບັນນີ້ຍັງເຫລືອ 242 ລາຍ ທີ່ຍັງບໍ່ສາມາດຕົກລົງກັນໄດ້ ເຖິງແມ່ນວ່າຄະນະ
ໄກ່ເກ່ຍຈະໃຫ້ການຢືນຢັນວ່າ ການຊົດເຊີຍຈະປະຕິບັດຕາມລະບຽບກົດໝາຍ ແລະ
ອີງໃສ່ບັນດາໂຄງການພັດທະນາທີ່ໄດ້ມີການຊົດເຊີຍໄປແລ້ວກ່ອນໜ້ານີ້ກໍຕາມ ດັ່ງ
ທີ່ທ່ານບຸນຈັນ ໃຫ້ການຢືນຢັນວ່າ
“ຄະນະໄກ່ເກ່ຍໄດ້ລົງສົມທົບກັບເຈົ້າຂອງທີ່ດິນສິ່ງປຸກສ້າງ ເກັບກໍາຂໍ້ມູນພື້ນທີ່ ທີ່ຜູ້
ຮັບເໝົາກໍ່ສ້າງໄດ້ປັກຫລັກໝາຍກໍານົດຂອບເຂດທີ່ຕິດພັນກັບກິດຈະການກໍ່ສ້າງທາງ
ລົດໄຟລາວ-ຈີນທັງໝົດ. ພາຍຫລັງທີ່ໄດ້ເກັບກໍາຂໍ້ມູນລະອຽດແລ້ວ ໄດ້ຈັດລຽງເປັນ
ສາລະບັນລາຍການຢູ່ແຕ່ລະແຂວງ ມີທັງໝົດ 242 ລາຍການ. ຄະນະໄກ່ເກ່ຍຂອງ
ແຂວງ-ນະຄອນຫລວງໄດ້ມີການຄິດໄລ່ລາຄາຫົວໜ່ວຍ ໃນການຊົດເຊີຍ ແລະໄດ້
ອີງໃສ່ລາຄາຊົດເຊີຍທີ່ດິນບັນດາໂຄງການທີ່ໄດ້ເຄີຍຊົດເຊີຍຜ່ານມາ ແຕ່ລະແຂວງ
ແລະນະຄອນຫລວງ.”
ທ່ານປໍທອງ ໂງ້ນພະຈັນ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະຂົນສົ່ງ
ຢືນຢັນວ່າ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສົ່ງມອບທີ່ດິນໃຫ້
ກັບບັນດາບໍລິສັດຜູ້ຮັບເໝົາຈາກຈີນໄດ້ແລ້ວ 84 ເປີເຊັນ ຂອງພື້ນທີ່ທັງໝົດຈຶ່ງຍັງເຫຼືອ
ອີກ 16 ເປີເຊັນ ເທົ່ານັ້ນທີ່ທາງການລາວຈະຕ້ອງເຈລະຈາກັບປະຊາຊົນເພື່ອເຮັດຂໍ້ຕົກ
ລົງກ່ຽວກັບການຊົດເຊີຍຄ່າທີ່ດິນ ແລະສິ່ງປຸກສ້າງ ເພື່ອຈະໄດ້ສົ່ງມອບທີ່ດິນໃຫ້ກັບ
ບັນດາບໍລິສັດຈີນຢ່າງຄົບຖ້ວນພາຍໃນປີ 2018 ນີ້.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈະສົ່ງຜົນກະທົບຕໍ່ປະຊາຊົນລາວຈຳນວນ
4,411 ຄອບຄົວໃນເຂດ 13 ເມືອງຂອງແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ
ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນຖືກກະທົບ 3,832 ເຮັກຕາ ສິ່ງປຸກສ້າງ
3,346 ຫຼັງ ຕົ້ນໄມ້ຕ່າງໆ ແລະໄມ້ກິນໝາກຮວມກັນຫຼາຍກວ່າ 9 ແສນຕົ້ນ ໂດຍການ
