ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ເວົ້າວ່າ ​ປະ​ຊາ​ຊົນ​ລາວ ໄດ້​ຮັບ​ຜົນ​ກະ​ທົບ ​ຈາກ​ໂຄງການ ຕ່າງໆ ຫລາຍ​ຂຶ້ນ​ນັບ​ມື້


​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ເທີນ 2
​ສະ​ຖານ​ທີ່ກໍ່​ສ້າງ​ເຂື່ອນ​ນ້ຳ​ເທີນ 2

ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ລາວຢືນ​ຢັນ​ວ່າ​ປະ​ຊາ​ຊົນ​ລາວໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂຄງ
ການພັດ​ທະ​ນາ​ຕ່າງໆ ຫລາຍ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ການ​ຖືກ​ເວນ​ຄືນ ແລະ​ຍົກ​ຍ້າຍ
​ຈາ​ກທີ່​ດິນ ​ໂດຍ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຊັກ​ຊ້ານັ້ນ. ຊົງ​ລິດ​ ໂພນ​ເງິນ ມີ​ລາຍ​ງານ​ກ່ຽວ​ກັບ
​ເລື້ອງນີ້​ຈາກ​ບາງກອກ.

ທ່ານນາງ ແສງ​ຄຳ ຊົງ​ຊະ​ນະ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຈາກ​ແຂວງ​ຊຽງ​ຂວາງ ຖະ
ແຫລງ​ກ່ຽວ​ກັບ​ການ​ທີ່​ໄດ້​ໄປ​ເກັບ​ກຳ​ຂໍ້​ມູນ ແລະ​ພົບ​ປະ​ກັບ​ປະ​ຊາ​ຊົ ໃນ​ພື້ນ​ທີ່​ຕົວ​ຈິງ
ພົບ​ວ່າ​ ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ທັງ​ທີ່​ເປັນ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ​ຂອງ
ພາກ​ທຸ​ລະ​ກິດ​ເອ​ກະ​ຊົນ​ນັ້ນ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນຫລາຍ​ຂຶ້ນ​ນັບ​ມື້ໂດຍ​ສະ​
ເພາະ​ແມ່ນການ​ຖືກ​ເວນ​ຄືນ ແລະ​ຍົກ​ຍ້າຍ​ອອກ​ຈາກທີ່​ດິນ​ທຳ​ກິນ​ຂອງ​ປະ​ຊາ​ຊົນ
ໂດຍ​ໄດ້​ຮັບ​ການ​ຊົດ​ເຊີຍຢ່າງ​ຊັກ​ຊ້າ ແລະ​ການ​ຍາດ​ແຍ່ງເອົາ​ທີ່​ດິນນັ້ນ ນັບ​ເປັນ​ບັນ
​ຫາ​ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ຫລາຍ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້ ດັ່ງ​ທີ່​ທ່ານ​ນາງ ແສງ​ຄຳ ຢືນ​ຢັນ​ວ່າ:

“ຜ່ານ​ການ​ລົງ​ພົບ​ປະ​ກັບ​ປະ​ຊາ​ຊົນ​ຕົວ​ຈິງ ພວກ​ເຮົາ​ກະ​ໄດ້​ພົບ​ຫລາຍ​ບັນ​ຫາ ໂດຍ​ສະ​ເພາະ ແມ່ນ​ບັນ​ຫາ​ທີ່​ກ່ຽວ​ພັນກັບຜົນ​ກະ​ທົບ​ໃນ​ການ​ພັດ​ທະ​ນາ, ການ​ສ້າງ​ເຂື່ອນ​ໄຟ​ຟ້າ, ການ​ສ້າງ​ໂຮງ​ຈັກ, ໂຮງ​ງານ​ສົ່ງ​ກິ່ນ​ເໝັນ ບໍ່ ຫລື​ວ່າ ເຮັດ​ທາງ​ຕ່າງໆ​ນັ້ນ ກໍ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ຕໍ່​ໄຮ່​ນາ​ຕາ​ກ້າຂອງ​ປະ​ຊາ​ຊົນ ຫລື​ວ່າ ແມ່ນ​ເວົ້າ​ເລື້ອງ ຈັດ​ສັນຍົກ​ຍ້າຍບໍ່​ ຫລື​ວ່າ ຊົດ​ເຊີຍໃຫ້​ປະ​ຊາ​ຊົນ​ຊັກຊ້າ, ບັນ​ຫາ​ຜົນ​ສະ​ທ້ອນຈາກ​ທີ່​ດິນບໍ່ ຫລື​ວ່າ ການ​ຍາດ​ແຍ່ງ​ດິນດອນ ຫລື​ຈັບ​ຈອງບໍ່ ຫລື​ການ​ຈົກ​ດິນ​ຊະ​ຊາຍນີ້​ໜະ ແມ່ນ​ມີ​ບັນ​ຫາ​ຫລາຍ.”

ເຂດ​ບ້ານຈັດ​ສັນ​ໃໝ່​ນ້ຳ​ມົວ, ແຂວງ​ຫລວງ​ພະ​ບາງ
ເຂດ​ບ້ານຈັດ​ສັນ​ໃໝ່​ນ້ຳ​ມົວ, ແຂວງ​ຫລວງ​ພະ​ບາງ

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຄະນະ​ກຳມາທິການ​ແມ່​ນໍ້າຂອງ ຫລື Mekong River Commission (MRC) ເປີດ​ເຜີຍ​ວ່າ ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ຕ້ອງ​ດຳ​ເນີນ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ລາວ​ຫລາຍກວ່າ 60,000 ຄົນ ຫລື 12,000 ກວ່າ​ຄອບ​ຄົວໃນ 240 ກວ່າ​ບ້ານໄປ​ຢູ່ເຂດ​ຈັດ​ສັນ​ໃໝ່ ໂດຍ​ບັນ​ດາ​ນັກ​ລົງ​ທຶນ ໃນ​ໂຄງ​ການ​ເຂື່ອນ​ຕ່າງໆ ນັ້ນ ໄດ້​ນຳ​ໃຊ້​ເງິນ​ໄປ​ເກີນກວ່າ 500 ລ້ານ​ໂດ​ລາ ເພື່ອ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ ແລະ​ພັດ​ທະ​ນາ​ທີ່​ຢູ່​ອາ​ໄສ​ໃໝ່​ໃຫ້​ປະ​ຊາ​ຊົນທີ່​ຖືກ​ກະ​ທົບ​ດັ່ງ​ກ່າວ.

ໂດຍ​ເຂື່ອນ​ໄຟ​ຟ້າ​ນ້ຳ​ທາ 1 ຖື​ເປັນ​ໂຄງ​ການ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວຫລາຍກວ່າ 20,000 ຄອບ​ຄົວ ໃນ 37 ບ້ານ ໃນ​ແຂວງ​ຫລວງ​ນ້ຳ​ທາ ແລະ​ບໍ່​ແກ້ວຕິດຕາມດ້ວຍເຂື່ອນ
ນ້ຳເທີນ 2 ກະທົບຕໍ່ປະຊາຊົນ 1,200 ກວ່າຄອບຄົວ ໃນ 16 ບ້ານ ໃນແຂວງຄຳມ່ວນ
ແລະບໍລິຄຳໄຊ, ເຂື່ອນໄຊຍະບູລີ ເທິງແນວ ແມ່ນ້ຳຂອງທີ່ກະທົບຕໍ່ປະຊາຊົນ 890 ກວ່າ
ຄອບຄົວໃນ 15 ບ້ານ ໃນແຂວງຫລວງພະບາງ ແລະ ໄຊຍະບູລີ ແລະເຂື່ອນນ້ຳເທີນ-ຫິນ
ບູນ (ພາກຂະຫຍາຍ) ກະທົບປະຊາຊົນ 800 ກວ່າຄອບຄົວໃນ 12 ບ້ານ ໃນແຂວງບໍລິ
ຄຳໄຊ ແລະຄຳມ່ວນ ຕາມລຳ​ດັບ.

ທ່ານ ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຖະ​ແຫຼງ​ຢືນ​ຢັນ​ວ່າ ບັນ​ຫາ​ຂັດ​ແຍ້ງ
ກ່ຽວກັບ ສິດທິການຖືຄອງທີ່ດິນທີ່ເກີດຂຶ້ນຢ່າງກວ້າງຂວາງທັງລະຫວ່າງພາກລັດກັບ
ພາກເອກະຊົນ ແລະ ຫວ່າງພາກເອກະຊົນດ້ວຍກັນຈົນກາຍເປັນບັນຫາຟ້ອງຮ້ອງກັນ
ເພີ່ມຂຶ້ນເລື້ອຍໆນັ້ນເປັນຍ້ອນພະນັກງານຂອງລັດໄດ້ເຂົ້າໄປມີສ່ວນກ່ຽວຂຂ້ອງດ້ວຍ
ໂດຍສະເພາະແມ່ນການອະນຸຍາດອອກໃບຕາດິນຊ້ຳຊ້ອນກັນຖືເປັນສາເຫດທີ່ເຮັດ ໃຫ້ມີການຂັດແຍ້ງກັນເກີດຂຶ້ນຫຼາຍທີ່ສຸດ ເນື່ອງຈາກວ່າພະນັກງານລັດທີ່ມີສ່ວນໃນ ການອະນຸຍາດອອກໃບຕາດິນນັ້ນບໍ່ປະຕິບັດຕາມລະບຽບກົດໝາຍ ແລະເຫັນແກ່ຜົນ ປະໂຫຍດສ່ວນຕົນເປັນດ້ານຫຼັກ ໂດຍ​ການກວດ​ກາ​ໃນ​ໄລ​ຍະ 2 ປີ​ຜ່ານ​ມາ ກໍ​ສາ​ມາດ
ຍຶດເອົາ​ທີ່​ດິນ​ລັດ ທີ່​ຖືກ​ຍັກ​ຍອກ​ໄປ​ກັບ​ຄືນ​ມາ​ໄດ້​ໃນ​ເນື້ອ​ທີ່ກວ້າງກວ່າ 1 ໝື່ນ​ເຮັກ​ຕາ.

ທີມ​ງານກວດ​ກາ​ຫາ​ສາ​ເຫດ​ເຮັດ​ໃຫ້​ເຂື່ອນ​ໄຟ​ຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ພັງໃນ​ປີ 2018
ທີມ​ງານກວດ​ກາ​ຫາ​ສາ​ເຫດ​ເຮັດ​ໃຫ້​ເຂື່ອນ​ໄຟ​ຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ພັງໃນ​ປີ 2018

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ເຄືອ​ຂ່າຍ​ການ​ພັດ​ທະ​ນາ​ແບບ​ເປີດ (Open development Network) ຊຶ່ງ​ເປັນ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານເປີດ​ເຜີຍ​ວ່າ ກະຊວງຊັບພະຍາ
ກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ຂຶ້ນທະບຽນສຳມະໂນທີ່ດິນໄວ້ແລ້ວ 3 ລ້ານ
ກວ່າຕອນໃນທົ່ວປະເທດ. ແຕ່ປາກົດວ່າໄດ້ມີການອະນຸຍາດ ອອກໃບຕາດິນໃຫ້ກັບ
ປະຊາຊົນລາວ ໄດ້ພຽງ 1 ລ້ານກວ່າຕອນ ຫຼື ຄິດເປັນ 40 ເປີເຊັນເທົ່າ​ນັ້ນ.

ທາງ​ດ້ານ​ສະ​ຖາ​ບັນ​ສະ​ຫະ​ວິ​ທະ​ຍາ​ການ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ໃນໄທ
ທີ່ໄດ້ສຶກສາວິໄຈ ກ່ຽວກັບ ການນຳໃຊ້ທີ່ດິນໃນແຂວງຫຼວງນ້ຳທາ ລາຍງານວ່າ ປະ
ຊາຊົນລາວ ກຳລັງປະເຊີນກັບບັນຫາການສູນເສຍທີ່ດິນໃຫ້ກັບນັກທຸລະກິດຈີນ
ເພີ່ມຂຶ້ນນັບມື້ ທັງນີ້ປະຊາຊົນລາວ ໄດ້ຖືກບັງຄັບໃຫ້ຕ້ອງເຂົ້າຮ່ວມໃນສັນຍາກະ
ເສດພັນທະຂອງບັນດານັກທຸລະກິດ ຈີນ ເຊັ່ນການປູກຢາງພາລາ ໂດຍທີ່ກະເສດ
ຕະກອນລາວບໍ່ມີເງິນລົງທຶນ ຈຶ່ງຕ້ອງກູ້ຢືມເງິນຈາກບັນດານັກທຸລະກິດ ຈີນ ໂດຍນຳ
ໃຊ້ທີ່ດິນຄ້ຳປະກັນ ແຕ່ເມື່ອປາກົດວ່າລາຄາຢາງພາລາຕົກຕ່ຳລົງກໍເຮັດໃຫ້ກະເສດ ຕະກອນລາວ ບໍ່ມີເງິນຊຳລະໜີ ຈຶ່ງຈະຕ້ອງຖືກຍຶດທີ່ດິນ ໂດຍມີທີ່ດິນກວ່າ 3 ແສນ
ເຮັກຕາ ທີ່ຢູ່ພາຍໃຕ້ສັນຍາກະເສດພັນທະກັບນາຍທຶນຈີນ ໃນແຂວງຫຼວງນ້ຳທາ
ໃນປັດ​ຈຸ​ບັນ​ນີ້.

XS
SM
MD
LG