ຮອງນາຍົກລັດຖະມົນຕີ ຍອມຮັບວ່າລັດຖະບານລາວ ຕົກເປັນເປັນຝ່າຍທີ່ເສຍປຽບ
ໃນການອະນຸມັດສຳປະທານທີ່ດິນຢ່າງຍາວນານສ່ວນໃຫຍ່ ບໍ່ໄດ້ປະຕິບັດຕາມສັນຍາ
ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານລາວຕົກເປັນ
ຝ່າຍເສຍປຽບ ໃນໂຄງການທີ່ໄດ້ອະນຸມັດສຳປະທານທີ່ດິນ ຢ່າງຍາວນານ ໃຫ້ແກ່
ບັນດານັກທຸລະກິດຂອງເອກກະຊົນລາວແລະຊາວຕ່າງຊາດ ໄປແລ້ວນັ້ນ ທັງນີ້
ໂດຍຈາກການກວດກາ ໃນໄລຍະຜ່ານມາ ພົບວ່າໂຄງການສຳປະທານທີ່ດິນ ຂະໜາດ
ໃຫຍ່ບໍ່ໄດ້ປະຕິບັດຕາມສັນຍາ ໂດຍສະເພາະແມ່ນການບໍ່ນຳເອົາເງິນລົງທຶນເຂົ້າມາ
ດຳເນີນໂຄງການ ຢ່າງແທ້ຈິງຈຶ່ງເຮັດໃຫ້ໂຄງການເກີດການຊັກຊ້າໃນທຸກດ້ານ
ໃນຂະນະທີ່ພາກສ່ວນ ຮັບຜິດຊອບ ກໍຄືກະຊວງຊັບພະຍາກອນທຳມະຊາດແລະ
ສິ່ງແວດລ້ອມ ຫຼື ກະຊວງແຜນການແລະ ການລົງທຶນນັ້ນ ກໍບໍ່ມີການກວດສອບ
ໂຄງການທີ່ສຳປະທານໄປແລ້ວ ແຕ່ຢ່າງໃດ ດັ່ງທີ່ທ່ານບຸນທອງ ຢືນຢັນວ່າ: “ທຸກມື້ນີ້
ໄທເຮົາກະເສຍປຽບເດ້ ໃນເມື່ອອະນຸຍາດສຳປະທານແລ້ວລະແມ່ນໃຜຄຸ້ມຄອງ
ຈັກແມ່ນກະຊວງຊັບ ຈັກແມ່ນກະຊວງລົງທຶນຍົກຕົວຢ່າງ ສຳປະທານບາງຕອນ
ຢູ່ໃນນະຄອນຫຼວງວຽງຈັນ 99 ປີ ມາດຽວນີ້ ບໍ່ແມ່ນຮອດ 10 ປາຍປີ ແລ້ວຫວະ
ບໍ່ທັນໄດ້ທັນໄດ້ພັດທະນາອີຫຍັງ ມີແຕ່ບ່ອນເຮັດໃຫ້ຄົນໄປຢ່າງທີ່ກ໊ອຟຮັ້ນ
ການພັດທະນາອື່ນໆກະບໍ່ທັນມີອີຫຍັງ ຄັນກໍລະນີໃນແບບນີ້ ມັນບໍ່ມີປະສິດທິຜົນ
ຫຼືວ່າແນວໃດ ອັນນີ້ ເຮົາກະຕ້ອງໄດ້ເບິ່ງວ່າ ເຮົາຊິແກ້ແບບໃດ ອັນນີ້ ກໍຄືຊິແມ່ນ
ລະດັບກະຊວງ ຈະຕ້ອງໄດ້ກະຕຸກຊຸກຍູ້.”
ທ່ານບຸນທອງ ໄດ້ໃຫ້ການຢືນຢັນດ້ວຍວ່າ ການຍັກຍອກເອົາທີ່ດິນຂອງລັດແລະການ
ສໍ້ໂກງເອົາທີ່ດິນຂອງປະຊາຊົນລາວ ໂດຍບັນດາພະນັກງານຂອງລັດຖະບານເປັນ
ບັນຫາໃຫຍ່ຂຶ້ນນັບມື້ແລະໄດ້ເກີດຂຶ້ນ ຢ່າງກວ້າງຂວາງໃນຂະນະທີ່ການເກັບກຳຂໍ້ມູນ
ກ່ຽວກັບທີ່ດິນຂອງລັດຖະບານ ທີ່ຖືກຍັກຍອກໄປຫຼືຈັບຈອງເອົາຢ່າງບໍ່ຖືກກົດໝາຍນັ້ນ
ຍັງບໍ່ມີປະສິດທິພາບ ເພາະວ່າ ອຳນາດການປົກຄອງໃນລະດັບທ້ອງຖິ່ນ ບໍ່ໃຫ້ການ
ຮ່ວມມື ເຖິງແມ່ນວ່າລັດຖະບານ ຈະມີຄຳສັ່ງແລະໄດ້ໃຫ້ການຊີ້ນຳໄປແລ້ວ ກໍຕາມ.
ທັງນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດ
ເພື່ອສຶກສາວິໄຈແລະວິເຄາະບັນຫາການນຳໃຊ້ທີ່ດິນ ໃນທົ່ວປະເທດ ນັບຕັ້ງແຕ່ປີ 2017
ເປັນຕົ້ນມາ ໂດຍມອບໝາຍໃຫ້ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະສິ່ງແວດລ້ອມເປັນຫົວໜ້າຄະນະທີ່ມີຮອງລັດຖະມົນຕີ ກະຊວງກ່ຽວຂ້ອງເປັນ
ກຳມະການແລະມີກອງເລຂາ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ
ຊຶ່ງການຈັດຕັ້ງປະຕິບັດ ໃນປີ 2017-2018 ກໍສາມາດຍຶດເອົາທີ່ດິນຂອງລັດທີ່ຖືກ
ຍັກຍອກກັບຄືນມາໄດ້ຄິດ ເປັນເນື້ອທີ່ກວ້າງກວ່າ 10,000 ເຮັກຕາ.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະສະເພາະກິດເພື່ອການສຶກສາວິໄຈແລະວິເຄາະ
ບັນຫາການນຳໃຊ້ທີ່ດິນໃນລາວ ເປີດເຜີຍວ່າ ການຈັດທຳເອກກະສານປອມເພື່ອ
ຍັກຍອກເອົາທີ່ດິນຂອງລັດ ແລະການສໍ້ໂກງເອົາທີ່ດິນຂອງປະຊາຊົນເພື່ອນຳເອົາ
ໄປຂາຍຫຼືໃຫ້ສຳປະທານ ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວ ຍັງຄົງ
ເກີດຂຶ້ນ ຢ່າງກວ້າງຂວາງ ໂດຍໃນນີ້ ຍັງຮວມເຖິງການປອມແປງໃບຕາດິນເພື່ອໃຊ້
ໃນການຄ້ຳປະກັນການກູ້ຢືມເງິນທັງຈາກທະນາຄານລັດແລະເອກກະຊົນ ໃນລາວ
ດ້ວຍ.
ທາງດ້ານດຣ. ວາສນາ ລະອອງປລິວນັກວິຊາການ ມະຫາວິທະຍາໄລທຳມມະສາດ
ຂອງໄທ ກໍໄດ້ໃຫ້ຂໍ້ມູນ ກ່ຽວກັບການເກັບຂໍ້ມູນພາກສະໜາມ ຢູ່ເຂດເມືອງລອງ
ແຂວງຫຼວງນ້ຳທາ ເມື່ອບໍ່ນານມານີ້ວ່າ ປະຊາຊົນລາວກຳລັງ ປະເຊີນກັບການສູນເສຍ
ທີ່ດິນຂອງພວກເຂົາເຈົ້າ ໃຫ້ກັບນັກທຸລະກິດຈີນ ເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກ
ການເຂົ້າຮ່ວມໃນໂຄງການກະເສດທະພັນ ທີ່ລັດຖະບານລາວໃຫ້ການສະໜັບສະໜຸນ
ນັກທຸລະກິດຈີນ ໃຫ້ເຂົ້າມາລົງທຶນໃນລາວຫຼາຍຂຶ້ນ ສ່ວນປະຊາຊົນລາວນັ້ນ ກໍຖືກ
ບັງຄັບໃຫ້ເຂົ້າຮ່ວມໃນໂຄງການ ກະເສດທະພັນ ເຊັ່ນສວນປູກຢາງພາລາ ໂດຍທີ່
ພວກເຂົາເຈົ້າບໍ່ມີເງິນທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດຈີນ ແລະໃຊ້ທີ່ດິນຄ້ຳປະກັນ
ຄັນເມື່ອປາກົດວ່າ ຢາງພາລາໃນຕະຫຼາດ ມີລາຄາຕົກຕ່ຳລົງຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້
ປະຊາຊົນລາວບໍ່ມີເງິນຊຳລະໜີ້ເງິນກູ້ແລະຜົນທີ່ຕາມມາກໍຄືການຖືກຍຶດເອົາທີ່ດິນໄປ
ຫຼາຍໝື່ນເຮັກຕາ ໂດຍນາຍທຶນຈີນ ທັງຍັງຈະຖືກຍຶດທີ່ດິນ ເພີ້ມຂຶ້ນນັບມື້ອີກດ້ວຍ.