ຊົດເຊີຍຄ່າທີ່ດິນສະເພາະໃນເຂດແຂວງຫຼວງນໍ້າທາ, ອຸດົມໄຊ ແລະຫຼວງພະບາງ ໄດ້
ແບ່ງເປັນດິນນາໃນຕົວເມືອງທີ່ຕິດຖະໜົນສາຍເອກ, ຕິດທາງຮ່ອມ ແລະດິນນາທີ່ບໍ່ມີ
ເສັ້ນທາງຈະໃຫ້ຄ່າຊົດເຊີຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ດິນທີ່ຢູ່ຊານ
ເມືອງ ຕິດທາງຫຼວງແຫ່ງຊາດ ທາງຫຼວງແຂວງ ແລະດິນທີ່ບໍ່ມີເສັ້ນທາງຈະໄດ້ຮັບຄ່າ
ຊົດເຊີຍ 16,000-40,000 ກີບຕໍ່ຕາແມັດ ສ່ວນທີ່ດິນອື່ນໆໃນເຂດຊົນນະບົດ ຈະໄດ້
ຮັບຄ່າຊົດເຊີຍ 11,000-15,000 ກີບຕໍ່ຕາແມັດ
ສ່ວນໃນເຂດແຂວງວຽງຈັນ ແລະນະຄອນວຽງຈັນນັ້ນ ດິນນາໃນຕົວເມືອງທີ່ຕິດຖະ
ໜົນສາຍເອກ ຕິດທາງຮ່ອມ ແລະດິນບໍ່ມີເສັ້ນທາງຈະໄດ້ຄ່າຊົດເຊີຍ 20,000-
30,000 ກີບຕໍ່ຕາແມັດ ດິນຢູ່ຊານເມືອງຕິດທາງຫຼວງແຫ່ງຊາດ, ທາງຫຼວງແຂວງ
ແລະດິນບໍ່ມີເສັ້ນທາງກໍຈະໄດ້ຄ່າຊົດເຊີຍ 15,000-25,000 ກີບຕໍ່ຕາແມັດ, ດິນໃນ
ເຂດເມືອງໄຊທານີ ຈະໄດ້ຄ່າຊົດເຊີຍ 55,000-107,000 ກີບຕໍ່ຕາແມັດ ແລະ
50,000-137,000 ກີບຕໍ່ຕາແມັດ ສຳລັບທີ່ນາຢູ່ເມືອງນາຊາຍທອງ.
ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນຫຼື Land Information Working Group
ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ລາຍງານວ່າການກຳນົດອັດຕາຄ່າ
ຊົດເຊີຍທີ່ດິນ ແບບສິ່ງປູກສ້າງໃຫ້ກັບປະຊາຊົນທີ່ຖືກກະທົບຈາກໂຄງການທາງລົດ
ໄຟລາວ-ຈີນນັ້ນເປັນການປະເມີນລາຄາທີ່ຕໍ່າກວ່າຄວາມເປັນຈິງເຊັ່ນ ທີ່ດິນຢູ່ເຂດ
ເມືອງນາຊາຍທອງ ມີລາຄາສະເລ່ຍສູງເຖິງ 1 ລ້ານ 3 ແສນກີບຕໍ່ຕາແມັດ ເຖິງ 10
ເທົ່າໂຕ ແຕ່ຢ່າງໃດກໍຕາມ ໂຄງການທາງລົດໄຟລາວ-ຈີນ ກໍມີກຳນົດການກໍ່ສ້າງແລ້ວ
ເສັດໃນທ້າຍປີ 2021 ໂດຍມີໄລຍະທາງຍາວທັງໝົດ 417 ກິໂລແມັດ ທີ່ໃຊ້ທຶນກໍ່ສ້າງ
ຮວມເຖິງ 6,000 ລ້ານໂດລາຊຶ່ງເປັນການຮ່ວມທຶນລະຫວ່າງລັດຖະບານລາວກັບຈີນ
ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຕາມລຳດັບ.